(vovworld) – ການເຈລະຈາສັນຕິພາບລະຫວ່າງປາແລດສະຕີນ ແລະ ອິດສະລາແອນ ພວມຄ່ອຍໆປະກົດຜົນເປັນຈິງ, ເມື່ອໃນຊຸມມື້ຜ່ານມາ, ທັງສອງຝ່າຍໄດ້ມີບາດກ້າວເດີນຢ່າງລະອຽດ, ເຕັມໄປດ້ວຍເຈດຕະນາດີ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການເຈລະຈາ. ຫາງສຽງສາກົນເຖິງວ່າມີຄວາມສົນໃຈເຖິງການກະທຳນີ້ ແຕ່ກໍ່ລະແວງສົງໃສຕໍ່ຜົນສຳເລັດຂອງການເຈລະຈາລະຫວ່າງປາແລດສະຕີນ ແລະ ອິດສະລາແອນ ເຊິ່ງຈະດຳເນີນຢູ່ວໍຊິງຕັນໃນໄລຍະຈະມາເຖິງ. ເພາະວ່າທັງສອງຝ່າຍຍັງມີຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງກ່ຽວກັບຫຼາຍບັນຫາສຳຄັນ.
ທ່ານນາຍົກລັດຖະມົນຕີ ອິດສະລາແອນ Benjamin Netanyahu
(ພາບ: ອິນເຕີແນດ)
ໃນການເຈລະຈາເບື້ອ້ງຕົ້ນຄັ້ງຕ່າງໆເຊິ່ງດຳເນີນຢູ່ວໍຊິງຕັນ, ທ່ານລັດຖະມົນຕີກະຊວງຍຸຕິທຳ Tzipi Livni ແລະ ທີ່ປຶກສາຂອງນາຍົກລັດຖະມົນຕີ Yakov Molcho ຈະເປັນຜູ້ຕາງໜ້າໃຫ້ແກ່ອິດສະລາແອນ, ສ່ວນຜູ້ຕາງໜ້າຂອງຝ່າຍປາແລດສະຕີນແມ່ນນັກເຈລະຈາຂັ້ນສູງທ່ານ Sacb Erekat. ອິດສະລາແອນ ແລະ ປາແລດສະຕີນ ກໍ່ໄດ້ເຫັນດີໃຫ້ອະດີດເອກອັກຄະລັດຖະທູດອາເມລິກາ ປະຈຳອິດສະລາແອນ ທ່ານ Martin Ìndyk, ເປັນຜູ້ໄກ່ເກ່ຍໃນການເຈລະຈາສັນຕິພາບ ເຊິ່ງຈະດຳເນີນຢູ່ວໍຊິງຕັນ, ແຫ່ງອາເມລິກາໃນໄລຍະຈະມາເຖິງ. ການເຈລະຈາຕ່າງໆຈະສຸມໃສ່ເຖິງການບັນລຸໄດ້ສົນທິສັນຍາສັນຕິພາບຊົ່ວຄາວ ເພື່ອສ້າງຕັ້ງລັດ ປາແລດສະຕີນ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ພາຍຫຼັງທີ່ ອິດສະລາແອນຖອນອອກ, ແຕ່ບໍ່ກຳນົດກ່ຽວກັບຊາຍແດນສຸດທ້າຍ. ບັນດາເຂດດັ່ງກ່າວ ຕ້ອງໄດ້ຮັບຄວາມເຫັນດີເຫັນພ້ອມຂອງທັງ 3 ຝ່າຍ (ອາເມລິກາ - ອິດສະລາແອນ - ປາແລດສະຕີນ ), ກໍ່ຄືຕອ້ງຍົກເລີກບາງເຂດຕັ້ງຖີ່ນຖານຄົງທີ່ຂອງຊາວຢີວ.
ກ່ອນການເຈລະຈາ, ວັນທີ 22/7, ເຈົ້າໜ້າທີ່ທ່ານໜຶ່ງຂອງ ອິດສະຮາແອນ ໃຫ້ຮູ້ວ່າ, ອິດສະລາແອນຈະປ່ອຍຕົວໃຫ້ແກ່ນັກໂທດປາແລດສະຕີນ 80 ຄົນ ທີ່ຖືກລົງໂທດຈຳຄຸກໃນໄລຍະຍາວ. ການປ່ອຍຕົວນັກໂທດຈະດຳເນີນເມື່ອການເຈລະຈາເລີ່ມດຳເນີນ ແລະ ຈະຖືກແບ່ງເປັນແຕ່ລະໄລຍະ. ການນຳຂັ້ນສູງຂອງອິດສະລາແອນກໍ່ໄດ້ມີການຕີລາຄາຢ່າງຕັ້ງໜ້າ ເມື່ອການເຈລາຈາບໍ່ທັນເລີ່ມຕົ້ນ. ທ່ານປະທານາທິບໍດີ Shimon Peres ເນັ້ນໜັກວ່າ, ເລື່ອງເຊື່ອມຕໍ່ການເຈລະຈາລະຫວ່າງປາແລດສະຕີນ ແລະ ອິດສະລາແອນ ແມ່ນເງື່ອນໄຂດີທີ່ສຸດໃຫ້ທັງສອງຝ່າຍ. ທ່ານນາຍົກລັດຖະມົນຕີ ອິດສະລາແອນ Benjamin Netanyahu ກໍ່ຢືນຢັນວ່າ, ເລື່ອງເຊື່ອມຕໍ່ການເຈລະຈານີ້ແມ່ນຜົນປະໂຫຍດຂອງອິດສະລາແອນ ແລະ ໃຫ້ຮູ້ວ່າ ອິດສະລາແອນ ຈະເຂົ້າຮ່ວມການເຈລະຈາຢ່າງຮອບດ້ານ ແລະ ຊື່ຕົງ.
ທ່ານເລຂາທິການໃຫຍ່ ສປຊ Ban Ki moon ເວົ້າວ່າ, ບັນດາການນຳຂອງອິດສະລາແອນຄວນສະແດງໃຫ້ເຫັນຄວາມອົງອາດ ແລະ ຄວາມຮັບຜິດຊອບ ເພື່ອຮັກສາການເຈລະຈາສັນຕິພາບຕ່າງໆທີ່ຫາກໍ່ໄດ້ຮັບການເຊື່ອມຕໍ່ຄືນໃໝ່. ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດຂອງສະຫະພາບເອີລົບ (EU) Catherine Ashton ຖືວ່າ, ສຸດທ້າຍສາມາດເຫັນໄດ້ຄວາມຄືບໜ້າ ມຸ້ງໄປເຖິງບັນດາຈຸດໝາຍ: ສັນຕິພາບຄວາມໝັ້ນຄົງ ແລະ ກຽດຕິຄຸນໃຫ້ແກ່ຊາວອິດສະລາແອນ ແລະ ປາແລດສະຕີນ. ສ່ວນກະຊວງການຕ່າງປະເທດລັດເຊຍກໍ່ສະແດງຄວາມເຊື່ອໝັ້ນວ່າ, ໃນການເຈລະຈາຈະມາເຖິງ, ສອງຝ່າຍຈະບັນລຸໄດ້ຂໍ້ຕົກລົງກ່ຽວກັບເລື່ອງສົ່ງເສີມສັນຕິພາບຢູ່ຕາເວັນອອກກາງ.
ທັງສອງຝ່າຍລ້ວນແຕ່ເຂົ້າໃຈຢ່າງຈະແຈ້ງວ່າ, ເລື່ອງເຫັນດີເຊື່ອມຕໍ່ການເຈລະຈາ ພຽງແຕ່ແມ່ນເງື່ອນໄຂເທົ່ານັ້ນ, ສ່ວນໝາກຜົນຂອງການເຈລະຈາພັດບໍ່ແມ່ນເລື່ອງງ່າຍ. ເພາະວ່ານັບແຕ່ດົນນານມາແລ້ວ, ລະຫວ່າງປາແລດສະຕີນ ແລະ ອິດສະລາແອນ ຍັງຄົງມີຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງ. ນັບທັງປະທານາທິບໍດີ ອິດສະລາແອນ Shimon Peres ກໍ່ຕ້ອງຍອມຮັບວ່າ, ການເຈລະຈາຍັງປະສົບກັບຄວາມຫຍຸ້ງຍາກຢູ່. ສິ່ງດັ່ງກ່າວຖືກພິສູດໃນທັນທີ ໃນຂະນະທີ່ບັນດາເຈົ້າໜ້າທີ່ປາແລດສະຕີນ ໃຫ້ຮູ້ວ່າ, ເຂົາເຈົ້າຍັງຮຽກຮ້ອງໃຫ້ທ່ານນາຍົກລັດຖະມົນຕີ ອິດສະລາແອນ Benjamin Netanyahu ຕ້ອງຮັບວ່າ ເສັ້ນຊາຍແດນມີມາແຕ່ກ່ອນປີ 1967 ເຊິ່ງແມ່ນຈຸດເວລາເລີ່ມຕົ້ນເພື່ອຂີດຂັ້ນຊາຍແດນໃຫ້ລັດ ປາແລດສະຕີນ ໃນອະນາຄົດ. ໃນຂະນະນັ້ນ, ບັນດາພັນທະມິດຝ່າຍຂວາຂອງນາຍົກລັດຖະມົນຕີອິດສະລາແອນ Benjamin Netanyahu ພັດຖືວ່າ ອິດສະລາແອນ ຈະບໍ່ປ່ຽນແປງທັດສະນະຂອງຕົນ. ຊ້ຳບໍ່ໜຳ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ Danny Danon ປະກາດວ່າ ຈະມີຄວາມຜິດພາດຖ້າຫາກເຂົ້າຮ່ວມການເຈລະຈາຄັ້ງຕ່າງໆ ອີງຕາມບັນດາຄຳຮຽກຮ້ອງຂອງປາແລດສະຕິນ.
ໝາກຜົນຂອງການເຈລະຈາກໍ່ຈະປະສົບກັບຄວາມຫຍຸ້ງຍາກ ຂະນະທີ່ຜູ້ຕາງໜ້າຂະບວນການອິດຊະລາມ ຮາມາດ ພວມຄວບຄຸມເຂດກາຊາ ຖືວ່າ: ການກັບຄືນສູ່ໂຕະເຈລະຈາຂອງກຳນາດການປົກຄອງປາແລດສະຕິນ ກັບພວກຍຶດຄອງ ແມ່ນໄປຝືນກັບຄວາມເຫັນດີເຫັນພ້ອມຂອງຊາດ. ຊ້ຳບໍ່ໜຳ, ຂະບວນການອິດຊະລາມ ຮາມາດ ຍັງປະກາດວ່າ ປະທານາ ທິບໍດີປາແລດສະຕິນ Mahmoud Abbas ບໍ່ມີສິດຖືກຕ້ອງຕາມກົດໝາຍເພື່ອເຈລະຈາແທນໃຫ້ຊາວປະແລດສະຕິນ.
ເລື່ອງບັນລຸໄດ້ຂໍ້ຕົກລົງເຊື່ອມຕໍ່ການເຈລະຈາລະຫວ່າງປາແລດສະຕິນ ແລະ ອິດສະລາແອນ ເຄີຍຖືກຢຸດສະງັກນັບແຕ່ເດືອນ 9/2010 ໄດ້ຮັບຕີລາຄາວ່າ ແມ່ນໂອກາດທີ່ດີ ໃນການຟື້ນຟູວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ. ແຕ່ເຖິງຢ່າງໃດກໍ່ຕາມ, ເພື່ອນຳໃຊ້ໂອກາດນີ້ໃຫ້ສຳເລັດ, ມັນຮຽກຮ້ອງໃຫ້ຝ່າຍຕ່າງໆ ຕ້ອງມີການປະນິປະນອມໃນບັນດາບັນຫາບໍ່ລົງລອຍກັນ. ແຕ່ສິ່ງດັ່ງກ່າວຍາກທີ່ຈະປະຕິບັດໄດ້ ແລະ ຖ້າເປັນຄືແນວນັ້ນ, ຕາເວັກອອກກາງຍັງຄົງຈະຢູ່ໃນສະພາບເກີດການປະທະກັນ ແລະ ຂາດສະຖຽນລະພາບຢູ່.