(vovworld) - ໝວດມາດຕະການຫນູນຊ່ວຍວິສາຫະກິດກ່ຽວກັບນະໂຍບາຍອາກອນດ້ວຍມູນຄ່າ 29.000 ຕື້ດົ່ງ ຊຶ່ງລັດຖະບານຫາກໍ່ປະກາດໃນອາທິດຜ່ານມາພວມດຶງດູດຄວາມສົນໃຈຈາກຫາງສຽງ. ເຖິງວ່າ ລັດຖະບານຍັງຕ້ອງສ້າງລະບຽບການໃຫ້ສົມບູນ ແບບເພື່ອຍື່ນສະເຫນີຕໍ່ສະພາແຫ່ງຊາດຮັບຮອງເອົາທີ່ກອງປະຊຸມເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ແຕ່ຕາມການສັງເກດຈາກບັນດາວິສາຫະກິດກໍຄືຜູ້ຊ່ຽວຊານດ້ານເສດຖະກິດແລ້ວ, ນີ້ແມ່ນໝວດມາດຕະການຫນູນຊ່ວຍວິສາຫະກິດທີ່ມີຫລາຍຮູບຫລາຍແບບທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ ແລະ ບັນດາມາດຕະການກ່ຽວກັບນະໂຍບາຍອາກອນແມ່ນຮອບດ້ານແລະ ຖືກກັບເປົ້າໝາຍ.
ຫລຸດຜ່ອນອາກອນຫນູນຊ່ວຍວິສາຫະກິດດຳເນີນທຸລະກິດ
|
ແຈ້ງການຂອງຫ້ອງວ່າການລັດຖະບານກ່ຽວກັບໝວດມາດຕະການ, ຕໍ່ກຳນົດເວລາຫລຸດຜ່ອນອາກອນໄດ້ຮັບການສະຫນັບສະຫນູນຈາກວິສາຫະກິດຫລາຍແຫ່ງ ດ້ວຍປະສິດທິຜົນຢ່າງແທດຈິງ ແມ່ນປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກໃນການຜະລິດດຳເນີນທຸລະກິດປະຈຸບັນ. ທ່ານນາງ Nguyen Thi Loan, ສະມາຊິກສະພາບໍລິຫານ ບໍລິສັດຫຸ້ນສ່ວນກໍ່ສ້າງ ທັງລອງ, ເມືອງ ລອງບຽນ ຮ່າໂນ້ຍ ໃຫ້ຮູ້ວ່າ: ເມື່ອນະໂຍບາຍດັ່ງກ່າວໄດ້ຮັບການປະຕິບັດ, ຈຳນວນເງິນຈາກການຫລຸດຜ່ອນອາກອນ ແລະ ຕໍ່ກຳນົດເວລາເກັບອາກອນຈະຊ່ວຍໃຫ້ວິສາຫະກິດມີແຫລ່ງທຶນຕື່ມອີກເພື່ອລົງທຶນໃຫ້ແກ່ການຜະລິດດຳເນີນທຸລະກິດໃນໄລຍະຈະມາເຖິງ. ຕາມການຄິດໄລ່ແລ້ວ, ດ້ວຍສັນຍາການຄ້າ 2 ສະບັບ ລວມມູນຄ່າ 30 ຕື້ດົ່ງທີ່ໄດ້ລົງນາມໃນໄລຍະ 6 ເດືອນຕົ້ນປີ, ເມື່ອອາກອນລາຍຮັບຂອງວິສາຫະກິດຫລຸດລົງ 30%, ທາງບໍລິສັດສາມາດປະຢັດ ເງິນໄດ້ປະມານ 550 ລ້ານດົ່ງ. ສຳລັບລາຍຮັບ 30 ຕື້ດົ່ງນັ້ນ, ບໍລິສັດຕ້ອງເສຍອາກອນມູນຄ່າເພີ່ມປະມານ 3 ຕື້ດົ່ງ. ເມື່ອໄດ້ຮັບການຕໍ່ກຳນົດເວລາເສຍອາກອນໃນໄລຍະ 6 ເດືອນ ຈຳນວນເງິນເຫົຼ່ານີ້ ຈະຖືກນຳໃຊ້ໃນການລົງທຶນພັດທະນາ. ທ່ານນາງ Nguyen Thi Loan ໃຫ້ຮູ້ວ່າ:
“ນີ້ແມ່ນຈຳນວນເງິນຫລາຍພໍສົມຄວນ, ເພີ່ມເຕີມໃຫ້ແກ່ແຫລ່ງທຶນທີ່ມີຢູ່ຂອງວິສາຫະກິດ, ປະກອບສ່ວນຊ່ວຍວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກໃນດ້ານທຶນຮອນ. ປະຈຸບັນ ອາກອນລາຍຮັບວິສາຫະກິດ 25% ແມ່ນລະດັບສູງໂພດ, ເລື່ອງຫລຸດຜ່ອນອາກອນໝາຍຄວາມວ່າຫລຸດຜ່ອນບ້ວງລາຍຈ່າຍຫລາຍພໍສົມຄວນ ແລະ ພວກຂ້າພະເຈົ້າກໍໄດ້ຮັບຜົນປະໂຫຍດ, ບ້ວງເງິນນັ້ນຈະໄດ້ຮັບການລົງທຶນໃຫ້ແກ່ການຜະລິດດຳເນີນທຸລະກິດ. ເລື່ອງຕໍ່ກຳນົດເວລາເກັບອາກອນໄດ້ຊ່ວຍໃຫ້ວິສາຫະກິດບໍ່ຕ້ອງເສຍອາກອນໃນທັນທີ່, ນຳໃຊ້ແຫລ່ງທຶນນັ້ນເພື່ອເພີ່ມເຕີມເຂົ້າ ແຫລ່ງທຶນດຳເນີນທຸລະກິດວິສາຫະກິດ.”
ປະຊາຄົມວິສາຫະກິດຫວຽດນາມ ຖືວ່າ ໝວດມາດຕະການຂອງລັດຖະບານໄດ້ຫນູນຊ່ວຍໃຫ້ວິສາຫະກິດຢ່າງທັນການໃນສະພາບຄວາມຫຍຸ້ງຍາກຄືປະຈຸບັນ. ທ່ານ Danh Quy ຜູ້ອຳນວຍການແຜນການ ແລະ ການລົງທຶນ, ສະຫະພັນສະຫະກອນ ນະຄອນ ໂຮ່ຈິມີນ ຖືວ່າ:
“ທາງວິສາຫະກິດກໍເຫັນໄດ້ຄວາມສະດວກ ແລະ ການແບ່ງບັນຂອງລັດຖະບານທີ່ມີຕໍ່ບັນດາວິສາຫະກິດຄືພວກຂ້າພະເຈົ້າ. ທີຫນຶ່ງ ການຫລຸດຜ່ອນອາກອນ, ຕໍ່ກຳນົດເວລາເສຍອາກອນແມ່ນການຫນູນຊ່ວຍໃຫ້ແກ່ວິສາຫະກິດ. ທີສອງ ພວກຂ້າພະເຈົ້າດີໃຈຫລາຍເມື່ອໄດ້ຮັບຂ່າວວ່າລັດຖະບານມີແຜນນະໂຍບາຍຫລຸດຜ່ອນ 50% ຄ່າເຊົ່າທີ່ດິນ ເພື່ອໃຫ້ພວກຂ້າພະເຈົ້າຜັນຂະຫຍາຍເຄື່ອຂ່າຍຢ່າງສະດວກກວ່າ.”
ຕາມຂໍ້ສະເຫນີຂອງກະຊວງການເງິນແລ້ວ, ບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍຂອງຫວຽດນາມ ຈະໄດ້ຮັບການຫລຸດຜ່ອນ 30% ອາກອນລາຍຮັບວິສາຫະກິດໃນປີ 2012. ອາກອນມູນຄ່າເພີ່ມ ຊຶ່ງວິສາຫະກິດຕ້ອງເສຍໃນໄຕມາດທີ 2 ຈະໄດ້ແກ່ຍາວຕື່ມອີກ 6 ເດືອນ. ກະຊວງການເງິນຍັງສະເຫນີຕໍ່ສະພາປະຊາຊົນທຸກຂັ້ນ ຫລຸດຜ່ອນ 50% ຄ່າເຊົ່າທີ່ດິນຂອງບັນດາວິສາຫະກິດການຄ້າ, ການບໍລິການເຄື່ອນໄຫວໃນບໍລິເວນນະຄອນນະຄອນໃນປີ 2012 ນີ້. ທ່ານນາງ Nguyen Thi Cuc ຜູ້ຊ່ຽວຊານທີ່ປຶກສາດ້ານການເງິນ ໄດ້ໃຫ້ຂໍ້ສັງເກດວ່າ: ເມື່ອທຽບກັບບັນດາມາດຕະການກ່ຽວກັບນະໂຍບາຍອາກອນປີ 2011 ພຽງແຕ່ແກ້ໄຂອາກອນລາຍຮັບວິສາຫະກິດເທົ່ານັ້ນ.
“ຄວາມສາມາດຊຶ່ງວິສາຫະກິດໄດ້ຮັບຜົນປະໂຫຍດຈາກໝວດມາດຕະການເຊິ່ງກະຊວງການເງິນຍື່ນສະເຫນີຕໍ່ລັດຖະບານ ແລະ ໄດ້ຮັບການຮັບຮອງເອົາເພື່ອຍື່ນສະເຫນີຕໍ່ສະພາແຫ່ງຊາດໃນກອງປະຊຸມຄັ້ງຈະມາເຖິງແມ່ນຫລາຍກວ່າ ແລະ ມີຄວາມສາມາດປະຕິບັດໄດ້ຫລາຍກວ່າເມື່ອທຽບໃສ່ປີ 2011. ຍິ່ງໄປກວ່ານັ້ນ ຈຳນວນ ອາກອນໃນປີ 2011 ຂອງວິສາຫະກິດຍັງປະສົບກັບຄວາມຫຍຸ້ງຍາກນັ້ນຈະໄດ້ຮັບການຕໍ່ກຳນົດເວລາເສຍອາກອນຕື່ມອີກ ນີ້ແມ່ນຄວາມພະຍາຍາມທີ່ສຸດຂອງກະຊວງການເງິນ. ”
ທ່ານນາງ Vu Thi Mai ຮອງລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າ: ຍອດມູນຄ່າຂອງໝວດມາດຕະການກ່ຽວກັບອາກອນທີ່ມີຕໍ່ວິສາຫະກິດແມ່ນ 29.000 ຕື້ດົ່ງ. ພິເສດ ບັນດາມາດຕະການນີ້ຈະຫນູນຊ່ວຍຖືກກັບເປົ້າໝາຍ, ຖືກກັບຈຸດໝາຍ ແລະ ທັນການ ຕາມລະດັບຄວາມຫຍຸ້ງຍາກຂອງວິສາຫະກິດ. ທ່ານນາງ Vu Thi Mai ເນັ້ນຫນັກວ່າ:
“ຈຳນວນວິສາຫະກິດທີ່ປະສົບກັບຄວາມຫຍຸ້ງຍາກ ສ່ວນຫລາຍແມ່ນວິສາຫະກິດຂະຫນາດກາງ ແລະ ນ້ອຍ, ປຸ້ງແຕ່ງຜະລິດຕະພັນກະເສດ, ເຄື່ອງປ່າຂົງດົງ, ສິນໃນນ້ຳ, ຕຳແຜ່ນຕັດຫຍິບ, ເອເລັກໂຕນິກ ກໍ່ສ້າງພື້ນຖານໂຄງລ່າງ, ອະສັງຫາລິມະຊັບ. ບ້ວງເງິນຫນູນຊ່ວຍແມ່ນສຸມໃສ່ອາກອນ, ບໍ່ພຽງແຕ່ຫລຸດຜ່ອນ 30% ອາກອນລາຍຮັບວິສາຫະກິດໃນປີ 2012 ເທົ່ານັ້ນ ຫາກຍັງມີມາດຕະການຕໍ່ກຳນົດເວລາເສຍອາກອນ ແລະ ຫລຸດຜ່ອນຄ່າເຊົ່າທີ່ດິນອີກດ້ວຍ. ອາດຈະເວົ້າໄດ້ວ່າ ບັນດາມາດຕະການທີ່ຍົກອອກມາ ບໍ່ພຽງແຕ່ສຳລັບວິສາຫະກິດທີ່ດຳເນີນທຸລະກິດມີກຳໄລເທົ່ານັ້ນ ຫາກຍັງແກ້ໄຂຄວາມຫຍຸ້ງຍາກລວມຂອງບັນດາວິສາຫະກິດ, ບັນດາຂະແຫນງການທີ່ພວມປະທົບກັບຄວາມຫຍຸ້ງຍາກອີກດ້ວຍ.”
ໃນ 4 ເດືອນຕົ້ນປີ, ທັງປະເທດມີວິສາຫະກິດເກືອບ 18.000 ແຫ່ງຖືກລົ້ມລະລາຍ, ຢຸດຕິການເຄື່ອນໄຫວດຳເນີນທຸລະກິດ, ເພີ່ມຂຶ້ນເກືອບ 10% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນສະພາບການຄືແນວນັ້ນ ໝວດມາດຕະການຕໍ່ກຳນົດເວລາເສຍອາກອນ ແລະ ຫລຸດຜ່ອນອາກອນ ຂອງລັດຖະບານປະຈຸບັນ ແມ່ນທັນການ, ເພື່ອຊ່ວຍວິສາຫະກິດຊຸກຍູ້ການຜະລິດດຳເນີນທຸລະກິດ, ກະຕຸກຊຸກຍູ້ການເຕີບໂຕ, ຮັບປະກັນໃຫ້ພື້ນຖານເສດຖະກິດຜ່ານຜ່າຄວາມຫຍຸ້ງຍາກ, ພັດທະນາແບບຍືນຍົງ.
ລານແອງ