ພ້ອມກັບເລື່ອງຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ຢ່າງຜິດກົດໝາຍໃນເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມນັ້ນ, ຈີນສືບຕໍ່ອະທິບາຍຢ່າງຜິດເຂວກ່ຽວກັບເນື້ອໃນຈົດໝາຍຂອງທ່ານນາຍົກລັດຖະມົນຕີ ຝ້າມວັນດົງ( ຈົດໝາຍ 1958 ) ເພື່ອຖືວ່າ ຫວຽດນາມໄດ້ຍອມຮັບຈີນມີອະທິປະໄຕທີ່ມີຕໍ່ໝູ່ເກາະ ຮ່ວາງຊາ ແລະ ເຈືອງຊາ. ທ່ານ ດຣ ຫງວຽນຕວານທັ້ງ ຮອງຫົວໜ້າຄະນະຮັບຜິດຊອບວິຊາກົດໝາຍສາກົນ, ມະຫາວິທະຍາໄລກົດໝາຍຮ່າໂນ້ຍ, ໄດ້ສັງເກດ ຈົດໝາຍຂອງທ່ານນາຍົກລັດຖະມົນຕີ ຝ້າມວັນດົງຈາກແງ່ມຸມກົດໝາຍສາກົນ ເພື່ອຊີ້ອອກວ່່າ ຈີນໄດ້ຜິດພາດຢ່າງສິ້ນເຊິ່ງເມື່ອສວຍໃຊ້ ຈົດໝາຍສະບັບນີ້ເພື່ອທ່ວງເອົາອະທິປະໄຕ.
ຕາມທ່ານເຈີນຢີຫາຍ, ຮອງຫົວໜ້າຄະນະກຳມະການ ຊາຍແດນ ແຫ່ງຊາດ, ຈີນໄດ້ຕັ້ງໃຈ ເສກສັນປັ້ນແຕ່ງບິດເບືອນຄວາມຈິງ ແລະ ອະທິບາຍຢ່າງຜິດເຂວກ່ຽວກັບເນື້ອໃນຈົດໝາຍຂອງທ່ານນາຍົກລັດຖະມົນຕີ ຝ້າມວັນດົງປີ1958
|
ວັນທີ 4/9/1958, ລັດຖະບານຈີນໄດ້ອອກຖະແຫຼງການພຽງລຳພັງຝ່າຍດຽວກ່ຽວກັບເຂດນ່ານນ້ຳໃນສະພາວະທີ່ກອງປະຊຸມກົດໝາຍທະເລຄັ້ງທີ 1 ຂອງສະຫະປະຊາຊາດບໍ່ສາມາດບັນລຸໄດ້ຂໍ້ຕົກລົງກ່ຽວກັບເລື່ອງກຳນົດລວງກ້ວາງເຂດນ່ານນ້ຳລະຫວ່າງບັນດາປະເທດ, ດັ່ງນັ້ນແຕ່ລະປະເທດໄດ້ມີການທວງເອົາກຳມະສິດທີ່ແຕກຕ່າງກັນໂດຍລຳພັງຝ່າຍດຽວ, ໃນນັ້ນອາເມລິກາໄດ້ສະເໜີວ່າ ເຂດນ່ານນ້ຳຄວນມີລວງກ້ວາງ 3 ໄມທະເລ, ບັນດາປະເທດອື່ນຖະແຫຼງຄວນມີ 4,5 ໄມທະເລ, ສ່ວນຈີນຍົກອອກທັດສະນະວ່າ ຄວນມີລວງກ້ວາງ 12 ໄມທະເລ. ວັນທີ 14/9/1958, ທ່ານນາຍົກລັດຖະມົນຕີລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕຫວຽດນາມ ຝ້າມວັນດົງ ໄດ້ສົ່ງຈົດໝາຍເຖິງທ່ານນາຍົກລັດຖະມົນຕີຈີນ ເຈົາເອີນລ້າຍ, ໃນນັ້ນຢືນຢັນວ່າ “ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕຫວຽດນາມ ຮັບຮູ້ ແລະ ເຫັນດີຕໍ່ຖະແຫຼງການເມື່ອວັນທີ 4/9/1958 ຂອງລັດຖະບານແຫ່ງສາທາລະນະລັດປະຊາຊົນຈີນ, ຕົກລົງກ່ຽວກັບເຂດນ່ານທະເລຂອງຈີນ”....
ການໄຕ່ຕອງຢ່າງຜິດເຂວ, ບໍ່ສອດຄ່ອງກັບກົດໝາຍສາກົນ
ເມື່ອໄຕ່ຕອງກ່ຽວກັບ ຈົດໝາຍປີ 1958, ຝ່າຍຈີນຖືວ່າ ໃນຖະແຫຼງການກ່ຽວກັບເຂດນ່ານນ້ຳ 1958, ຈີນໄດ້ຊີ້ແຈ້ງເຖິງເຂດນ່ານນ້ຳ 12 ໄມທະເລທີ່ນຳໃຊ້ສຳລັບເກາະທຸກໆໜ່ວຍຂອງຈີນ ລວມທັງໝູ່ເກາະຊິຊາ ແລະ ໜານຊາ( ໝາຍເຖິງໝູ່ເກາະຮ່ວາງຊາ ແລະ ເຈືອງຊາຂອງຫວຽດນາມ); ຈົດໝາຍປີ 1958 ໄດ້“ຮັບຮູ້ ແລະ ເຫັນດີ”ຕໍ່ການຕົກລົງກ່ຽວກັບເຂດນ່ານນ້ຳຂອງຈີນ, ດັ່ງນັ້ນຈຶ່ງແມ່ນການຍອມຮັບ ແລະ ເຫັນດີຕໍ່ແຜນນະໂຍບາຍເຂດນ້ຳແດນດິນຂອງຈີນ, ເພາະແຜນນະໂຍບາຍກ່ຽວກັບເຂດນ່ານນ້ຳມີຕົ້ນກຳເນີດແມ່ນອະທິປະໄຕຜືນແຜ່ນດິນ. ທ່ານ ດຣ ຫງວຽນຕວານທັ້ງໄດ້ຊີ້ອອກວ່າ ຖະແຫຼງການເມື່ອວັນທີ 4/9/1958 ຂອງຈີນແມ່ນຖະແຫຼງປະກາດກ່ຽວກັບ ເຂດນ່ານນ້ຳ, ໝາຍເຖິງຖະແຫຼງປະກາດກ່ຽວກັບເຂດນ່ານທະເລ, ຫາກບໍ່ແມ່ນຖະແຫຼງປະກາດກ່ຽວກັບ ອະທິປະໄຕຜືນແຜ່ນດິນ.ຈົດໝາຍປີ 1958 ໄດ້ຊີ້ແຈ້ງເຖິງການຮັບຮູ້ ແລະ ເຫັນດີກ່ຽວກັບລວງກ້ວາງເຂດນ່ານນ້ຳຊຶ່ງຈີນໄດ້ຖະແຫຼງປະກາດແມ່ນ 12 ໄມທະເລ; ເພາະສະນັ້ນບໍ່ອາດເປັນເອກະພາບກັນຕໍ່ການເຫັນດີກ່ຽວກັບລວງກ້ວາງ ເຂດນ່ານນ້ຳກັບການຮັບຮູ້ ອະທິປະໄຕຜືນແຜ່ນດິນ. ພ້ອມກັນນັ້ນ, ບັນຫາຜືນແຜ່ນດິນ ແລະ ຖະແຫຼງປະກາດສ້າງຕັ້ງເຂດນ່ານທະເລ ແມ່ນ 2 ບັນຫາຕ່າງຫາກ. ເລື່ອງຈີນຖະແຫຼງສ້າງຕັ້ງລວງກ້ວາງເຂດນ່ານນ້ຳທີ່ມີຕໍ່ເກາະທຸກໆໜ່ວຍທີ່ຂຶ້ນກັບຈີນ ແມ່ນບໍ່ອະນຸຍາດສະຫຼຸບໄດ້ວ່າ ຈີນມີອະທິປະໄຕສຳລັບເກາະເຫຼົ່ານັ້ນ. ດ້ານອື່ນ, ຖະແຫຼງການກ່ຽວກັບ ເຂດນ່ານນ້ຳປີ 1958 ບໍ່ອະນຸຍາດໃຫ້ຢືນຢັນໄດ້ວ່າ ຈີນມີອະທິປະໄຕຢູ່ເກາະຕ່າງໆໂດຍຈີນໄດ້ທວງເອົາກຳມະສິດ; ດັ່ງນັ້ນ, ບໍ່ອາດໄຕ່ຕອງຍ້ອນເຫດຜົນຈີນໄດ້ຖະແຫຼງປະກາດເຂດນ່ານນ້ຳທີ່ມີຕໍ່ ໝູ່ເກາະຮ່ວາງຊາ ແລະ ເຈືອງຊາ(ທີ່ຂຶ້ນກັບຜືນແຜ່ນດິນຂອງຫວຽດນາມ) ຊຶ່ງພາໃຫ້ເຂົາເຈົ້າມີອະທິປະໄຕສຳລັບເກາະເຫຼົ່ານັ້ນໄດ້. ຕາມການກຳນົດຂອງກົດໝາຍສາກົນ, ຖະແຫຼງການນີ້ພຽງແຕ່ຜູກຮັດຈີນເທົ່ານັ້ນ, ຫາກບໍ່ມີຜົນສັກສິດ ແລະ ຜູກຮັດກັບປະເທດອື່ນໆ. ດ້ວຍລັກສະນະແມ່ນຖະແຫຼງປະກາດພຽງລຳພັງຝ່າຍດຽວ, ຈີນສາມາດທວງເອົາກຳມະສິດທີ່ມີຕໍ່ເກາະຕ່າງໆຊຶ່ງພວມແມ່ນເປົ້າໝາຍໂດຍຂັດແຍ້ງກັບປະເທດອື່ນໆ; ແຕ່ຖະແຫຼງການນີ້ ບໍ່ສາມາດສ້າງໃຫ້ມີອະທິປະໄຕຂອງຈີນສຳລັບເກາະເຫຼົ່ານັ້ນ. ຕາມຫຼັກການທີ່ດິນຄອບຄອງທະເລ, ເຂດນ່ານນ້ຳຖືກສ້າງຕັ້ງຂຶ້ນຈາກຜືນແຜ່ນດິນ, ດິນຕໍ່ແຜ່ນຫຼືເກາະ; ແຕ່ຖະແຫຼງການພຽງລຳພັງຝ່າຍດຽວກ່ຽວກັບການສ້າງຕັ້ງ ເຂດນ່ານນ້ຳ ແມ່ນບໍ່ມີຄຸນຄ່າສຳລັບປະເທດຖະແຫຼງປະກາດອະທິປະໄຕຜືນແຜ່ນດິນ. ເພາະສະນັ້ນ, ຖະແຫຼງການພຽງລຳພັງຝ່າຍດຽວຂອງຈີນກ່ຽວກັບການສ້າງຕັ້ງເຂດນ່ານນ້ຳທີ່ມີຕໍ່ ໝູ່ເກາະຮ່ວາງຊາ ແລະ ເຈືອງຊາ ແມ່ນບໍ່ສາມາດສ້າງໃຫ້ມີອະທິປະໄຕຂອງຈີນທີ່ມີຕໍ່ເກາະເຫຼົ່ານັ້ນ ແລະ ບໍ່ມີຜົນສັກສິດສຳລັບຫວຽດນາມ; ດັ່ງນັ້ນ, 2 ໝູ່ເກາະຮ່ວາງຊາ ແລະ ເຈືອງຊາແມ່ນສ່ວນໜຶ່ງໃນຜືນແຜ່ນດິນຫວຽດນາມຕະຫຼອດກາລະນານ.
ຈົດໝາຍປີ 1958 ບໍ່ປະລະອະທິປະໄຕສຳລັບໝູ່ເກາະຮ່ວາງຊາ ແລະ ເຈືອງຊາ
ໃນຕົວຈິງ ແລະ ໃນດ້ານກົດໝາຍ, ໃນຈຸດເວລາປີ 1954, ຫວຽດນາມໄດ້ຖືກຕັດແຍກຊົ່ວຄາວເປັນ 2 ພາກດ້ວຍເສັ້ນຊາຍແດນຊົ່ວຄາວແມ່ນເສັ້ນຂະໜານ 17. ພື້ນຖານດ້ານກົດໝາຍສາກົນທີ່ສຳຄັນສຳລັບເລື່ອງນີ້ ແມ່ນກອງປະຊຸມ ເຊີແນວກ່ຽວກັບບັນຫາສ້າງສັນຕິພາບຢູ່ອິນໂດຈີນຄືນໃໝ່ ແລະ ສັນຍາ ເຊແນວທີ່ໄດ້ລົງນາມເມື່ອວັນທີ 21/7/1954. ໃນຖະແຫຼງການສຸດທ້າຍຂອງ ກອງປະຊຸມ, ບັນດາຝ່າຍທີ່ເຂົ້າຮ່ວມໃຫ້ຄຳໝັ້ນໝາຍເຄົາລົບເອກະລາດ ອະທິປະໄຕ, ເອກະພາບຂອງປະເທດຊາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ, ແຕ່ອີງໃສ່ສະພາບຕົວຈິງໃນສະເພາະໜ້າ, ລັດຖະບານແຫ່ງສາທາລະນະລັດຫວຽດນາມໄດ້ຄຸ້ມຄອງຊົ່ວຄາວເຂດນ້ຳແດນດິນຈາກເສັ້ນຂະໜານ 17 ລົງຮອດທິດໃຕ້ ແລະ ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕຫວຽດນາມ ຄຸ້ມຄອງຊົ່ວຄາວເຂດນ້ຳແດນດິນຈາກເສັ້ນຂະໜານ 17 ມາຮອດທິດເໜືອ. ບົນພື້ນຖານການກຳນົດຂອງສັນຍາເຊີແນວ, ລັດຖະບານແຫ່ງສາທາລະນະລັດຫວຽດນາມ ໄດ້ສືບຕໍ່ປະຕິບັດອະທິປະໄຕທີ່ມີມາແຕ່ດົນນານຂອງຊາວຫວຽດນາມຢູ່ໝູ່ເກາະຮ່ວາງຊາ ແລະ ເຈືອງຊາ, ໂດຍຜ່ານບັນດາເອກະສານຄຸ້ມຄອງບໍລິຫານ ກໍຄືການເຄື່ອນໄຫວປະຕິບັດອະທິປະໄຕໃນຕົວຈິງ. ນັ້ນແມ່ນເຫດຜົນທີ່ວ່າ ເປັນຫຍັງກອງທັບເຮືອຂອງສາທາລະນະລັດຫວຽດນາມໄດ້ສູ້ຮົບຢ່າງດຸເດືອດເພື່ອປົກປັກຮັກສາອະທິປະໄຕເຂດນ້ຳແດນດິນ, ຕ້ານຄືນການຮຸກຮານຂອງຈີນຢູ່ ໝູ່ເກາະຮ່ວາງຊາເມື່ອປີ 1974. ແລະ ຍ້ອນຢຶດຄອງ ໝູ່ເກາະຮ່ວາງຊາດ້ວຍກຳລັງອາວຸດ, ລ່ວງລະເມີດກົດໝາຍສາກົນຢ່າງຮ້າຍແຮງ, ດັ່ງນັ້ນການປະກົດຕົວຂອງຈີນຢູ່ ໝູ່ເກາະຮ່ວາງຊາໃນປະຈຸບັນບໍ່ສາມາດສ້າງໃຫ້ມີອະທິປະໄຕແກ່ຈີນໄດ້.
ໃນສະພາບປະຫວັດສາດເຊັ່ນນັ້ນ, ພາຍຫຼັງສັນຍາເຊີແນວເມື່ອປີ 1954, ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕຫວຽດນາມຄຸ້ມຄອງຊົ່ວຄາວເຂດນ້ຳແດນດິນຈາກເສັ້ນຂະໜານ 17 ມາຮອດທິດເໜືອ, ດັ່ງນັ້ນບໍ່ມີສິດອຳນາດທີ່ມີຕໍ່ ໝູ່ເກາະຮ່ວາງຊາທີ່ນອນຢູ່ເຂດນ້ຳແດນດິນຈາກເສັ້ນຂະໜານ 17 ລົງຮອດທິດໃຕ້. ດັ່ງນັ້ນ, ຈົດໝາຍປີ 1958 ພຽງແຕ່ມີຜົນສັກສິດສຳລັບເນື້ອໃນທີ່ໄດ້ເຕື້ອງເຖິງໃນເອກະສານ ແລະ ພຽງມີສ່ວນກ່ຽວຂ້ອງເຖິງບັນດາບັນຫາຂຶ້ນກັບສິດອຳນາດຂອງລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕຫວຽດນາມ. ເນື້ອໃນຈົດໝາຍຂອງທ່ານນາຍົກລັດຖະມົນຕີ ຝ້າມວັນດົງ ພຽງສະແດງໃຫ້ເຫັນທ່າທີການເມືອງ ແລະ ການພົວພັນລະຫວ່າງ ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕຫວຽດນາມກັບຈີນເທົ່ານັ້ນ ພ້ອມທັງຢືນຢັນ “ການຮັບຮູ້ ແລະ ເຫັນດີ”ຂອງ ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕຫວຽດນາມທີ່ມີຕໍ່ການຖະແຫຼງປະກາດ ລວງກ້ວາງເຂດນ່ານນ້ຳ 12 ໄມທະເລຂອງຈີນ ແລະ ເດັດຂາດບໍ່ປະລະອະທິປະໄຕທີ່ມີຕໍ່ 2 ໝູ່ເກາະຮ່ວາງຊາ ແລະ ເຈືອງຊາ.