ໂລກຕໍ່ຫນ້າສິ່ງທ້າທາຍຂອງບັນຫາໂລກຮ້ອນ


(vovworld)- ວັນ​ທີ 20/10, ອົງ​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ເສດ​ຖະ​ກິດ (OECD) ໃຫ້​ຮູ້​ວ່າ: ແຜນ​ການ​ຫລຸດ​ຜ່ອນການ​ປ່ອຍ ອາຍ​ພິ​ດເຮືອນ​ແກ້ວ ພວມ​ຍົກ​ອອກ​ມາ ຍ້ອນ​ບັນ​ດາ​ປະ​ເທດ​ຮັ່ງ​ມີ ແລະ ຫ​ລາຍ​ປະ​ເທດ​ພວມ​ພັດ​ທະ​ນາ ບໍ່​ບັນ​ລຸ​ໄດ້​ຄາດ​ໝາຍ​ວາງ​ອອກ​ໃນ​ການ​ຈຳ​ກັດ​ສະ​ພາບ​ໂລກ​ຮ້ອນ​​ຂຶ້ນ 2 ອົງ​ສາ C. ໝາກ​ຜົນ​ນີ້ບໍ່ແມ່ນ​ຄວາມ​​ມ​ຸ້ງຫວັງ ພາຍ​ຫລັງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ໂລກ​ໃນ​ກິດ​ຈະ​ການ​ຕ້ານ​ການປ່ຽນ​ແປງຂອງ​ດິນ​ຟ້າອ​າ​ກາດ​ໃນ​ໄລ​ຍະ​ຜ່ານ​ມາ. ສິ່ງ​ດັ່ງ​ກ່າວ ວາງ​ອອກ​ສິ່ງ​ທ້າ​ທາຍບໍ່​ແມ່ນ​ຫນ້ອຍ​ສຳ​ລັບ​ແຕ່​ລ​ະ​ປະ​ເທດ, ໃຫ້​ເຫັນ​ວ່າ ບັນ​ດາ​ປະ​ເທດ​ຄວ​ນ​ມີ​ການ​ກະ​ທຳ​ຢ່າງ​ຂ້ຽວ​ຂາດກວ່າ​ແທນ​ທີ່​ບັນ​ດາ​ແຜນ​ການ​ດ້ວຍ​ລາຍ​ລັກ​ອັກ​ສອນ.

ໂລກຕໍ່ຫນ້າສິ່ງທ້າທາຍຂອງບັນຫາໂລກຮ້ອນ - ảnh 1
ພາບ​ປະ​ກອບ:internet

        ຕາມ​ບົດ​ລາຍ​ງານ​ລ້​າ​ສຸດ ໂດຍ​ບັນ​ດາ​ນັກ​ໄຈ້​ແຍກ​ຢູ່ ປາ​ຣີ ປະ​ກາດ​ເມື່ອ​ວັນ​ທີ 20/10 ໂດຍ​ອີງ​ໃສ່​ການ​ຕີ​ລາ​ຄາ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ກ່ອນນີ້ ແລະ ນັບ​ທັງ​ຄຳ​ໝັ້ນ​ສັນ​ຍາ​​ໃຫມ່ຈາກ 34 ປະ​ເທດ​ສະ​ມາ​ຊິກ ພ້ອມ​ກັບ 10 ປະ​ເທດ​ຄູ່​ຮ່ວມ​ມື​ອື່ນ​ຂອງ OECD ລວມ​​ທັງ ຈີນ ແລະ ອິນ​ເດຍ ເຊິ່ງ​ແມ່ນ​ປະ​ເທດ​ໄດ້​ປະ​ກອບ 80% ປະ​ລິ​ມານ​ການ​ປ່ອຍ​ ອາຍ​ພິ​ດເຮືອນ​ແກ້ວ ​ໃນ​ທົ່ວ​ໂລກ.

       ຜົນ​ຮ້າຍ​ຢ້ອນ​ຫລັງ​ຢ່າງ​ຈະ​ແຈ້ງ.

       ບໍ່​ແມ່ນ​ສິ່ງ​ບັງ​ເອີນ​ທີ່​ອົງ​ການ OECD ປະ​ກາດ​ບົດ​ລາຍ​ງານນີ້​ແມ່ນ​ກົງ​ກັບ​ຈຸດ​ເວ​ລາ​ດຳ​ເນີນກອງ​ປະ​ຊຸມ​ຈັດ​ກຽມ​ທີ່​ແກ່​ຍາວ ຫນຶ່ງ​ສັບ​ປະ​ດາ​ຂອງ 200 ປະ​ເທດ ເພື່ອ​ກະ​ກຽມ​ໃຫ້​ກອງ​ປະ​ຊຸ​ມ​ສຸດຍອດ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ເດືອນ 12/2015. ໝາກ​ຜົນ​ຂອງ​ບົດ​ລາຍ​ການ​ຄື​ດັ່ງ​ຄຳ​ກ່າວເຕືອນ​ຕໍ່ປະ​ຊາ​ຄົມ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ຂອງ​ຄາດ​ໝາຍ​ຮັກ​ສາ​ລະ​ດັບ​ເພີ່ມ​ອູນ​ຫະ​ພູມ​ຂອງ​ຫນ່ວຍ​ໂລກ​ລົງ​​ໃນລະ​ດັບ​ຕ່ຳ​ກວ່າ 2 ອົງ​ສາC ນັບ​ແຕ່ນີ້​ຮອດ​ປີ 2020 ເພື່ອ​ຫລີກ​ລ້ຽງ​ການ​ເພີ່ມ​ຂຶ້ນ​ນັບ​ມື້​ນັບ​ຮ້າຍ​ແຮງ​ຂອງ​ອາ​ກາດ​ຮ້ອນ​ເອົ້າ, ໄພ​ນ້ຳ​ຖ້ວມ ແລະ ໄພ​ ​ສູນ​ ​ພັນ​ໃນ​ຂອບ​ຂະ​ຫນາດ​ທົ່ວ​ໂລກ. ຜູ້​ຊ່ຽວ​ຊານ​​ດ້ານ​ດິນ​ຟ້າອາ​ກາດ Mikaela Rambali ຖື​ວ່າ: ໝາກ​ຜົນ​ຂອງ OECDໃຫ້​ເຫັນ​ວ່າ ເຖິງວ່າ ບັນ​ດາ​ປະ​ເທດໄດ້​ມີ​ຄວາມພະ​ຍາ​ຍາມກໍ​ຕາມ ແຕ່ບໍ່​ທັນ​ພຽງ​ພໍ​ເພື່ອ​ບັນ​ລຸ​ຄາດ​ໝາຍ​ຂອງ​ແຕ່​ລ​ປະ​ເທດ ຫາກບໍ່​ທັນ​ເວົ້າ​ເຖິງ​ເລື່ອງ​ບັນ​ລຸ​ຄາດ​ໝາຍ​ລວມ​ໃນ​ການ​ຈຳ​ກັດ​ລະ​ດັບ​ເພີ່ມ​ຂຶ້ນ​ຂອງ​ອູນ​ຫະ​ພູມ​ທົ່ວ​ໂລກ​ພຽງ 2 ອົງ​ສາ.

        ໃນ​ຂະ​ນະ​ທີ່​ບັນ​ດາ​ປະ​ເທດ ພວມ​ຊອກ​ຫາ​ມາດ​ຕະ​ການ​ເພື່ອ​ຫລຸດ​ຜ່ອນ​ການ​ປ່ອຍ​ ອາຍ​ພິ​ດເຮືອນ​ແກ້ວ ບັນ​ຫາ​ໂລກ​ຮ້ອນ​ສາ​ມາດ​ຮັບ​ຮູ້​ໂດຍ​ກົງ​ແລະ​ຈະ​ແຈ້ງກວ່າ. ຕາມ​ອົງ​ການ​ອຸ​ຕຸ​ນິ​ຍົມ​ສາ​ກົນ (WMO) ແລ້ວ, ປີ 2014 ແມ່ນ​ປີ​​ທີ່​ອາ​ກາດຮ້ອນ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ ດ້ວຍ​ລະ​ດັບ​ອູນ​ຫະ​ພູມ​ສະ​ເລ່ຍ​ແມ່ນ 14,58 ອົງ​ສາC ສູງກວ່າ 1,24 ອົງ​ສາ C ເມື່ອ​ທຽບ​ໃສ່​​ອູນ​ຫະ​ພູມສະ​ເລ່ຍໃນ​ສັດ​ຕະ​ວັດ​ທີ 20. ອູນ​ຫະ​ພູມ​ເພີ່ມ​ຂຶ້ນຢູ່​ເກືອບ​ ທຸກ​ແຫ່ງ​ໃນ​ຫນ່ວຍໂລກ. ບົດ​ລາຍ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ປ່​ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ(IPCC) ໄດ້​ຮັບ​ຮູ້​ວ່າ: ຖ້າບໍ່​ຫລຸດ​ຜ່ອນ​ການ​ປ່ອຍ​ ອາຍ​ພິ​ດເຮືອນ​ແກ້ວ, ມະ​ນຸດ ຈະ​ຕ້ອງ​ຮັບ​ອາ​ກາດ​ຮ້ອນ​ເອົ້າ, ໄພ​ແຫ້ງ​ແລ້ງ, ນ້ຳ​ຖວ້ມ​ທີ່​ຮ້າຍ​ແຮງ ແລະ ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ໃນ​ຂະ​ນະ​ນັ້ນ ບັນ​ດາ​ກອງ​ປະ​ຊຸມ​ສຸດຍອດ​ໃນ​ໄລ​ຍະ​ມໍ່ໆ​ມານີ້ ກ່ຽວ​ກັບ​ການ​ປ່​ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຖືກ​ປະ​ລາ​ໄຊ​ຢ່າງ​ລຽນ​ຕິດ ເຮັດ​ໃຫ້​ຫາງ​ສຽງ​ເສຍ​ຫວັງ​ຕໍ່ ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ຫນ່ວຍ​ໂລກ.

ສິ່ງ​ກີດ​ຂວາງ​ຫລາຍ​ຢ່າງ

       ປະ​ຈຸ​ບັນ, ​ປະ​ມານ 150 ປະ​ເທດ ໄດ້​ມີ​ຄຳ​ໝັ້ນ​ສັນ​ຍາ ສະ​​ຫມັກ​ໃຈ​ຫລຸດ​ຜ່ອນ​ ອາຍ​ພິ​ດເຮືອນ​ແກ້ວ ຫລັງ​ປີ 2020, ຊື່ງ​ແມ່ນ​ຈຸດ​ເວ​ລາ​ຂໍ້​ຕົກ​ລົງ​ຮ່ວມ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ເລີ່ມ​ມີ​ຜົນ​ສັກ​ສິດ. ໃນ​ນັ້ນ  58 ປະ​ເທດ​ທີ່ປ່ອຍກວ່າ 60% ​ປະ​ລິ​ມານອາຍ​​ພິ​ດໃນ​ທົ່ວ​ໂລກ ຍົກ​ອອກ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຫລຸດ​ຜ່ອນ​ອາຍ​ແກ​ສ. ອາ​ເມ​ລິ​ກາ ໄດ້​ວາງ​ຄາດ​ໝາຍ ຫລຸດ​ຜ່ອນ 26-28% ປະ​ລິ​ມານ​​ອາຍ​ພິ​ດ​ໃນ​ປີ 2025 ເມື່ອ​ທຽບ​ໃສ່​ປີ 2005. ສະ​ຫະ​ພາບ​ເອີ​ລົບ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ບັນ​ລຸ​ຄາດ​ໝາຍ​ຮອດ​ປີ 2030 ຫລຸ​ດ​ຜ່ອນ 40% ປະ​ລິ​ມານ​ ອາຍ​ພິ​ດເຮືອນ​ແກ້ວ ເມື່ອ​ທຽບ​ໃສ່​ປີ 1990, ສ່ວນ ຈີນ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຮອດ​ປີ 2030 ຈະ​ຫລຸດ​ຜ່ອນ 60-65% ປະ​ລິ​ມານ​ປ່ອຍ CO2 ເມື່ອ​ທຽບ​ໃສ່​ປີ 2005. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຫລຸດ​ຜ່ອນ​ການ​ປ່ອຍ​ ອາຍ​ພິ​ດ ບໍ່​ແມ່ນ​ຫນ້ອຍ ແຕ່​ສິ່ງ​ທີ່​ຫາງ​ສຽງ​ລໍ​ຄອຍ​ແມ່ນ​ການ​ກະ​ທຳ​ຜັນ​ຂະ​ຫຍາຍ​ລະ​ອຽດ​ຢູ່​ແຕ່​ລະ​ປະ​ເທດ.

ພ້ອມ​ກັບ​ໝາກ​ຜົນ​ບໍ່​ດີ​ປານ​ໃດ ໂດຍ OECD ປະ​ກາດ​ໃນ​ວັນ​ທີ 20/10, ທີ່ກອງ​ປະ​ຊຸມ​ຈັດ​ກຽມ​ພວມ​ດຳ​ເນີນ​ຢູ່ Bonn ປະ​ເທດ ເຢຍ​ລະ​ມັນ ເພື່ອ​ກະ​ກຽມ​ໃຫ້​ກອງ​ປະ​ຊມ​ສຸດຍອດ ສ​ປ​ຊ ກ່ຽວ​ກັບ​ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຈະ​ມາ​ເຖິງ, ຍັງ​ມີ​ຫລາຍ​ບັນ​ຫາ​ຈຸດ​ສຸມ​ຄວນ​ບັນ​ລຸ​ຄວາມ​ເຫັນ​ດີ​ຈາກ​ບັນ​ດາ​ປະ​ເທດ​ຄື: ຕັດ​ສິນ​ໃຈ​ຫລຸດ​ພົ້ນ​ອອກ​ຈາກ​ການ​ນຳ​ໃຊ້​ບັນ​ດາ​ແຫລ່ງ​ພະ​ລັງ​ງານບໍ່​ແຮ່ແຕ່​​ກາງສັດ​ຕະ​ວັດ​ນີ້, ​​ດຳ​ເນີນ​​ການ​ດັດ​ປັບ​ຄາດ​ໝາຍດຳ​ເນີນ​ການ​ປົກ​ປັກ​ຮັກ​ສາ​ອາ​ກາດ​ຂອງ​ບັນ​ດາ​ປະ​ເທດ​​ໃນປີ 2020 ​ແທນ​ທີ​ແຜນ​ການ​ແມ່ນ​ໃນປີ 2024 ​. ​ຄຽງ​ຄູ່​ກັນ​ນັ້ນ ການ​ຫນູນ​ຊ່ວຍ​ດ້ານ​ການ​ເງິນ​ໃນ​ອະ​ນາ​ຄົດ​ໃຫ້​ບັນ​ດາ​ປະ​ເທດ​ທຸກ​ຍາກກວ່າ ບໍ່​ທັນ​ໄດ້​ເຮັດ​ແຈ້ງ. ເຖິງວ່າ ບັນ​ດາ​ປະ​ເທດ​ຮັ່ງ​ມີ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ລະ​ດົມ​ປະ​ມານ 100 ຕື້ USD ໃນ​ແຕ່​ລະ​ປີ ນັບ​ແຕ່​ປີ 2020 ເປັນ​ຕົ້ນ​ໄປເພື່ອ​ຊ່ວຍ​ບັນ​ດາ​ປະ​ເທດ​ເຄີຍ​ຖືກ​ຜົນ​ສະ​ທ້ອນ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ເພື່ອ​ຫລຸດ​ຜ່ອນ​ການ​ປ່ອຍ​ ອາຍ​ພິ​ດເຮືອນ​ແກ້ວ ແຕ່​ຄາດ​ໝາຍນີ້ ຍາກ​ທີ່​ປະ​ຕິ​ບັດ​ໄດ້ ຍ້ອນ​ຮອດ​ເດືອນ 6/2015 ມ​ີ​ພຽງ 30 ປະ​ເທດ​ໝັ້ນ​ໝາຍ​ອຸ​ປະ​ຖຳ​ຈຳ​ນວນ​ເງິນ​ປະ​ມານ 10,2 ຕື້ USD.

ຄວາມ​ຈິງບໍ່​ອາດ​ປະ​ຕິ​ເສດ​ໄດ້ ນັ້ນ​ແມ່ນ​ລະ​ດັບ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ເຖິງ​ວ່າ​ໄດ້​ຫລຸດ​ລົງ ແຕ່​ປະ​ກົດ​ການ​ທົ່ວ​ໂລກ​ອຸ່ນ​ຂຶ້ນ ບໍ່​ທັນ​ຈຳ​ກັດ​​ຢູ່​ໃນລະ​ດັບ​ຕ່ຳ​ກວ່າ 2 ອົງ​ສາC. ຖ້າ​ຫາກ​ບັນ​ດາ​ປະ​ເທດບໍ່​ປະ​ຕິ​ບັດ​ຢ່າງ​ຂ້ຽວ​ຂາດ​ບັນ​ດາ​ໂຄງ​ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຄວາມ​ສ່ຽງ​ໄພ​ຕໍ່​ໂລກບໍ່​ບັນ​ລຸ​ໄດ້​ຄາດ​ໝາຍ​ຈຳ​ກັດ​ບັນ​ຫາ​​ຫນ່ວຍໂລກ​ອຸ່ນ​ຂຶ້ນອາດ​ຈະ​ກາຍເປັນ​ຄວາມ​ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ