ເອກອ້າງທະນົງໃຈຕໍ່ພາລະກິດມະຫາສາມັກຄີແຫ່ງຊາດ

ວັນ​ທີ 10/9/1955, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ດ້ວຍ​ຈຸດ​ປະ​ສົງ​ສາ​ມັກ​ຄີ​ຊາດ​ໃນ​ການ​ຕໍ່​ສູ້​ກູ້​ຊາດ ແລະ ສ້າງ​ສາ​ປະ​ເທດ​ແຫ່ງ​ສັນ​ຕິ​ພາບ​ເອ​ກະ​ພາບ. ນັບ​ແຕ່ນັ້ນ​ເປັນ​ຕົ້ນ​ມາ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຍາມ​ໃດ​ກໍ​ແມ່ນ​ສູນ​ຮັກ​ສາ ແລະ ກໍ່​ສ້າງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ປະ​ຫວັດ​ສາດ​ຂອງ​ປະ​ເທດ​ຊາດ.

ເອກອ້າງທະນົງໃຈຕໍ່ພາລະກິດມະຫາສາມັກຄີແຫ່ງຊາດ - ảnh 1
ສະ​ແຕັມ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​

     ກ່ອນນີ້ 60 ປີ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ບົນ​ພື້ນ​ຖານ​ສືບ​ທອດ​ບັນ​ດາ​ຜົນ​ງານ, ການ​ປະ​ກອບ​ສ່ວນ​ຂອງ ແນວ​ໂຮມ​ຫວຽດ​ມິນ ແລະ ແນວ​ໂຮມ​ລຽນ​ຫວຽດ ໃນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ປີ 1945 ຊ​ຶ່ງ​ເປັນ​ຂີດ​ໝາຍໄລ​ຍະ​ພັດ​ທະ​ນາ​ໃໝ່​ຂອງ​ກິດ​ຈະ​ການກໍ່​ສ້າງກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​.

    ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ເພື່ອ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊ​າດ

  ທ່ານ​ຝ້າມ​ເທ້ຢ​ວຽດ ອະ​ດີດ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ ໃຫ້​ຮູ້​ວ່າ ພາຍຫຼັງ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ໄດ້​ເສີ​ມ​ຂະ​ຫຍາຍ​ຄຸນ​ປະ​ໂຫຍດ​ອັນ​ໃຫຍ່ຫຼວງ​ຂອງ​ຕົນ​ໃນ​ການ​ຕໍ່​ສູ້​ຕ້ານ​ອາ​ເມ​ລິ​ກາກູ້​ຊາດ ກໍ​ຄື​ໃນ​ພາ​ລະ​ກິດ​ການ​ປະ​ຕິ​ວັດ​ສັງ​ຄົມ​ນິ​ຍົມ​ຢູ່​ພາກ​ເໜືອ.ພ້ອມ​ກັນ​ນັ້ນ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ໄດ້​ປະ​ກອບ​ສ່ວ​ນ​ເສີມ​ຂະ​ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ, ອອກ​ແຮງ​ປຸກ​ລະ​ດົມ​ປະ​ຊາ​ຊົນ​ເຂົ້າ​ຮ່ວມການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາ​ດ ແລະ ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ, ກໍ່​ສ້າງ​ອຳ​ນາດ​ການ​ປົກ​ຄອງ​ປະ​ຕິ​ວັດ, ພັດ​ທະ​ນາ​ການ​ຜະ​ລິດ, ສ້າງເສດ​ຖະ​ກິດ, ປະ​ຕິ​ບັດ​ວິ​ຖີ​ຊີ​ວິດ​ໃໝ່, ກໍ່​ສ້າງ​ມະ​ນຸດ​ໃໝ່. ທ່ານ​ຝ້າມ​ເທ້ຢ​ວຽດ ອະ​ດີດ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມຢືນ​ຢັນ​ວ່າ :

   “ແນວ​ໂຮມ​ປະ​ເທດ​ຊາດ​ໄດ້​ເຕົ້າ​ໂຮມສາ​ມັກ​ຄີທຸກ​ຊັ້ນ​ວັນ​ນະ, ຊົນ​ຊັ້ນ, ຊົນ​ຊາດ​ຊົນ​ເຜົ່າ ແລະ ທັງ​ພໍ່​ແມ່​ພີ​ນ້ອງ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ດັ່ງ​ນັ້ນ, ພວກ​ເຮົາ​ມີ​ກຳ​ລັງ​ແຮງສັງ​ລວມບົນ​ແນວ​ຮົບ​ດ້ານ​ການ​ທະ​ຫານກາ​ນ​ເມືອງ, ການ​ທູດ, ປະ​ຊາ​ຊົນ, ສາມາດເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສັງ​ລວມ​ຂອງ​ທົ່ວ​ທັງ​ຊາດ​ເພື່ອ​ຮັກ​ສາ​ເອ​ກະ​ລາດ​ໃຫ້​ໄດ້. ນີ້​ແມ່ນ​ຮູບ​ການ​ເຕົ້າ​ໂຮມ​ມະ​ຫ​າ​ຊົນ​ທີ່​ມີ​ຊີ​ວິ​ດ​ຊີ​ວາ ແລະ ຊ່ວຍ​ໃຫ້​ປະ​ຊາ​ຊົນ ບໍ​ວ່າ​ຜູ້​ໃດ​ກໍ​ມີ​ເງື່ອນ​ໄຂ​ເຂົ້າ​ຮ່ວມ”

     ຜ່ານ​ໄລ​ຍະ 60 ປີ​ແຫ່ງ​ປະ​ຫວັດ​ສາດ, ກໍ​ສາ​ມາດ​ຢືນ​ຢັນ​ວ່າ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ແມ່ນ​ຊາຍ​ຄາ​ລວມ​ຂອງກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ ແລະ ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ນີ້​ນັບ​ມື້​ນັບ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງ​ກ້​ວາງ​ຂວາງ ແລະ ເລິກ​ເຊິ່ງ.

     ເຂົ້າ​ຮ່ວມການ​ຕິດ​ຕາມກວດ​ກາ ແລະ ສັງ​ເກດ​ຕີ​ລາ​ຄາ​ສັງຄົມ.

  ແນວ​ໂຮມ​ປະ​ເທດ​ຊາດ​ບໍ່​ພຽງ​ແຕ່​ແມ່ນ ຊາຍ​ຄາ​ລວມ​ຂອງກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​​ເທົ່າ​ນັ້ນ, ຫາກ​ຍັງແມ່ນ​ຕົວ​ແທນ, ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ເມື່ອ ເຂົ້າ​ຮ່ວມການ​ຕິດ​ຕາມກວດ​ກາ ແລະ ສັງ​ເກດ​ຕີ​ລາ​ຄາ​ສັງຄົມ. ທ່ານ ເຈີນ​ເຫົ້າ ອະ​ດີດ​ບັນ​ນາ​ທິ​ການ​ໃຫຍ່​ວາ​ລະ​ສານ ແນວ​ໂຮມ​ປະ​ເທດ​ຊາດ​ໃຫ້​ຮູ້ວ​່າ :

    “ແນວ​ໂຮມ​ປະ​ເທດ​ຊາດໄດ້​ຮັບ​ຟັງ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ ແລະ ແນວ​ໂຮມ​ປະ​ເທດ​ຊາດເວົ້າໃຫ້​ປະ​ຊາ​ຊົນ​ຟັງແມ່ນ​ສິ່ງ​ທີ່​ໃໝ່​ອຽມ​ໃນ​ທິດ​ທິດທາງຂອງ​ແນວ​ໂຮມ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ແນວ​ໂຮມ​ຍັງ​ມີ​ໜ້າ​ທີ່ຮັບ​ຜິດ​ຊອບສ້າງ​ກົນ​ໄກ​ເພື່ອ​ໃຫ້​ພັກ ແລະ ລັດ​ພ້ອມ​ກັນ​ຮັບ​ຟັງ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ ”

    ການ ຮັບ​ຟັງ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ, ເວົ້າ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ໃຈ ແມ່ນ​ໄດ້​ຮັບ​ຖື​ວ່າແມ່ນ “ເສັ້ນ​ໄໝ​ແດງ” ທະ​ລຸ​ລົງ​ລະ​ບົບ​ແນວ​ໂຮມ​ໃນ​ຊຸມ​ປີມໍ່ໆ​ມານີ້ ແລະ ກໍ​ຍັງ​ແມ່ນ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ຊຸກ​ຍູ້​ແນວ​ໂຮ​ມ​ປ່ຽນ​ໃໝ່​ວິ​ທີ​ການ, ປ່ຽນ​ໃໝ່​ຕົນ​ເອງ​ເພື່ອ​ເຮັດຫຼ້ອນ​ໜ້າ​ທີ່ຕໍ່​ປະ​ຊາ​ຊົນ. ທ່ານ ຫງວຽນ​ຖ້ຽນ​ເຍີນ ກຳ​ມະ​ການ​ກົມ​ການ​ເມືອງ, ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໃຫ້​ຮູ້​ວ່າ :

   “ ໄລ​ຍະ​ທີ່​ຈະ​ມາ​ເຖິງ, ແນວ​ໂຮມ​ປະ​ເທດ​ຊາດ​ຍັງ​ເບິ່ງ​ແຍງ ເອົາ​ໃຈ​ໃສ່​ສ້າງ​ບັນ​ດາ​ຂະ​ບວນ​ການ​ປະ​ຕິ​ວັດ​ຢູ່​ແຕ່​ລະ​ຂົງ​ເຂດ, ບໍ​ລິ​ເວນໃຫ້​ສອດ​ຄ່ອງ​ກັບ​ຄວາມ​ສາ​ມາດ ແລະ ເງື່ອນ​ໄຂ​ຂ​ອງ​ປະ​ຊາ​ຊົນ ເພື່ອ​ໃຫ້​ປະ​ຊາ​ຊົນ​ເຫັນ​ວ່າ ແນວ​ໂຮ​ມໄດ້ຮັບ​ຟັງ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ, ພ້ອມ​ກັບ​ປະ​ຊາ​ຊົນ​ເຮັດ​ທຸກ​ສິ່ງ​ທີ່​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ​ເອງ. ເມື່ອ​ປະ​ຊາ​ຊົນ​ມີ​ຄຳ​ເຫັນ​ຕໍ່​ພັກ​, ລັດ, ຖ້າ​ຫາກ​ເຫັນ​ວ່າ ຄຳ​ເຫັນ​ເຫຼົ່າ​ນັ້ນ ຍັງ​ບໍ່​ທັນ​ໄດ້​ຮັບ​ຄຳ​ຕອບ​ເທົ່າ​ທີ່​ຄວນນັ້ນ, ແນວ​ໂຮມ​ປະ​ເທດ​ຊາດ​ຂັ້ນ​ຕ່າງໆ ພ້ອມ​ແລ້ວ ຮັບ​ຟັງ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ, ສົມ​ທົບ​ກັນ​ຮວບ​ຮ່ວມ ຄຳ​ເຫັນ​ເຫຼົ່າ​ນັ້ນຂອງ​ປະ​ຊາ​ຊົນ ”

    ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ ກໍ​ເປັນ​ຂີດ​ໝາຍໄລ​ຍະ​ພັດ​ທະ​ນາ​ໃໝ່​ຂອງ​ກິດ​ຈະ​ການກໍ່​ສ້າງກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​. ຮ່ວມ​ເດີນ​ທາງ​ໃນບັນ​ດາໄລ​ຍະ​ທາງ​ແຫ່ງ​ປະ​ຫວັດ​ສາດ​ຂອງ​ຊາດ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຍາມ​ໃດ​ກໍ​ເຮັດຫຼ້ອນ​ໜ້າ​ທີ່ກໍ່​ສ້າງກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​, ຮັບ​ຟັງ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ, ເວົ້າ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ໃຈ, ປະ​ກອບ​ສ່ວນ​ສະ​ຕິ​ປັນ​ຍາ, ເຫື່ອ​ແຮງ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຫວຽດ​ນາມ​ສັນ​ຕິ​ພາບ, ເອ​ກະ​ພາບ, ເອ​ກະ​ລາດ, ປະ​ຊາ​ທິ​ປະ​ໄຕ ແລະ ຮັ່ງ​ມີ​ເຂັ້ມ​ແຂງ

ຕອບກັບ

ຂ່າວ/ບົດ​ອື່ນ