ໄຊຊະນະຂອງແນວທາງ ແລະ ສິລະປະການຍຸດທະຫານ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ

(vovworld)- ຫນັງ​ສື​ພິມ​ຕ່າງໆສະ​ບັບ​ອອກ​ວັນ​ທີ 24/4, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບ​ໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ, ເລ​ຂາ​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ: “ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ຂອງ​ພາ​ລະ​ກິດ​ຕ້ານ​ອາ​ເມ​ລິ​ກາ ກູ້​ຊາດ ແມ່ນ​ໄຊ​ຊະ​ນະ​ຂອງ​ແນວ​ທາງ ແລະ ສິ​ລະ​ປະ​ຍຸດ​ການ​ທະ​ຫານ​ຫວຽດ​ນາມ ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ອັນ​ຖືກ​ຕ້ອງ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ພັກ”, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຢືນ​ຢັນ ບົດ​ຮຽນ​ຂອງ​ການ​ຕໍ່​ຕ້ານ​ຕ້ານ​ອາ​ເມ​ລິ​ກາ ກູ້​ຊາດ ຕ້ອງ​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ໃນ​ໄລ​ຍະ​ປະ​ຈຸ​ບັນ.

ໄຊຊະນະຂອງແນວທາງ ແລະ ສິລະປະການຍຸດທະຫານ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ​ຈ້ອງ
ພາບ:kinhtenongthon

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽ​ນ​ຟູ​ຈ້ອງ ຊີ້​ແຈ້ງວ່າ: ການ​ບຸກ​ໂຈມ​ຕີ​ຂະ​ຫນາດ​ໃຫຍ່ ແລະ ລຸກ​ຮື້​ຂຶ້ນໃນ​ລະ​ດູ​ບານ​ໃຫມ່​ປີ 1975 ໄດ້​ສິ້ນ​ສຸດ​​ການ​ຕໍ່​ຕ້ານ​ຕ້ານ ອາ​ເມ​ລິ​ກາ ກູ້​ຊາດ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ​ຫວຽດ​ນາມດ້ວຍ​ໄຊ​ຊະ​ນະສ​ົມ​ບູນ, ສ້າງ​ບາດ​ລ້ຽວ​ໃນ​ປະ​ຫວັດ​ສາດ​ຂອງ​ຊາດ, ເປີດ​ສັງ​ກາດ​ໃຫມ່, ສັງ​ກາດ​ແຫ່ງ​ເອ​ກະ​ລາດ, ເອ​ກະ​ພາບ, ທັງ​ປະ​ເທດ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ. ໄຊ​ຊະ​ນະ​ຂອງ​ການ​ຕໍ່​ຕ້ານ​ຕ້ານ​ອາ​ເມ​ລ​ິ​ກາ ກູ້​ຊາດ ສະ​ແດງ​ໃຫ້​ເຫັນ​ກຳ​ລັງ​ແຮງ​ຂອງ​ລັດ​ທິ​ວິ​ລະ​ຊົນ​ປະ​ຕິ​ວັດ, ຄຸນ​ທາດ ແລະ ພູມ​ປັນ​ຍາ ຫວຽດ​ນາມ​ໃນ​ຍຸກ​ສະ​ໄຫມໂຮ່​ຈິ​ມີນ ຢ່າງ​ເລິກ​ເຊິ່ງ. ນັ້ນ​ກ​ໍ​ແມ່ນ​ເຫດ​ການ​ມີ​ລະ​ດັບ​ສາ​ກົນ​ອັນ​ຍິ່ງ​ໃຫຍ່ ແລະ ມີ​ລັກ​ສະ​ນະ​ຂອງ​ຍຸກ​ສະ​ໄຫມ​ຢ່າງ​ເລິກ​ເຊິ່ງ.

        ປະ​ຖົ​ມ​ປັດ​ໄຈ​ຕັດ​ສິນ​ຊີ້​ຂາດ​ແມ່ນ​ການ​ຊີ້​ນຳ​ນຳ​ພາຢ່າງ​ຖືກ​ຕ້ອງ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ

        ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລ້ວ, ການ​ຕໍ່​ຕ້ານ​ຕ້ານ ອາ​ເມ​ລິ​ກາ ກູ້​ຊາດ ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ(1954-1975) ແມ່ນ​​ສືບ​ຕໍ່ການ​ປະ​ຕິ​ວັດ​ຂອງ​ຊາດ, ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ. ໃນ​ເງື່ອ​ນ​ໄຂ​ທີ່​ປະ​ເທດ​ຊ​າດ ຖືກ​ແບ່ງ​ແຍກ​ເປັນ​ສອງ​ພາກ ​ຊົ່ວ​ຄາວ, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ປະ​ທານ​ໂຮ່​ຈິ​ມີນ ໄດ້​ອີງ​ຕາມ​ສະ​ພາບ​ສາ​ກົນ, ພາຍ​ໃນ​ປະ​ເທດ, ປຽບ​ທຽບ​ທີ່​ຕັ້ງ ແລະ ກຳ​ລັງ​ແຮງ​ລະ​ຫວ່າງ​ສອງ​ຝ່າຍ, ກຳ​ແຫນ້ນ​ທິດ​ສະ​ດີ​ລັດ​ທິ ມາກ​ເລ​ນີນ, ວາງ​ແນວ​ທາງ​ການ​ຕໍ່​ຕ້ານ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຖືກ​ຕ້ອງ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງນັ້ນ​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ລະ​ອຽດ ແລະ ການ​ພັດ​ທະ​ນາ​ຂອງ​​ການປະ​ຕິ​ວັດ​ຫວຽດ​ນາມ​ໃນ​ໄລ​ຍະ​ໃຫມ່. ຈຸດ​ພິ​ເສດ​ໃຫຍ່​ສຸດ ແລະ ກໍ​ແມ່ນ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ການ​ປະ​ຕິ​ວັດ​ຫວຽດ​ນາມ ແຕ່​ເດືອນ 7/1954-5/1975, ນັ້ນ​ແມ່ນ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ແນວ​ທາງ​ການ​ເມືອງ, ແນວ​ທາງ​ການ​ທະ​ຫານ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ເຊີດ​ຊູ​ຄັນ​ທຸງ​ເອ​ກະ​ລາດ​ຊົນ​ຊາດ ແລະ ສັງ​ຄົມ​ນິ​ຍົມ, ປະ​ຕິ​ບັດ​ສອງ​ຍຸດ​ທະ​ຍາດ​ປະ​ຕິ​ວັດ​ໃນ​ພາບ​ດຽວ​ນັ້ນ​ແມ່ນ: ການ​ປະ​ຕິ​ວັດ​ຊົນ​ຊາດ, ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ຢູ່ ພາກ​ໃຕ້ ແລະ ການ​ປ​ະ​ຕິ​ວັດ​ສັງ​ຄົມ​ນິ​ຍົມ​ຢູ່​ພາກ​ເຫນືອ, ເພື່ອ​ຈຸດ​ໝາຍ​ລ​ວມ​ແມ່ນ​ເອ​ກະ​ລາດ​ຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ນຳ​ປະ​ເທດ​ຊາດ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ. ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ກຳ​ນົດວ່າ: ພາກ​ເຫນືອ ແມ່ນ​ແນວ​ຫລັງ​ໃຫຍ່, ພາ​ລະ​ກິດ​ປະ​ຕິ​ວັດ​ຢູ່​ພາກ​ເຫນືອ​ມີ​ບົດ​ບາດ​ຕັດ​ສິນ​ຊີ້​ຂາດ​ສຳ​ລັບ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ທັງ​ປະ​ເທດ; ພາກ​ໃຕ້​ແມ່ນ​ແນວ​ຫນ້າ​ໃຫຍ່, ການ​ປະ​ຕິ​ວັດ​ພາກ​ໃຕ້​ມີ​ຄຸນ​ປະ​ໂຫຍດ​ຕັດ​ສິນ​ຊີ້​ຂາດ​ໂດຍ​ກົງ​ເຖິງ​ພາ​ລະ​ກິດ​ປົດ​ປ່ອຍ​ພາກ​ໃຕ້. ນັ້ນ​ແມ່ນ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ບໍ່​ເຄີຍ​ມີມາ​ໃນ​ປະ​ຫວັດ​ສາດ ແລະ ແມ່ນ​ຜົນ​ງານ​ອັນ​ໃຫຍ່​ຫລວງ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ​ແລ້ວ, ເລື່ອງ​ກຳ​ນົດ​ແນວ​ທາງ​ການ​ປະ​ຕິ​ວັດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຖືກ​ຕ້ອງ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ ໄດ້​ສະ​ແດງ​ໃຫ້​ເຫັນ​ການມອງກວ້າງ​ເຫ​ັນ​ໄກ, ຈີນ​ຕະ​ນາ​ການ​ຍຸດ​ທະ​ສາດ, ສິ​ລະ​ປະ​ຍຸດ​ອັນ​ຄ່ອງ​ແຄ້ວ​ຂອງ​ພັກ, ເປັນ​ຕົ້ນ​ໃນ​ຈຸດ​ເວ​ລາ​ມີ​ລັກ​ສະ​ນະ​ບາ​ດ​ລ້ຽວ​ຂອງ​ການ​ຕໍ່​ຕ້ານ.

ເສີມ​ຂະ​ຫຍາຍ​ສິ​ລະ​ປະ​ຍຸດ​ການ​ທະ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ​ໂດຍ​ມີ​ການ​ຊ່ວຍ​ເຫລືອ​ແລະ​ຮ່ວມ​ມື​ສາ​ກົນ

 ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນ​ຢັນ: ໃນ​ ການ​ຕໍ່​ຕ້ານ​ຕ້ານ ອາ​ເມ​ລິ​ກາ ກູ້​ຊາດ ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ, ສິ​ລະ​ປະ​ຍຸດ​ການ​ທະ​ຫານ ແລະ ສົງ​ຄາມ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ພັດ​ທະ​ນາ​ຢ່າງ​ສູງ​ສຸດ. ໂດຍ​ກຳ​ໄດ້​ກົ​ດ​ເກນ​ສົງ​ຄາມ, ໝູນ​ໃຊ້ ແລະ ປະ​ຕິ​ບັດ​ສິ​ລະ​ປະ​ຍຸດ​ການ​ທະ​ຫານ​ຂອງ​ສົງ​ຄາມ​ປະ​ຊາ​ຊົນ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ຫວຽດ​ນາມ ໄດ້​ຫັນ​ສະ​ຖາ​ນະ​ການສະ​ຫນາມ​ຮົບ​ຕາມ​ທິດ​ມີ​ປະ​ໂຫຍດ​ເທື່ອ​ລະ​ກ້າວ, ຍາມ​ໃດ​ກໍ​ຕີ​ສັດ​ຕູ​ຕາມ​ທ່າ​ແຮງ​ຂອງ​ຕົນ, ເປັນ​ເຈົ້າ​ການ, ​ຕີ​ແບບບັງ​ເອີນ. ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ສົງ​ຄ​າມ​ປະ​ຊາ​ຊົນ ໄດ້​ຊ່ວຍ​ໃຫ້​ຫວຽດ​ນາມ ຍາດ​ໄຊ​ຊະ​ນະ​ເທື່ອ​ລະ​ກ້າວ, ມຸ່ງ​ໄປ​ເຖິງ​ການ​ຕີ​ໃຫ້​ສັດ​ຕູ​ຖືກ​ປະ​ລາ​ໄຊ​, ສຸດ​ທ້າຍຍາດ​ໄຊ​ຊະ​ນະ​ດ​້ວຍ​ການ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່ ແລະ ການ​ລຸກ​ຮື້​ຂຶ້ນ​ເມື່ອ​ລະ​ດູ​ບານ​ໃຫມ່​ປີ 1975. ພັກ​ກອມ​ມູ​ນິດ​ຫວຽດ​ນາມ ກໍ​ຖື​ເປັນ​ພິ​ເສດ ແລະ ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ຂອງວຽກການ​ພັກ, ວຽກ​ງານ​ການ​ເມືອງ, ລະ​ດົມ​ກຳ​ລັງ​ແຮງ​ສູ​ງ​ສຸດ​ຂອງ​ທັງ​ປະ​ເທດ, ລວມ​ມີ ກຳ​ລັງ​ແຮງ​ທາງ​ດ້ານ​ວັດ​ຖຸ ແລະ ກຳ​ລັງ​ແຮງ​ດ້ານ​ການ​ເມືອງ, ຈິດ​ໃຈ, ກຳ​ລັງ​ແຮງ​ມູນ​ເຊື້ອ​ຮັກ​ຊາດ​ທີ່​ແຮງ​ກ້າ​ຂອງ​ປະ​ເທດ​ມີ​ອະ​ລິ​ຍະ​ທຳ​ນັບ​ພັນໆ​ປີ ໃຫ້​ເກ່​ການ​ຕໍ່​ຕ້າ​ນ​ຕ້ານ​ອາ​ເມ​ລິ​ກາ. ພັກ ໄດ້​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ກຳ​ລັງ​ແຮງ​ທົ່ວ​ປວງ​ຊົນ​ທັງ​ຊາດ ສົມ​ທົບ​ກັບ​ກຳ​ລັງ​ແຮງ​ຂອງ​ຍຸກ​ສະ​ໄຫມ ພ້ອມ​ກັບ​ການ​ຊ່ວຍ​ເຫລືອ​ຂອງ​ປະ​ຊາ​ຊົນ​ກ້າວ​ຫນ້າ​ໃນ​ທົ່ວ​ໂລກ, ຂອງ​ບັນ​ດາ​ປະ​ເທດ ສັງ​ຄົມ​ນິ​ຍົມ​ອ້າຍ​ນ້ອງ, ເປັນ​ຕົ້ນ​ແມ່ນ ໂຊວຽດ, ຈີນ ທີ່​ມີ​ຕໍ່​ການ​ຕໍ່​ສູ້​ອັນ​ເປັນ​ທຳ​ຂອງ​ຊາດ​ຫວຽດ​ນາມ, ພິ​ເສດ​ແມ່ນ​ຄວາ​ມ​ສາ​ມັກ​ຄີ​ສຳ​ພັນ​ສູ້​ຮົບ​ຕ້ານ​ສັດ​ຕູ​ໂຕ​ດຽວ​ຂອງ​ປະ​ຊາ​ຊົນ ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ. ນີ້​ກໍ​ແມ່ນ​ບັນ​ດາ​ປະ​ຖົມ​ປັດ​ໄຈ​ສຳ​ຄັນ ປະ​ກອບ​ສ່ວນ​ສ້າງ​ເປັນ​ໄຊ​ຊະ​ນະ​ຂອງ​ການ​ຕໍ່​ຕ້ານ​ຕ້ານ​ອາ​ເມ​ລິ​ກາ​ກູ້​ຊາດ.

 ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ການ​ຊີ້​ນຳ​ນຳ​ພາ​ໃນ​ພາ​ລະ​ກິດ​ສ້າງ​ສາແລະ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ

​ມ້ວນ​ທ້າຍ, ​ບົດ​ຂຽນ​ຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ​ ຖື​ວ່າ: ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ໃນ​ຈຸດ​ເວ​ລາ​​ທີ່ພັກ​ກອມ​ມູ​ນິດ ຫວຽດ​ນາມ ດຳ​ເນີນກອງ​ປະ​ຊຸມ​ໃຫຍ່​ຄະ​ນະ​ພັກ​ທຸກ​ຂັ້ນ, ​ກ້າວໄປ​ເຖິງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ແມ່ນ​ເຫດ​ການ​ສຳ​ຄັນ​ຍິ່ງ​ຂອງ​ພັກ, ປະ​ເທດ​ຊາດ. ນີ້ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ນຳ​ພາ​, ກຳ​ລັງ​ຕໍ່​ສູ້, ເສີມ​ຂະ​ຫຍາຍ​ພຸມ​ປັນ​ຍາ​ຂອງ​ທົ່ວ​ພັກ ກ່​ວາ​ອີກ​, ປະ​ຕິ​ບັດ​ແນວ​ທາງ​ປ່ຽນ​ໃໝ່ສຳ​ເລ​ັດ​ຜົນ​, ປະ​ຕິ​ບັດ​ພາ​ລະ​ກິດ​ສ້າງ​ສາ​ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ປະ​ຕິ​ວັດ​ໃໝ່​ຢ່າງ​ມີ​ໄຊ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເນັ້ນ​ໜັກ​ວ່າ: ບົດ​ຮຽນ​ສຳ​ລັບ​​ການ​ນຳ​ພາ​ຂອງ​ພັກ​ໃນ​ການ​ຕໍ່​ຕ້ານ​ຕ້ານ​ອາ​ເມ​ລິ​ກາ, ກູ້​ຊາດ​ຕ້ອງ​ໄດ້​ຮັບ​ການ​ສືບ​ທອດ, ​ເສີມ​ຂະ​ຫຍາຍ​ໃນ​ສະ​ພາບ​ການ​ໃໝ່. ນັ້ນ​ແມ່ນ​ບົດ​ຮຽນ​ຢືດ​ໝັ້ນ​ແນວ​ທາງ, ຈຸດ​ໝາຍ​ເອ​ກະ​ລາດ​ຊົນ​ຊາດ​​ຕິດ​ພັນ​ກັບ​ລັດ​ທິ​ສັງ​ຄົມ, ຢືດ​ໝັ້ນ ແລະ ນຳ​ໃຊ້​​ທິດ​ສະ​ດີລັດ​ທິ​ມາກ - ເລ​ນີນ, ແນວ​ຄິດ​ ໂຮ່​ຈີ​ມິນ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ຮັກ​ສາ​ທາ​ດ​ແທ້​ຊົນ​ຊັ້ນ​ກຳ​ມະ​ກອນ ແລະ ປັບ​ປຸງ​ພື້ນ​ຖານ​ແນວ​ຄວາມ​ຄິດ​ຂອງ​ພັກ​ຢ່າງ​ໝັ້ນ​ຄົງ. ບົນ​ພື້ນ​ຖານນັ້ນ, ​ກຳນົດ​ແນວ​ທາງ, ແຜນນ​ະ​ໂຍ​ບາຍ, ມາ​ດ​ຕະ​ການ​ນຳ​ພາ​ຢ່າງ​ຖືກ​ຕ້ອງ, ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ​ຂອງ​ການ​ປະ​ຕິ​ວັດ, ຕັ້ງ​ໜ້າ​ປ່ຽນ​ໃໝ່ວິ​ທີ​ການ​ນຳ​ພາ, ຄົ້ນ​ຄ້​ວາ​ທິດ​ສະ​ດີ, ​ສະ​ຫລຸບພຶດ​ຕິ​ກຳ​ຕົວ​ຈິງ, ຊອກ​ຫາ​ກົດ​​ເກັນ​ພາ​ວະ​ວິ​ໄສ ຮັບ​ປະ​ກັນ​ໃຫ້​ການ​ນຳ​ພາ​ຂອງ​ພັກ ນຳ​ມາ​ເຊິ່ງ​ຜົນ​ສັກ​ສິດ, ປະ​ສິດ​ທິ​ຜົນ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປັກ​ປັກ​ຮັກ​ສາ​ປະ​ເທດ ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ