(vovworld)- ກະຊວງການຄ້າ ອາເມລິກາ (DOC) ຫາກໍ່ປະກາດຂໍ້ຕົກລົງຈັດວາງອັດຕາພາສີຕ້ານການຂາຍບຸບລາຄາໃນລະດັບສູງທົບສີບເທົ່າສຳລັບບັນດາຜະລິດຕະພັນປາຈາ ແລະ ປາບາຊາ ນຳເຂົ້າຈາກ ຫວຽດນາມ ໃນບັ້ນພິຈາລະນາດ້ານບໍລິຫານກ່ຽວກັບພາສີຕ້ານການຂາຍບຸບລາຄາຄັ້ງທີ 8 ສຳລັບປາຫນັງຂອງ ຫວຽດນາມ ເມື່ອວັນທີ 14/3. ນີ້ແມ່ນຄຳຕັດສິນທີ່ຂາດຄວາມຍຸຕິທຳ, ກໍ່ຄວາມຫຍຸ້ງຍາກແກ່ບັນດາວິສາຫະກິດສົ່ງອອກປາຫນັງ ຫວຽດນາມ, ພິເສດແມ່ນ DOC ຍັງປ່ຽນແປງປະເທດທີ 3 ເພື່ອນຳໃຊ້ອັດຕາພາສີຕ້ານການຂາຍບຸບລາຄາ ຈາກ ບັງກະລາເທດ ໄປຍັງ ອິນໂດເນເຊຍ. ບົດຂຽນຂອງນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ທີ່ພາດຫົວເລື່ອງວ່າ: ການແກ້ງແຍ້ງດ້ານການຄ້າ ຕ້ອງມີຄວາມຍຸຕິທຳ” ໄດ້ຊີ້ໃຫ້ເຫັນບັນດາຂໍ້ຂາດຕົກບົກຜ່ອງໃນຖະແຫລງການຂອງ DOC ກ່ຽວກັບບັນຫາດັ່ງກ່າວ.
ປາຊາ ຢູ່ຫວຽດນາມ
ພາບປະກອບ:internet
|
ຕາມຂໍ້ຕົກລົງຂອງກະຊວງການຄ້າ ອາເມລິກາ ແລ້ວ, ອັດຕາພາສີສຳລັບປາຈາ ແລະ ປາບາຊາ ຂອງບັນດາວິສາຫະກິດ ຫວຽດນາມ ຈະຖືກເພີ່ມຂຶ້ນສູງທົບສີບໆເທົ່າ. ລະອຽດຄື: ວິສາຫະກິດ ຫວີງຮ່ວານ ຊື່ງແມ່ນຫົວຫນ່ວຍທີ່ມີຕົວເລກທຸລະກິດສູງສຸດກ່ຽວກັບການສົ່ງອອກປາຈາ ແລະ ປາບາຊາໄປຍັງ ອາເມລິກາ ເຊິ່ງກ່ອນນີ້ ບໍ່ຕ້ອງເສຍພາສີ ແຕ່ໃນໄລຍະຈະມາເຖິງຈະຕ້ອງເສຍພາສີ 0,19 USD/ກິໂລກາມ. ນອກນັ້ນ ມີວິສາຫະກິດອື່ນ 16 ແຫ່ງຂອງຫວຽດນາມ, ໃນນັ້ນ ມີບໍລິສັດ ບີ່ນອານ, ຮຸ່ງເວືອງ, Cadovimex, Anvifish, Docifish ຈະຖືກຈັດວາງອັດຕາພາສີສູງກວ່າຈາກ 0,77 USD - 3,87 USD/ກິໂລກາມ. ຄິດສະເລ່ຍ, ຜູ້ລ້ຽງປາ ຫວຽດນາມ ຖືກຫລຸບທຶນ 2.000- 3.000 ດົ່ງ/ກິໂລກາມ ຍ້ອນລາຄາສົ້ນເຂົ້າເພີ່ມຂຶ້ນແຮງ, ໃນຂະນະທີ່ລາຄາສົ້ນອອກນັບມື້ນັບຕຳ່. ຖ້າຫາກລາຄາສົ່ງອອກປາຈາສືບຕໍ່ຫລຸດລົງ ແລະ ຕ້ອງເສຍພາສີຕ້ານການຂາຍບຸບລາຄາຕື່ມອີກ ຈະເຮັດໃຫ້ບັນດາວິສາຫະກິດລົງທຶນລ້ຽງປາຖືກປະສົບກັບຄວາມຫຍຸ້ງຍາກທົບສອງເທົ່າ ແລະ ເວລານັ້ນ ຜູ້ລຽງປາຈາ ແລະ ປາບາຊາ ຢູ່ເຂດທົ່ງພຽງແມ່ນ້ຳຂອງ ຕ້ອງປະລະອາຊີບ ເພາະລາຄາສົ້ນອອກບໍ່ຮັບປະກັນໃຫ້ແກ່ການຜະລິດ. ຂ່າວຄາວກ່ຽວກັບພາສີຕ້ານການຂາຍບຸບລາຄາສຳລັບປາຈາ ແລະ ປາບາຊາ ຫວຽດນາມ ທີ່ສົ່ງໄປຂາຍຢູ່ ອາເມລິກາ, ອີກຄັ້ງຫນຶ່ງເຮັດໃຫ້ຜູ້ລ້ຽງປາມີຄວາມວິຕົກກັງວົນ.
ກ່ຽວກັບຂໍ້ຕົກລົງສຸດທ້າຍຂອງການພິຈາລະນາດ້ານບໍລິຫານຄັ້ງທີ 8 ເມື່ອວັນທີ 14/3 ນັ້ນ, ກະຊວງການຄ້າ ອາເມລິກາ ໄດ້ອີງໃສ່ໝາກຜົນແຫ່ງການຄົ້ນຄ້ວາກ່ຽວກັບລາຄາຂອງລັດຖະບານ ອິນໂດເນເຊຍ ເພື່ອຄິດໄລ່ລາຄາປາຈາທີ່ນຳໃຊ້ເຂົ້າໃນການປຸງແຕ່ງປາ filet. ການຄົ້ນຄ້ວາດັ່ງກ່າວບໍ່ອີງໃສ່ສະພາບຕົວຈິງ ພຽງອີງໃສ່ລາຄາສະເລ່ຍຂອງທົ່ວປະເທດເຊິ່ງໄດ້ຮັບການຄິດໄລ່ຈາກຕົວເລກຂອງບາງທ້ອງຖິ່ນ, ເຮັດໃຫ້ເກີດຄວາມຜິດດຽງຫລາຍກ່ຽວກັບລາຄາສຳລັບຜະລິດຕະພັນປາຫນັງ. ທ່ານ ດ່າວເຈີນເຍີນ ຫົວຫນ້າທູດການຄ້າ ຫວຽດນາມ ປະຈຳ ອາເມລິກາ ຖືວ່າ:
“ຂ້າພະເຈົ້າຄິດວ່າ ໄດ້ມີການກະທົບຈາກບັນດາຫນ່ວຍຜົນປະໂຫຍດສ່ວນຕົວຂອງ ອາເມລິກາ. ລະອຽດຄື: ສະຫະສະມາຄົມປາຫນັງ( Siluridae) ໄດ້ມີການຂົນຂວາຍຢ່າງແຂງແຮງເພື່ອໃຫ້ກະຊວງການຄ້າ ອາເມລິກາ ຊອກທຸກວິທີເພື່ອປ່ຽນປະເທດທີ 3 ຈັດວາງອັດຕາພາສີ ຈາກ ບັງກະລາເທດ ໄປຍັງ ອິນໂດເນເຊຍ ແນໃສ່ເພີ່ມອັດຕາພາສີເພື່ອສະກັດກັ້ນການແກ້ງແຍ້ງລະຫວ່າງ ປາຈາ ແລະ ປາບາຊາ ຂອງຫວຽດນາມ ກັບປາຫນັງຂອງອາເມລິກາຢູ່ຕະຫລາດນີ້.”
ການປຸງແຕ່ງປາຊາ ເພື່ອສົ່ງອອກ
ພາບ:internet
|
ໃນການພິຈາລະນາຄັ້ງກ່ອນນີ້, ກະຊວງການຄ້າ ອາເມລິກາ ໄດ້ຄັດຄ້ານເລື່ອງເລືອກເຟັ້ນປະເທດ ອິນໂດເນເຊຍ ເປັນປະເທດປ່ຽນແທນເພື່ອຄິດໄລ່ມູນຄ່າການຜະລິດສົ້ນເຂົ້າສຳລັບປາຈາ ຫວຽດນາມ, ເພາະ ປະເທດນີ້ບໍ່ມີເອກະສານຢ່າງຄົບຖ້ວນກ່ຽວກັບລາຄາ ແລະ ຂາດຂໍ້ມູນພື້ນຖານກ່ຽວກັບດ້ານການເງິນ. ຍິ່ງກວ່ານັ້ນ, ຄວາມຈິງ ປະເທດ ອິນໂດເນເຊຍເອງ ພຽງແຕ່ແມ່ນປະເທດນຳເຂົ້າປາຈາແຊເຢັນ ຈາກ ຫວຽດນາມ ເປັນຕົ້ນຕໍເທົ່ານັ້ນ ຫາກບໍ່ສົ່ງອອກປາຈາໄປຍັງຕະຫລາດໂລກ. ໃນ 8 ປີລຽນຕິດ, ກະຊວງການຄ້າ ອາເມລິກາ ຍັງຄົງເລືອກເຟັ້ນ ບັງກະລາເທດ ແມ່ນປະເທດປ່ຽນແທນເພື່ອຄິດໄລ່ມູນຄ່າຜະລິດຕະພັນສົ້ນເຂົ້າຂອງປາຈາ ຫວຽດນາມ ຍ້ອນປະເທດນີ້ແມ່ນປະເທດຜະລິດປາ ແລະ ລ້ຽງປາໃນຫນອງຄ້າຍຄືຢູ່ ຫວຽດນາມ. ໃນຂະນະນັ້ນ ອິນໂດເນເຊຍ ພັດແມ່ນປະເທດລ້ຽງປາຈາ 5 ປະເພດແຕກຕ່າງກັນ, ໃນປີ 2011 ມີພຽງ 70% ປະລິມານປາຈາແມ່ນລ້ຽງຢູ່ໃນຫນອງເທົ່ານັ້ນ. ພິເສດ ປາ 5 ປະເພດດັ່ງກ່າວຂອງ ອິນໂດເນເຊຍເກືອບຄືວ່າບໍ່ຄ້າຍຄືປາຊາປະເພດຕ່າງໆ ຂອງ ຫວຽດນາມ ແລະ ບັງກະລາເທດ. ເປັນທີ່ຈະແຈ້ງແລ້ວວ່າ ບໍ່ມີພື້ນຖານຕົວຈິງເພື່ອໃຫ້ປະເທດ ອິນໂດເນເຊຍກາຍເປັນປະເທດປ່ຽນແທນ ຫລື ຂໍ້ມູນຈາກປະເທດນີ້ໄດ້ຮັບຖືວ່າແມ່ນຂໍ້ມູນທີ່ຫນ້າໄວ້ເນື້ອເຊື່ອໃຈກວ່າໃນການພິຈາລະນາດ້ານບໍລິຫານຄັ້ງທີ 8 ຂອງກະຊວງການຄ້າ ອາເມລິກາ ທີ່ມີຕໍ່ ຫວຽດນາມ.
ຕໍ່ຫນ້າຄຳຕັດສິນທີ່ຂາດຄວາມຊັດເຈນນີ້ ຂອງກະຊວງການຄ້າ ອາເມລິກາ, ຜູ້ຕາງຫນ້າ ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ ແລະ ບັນດາວິສາຫະກິດສົ່ງອອກປາຈາ ໄດ້ຢືນຢັນ ຈະສືບຕໍ່ປະຕິບັດບັນດາມາດຕະການປົກປ້ອງຂະແຫນງປາຈາ ໂດຍຜ່ານບັນດາການເຄື່ອນໄຫວນິຕິກຳທີ່ຈຳເປັນເພື່ອຮຽກຮ້ອງໃຫ້ກະຊວງການຄ້າ ອາເມລິກາ ປັບປຸງຂໍ້ຕົກລົງຕາມກົດໝາຍ ອາເມລິກາ ກໍຄືບັນດາຂໍ້ຕົກລົງຂອງອົງການການຄ້າໂລກ. ທ່ານ ດ່າວເຈີນເຍີນ ຫົວຫນ້າທູດການຄ້າ ຫວຽດນາມ ປະຈຳ ອາເມລິກາ ໃຫ້ຮູ້ວ່າ:
“ບັນດາທະນາຍຄວາມຂອງຝ່າຍຈຳເລີຍ ຈະພ້ອມກັບກະຊວງການຄ້າ ອາເມລິກາ ພິຈາລະນາຄືນວິທີການຄິດໄລ່ອັດຕາພາສີໃຫມ່ ເພື່ອເບິ່ງເພື່ອຊອກຫາສິ່ງຜິດພາດຫລືບໍ່. ຖ້າບໍ່ຊັດເຈນ ຝ່າຍຈຳເລີຍສາມາດສະເຫນີໃຫ້ກະຊວງການຄ້າ ອາເມລິກາ ດັດປັບອັດຕາພາສີ. ທີສອງແມ່ນ ຝ່າຍ ຫວຽດນາມກໍ່ ອາດຈະຮຽກຮ້ອງບັນດາທະນາຍຄວາມດຳເນີນການຟ້ອງຮ້ອງຕໍ່ຂໍ້ຕົກລົງດັ່ງກ່າວຂອງກະຊວງການຄ້າ ອາເມລິກາ ຂຶ້ນສານການຄ້າສາກົນອາເມລິກາ.”
ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ ໃຫ້ຮູ້ວ່າ: ປະຈຸບັນ ອາເມລິກາ ພວມແມ່ນຕະຫລາດນຳເຂົ້າປາຈາໃຫຍ່ອັນດັບສອງຂອງ ຫວຽດນາມ ຖັດຈາກເອີລົບ ດ້ວຍວົງເງິນສົ່ງອອກກວ່າ 358 ລ້ານ USD. ເປັນອັນວ່າ ເລື່ອງອາເມລິກາ ເພີ່ມອັດຕາພາສີຕ້ານການຂາຍບຸບລາຄາສູງທົບຫລາຍເທົ່າຄືແນວນັ້ນ ບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງບັນດາວິສາຫະກິດສົ່ງອອກປາຈາຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງສົ່ງຜົນກະທົບຢ່າງຫຍໍ້ທໍ້ເຖິງບັນດາຕະຫລາດອື່ນກໍຄືຂະແຫນງອາຊີບລ້ຽງປາຈາ ຢູ່ ຫວຽດນາມ ອີກດ້ວຍ. ເປັນທີ່ຈະແຈ້ງແລ້ວວ່າ ເມື່ອນຳໃຊ້ອັດຕາພາສີນີ້ຜູ້ອຸປະໂພກບໍລິໂພກ ອາເມລິກາ ເອງກໍຖືກເສຍຫາຍ ເມື່ອຕ້ອງ ຊື້ເຍື່ອງອາຫານທີ່ເຂົາເຈົ້ານິຍົມດ້ວຍລາຄາສູງກວ່າ.