(vovworld)-ຫນຶ່ງໃນບັນດາບັນຫາສຳຄັນຊື່ງວາງອອກທີ່ກອງປະຊຸມຄັ້ງທີ 7, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຊຸດທີ 7 ຫາກໍດຳເນີນໄປໃນອາທິດ, ນັ້ນແມ່ນຜັນຂະຫຍາຍຂໍ້ກຳນົດກົດລະບຽບຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາສັງຄົມ ຕາມເນື້ອໃນຈິດໃຈລັດຖະທຳມະນູນ ສສ ຫວຽດນາມ. ນີ້ກໍແມ່ນຫນ້າທີ່ສຳຄັນຂອງແນວໂຮມປະເທດຊາດຫວຽດນາມໃນປີ 2014 ແລະ ຊຸມປີຕໍ່ໄປ. ບົດຂຽນຂອງນັກຂ່າວ ຫາຍອຽນ ທີ່ມີຫົວຂໍ້ວ່າ:“ ແນວໂຮມປະເທດຊາດຫວຽດນາມ ປ່ຽນໃຫມ່ວຽກງານຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາ”.
ການຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາສັງຄົມ ແມ່ນຫນ້າທີ່ສຳຄັນຂອງແນວໂຮມປະເທດຊາດຫວຽດນາມ. ເປັນຄັ້ງທຳອິດໃນລັດຖະທຳມະນູນ ສສ ຫວຽດນາມ, ພາລະບົດບາດ ຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາໄດ້ຮັບການເຕື້ອງເຖິງຢ່າງເປັນລະບົບ ແລະ ຫັນເປັນລະອຽດດ້ວຍບັນດາຂໍ້ກຳນົດກົດລະບຽບ. ຕາມນັ້ນແລ້ວ, ແນວໂຮມປະເທດຊາດຫວຽດນາມ ທຸກຂັ້ນ ແລະ 5 ອົງການຈັດຕັ້ງການເມືອງສັງຄົມ ທີ່ເປັນສະມາຊິກ ນັ້ນແມ່ນ: ສະມາຄົມຊາວກະສິກອນ, ສະຫະພັນແມ່ຍິງ, ສະມາຄົມນັກຮົບເກົ່າຫວຽດນາມ, ສະຫະພັນໃຫຍ່ແຮງງານຫວຽດນາມ ແລະ ຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ ປະຕິບັດການຕິດຕາມກວດກາບັນດາອົງການຈາກສູນກາງລົງຮອດຂັ້ນຮາກຖານ, ບັນດາພະນັກງານສະມາຊິກພັກ, ສະມາຊິກສະພາແຫ່ງຊາດ ແລະ ພາລະກອນ,ລັດຖະກອນ ພ້ອມທັງໄຈ້ແຍກຕີລາຄາແຜນນະໂຍບາຍແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ.
ການຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາສັງຄົມ ແມ່ນຫນ້າທີ່ສຳຄັນຂອງແນວໂຮມປະເທດຊາດຫວຽດນາມ
photo:mattran.org.vn
|
ເພີ່ມທະວີແຫລ່ງຊັບພະຍາກອນມະນຸດ
ການຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາສັງຄົມແມ່ນເນື້ອໃນບໍ່ແມ່ນໃຫມ່ ແຕ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດໃນການເຄື່ອນໄຫວແນວໂຮມປະເທດຊາດຫວຽດນາມ. ປະຈຸບັນ, ວຽກງານຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາຢູ່ຂັ້ນຮາກຖານ ພຽງແຕ່ຜ່ານການເຄື່ອນໄຫວກວດກາຂອງປະຊາຊົນ, ຕິດຕາມກວດກາການລົງທຶນປະຊາຄົມ. ມີບາງທ້ອງຖິ່ນພຽງແຕ່ມີແຫລ່ງກຳລັງຢ່າງພຽງພໍເພື່ອຕອບສະຫນອງຄຳຮຽກຮ້ອງຕ້ອງການ, ອົງການຈັດຈັ້ງແນວໂຮມປະເທດຊາດຢູ່ທ້ອງຖິ່ນສ່ວນຫລາຍບໍ່ໄດ້ຮັບປະສິດທິຜົນໃນການປະຕິບັດວຽກງານດັ່ງກ່າວ ຍ້ອນງົບປະມານ ແລະ ແຫລ່ງຊັບພະຍາກອນມະນຸດຍັງຈຳກັດຢູ່. ສະນັ້ນ ແຫລ່ງຊັບພະຍາກອນມະນຸດເພື່ອປະຕິບັດວຽກງານ ຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາສັງຄົມ ຕ້ອງໄດ້ຮັບການເພີ່ມທະວີ. ທ່ານ ຫງວຽນແທງກວາງ, ອະດີດປະທານແນວໂຮມປະເທດຊາດຫວຽດນາມ ນະຄອນ ດາຫນັງ ຖືວ່າ:
“ຂ້າພະເຈົ້າຄິດວ່າ ວຽກງານຮັບສະຫມັກ, ບຳລຸງສ້າງພະນັກງານແນວໂຮມຕ້ອງປ່ຽນແປງຕາມການປ່ຽນແປງຂອງສັງຄົມເພື່ອມີວິຊາສະເພາະ, ມີລະດັບຄວາມຮູ້, ມີສຸຂະພາບ …. ຍ່ິງກວ່ານັ້ນ ລະບອບນະໂຍບາຍດຶງດູດພະນັກງານ ແລະ ການລົງທຶນຂອງພວກເຮົາບໍ່ທັນມີ. ສະນັ້ນ ຂ້າພະເຈົ້າສະເຫນີ ຄວນເອົາໃຈໃສ່ເຖິງການບຳລຸງສ້າງ, ຮັບສະຫມັກ, ວາງແຜນກຳນົດ ແລະ ພັດທະນາພະນັກງານແນວໂຮມ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນປະຈຸບັນ”
ຄວນໃກ້ຊິດຕິດແທດກັບປະຊາຊົນກວ່າອີກ
ຕາມຂໍ້ກຳນົດ, ການເຄື່ອນໄຫວ ຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາ ບໍ່ໄດ້ສົ່ງຜົນສະທ້ອນເຖິງການເຄື່ອນໄຫວຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນ. ທ່ານ ໂດ໋ເຟື້ອງ, ອະດີດຜູ້ອຳນວຍການໃຫຍ່ສຳນັກຂ່າວສານ ຫວຽດນາມ, ຫົວຫນ້າສະພາໃຫ້ຄຳປຶກສາກ່ຽວກັບວິທະຍາສາດ, ສຶກສາ ຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຖືວ່າ: ຕ້ອງຮູ້ຈັກການເລືອກເຟັ້ນບັນຫາຕິດຕາມກວດກາໃຫ້ເໝາະສົມ, ຫລັງຈາກນັ້ນ ຈຶ່ງຄິດໄລ່ເຖິງບັນຫາໄຈ້ແຍກຕີລາຄາ. ພິເສດ ແນວໂຮມປະເທດຊາດທຸກຂັ້ນ ຕ້ອງປ່ຽນໃຫມ່ວິທີການເຄື່ອນໄຫວເພື່ອໃກ້ຊິດຕິດແທດກັບປະຊາຊົນກວ່າ. ທ່ານ ໂດ໋ເຟື້ອງ ເນັ້ນຫນັກວ່າ:
“ເນື້ອໃນຕິດຕາມກວດກາອັນໃດ ແລະ ໄຈ້ແຍກຕີລາຄາບັນຫາໃດ ຕ້ອງໄດ້ຮັບການເລືອກເຟັ້ນ. ຕົວຢ່າງ ປີ 2014 ຄວນຕິດຕາມກວດກາບັນຫາໃດ ແລະ ຈາກນັ້ນ ຕັ້ງບັນຫາໄຈ້ແຍກຕີລາຄາອັນໃດ. ເມື່ອຕັ້ງບັນຫາແລ້ວ ໃຜຈະແມ່ນຜູ້ຕິດຕາມກວດກາ, ເວລານັ້ນ ຕ້ອງຄັດເລືອກຜູ້ຕາງຫນ້າມີຄວາມເຂົ້າໃຈກ່ຽວກັບຂົງເຂດນັ້ນເພື່ອປະຕິບັດການຕິດຕາມກວດກາ, ການໄຈ້ແຍກຕີລາຄາຈື່ງໄດ້ຮັບຜົນ.”
ທ່ານ ລູ່ວັນແກວ (Lu Van Que), ຫົວຫນ້າ ສະພາໃຫ້ຄຳປຶກສາກ່ຽວກັບຊົນເຜົ່າຂອງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຖືວ່າ: ສິ່ງສຳຄັນເມື່ອຜັນຂະຫຍາຍຂໍ້ກຳນົດກົດລະບຽບ ຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາ ນັ້ນແມ່ນພະນັກງານແນວໂຮມປະເທດຊາດ ຕ້ອງເຂົ້າໃຈໄດ້ຈິດໃຈຂອງປະຊາຊົນ. ແນວໂຮມປະເທດຊາດຕ້ອງຄົ້ນຄ້ວາຢ່າງເລິກເຊິ່ງໃນການແກ້ໄຂບັນຫາຕ່າງໆຢ່າງແທດຈິງ, ລະອຽດ, ຫລີກລ້ຽງການປະຕິບັດແບບຮູບການ. ແນວໂຮມປະເທດຊາດບໍ່ພຽງແຕ່ຮັບຟັງປະຊາຊົນເວົ້າ, ເຜີຍແຜ່ໃຫ້ປະຊາຊົນຮູ້ເທົ່ານັ້ນ ຫາກຕ້ອງເຮັດໃຫ້ປະຊາຊົນມີຄວາມໄວ້ເນື້ອເຊື່ອໃຈ. ພ້ອມກັນນັ້ນ ຕ້ອງເຮັດແນວໃດເພື່ອຫັນຂໍ້ກຳນົດກົດລະບຽບກ່ຽວກັບການ ຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາເປັນກົດໝາຍ, ເວລານັ້ນ ປະສິດທິຜົນການຕິດຕາມກວດກາ, ໄຈ້ແຍກ, ຕີລາຄາຈຶ່ງປະກົດຜົນເປັນຈິງໄດ້. ທ່ານ ລູ່ວັນແກວ ຖືວ່າ:
“ ຕ້ອງດັດແກ້ ແລະ ປັບປຸງກົດໝາຍວ່າດ້ວຍແນວໂຮມໂດຍໄວ. ນັບທັງການຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາກໍຈຳເປັນຕ້ອງມີກົດໝາຍ. ຢາກຜັນຂະຫຍາຍການປະຕິບັດເປັນຢ່າງດີ ຕ້ອງຫັນເປັນກົດໝາຍຈຶ່ງໄດ້.”
ປີ 2014, ແນວໂຮມປະເທດຊາດຫວຽດນາມ ວາງຈຸດສຸມໃນໂຄງການ ຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາ ແມ່ນສຸມໃສ່ເຂົ້າໃນການປະຕິບັດນະໂຍບາຍກົດໝາຍສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ນະໂຍບາຍປະກັນສັງຄົມ ແລະ ຕິດຕາມກວດກາການຄຸ້ມຄອງນຳໃຊ້ອຸປະກອນກະສິກຳ. ດ້ວຍບັນດາການປ່ຽນໃຫມ່ໃນເນື້ອໃນວິທີການເຄື່ອນໄຫວຂອງແນວໂຮມປະເທດຊາດ, ການຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາສັງຄົມ ຈະໄດ້ຮັບຜົນ ແລະ ບັນລຸປະສິດທິຜົນຢ່າງແທ້ຈິງ.