ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ເລິກເຊິ່ງກ່ວາອີກ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາ ວັນທີ 28 ມິຖຸນາ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດສະຫະພັນ ລັດເຊຍ . ນີ້ແມ່ນການຢ້ຽມຢາມສະຫະພັນ ລັດເຊຍ ຄັ້ງທຳອິດຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ພາຍຫລັງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ, ແນໃສ່ປັບປຸງ ແລະ ເພີ່ມທະວີການພົວພັນກັບສະຫະພັນ ລັດເຊຍ, ຊຸກຍູ້ການຮ່ວມມືໃນຫລາຍຂົງເຂດ.
ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ເລິກເຊິ່ງກ່ວາອີກ - ảnh 1 (ພາບປະກອບ)

ໃນຊຸມປີຜ່ານມາ, ການພົວພັນ ຫວຽດນາມ - ສະຫະພັນ ລັດເຊຍ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ມີຄວາມໄວ້ວາງໃຈສູງກ່ຽວກັບດ້ານການເມືອງ. ການແລກປ່ຽນຄະນະຜູ້ແທນຂັ້ນສູງຖືກດຳເນີນ ເປັນປະຈຳ, ສ້າງກຳລັງໜູນແຂງແຮງໃຫ້ການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ. 2 ຝ່າຍເຫັນພ້ອມກັບທັດສະນະກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີປາໄສສາກົນ.

ພຶດຕິກຳຕົວຈິງຮ່ວມມືຢ່າງຊີວິດຊີວາ

        ປີ 2012 ເປັນຂີດໝາຍສຳຄັນໃນປະຫວັດສາດການພົວພັນ ຫວຽດນາມ - ລັດເຊຍ ເມື່ອ 2 ປະເທດຍົກລະດັບການພົວພັນຈາກຄູ່ຮ່ວມມືຍຸດທະສາດຂຶ້ນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ການຮ່ວມມືແທດຈິງ, ມີປະສິດທິຜົນຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ໄດ້ຮັບຮູ້ຜ່ານການພັດທະນາຂະຫຍັນຂັນເຄື່ອນຂອງທ່າເຕີບໂຕການຄ້າ 2 ຝ່າຍ. ວົງເງິນການຄ້າ 2 ຝ່າຍ ຫວຽດນາມ - ລັດເຊຍ ບັນລຸ 2,7 ຕື້ USD ປີ 2016 ແລະ 1,37 ຕື້ USD ໃນ 5 ເດືອນຕົ້ນປີ 2017. ສະພາວິສາຫະກິດ ຫວຽດນາມ - ລັດເຊຍ ໄດ້ຮັບການສ້າງຕັ້ງ ເພື່ອແນໃສ່ໜູນຊ່ວຍສົ່ງເສີມການຄ້າ, ການລົງທຶນໃຫ້ແກ່ປະຊາຄົມວິສາຫະກິດ 2 ປະເທດ. ປີ 2017, ຫວຽດນາມ ແລະ ສະຫະພັນ ລັດເຊຍ ໄດ້ຮັບຮູ້ຕໍ່ກັນມີພື້ນຖານເສດຖະກິດການຕະຫລາດ.

        ປະຈຸບັນ ລັດເຊຍ ຢືນອັນດັບ 23/116 ປະເທດ ແລະ ເຂດແຄວ້ນມີການລົງທຶນເຂົ້າ ຫວຽດນາມ ດ້ວຍ 118 ໂຄງການ ແລະ ຍອດຈຳນວນທຶນຈົດທະບຽນ 1,1 ຕື້ USD, ສຸມໃສ່ຫລາຍທີ່ສຸດແມ່ນຂົງເຂດພະລັງງານ, ຂຸດຄົ້ນບໍ່ແຮ່, ອຸດສາຫະກຳປຸງແຕ່ງ, ປະດິດສ້າງ, ທະນາຄານ…ໃນຊຸມປີມໍ່ໆມານີ້, ການລົງທຶນຂອງ ຫວຽດນາມ ເຂົ້າ ລັດເຊຍ ໄດ້ເພີ່ມຂຶ້ນໄວ, ປະມານກ່ວາ 100 ລ້ານ USD ປີ 2008, ມາຮອດປະຈຸບັນໄດ້ມີ 18 ໂຄງການລົງທຶນຢູ່ ລັດເຊຍ ດ້ວຍຍອດຈຳນວນເງິນລົງທຶນ 2,4 ຕື້ USD, ສຸມໃສ່ຕົ້ນຕໍເຂົ້າຂົງເຂດນ້ຳມັນອາຍແກັສ, ການຄ້າ, ກະສິກຳ…ບັນດາໂຄງການລົງທຶນໃຫຍ່ຂອງ ຫວຽດນາມ ເຂົ້າ ລັດເຊຍ ລວມມີ: ຮ່ວມທຸລະກິດນ້ຳມັນອາຍແກັສ Rusvietpetro, Gazpromviet, ຟາມຂອງ TH – True Milk ແລະ ໂຄງການສູນການຄ້າ ຮ່າໂນ້ຍ ຢູ່ ມົດສະກູ. ພະລັງງານແມ່ນຂົງເຂດຮ່ວມມືທີ່ເປັນມູນເຊື້ອ, ຍຸດທະສາດ ແລະ ມີປະສິດທິຜົນ, ນຳມາເຊິ່ງແຫຼ່ງລາຍໄດ້ຫລາຍພໍສົມຄວນໃຫ້ງົບປະມານ ຫວຽດນາມ ແລະ ລັດເຊຍ. ພ້ອມກັບ ວິສາຫະກິດຮ່ວມທຸລະກິດ Rusvietpetro, 2 ປະເທດໄດ້ສ້າງຕັ້ງບັນດາອົງການຮ່ວມທຸລະກິດ Rusvietpetro, Vietgazprom, Gazpromviet ເພື່ອເປີດກ້ວາງການຮ່ວມມືນ້ຳມັນອາຍແກັສຢູ່ ຫວຽດນາມ, ລັດເຊຍ ແລະ ບັນດາປະເທດທີ 3. 2 ປະເທດ ບັນລຸໄດ້ຂໍ້ຕົກລົງສືບຕໍ່ຮ່ວມມືໃນການກໍ່ສ້າງໃໝ່, ຫັນບັນດາກິດຈະການພະລັງງານຢູ່ ຫວຽດນາກມ ເປັນທັນສະໄໝ.

       ພ້ອມກັນນັ້ນ, ບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳໄດ້ຖືກຈັດຂຶ້ນເປັນປະຈຳ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈກັນ, ນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ. 2 ຝ່າຍຜັດປ່ຽນກັນຈັດຕັ້ງການເຄື່ອນໄຫວ “ຊຸມວັນວັດທະນະທຳ”ຢູ່ຫວຽດນາມ ແລະ ລັດເຊຍໃນແຕ່ລະປີ. ໂດຍສືບຕໍ່ສາຍພົວພັນຮ່ວມມືອັນດີງາມ ແລະ ມີປະສິດທິຜົນໃນຂົງເຂດການສຶກສາ-ບຳລຸງສ້າງລະຫວ່າງຫວຽດນາມ-ອະດີດສະຫະພາບໂຊຫວຽດກ່ອນນີ້, ລັດເຊຍສືບຕໍ່ໜູນຊ່ວຍຫວຽດນາມກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ. ປະຈຸບັນ, ມີນັກສຶກສາຫວຽດນາມກວ່າ 5000 ຄົນພວມສຶກສາຮ່ຳຮຽນຢູ່ລັດເຊຍ. ຫຼາຍທ້ອງຖິ່ນຂອງ 2 ປະເທດໄດ້ສ້າງສາຍພົວພັນຮ່ວມມືນຳກັນເຊັ່ນ: ຮ່າໂນຍ້, ນະຄອນໂຮ່ຈິມິນ, ມົດສະດູ, ແຊງເປແຕັກບົວ… ວົງຄະນະຍາດຊາວຫວຽດນາມອາໄສຢູ່ລັດເຊຍ ກໍໄດ້ມີການປະກອບສ່ວນຫຼາຍພໍສົມຄວນໃຫ້ແກ່ປະເທດຊາດ, ຍາມໃດກໍນຳໜ້າໃນການເຄື່ອນໄຫວກຸສົນ.

      ເຄົາລົບປະຫວັດສາດ, ມຸ່ງໄປສູ່ອະນາຄົດ

   ກ່ອນນີ້ 67 ປີ, ອະດີດສະຫະພາບໂຊຫວຽດກ່ອນນີ້ ກໍຄື ສ.ສະພັນລັດເຊຍໃນປະຈຸບັນ ກໍແມ່ນໜຶ່ງໃນບັນດາປະເທດທຳອິດໃນໂລກໄດ້ຮັບຮູ້ ແລະ ສ້າງການພົວພັນທາງການທູດກັບຫວຽດນາມຢ່າງເປັນທາງການ. ມາຮອດປະຈຸບັນ, ການພົວພັນລະຫວ່າງ 2 ປະເທດກໍໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ໃນສະພາບການໃໝ່ ດ້ວຍບັນດາການຫັນປ່ຽນໃໝ່ໃນຊີວິດການເມືອງ-ສັງຄົມຂອງໂລກ, ໃນຍອດສູງຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ລັດເຊຍ ແລະ ຫວຽດນາມສືບຕໍ່ແມ່ນບັນດາເພື່ອນທີ່ໄວ້ເນື້ອເຊື່ອໃຈ ແລະ ແມ່ນຄູ່ຮ່ວມມືທີ່ສຳຄັນຂອງກັນ.

    ໃນສະພາບການນັ້ນ, ການຢ້ຽມຢາມທາງລັດຖະກິດຢູ່ສະຫະພັນລັດເຊຍຂອງທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ແມ່ນມີຄວາມໝາຍສຳຄັນຍິ່ງ, ຊຶ່ງເປັນການຢັ້ງຢືນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນ ແລະ ຫວັງຢາກເພີ່ມທະວີການພົວພັນ 2 ຝ່າຍກັບລັດເຊຍຢ່າງບໍ່ຢຸດຢັ້ງ, ອັນໄດ້ສ້າງກຳລັງຫນູນຊຸກຍູ້ນ້ຳໃຈມິດຕະພາບ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ລັດເຊຍ ແລະ ຫວຽດນາມໃຫ້ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນ./. 

ຕອບກັບ

ຂ່າວ/ບົດ​ອື່ນ