ແກ້ໄຂຄວາມຫຍຸ້ງຍາກດ້ານອາກອນໃຫ້ວິສາຫະກິດ: ຕ້ອງມີວິທີການແກ້ໄຂຢ່າງຍຸດຕິທຳ

( vovworld ) – ​​​ເພື່ອ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ໄປ​ຄຽງ​ຄູ່ກັບ​ການ​ໃຫ້​ບຸລິມະສິດ ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ດ້ານ​ທຶນຮອນ, ຍູ້​ແຮງ​ການ​ປ່ອຍ​ເງິນ​ລົງທຶນ​ນັ້ນ, ລັດຖະບານ​ຫວຽດນາມ ພວມ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ກ່ຽວ​ກັບ​ການ​ຍົກ​ເວັ້ນ, ຫລຸດຜ່ອນ, ​ຕໍ່​ກຳນົດ​ເວລາ​ເສຍອາກອນ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ. ບັນດາ​ມາດ​ຕະການ​ດ້ານ​ອາກອນ​ນີ້​ຄວນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​​ຄື​ແນວ​ໃດ ແລະ ຈະ​ໜູນ​ຊ່ວຍ​ວິ​ສາ​ຫະກິດຄື​ແນວ​ໃດ ​ແມ່ນ​ເນື້ອ​ໃນຕົ້ນຕໍ​ຊື່​ງບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ໃນ​ມື້​ເຮັດ​ວຽກ​ທີ 18 ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ໃນ​ວັນ​ທີ 12/6 ທີ່​ຜ່ານ​ມາ.

ແກ້ໄຂຄວາມຫຍຸ້ງຍາກດ້ານອາກອນໃຫ້ວິສາຫະກິດ: ຕ້ອງມີວິທີການແກ້ໄຂຢ່າງຍຸດຕິທຳ - ảnh 1

ອາກອນ​ວິ​ສາ​ຫະກິດ​ພວມ​ມີ​ລະດັບ​ທົ່ວ​ໄປ 25%

(ພາບ:vnexpress.net)

  ບໍ່​ທັນ​ມີ​ເວລາ​ໃດ​ທີ່​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຕ້ອງປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຄື​ປະຈຸ​ບັນ​. ​ໃນ​ໄຕ​ມາດ​ທີ 1-2012, ຈຳນວນ​ວິ​ສາ​ຫະກິດ​ຈົດທະບຽນ​ສ້າງຕັ້ງ​ໃໝ່​ໄດ້​ຫລຸດ​ລົງ​ກ່ວາ 10%, ຈຳນວນ​ວິ​ສາ​ຫະກິດຢຸດ ຕິ​ການ​ດຳ​ເນີນ​ທຸລະ​ກິດ​ຊົ່ວ​ຄາວ, ລົ້ມລະລາຍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ກະ​ໂດດ​ຂັ້ນ, ຂຶ້ນ​ເຖິງ​ເກືອບ 15%. ລາຍ​ຮັບ​ຂອງ 15 ​ໃນ​ຈຳນວນ 21 ຂະ​ແໜງ​ເສດຖະກິດ​ຕົ້ນຕໍ, ພິ​ເສດ​ແມ່ນ​ຂະ​ແໜງ​ການ​ຄ້າ, ກໍ່ສ້າງ, ການ​ຜະລິດ, ການ​ບໍລິການລ້ວນ​ແຕ່​ຖືກ​ຫລຸດ​ລົງ. ສະນັ້ນ, ຕາມ​ຄຳ​ເຫັນ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຫຼາຍ​ທ່ານ​ແລ້ວ, ​ໃນ​ຈຸດ​ເວລນີ້, ການ​ປະກາດ​ໃຊ້ມະຕິ​ກ່ຽວ​ກັບບາງ​ວິທີ​ການ​ແກ້​ໄຂ​ດ້ານອາກອນ ​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ, ຮັກສາ​ຊີວິດ​ການ​ເປັນ​ຢູ່​ໃຫ້​ຜູ້​ອອກ​ແຮງ​ງານ​ເປັນ​ປົກກະຕິ​ແມ່ນ​ຈຳ​ເປັນ​ທີ່​ສຸດ.

    ຕາມ​ເນື້ອ​ໃນ​ຂອງ​ມະຕິ​ດັ່ງກ່າວ, ລັດຖະບານ​ຈະ​ຍົກ​ເວັ້ນ, ຫລຸດຜ່ອນ 30% ອາກອນ​ລາຍ​ຮັບ​ທີ່ວິ​ສາ​ຫະກິດຕ້ອງ​ເສຍ​ໃນ​ປີ 2012 ​ໃຫ້​ບາງ​ເປົ້າໝາຍ, ຊື່​ງລວມມີ​ວິສາຫະ​ກິດ​ຂຶ້ນ​ກັບ​ກຸ່ມ​ບໍລິສັດເສດຖະກິດ, ບໍລິສັດ​ໃຫ່ຍ, ​ວິ​ສາ​ຫະກິດນຳ​ໃຊ້​ຜູ້​ອອກ​ແຮງ​ງານ​ຫຼາຍ​ໃນ​ຂົງ​ເຂດ​ການ​ຜະລິດ, ປຸງ​ແຕ່ງ​ຜະລິ​ດຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ, ​ເຄື່ອງ​ຕ່ຳແຜ່ນ​ຕັດຫຍີບ, ​ເກີບ​ໜັງ, ກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ເສດຖະກິດ-​ສັງຄົມ….​ ​ໄປຄຽງ​ຄູ່​ກັນນັ້ນ, ຍົກ​ເວັ້ນອາກອນປະ​ຕັງທຸລະ​ກິດ​ໃນປີ 2012 ສຳລັບ​ຄອບຄົວ​ຫາ​ປາ, ສິນ​ທະ​ເລ ​ແລະ ຄອບຄົວ​ຜະລິດ​ເກືອ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕາມ​ຄຳ​ເຫັນ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຫຼາຍ​ທ່ານ​ແລ້ວ, ຂອບ​ເຂດ, ​ເປົ້າໝາຍ​ວິ​ສາ​ຫະກິດທີ່​ໄດ້​ຊົມ​ໃຊ້​ນະ​ໂຍບາຍ​ຄວນ​ໄດ້​ຮັບ​ການ​ເປີດ​ກ້ວາງ​ກ່ວາ​ອີກ. ທ່ານ Do Van Ve ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ Thai Binh ສະ​ເໜີ​ວ່າ:

    “​​ຖ້າ​ນຳ​​ໃຊ້ມາດ​ຕະການ​ຄື​ແນວ​ນັ້ນ, ຂອບ​ເຂດ​ຍັງ​ຄັບ​ແຄບ​ຢູ່, ບໍ່​ທັນ​ຮັບປະກັນ​ຄວາມ​ສະ​ເໝີ​ພາບລະຫວ່າງ​ບັນດາ​ວິ​ສາ​ຫະກິດ,​ ບັນດາ​ຂະ​ແໜງ​ການ, ອາຊີບ​ທີ່​ແຕກ​ຕ່າງ​ກັນ. ຍ້ອນ​ວ່າ​ປະຈຸ​ບັນ, ບັນດາ​ວິ​ສາ​ຫະກິດ​ນອນ​ໃນ​ຂົງ​ເຂດ, ຂະ​ແໜງ​ການ, ອາຊີບ​ຕ່າງໆ​ກໍ່​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເຊັ່ນ​ດຽວ​ກັນ, ​ແລະ​ ຕ້ອງການ​​ໄດ້​ຮັບການ​ໜູນ​ຊ່ວຍ​ຈາກ​ລັດຖະບານ. ຕາມ​ທັດສະນະ​ຂອງ​ຂ້າພະ​ເຈົ້າ​ແລ້ວ, ລັດຖະບານ​ຄວນ​ເປີດ​ກ້ວາງ​ຂອບ​ເຂດ​ການ​ໜູນ​ຊ່ວຍ​ເປົ້າໝາຍ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ​ນ້ອຍ​​ໄດ້ຫຼາຍ​ຂະ​ແໜງ​ການ, ອາຊີບ​ອື່ນ​ອີກ“.

ແກ້ໄຂຄວາມຫຍຸ້ງຍາກດ້ານອາກອນໃຫ້ວິສາຫະກິດ: ຕ້ອງມີວິທີການແກ້ໄຂຢ່າງຍຸດຕິທຳ - ảnh 2

(ພາບ: pvtex-dv.vn)

   ສ່ວນ​ທ່ານ Huynh Van Tinh ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ Tien Giang ຖື​ວ່າ: ຈຳນວນ​ວິ​ສາ​ຫະກິດ​ໄດ້​ຮັບ​ການ​ຍົກ​ເວັ້ນອາກອນ 30% ພຽງ​ແຕ່​ກວມ​​ອັດຕາ​ສ່ວນ​ໜ້ອຍ​​ເທົ່າ​ນັ້ນ, ​ໃນ​ຂະນະ​ທີ່​ຍັງ​ມີ 40% ຈຳນວນ​ວິ​ສາ​ຫະກິດ​ອື່ນຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ ​ແລະ ມີ​ການປະກອບສ່ວນ​ເປັນ​ຢ່າງ​ດີ ​ແຕ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຍ້ອນ​ເງື່ອນ​ໄຂ​ພາວະ​ວິ​ໄສ​ກໍ່​ຕ້ອງ​ໄດ້​ຮັບ​ການ​ໜູນ​ຊ່ວຍ:

   “​ຂ້າພະ​​​ເຈົ້າເຫັນ​ດີ​ກັບ​ຄຳ​ເຫັນ​ຫລຸດຜ່ອນ 30% ອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ ​ແຕ່​ຕາມ​ທິດ​ເປີດ​ກ້ວາງ​ກ່ວາ​ອີກໃຫ້​ບັນດາ​ເປົ້າໝາຍ​ອື່ນໆ​ທີ່​ພວມ​ຕ້ອງການ ​ແລະ ບັນດາ​ວິ​ສາ​ຫະກິດ​ທີ່ນຳ​ໃຊ້​ຜູ້​ອອກ​ແຮງ​ງານ​ຫຼາຍ, ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ. ນອກຈາກ​ການ​ໜູນ​ຊ່ວຍ​ດ້ານ​ອາກອນ​ສຳລັບ​ວິ​ສາ​ຫະກິດ ​ແລະ ຄອບຄົວ​ທຳການ​ຜະລິດດຳ​ເນີນທຸລະ​ກິດ​ແລ້ວ, ຕ້ອງ​ເພີ່ມ​ເຕີມ​ການ​ຍົກ​ເວັນອາກອນ​ລາຍ​ຮັບ​ສ່ວນ​ບຸກຄົນ​ອີກ​ດດ້ວຍ​“

ແກ້ໄຂຄວາມຫຍຸ້ງຍາກດ້ານອາກອນໃຫ້ວິສາຫະກິດ: ຕ້ອງມີວິທີການແກ້ໄຂຢ່າງຍຸດຕິທຳ - ảnh 3

ທ່ານລັດຖະມົນຕີ​ກະຊວງ​ການ​ເງິນ​ຫວຽດນາມ​ Vuong Dinh Hue

(ພາບ:danlambaovn.blogspot.com)

   ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ກໍ່​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ການ​ຕໍ່​ກຳນົດ​ເວລາ​ເສຍ​ອາກອນ, ຫລຸດຜ່ອນ​ອາກອນລົງ 30% ​ໃຫ້​ແກ່​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍຄື​ດັ່ງ​ຂໍ້​ສະ​ເໜີ​ຂອງ​ລັດຖະບານ​ແມ່ນ​ບໍ່​ທັນ​ພຽງພໍ ​ແລະ ຄວນ​ຫລຸດຜ່ອນກ່ວາ​ອີກ ​ເພື່ອ​ເສີມ​ຂະ​ເຫ​ຍາຍຄຸນ​ປະ​ໂຫຍ​ດ ​ໃນຂະນະ​ທີ່​ມີວິ​ສາ​ຫະກິດກ່ວາ 50% ພວມທຳ​ການ​ເຄື​ອ່ນ​ໄຫວ​ຫລຸດ​ທຶນ. ​ແຕ່​ເຖິງ​ແນວ​ນັ້ນກໍ​ຕາມ, ຕາມ​ທ່ານ Vuong Dinh Hue ລັດຖະມົນຕີ​ກະຊວງ​ການ​ເງິນ​ຫວຽດນາມ​ແລ້ວ, 1 ​ໃນ​ບັນດາ​ຫຼັກການ​ຂອງ​ການ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຄັ້ງນີ້ ​ແມ່ນ​ຕ້ອງ​ດຳ​ເນີນ​​ໃນ​ສະພາບ​ການ​ທີ່​ລັດຖະບານ​ພວມ​ເດັດ​ດ່ຽວປະຕິບັດ​ຈຸດໝາຍ​ຮັກສາ​ພື້ນຖານ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້. ທ່ານລັດຖະມົນຕີ​ກະຊວງ​ການ​ເງິນ​ຫວຽດນາມ​ Vuong Dinh Hue ຢືນຢັນ​ວ່າ:

   “​ໃນ​ຈຸດ​ເວລາ​ນີ້, ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ບັນດາ​ມາດ​ຕະການ​ດ້ານ​ການ​ເງິນ ​ແລະ ​ເງິນ​ຕາ​ຄື​ແນວ​ນັ້ນ​ ແມ່ນ​ເໝາະ​ສົມ​ພໍ​ສົມຄວນ​ແລ້ວ ​ແຕ່​ກໍ່​ຕ້ອງ​ສືບ​ຕໍ່​ຕິດຕາມສະພາບ​ການ​ຕື່ມ​ອີກ. ຖ້າ​ວິ​ສາ​ຫະກິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເກີດ​ຄວາມ​ຫຍຸ້ງຍາກ​ໃໝ່, ຊ້ຳບໍ່​ໜຳ​ມີ​ສັນຍານ​ຊຸດ​ໂຊມ, ທາງ​ກະຊວງ​ການ​ເງິນ​ກໍ​ຈະ​ຄົ້ນຄ້ວາ​ເພື່ອ​ສະ​ເໜີ​ຕໍ່​ລັດຖະບານ​ບັນດາ​ມາດ​ຕະການ​​ແກ້​ໄຂເພີ່ມ​ເຕີມ“

   ຕາມ​ການ​ລາຍ​ງານ​ຂອງ​ລັດຖະບານ​ຫວຽດນາມ ​ແລ້ວ, ຄາດ​ວ່າ, ປີ 2012, ລາຍ​ຮັບ​ງົບປະມານ​ຈະ​ຫລຸດ​ລົງ​ປະມານ 9000 ຕື້​ດົ່ງ. ​ການ​ຍົກ​ເວັ້ນ, ຫລຸດຜ່ອນ​ອາກອນ​ໃຫ້​ແກ່​ວິ​ສາ​ຫະກິດ ອາດ​ຈະ​ມີ​ຜົນ​ກະທົບ​​ບໍ່​ໜ້ອຍ​ເຖິງ​ແຫຼ່ງລາຍ​ຮັບ​ງົບປະມານ ​ແຕ່​ຈະ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ໜູນ​ຊ່ວຍ, ຮັກສາ, ພັດທະນາ​ການ​ເຄື່ອນ​ໄຫວ​ທຳ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ ​ໃນ​ສະພາບ​ການ​ພື້ນຖານ​ເສດຖະກິດ​ພາຍ​ໃນ​ປະ​ເທດ ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຈາກ​ການ​ກະທົບ​ຂອງ​ພື້ນຖານ​ເສດຖະກິດ​ໂລກ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຽງ​ຂ້າງ​ບັນດາ​ມາດ​ຕະການ​ແກ້​ໄຂ​ດ້ານ​ອາກອນ, ລັດຖະບານ​ພວມ​ພິຈາລະນາ​ລະບົບ​ນະ​ໂຍບາຍ​ມະຫາ​ພາກ​ຢ່າງຮອບດ້ານ, ສົມທົບ​ກັນຢ່າງ​ກົມກຽວ​ລະຫວ່າງ​ນະ​ໂຍບາຍ​ປີ​ການ​ເງິນ ​ແລະ ນະ​ໂຍບາຍ​ເງິນຕາ​, ຖື​ມາດ​ຕະການ​​ແກ້​ໄຂ​ດ້ານເງິນຕາ, ສິນ​ເຊື່ອ, ຫລຸດຜ່ອນ​ອັດຕາ​ດອກ​ເບັ້ຍ​ເງິນ​ກຸ້ຢືມ​ຢ່າງ​ແຮງ, ກະຕຸກ​ຊຸກຍູ້​ການ​ໃຊ້​ສອຍ, ​ເປີດ​ກ້ວາຕະ​ຫຼາດເປັນ​ສຳຄັນ ​ເພື່ອ​ແນ​ໃສ່​ເພີ່ມ​ກຳລັງ​ຊື້, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ວິ​ສາ​ຫະກິດ​​ເກັບ​ທຶນ​ຄືນ, ຍູ້​ແຮງ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

 



ຕອບກັບ

ຂ່າວ/ບົດ​ອື່ນ