ແບ່ງປັນຄວາມລະທົມທຸກກັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ

(vovworld) - ວັນ​ທີ 10/8 ​ແມ່ນ​ວັນ​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິ​ນຫວຽດນາມ. ​ເຖິງ​ວ່າ​ສົງຄາມ​ໄດ້​ລ່ວງ​ເລີຍ​ໄປ​ເປັນ​ເວລາ​ຫຼາຍ​ປີ​ແລ້ວ​ກໍ່ຕາມ, ​ແຕ່​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິ​ນ ຍັງ​ຄົງ​ສົ່ງ​ຜົນ​ສະທ້ອນ​ເຖິງ​ຊາວ​ຫວຽດນາມ​ ນັບ​ລ້ານ​ຄົນ. ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ​ໄດ້​ມີ​ນະ​ໂຍບາຍ ​ແລະ ການ​ກະທຳ​ແທດ​ຈິງ​ຫຼາຍ​ຢ່າງ ​ເພື່ອ​ເບິ່ງ​ແຍງ​ດູ​ແລຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິ​ນ.

ແບ່ງປັນຄວາມລະທົມທຸກກັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ - ảnh 1

ສູນກາຍຍະບຳບັດໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

        ວັນ​ທີ 10/8/1961, ການບິນ​ຖ້ຽວທຳ​ອິດທີ່​ນຳ​ເອົາຢາ​ຂ້າ​ຫຍ້າ ​ໄດ້​ຫວ່ານ​ລົງ​ເທດສະບານ​ກອນ​ຕຸ​ມ, ​ເປີດ​ສາກ​ໃຫ້​ສົງຄາມ​ນຳ​ໃຊ້​ທາດ​ພິດ​ເຄມີ​ຂອງ​ອາ​ເມ​ລິ​ກາ​ ຢູ່​ສະໜາມຮົບ​ພາກ​ໃຕ້​ຫວຽດນາມ. ​ໃນ​ຕະຫຼອດ 10 ປີ​ຕໍ່​ມາ, ກອງທັບ​ອາ​ເມ​ລິ​ກາ​ ໄດ້​ນຳ​ໃຊ້ທາດ​ພິດ​ເຄມີປະມານ 80 ລ້ານ​ລິດ, ​ເຊິ່ງລວມມີ​ທາດ​ພິດ 20 ປະ​ເພດ​ທີ່​ແຕກ​ຕ່າງ​ກັນ, ​ໃນ​ນັ້ນ​ມີທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິ​ນ ຢູ່ສະໜາມຮົບ​ຕ່າງໆ​ຂອງ​ຫວຽດນາມ. ຕາມ​ການ​ສະຖິຕິ, ຫວຽດນາມ ​ມີ​ຜູ້​ຕິດທາດ​ພິດ​​ເຄມີ​ປະມານ 4,8 ລ້ານ​ຄົນ, ​ແລະ​ມີຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິ​ນ​ປະມານ 3 ລ້ານ​ຄົນ. ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຂອງ​ທາດ​ພິດ​​ເຫຼົ່ານີ້ ​ໄດ້​ສ້າງ​ຄວາມ​ລະ​ທົມ​ທຸກ​ໃຫ້​ຊາວ​ຫວຽດນາມ ຫຼາຍ​ລຸ້ນຄົນ.

        ທັງ​ປະຊາ​ຄົມ​ຮ່ວມ​ແຮງ​ຮ່ວມ​ໃຈ

        ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ເພື່ອຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມຫວຽດນາມ ປີ​ນີ້. ສູນ​ກາງ​ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິ​ນ (VAVA) ​ໄດ້​ປຸກລະດົມ​ຂະ​ບວນການ​ຂົນຂວາຍ​ທົ່ວ​ປະ​ເທດ​ຊ່ວຍ​ເຫຼືອ​ຜູ້​ປະສົບ​ເຄາະ​ຮ້າຍ. ມີ​ເງິນ​ຈຳນວນ 2 ຕື້​ກວ່າ​ດົ່ງ ​ຖືກໃຊ້​ເປັນ​ຂອງຂວັນ ​ແລະ ທຶນ​ຊ່ວຍ​ເຫຼືອ​ການ​ຜະລິດ ​ໄດ້​ມອບ​​ໃຫ້ 100 ກວ່າ​ຄອບຄົວຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິ​ນ. ປະຈຸ​ບັນ, ລັດຖະບານ​ໄດ້​ອະນຸຍາດ​ໃຫ້ VAVA ກໍ່ສ້າງ​ສູນ 3 ​ແຫ່ງ​ຢູ່​ຮ່າ​ໂນ້ຍ, ດ່າ​ນັ້ງ, ​ແລະ ນະຄອນ ​ໂຮ່ຈິ​ມິນ ​ເພື່ອ​ລ້ຽງ​ດູ, ສົ່ງ​ເສີມ​ສຸຂະພາບ, ກາຍຍະ​ບຳບັດ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ. ທ່ານ​ນາງ ຫງວຽນ​ທິຫ່ຽນ, ປະທານ​ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິ​ນ ນະຄອນ​ດ່າ​ນັ້ງ, ​ໃຫ້​ຮູ້​ວ່າ:

        “​ເມື່ອ​ທຽບ​ໃສ່​ຊຸມ​ປີ​ກ່ອນ, ຊີວິດ​ຂອງຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິ​ນ ​ແມ່ນ​​ໄດ້​ຮັບ​ການ​ປັບປຸງດີກ​ວ່າ​ເກົ່າ​ແລ້ວ, ​ແຕ່​ຂ້າພະ​ເຈົ້າ​ຍັງ​ເປັນ​ຫ່ວງ​ຢູ່, ​ເພາະ​ສຳລັບຄອບຄົວທີ່​ມີ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິ​ນ ​ເຖິງ 3, 4 ຄົນ, ຖ້າ​ພໍ່​ແມ່​​ຕາຍ​ໄປ​ແລ້ວ, ​ໃຜ​ຈະ​​ເປັນ​ຜູ້ເບິ່ງ​ແຍງ​ດູ​ແລພວກ​ນ້ອງ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ມີ​ແຫຼ່ງທຶນ​ເປັນ​ປົກກະຕິ ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ຜູ້​ປະສົບ​ເຄາະ​ຮ້າຍ ​ແລະ ໜູນ​ຊ່ວຍ​​ຜູ້ທີ່​​ເຮັດ​ວຽກ​ງານເບິ່ງ​ແຍງດູ​ແລ​ໃຫ້​ເຂົາ​ເຈົ້າ“.

        ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ເພື່ອຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິ​ນ ປີ​ນີ້, ບັນດາ​ແຂວງ, ນະຄອນ ​ໄດ້​ຈັດ​ຕັ້ງຫຼາບ​ຄະນະ​​ໄປ​ມອບ​ຂອງຂວັນ​ໂດຍ​ກົງ​ໃຫ້ຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ. VAVA ​ແຂວງ​ເທື່ອ​ທຽນ​ເຫວ໋ ​ໄດ້​ຈັດ​ງານ​ພົບ​ປະ ​ແລະ ມອບ​ຂອງຂວັນ 400 ພູດ​ໃຫ້ຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 300.000 – 1 ລ້ານ​ດົ່ງ. ​ໃນ​ຂະນະ​ນັ້ນ, ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິ​ນ​ແຂວງ​ລ້າງ​ເຊີນ ລະດົມ​ເງິນ​ໄດ້​ກວ່າ 2 ຕື້​ດົ່ງ ​ເພື່ອ​ຊ່ວຍ​ໃຫ້ຜູ້​ປະສົບ​ເຄາະ​ຮ້າຍ​, ໜູນ​ຊ່ວຍ​ກໍ່ສ້າງ​ເຮືອນ​ໃໝ່ 11 ຫຼັງ, ສ້ອມ​ແປງ​ເຮືອນ​ໃຫ້ 8 ຄອບຄົວ, ດ້ວຍ​ມູນ​ຄ່າ​ກວ່າ 600 ລ້ານ​ດົ່ງ; ໜູນ​ຊ່ວຍຜູ້​ປະສົບ​ເຄາະ​ຮ້າຍ​ 43 ຄົນ​ໄປ​ປິ່ນ​ປົວ, ບຳລຸງ​ສຸຂະພາບ​ຢູ່​ໂຮງໝໍ​ຕ່າງໆ. ສຳລັບຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິ​ນ​ແຂວງ​ກວາງ​ຈີ້, ທ່ານ ​ເລ​ວັນ​ຢັງ, ປະທານ VAVA ​ແຂວງ​ກວາງ​ຈີ້, ​ໃຫ້​ຮູ້​ວ່າ:

        “​ໄລຍະ​ຜ່ານ​ມາ, ພວກ​ຂ້າພະ​ເຈົ້າ​ລະດົມ​ເງິນ​ໄດ້ 21 ຕື້​ດົ່ງ ​ແລະ ມອບ​ຂອງຂວັນ​ກວ່າ 22.000 ພູດ, ກໍ່ສ້າງ​ສູນ​ລ້ຽງ​ດູ, ກາຍຍະ​ບຳບັດ ​ແລະ ສອນ​ວິຊາ​ຊີບ​ໃຫ້ຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິ​ນ. ປີ​ນີ້​ຂົນຂວາຍ​ເງິນ​ຊ່ວຍ​ເຫຼືອຜູ້​ປະສົບ​ເຄາະ​ຮ້າຍໄດ້​ເກືອບ 500 ລ້ານ​ດົ່ງ.”

        ສືບຕໍ່​ປັບປຸງ​ນະ​ໂຍບາຍ​ເພື່ອຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ

        ນັບ​ແຕ່​ປີ 2000, ຫວຽດນາມ ​ເລີ່​ມປະຕິບັດ​ນະ​ໂຍບາຍ​ໃຫ້​ຜູ້​ເຂົ້າ​ຮ່ວມ​ການ​ຕໍ່ຕ້ານ​ໂດຍ​ກົງ​ທີ່ຖືກ​ຕິດ​ທາດ​ພິດ​ເຄມີ. ພົບ​ໂທ ຫງວຽນ​ວັນ​ຣິງ, ປະທານ​ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິ​ນ​ຫວຽດນາມ ​ໃຫ້​ຮູ້​ວ່າ: “ປະຈຸ​ບັນ​ຫວຽດນາມ​ ມີ​ຜູ້​ເຂົ້າ​ຮ່ວມ​ການ​ຕໍ່ສູ້​​ໂດຍ​ກົງທີ່​ຖືກ​ຕິດ​ທາດ​ພິດ​ເຄມີ​ເກືອບ 300.000 ຄົນ ​ແລະ ລູກ​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ເງິນ​ອຸດ​ໜູນ​ດ້ວຍ​ລະດັບ​ສູງ​ສຸດ​ແມ່ນ 2 ລ້ານ​ດົ່ງ/​ເດືອນ ​ແລະ ຕຳ່​ສຸດ​ແມ່ນ 800.000 ດົ່ງ/​ເດືອນ. ປະຈຸ​ບັນ, ທົ່ວ​ປະ​ເທດ​ມີ​ປະມານ 30% ຈຳນວນຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ​ໄດ້​ຊື້​ບັດ​ປະກັນ​ສຸຂະພາບ. ປະມານ 25% ​ຈຳນວນ​ເດັກນ້ອຍ​ຕິດ​ທາດ​ພິດ​ສີ​ສົ້ມ ​ໄດ້​ຮັບ​ການ​ເບິ່ງ​ແຍງ​ກາຍຍະ​ບຳບັດ. ນັບ​ແຕ່​ປີ 2000 ມາ​ຮອດ​ປະຈຸ​ບັນ, ມີ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ຄ່າ​ຮຽນ, ​ຮຽນ​ວິຊາ​ຊີບ, ຊອກ​ຫາ​ວຽກ​ເຮັດ​ງານ​ທຳ, ກູ້​ຢືມ​ທຶນ​ທຳ​ການ​ຜະລິດ, ກວດ, ປິ່ນປົວ​ພະຍາດ, ກາຍຍະ​ບຳບັດ ​​ແມ່ນໄດ້​ຮັບ​ການ​ປະກາດ​ໃຊ້“.

        ພ້ອມ​ກັບການ​ສືບ​ຕໍ່​ປັບປຸງ​ນະ​ໂຍບາຍ ​ແລະ ມີ​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິ​ນ​ຢ່າງ​ມີ​ປະສິດທິ​ຜົນ​ນັ້ນ. VAVA ຈະ​ສືບ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິ​ນຫວຽດນາມ ທວງ​ເອົາ​ຄວາມ​ຍຸຕິ​ທຳ​ອີກ. ພົບ​ໂທ ຫງວຽນ​ວັນ​ຣິງ, ປະທານ​ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິ​ນ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ໂຄສະນາ​ຂົນຂວາຍ ​ເພື່ອ​ໃຫ້​ປະຊາຊົນ​ຫວຽດນາມ ​ແລະ ​ໂລກ​ເຫັນ​ໄດ້​ໄພພິບັດ​ຢ່າງ​ຮ້າຍ​ແຮງ​ຂອງ​ສົງຄາມ​ເຄມີ. ພວກ​ຂ້າພະ​ເຈົ້າ​ຍັງ​ຄົງ​ສືບ​ຕໍ່​ການ​ຕໍ່ສູ້​ທວງ​ເອົາ​ຄວາມ​ຍຸຕິ​ທຳ​ໃຫ້​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ, ບາງ​ເທື່ອ​ຢູ່​ໃນ​ສານ, ນອກ​ສານ, ຂົນຂວາຍ, ອະທິບາຍ​ເກ້​ຍກ່ອມ​ເພື່ອ​ໃຫ້​ລັດຖະບານ​ອາ​ເມ​ລິ​ກາ ຊ່ວຍ​ເຫຼືອ​ມະນຸດສະທຳ​ໃຫ້​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ“.

        ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ, ພ້ອມ​ກັບ​ການ​ແບ່ງປັນ​ຂອງ​ປະຊາ​ຄົມ ຈະ​ຊ່ວຍ​ໃຫ້ຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິ​ນ​ຫວຽດນາມ ບັນ​ເທົາ​ຄວາມ​ລະ​ທົມ​ທຸກ​ທັງ​ດ້ານ​ຮ່າງກາຍ ​ແລະ ຈິດ​ໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ