ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຝລັ່ງ ເລິກເຊິ່ງຂຶ້ນຕື່ມ

(VOVWORLD) -ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ພວມຢ້ຽມຢາມສ.ຝລັ່ງ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານປະທານາທິບໍດີຝລັ່ງ Emmanuel Macron. ການຢ້ຽມຢາມຖືກດຳເນີນໃນສະພາບຫວຽດນາມ ແລະ ຝລັ່ງ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ເປັນຂີດໝາຍສຳຄັນ, ແມ່ນໂອກາດເພື່ອໃຫ້ການນຳ 2 ຝ່າຍຫວນຄືນໄລຍະທາງທີ່ຜ່ານມາ, ສ້າງຂອບເຂດການຮ່ວມມື, ສ້າງການກຳນົດທິດເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຝລັ່ງ ໃຫ້ເລິກເຊິ່ງກວ່າໃນໄລຍະໃໝ່.
ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຝລັ່ງ ເລິກເຊິ່ງຂຶ້ນຕື່ມ - ảnh 1(ປະຊາຄົມຊາວຫວຽດນາມ ອາໄສຢູ່ຝລັ່ງ ຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ)

ວັນທີ 12 ເມສາ 1973 ແມ່ນວັນສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ, ການພົວພັນຫວຽດນາມ - ຝລັ່ງ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງ. ການພົວພັນດັ່ງກ່າວໄດ້ຮັບການພັດທະນາຢ່າງແຮງກວ່າ ພາຍຫຼັງຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ປີ 1995, ຜ່ານບັນດາຂອບເຂດການພົວພັນ 2 ຝ່າຍ ແລະ ນອນໃນຂອບເຂດການພົວພັນລະຫວ່າງສະຫະພາບເອີລົບ ກັບຫວຽດນາມ ແລະ ນອນໃນນະໂຍບາຍຂອງຝລັ່ງ ສຳລັບພາກພື້ນອາຊີຕາເວັນອອກສ່ຽງໃຕ້. 2 ປະເທດມີທັດສະນະດຽວກັນໃນຫຼາຍບັນຫາສາກົນໃຫຍ່, ໂດຍສະເພາະແມ່ນໃນບັນດາບັນຫາກ່ຽວຂ້ອງເຖິງເປົ້າໝາຍພັດທະນາແບບຍືນຍົງ, ເສີມຂະຫຍາຍວັດທະນະທຳເປັນຫຼາຍຮູບຫຼາຍແບບ ແລະ ບົດບາດຂອງບັນດາລະບອບລະບຽບການຫຼາຍຝ່າຍໃນການຄວບຄຸມ, ຄຸ້ມຄອງວິວັດທະນາການຫັນເປັນໂລກາພິວັດ.

ຂີດໝາຍ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ

        ໃນຕະຫຼອດໄລຍະ 45 ປີຜ່ານມາ, ຍາມໃດຝລັ່ງ ກໍ່ແມ່ນຄູ່ຮ່ວມມືແຖວໜ້າຂອງຫວຽດນາມ. ບັນດາການພົວພັນໃນຂອບເຂດ 2 ຝ່າຍ ກໍຄືຫຼາຍຝ່າຍໄດ້ຮັບການພັດທະນາຢ່າງອຸດົມສົມບູນ, ຫຼາຍຮູບຫຼາຍແບບ. ຝລັ່ງ ແມ່ນນັກອຸປະຖຳ 2 ຝ່າຍແຖວໜ້າຂອງເອີລົບ ໃຫ້ແກ່ຫວຽດນາມ. ມີຂໍ້ຕົກລົງນັບຮ້ອຍສະບັບ ໄດ້ຮັບການລົງນາມລະຫວ່າງບັນດາມະຫາວິທະຍາໄລ, ສູນຄົ້ນຄວ້າຂອງ 2 ປະເທດ ແລະ ປະຈຸບັນ ມີນັກສຶກສາ, ນັກຝຶກງານຫວຽດນາມ ທີ່ພວມຮ່ຳຮຽນຢູ່ຝລັ່ງ ປະມານ 7.000 ຄົນ. ການພົວພັນຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆກໍໄດ້ຮັບການເປີດກວ້າງ ດ້ວຍການເຂົ້າຮ່ວມຂອງ 20 ທ້ອງຖິ່ນຂອງຝລັ່ງ ແລະ 15 ແຂວງ, ນະຄອນຂອງຫວຽດນາມ ດ້ວຍການຈັດກອງປະຊຸມການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ 2 ປະເທດ ທີ່ໄດ້ຮັບການຈັດຕັ້ງໃນໄລຍະຜ່ານມາ 10 ຄັ້ງ. ພິເສດ, ປະຊາຄົມຊາວຫວຽດນາມ ອາໄສຢູ່ຝລັ່ງ ແມ່ນປະຊາຄົມໄດ້ຮັບການສ້າງຕັ້ງມາແຕ່ດົນນານ ແລະ ໃຫຍ່ທີ່ສຸດໃນຈຳນວນບັນດາປະຊາຄົມຊາວຫວຽດນາມ ອາໄສຢູ່ເອີລົບ, ເຊິ່ງມີຄວາມຕິດພັນຢ່າງສະໜິດແໜ້ນສຳລັບທັງ 2 ປະເທດ ແລະ ຍາມໃດກໍ່ແມ່ນຂົວເຊື່ອມຕໍສຳຄັນໃຫ້ແກ່ການພົວພັນຫວຽດນາມ - ຝລັ່ງ. 2 ປະເທດກໍ່ພວມມຸ່ງໄປເຖິງບັນດາຮູບແບບຮ່ວມມືໃໝ່ ເພື່ອຮັບປະກັນໃຫ້ແກ່ການພັດທະນາແບບຍືນຍົງ ຜ່ານບັນດາໂຄງການກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຫຼື ການພັດທະນາກະສິກຳ. ບັນດາໂຄງການຂຽວຫວຽດນາມ - ຝລັ່ງ ພວມນຳມາເຊິ່ງຄວາມຫວັງໃຫ້ແກ່ບັນດາເຂດ ເຊິ່ງການດຳລົງຊີວິດຂອງປະຊາຊົນຫວຽດນາມ ຖືກຮັບຜົນສະທ້ອນຢ່າງແຮງ ຍ້ອນການປ່ຽນແປງຂອງດິນຟ້າອາກາດ.

        ເຖິງຢ່າງໃດກໍ່ຕາມ, ໃນຕົວຈິງໄດ້ຊີ້ໃຫ້ເຫັນວ່າ, ຍັງມີຄວາມສາມາດບົ່ມຊ້ອນຮ່ວມມືທີ່ໃຫຍ່ຫຼວງຫຼາຍຢ່າງລະຫວ່າງ 2 ປະເທດ ທີ່ຍັງບໍ່ທັນໄດ້ຮັບການຂຸດຄົ້ນໄດ້ໝົດເທື່ອ. ວົງເງິນແລກປ່ຽນການຄ້າ 2 ສົ້ນຍັງຄົງຈຳກັດຢູ່, ພຽງບັນລຸກວ່າ 1% ຍອດວົງເງິນສົ່ງອອກຂອງຫວຽດນາມ.

        ໃນໄລຍະປະຈຸບັນ, 2 ປະເທດຫວຽດນາມ ແລະ ຝລັ່ງ ໄດ້ມີເງື່ອນໄຂສະດວກຫຼາຍຢ່າງເພື່ອເພີ່ມທະວີການພົວພັນ. ຝລັ່ງ ແມ່ນປະເທດມະຫາອຳນາດຫຼັກແຫຼ່ງຢູ່ເອີລົບ, ພວມມີການປະຕິຮູບຢ່າງແຮງເພື່ອບືນຕົວຂຶ້ນ, ຕັ້ງໜ້າເສີມຂະຫຍາຍບົດບາດໃນທົ່ວໂລກ, ມີຜົນປະໂຫຍດ ແລະ ສົ່ງຜົນກະທົບສຳຄັນຢູ່ອາຊີ. ຫວຽດນາມ ແມ່ນພື້ນຖານເສດຖະກິດພັດທະນາຢ່າງໄວ, ຂະຫຍັນຂັນເຄື່ອນ ດ້ວຍພົນລະເມືອງເກືອບ 100 ລ້ານຄົນ, ໄດ້ສວມບົດບາດສຳຄັນໃນອາຊຽນ ແລະ ອາຊີຕາເວັນອອກ. 2 ປະເທດຫວຽດນາມ ແລະ ຝລັ່ງ ກໍ່ພ້ອມກັນແບ່ງປັນຫຼາຍທັດສະນະ ແລະ ຜົນປະໂຫຍດທີ່ຄ້າຍຄືກັນໃນບັນດາບັນຫາສາກົນ. ສະນັ້ນ, ການເພີ່ມທະວີການພົວພັນຮ່ວມມືຫວຽດນາມ - ຝລັ່ງ ໄດ້ກາຍເປັນຄວາມຮຽກຮ້ອງຢ່າງພາວະວິໄສ ແລະ ຈຳເປັນ ເພື່ອຜົນປະໂຫຍດຂອງທັງ 2 ປະເທດ.

ການຢ້ຽມຢາມສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຝລັ່ງ

        ບົນພື້ນຖານການພົວພັນໃນໄລຍະ 45 ປີຜ່ານມາ, ການຢ້ຽມຢາມຝລັ່ງ ຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໃນຄັ້ງນີ້ ຖືກດຳເນີນໃນສະພາບ ປະເທດຝລັ່ງ ພວມມີການປ່ຽນແປງຕັ້ງໜ້າຫຼາຍຢ່າງ, ໂດຍສະເພາະແມ່ນພາຍຫຼັງທ່ານປະທານາທິບໍດີຝລັ່ງ Macron ຂຶ້ນກຳອຳນາດໃນກາງປີ 2017. ອຳນາດການປົກຄອງໃໝ່ຂອງປະເທດຝລັ່ງ ພວມສຸມໃສ່ປະຕິຮູບເສດຖະກິດ, ສັງຄົມ, ພ້ອມທັງມານະພະຍາຍາມເພື່ອສະແດງໃຫ້ເຫັນບົດບາດໃຫຍ່ຫຼວງກວ່າໃນສະຫະພາບເອີລົບ, ພາກພື້ນຕາເວັນອອກກາງ, ອາຊີຕາເວັນອອກ ກໍຄືການແກ້ໄຂບັນດາບັນຫາທົ່ວໂລກຄື: ການປ່ຽນແປງຂອງດິນຟ້າອາກາດ, ການຊຸກຍູ້ການຄ້າເສລີ.

        ໃນສະພາບໂລກມີການຜັນແປຢ່າງວ່ອງໄວ ແລະ ສັບສົນຄືໃນປະຈຸບັນ, ຫວຽດນາມ ແລະ ຝລັ່ງ ລ້ວນແຕ່ແບ່ງປັນວິໄສທັດຮ່ວມກ່ຽວກັບໂລກຫຼາຍຂົ້ວ ແລະ ລັດທິຫຼາຍຝ່າຍ ອີງໃສ່ບົນພື້ນຖານການເຄົາລົບເຊິ່ງກັນ ແລະ ກັນ, ສະເໝີພາບ, ຍຸຕິທຳ, ຮ່ວມມືບົນຈິດໃຈຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມກັນມານະພະຍາຍາມເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງກວມລວມ. ໂດຍແມ່ນບັນດາສະມາຊິກໃນການຊຸກຍູ້ການພົວພັນ EU ແລະ ອາຊຽນ, ຫວຽດນາມ ແລະ ຝລັ່ງ ໄດ້ສວມບົດບາດສຳຄັນໃນການຊຸກຍູ້ການພົວພັນ EU - ອາຊຽນ. ຫວຽດນາມ ຈະແມ່ນຂົວເຊື່ອມຕໍ່ສຳຄັນໃຫ້ແກ່ການພົວພັນລະຫວ່າງຝລັ່ງ ກັບອາຊຽນ ແລະ ກົງກັນຂ້າມ ຝລັ່ງ ກໍ່ຈະແມ່ນຂົວເຊື່ອມຕໍ່ຢ່າງມີປະສິດທິຜົນໃຫ້ແກ່ການພົວພັນຫວຽດນາມ ກັບ EU.

        ການຢ້ຽມຢາມຝລັ່ງ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ກໍ່ແມ່ນການຢ້ຽມຢາມເຖິງປະເທດຢູ່ນອກພາກພື້ນຄັ້ງທຳອິດຂອງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມູນິດຫວຽດນາມ ນັບແຕ່ພາຍຫຼັງກອງປະຊຸມໃຫຍ່ຂອງພັກຄັ້ງທີ 12, ເຊິ່ງໄດ້ສະແດງໃຫ້ເຫັນເລື່ອງ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພັດທະນາການພົວພັນສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດກັບຝລັ່ງ ເຊິ່ງແມ່ນຄູ່ຮ່ວມມືສຳຄັນແຖວໜ້າ. ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ບັນດາການນຳ 2 ຝ່າຍຫວນຄືນໄລຍະທາງ 45 ປີຜ່ານມາ, ສ້າງຂອບເຂດ ແລະ ກຳນົດທິດທາງໃໝ່ໃຫ້ແກ່ການພົວພັນລະຫວ່າງ 2 ປະເທດໃນໄລຍະຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ