(vovworld) - ເຖິງວ່າວັນທີ 10/8, ໝາກຜົນທາງການຂອງການລົງປະຊາມະຕິກ່ຽວກັບຮ່າງລັດຖະທຳມະນູນສະບັບໃໝ່ຂອງ ໄທ ຈຶ່ງໄດ້ຮັບການປະກາດກໍ່ຕາມ ແຕ່ຮອດຈຸດເວລານີ້ມີ 94% ຈຳນວນບັດໄດ້ນັບສະແດງໃຫ້ເຫັນວ່າປະຊາຊົນ ໄທ ສ່ວນຫຼາຍໄດ້ສະໜັບສະໜູນເອກະສານສະບັບນີ້. ໝາກຜົນນີ້ໄດ້ສະແດງໃຫ້ເຫັນຄວາມມຸ່ງຫວັງຂອງປະຊາຊົນປະເທດນີ້ຕໍ່ພື້ນຖານການເມືອງທີ່ມີສະຖຽນລະພາບ ແລະ ເສດຖະກິດພັດທະນາ.
ການລົງປະຊາມະຕິເມື່ອວັນທີ 7/8 ເປັນຂີດໝາຍເປັນຄັ້ງທຳອິດທີ່ປະຊາຊົນ ໄທ ໄປປ່ອນບັດນັບແຕ່ເມື່ອທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ, ເຄີຍເປັນຜູ້ບັນຊາການທະຫານບົກ ໄທ, ໄດ້ໂຄ່ນລົ້ມລັດຖະບານຂອງທ່ານນາງ ຍິງລັກ ຊີນນະວັດ ເມື່ອປີ 2014. ປະເທດນີ້ພວມຖືກແບ່ງແຍກພາຍຫຼັງເກືອບໜຶ່ງທົດສະວັດທີ່ຂາດສະຖຽນລະພາບດ້ານການເມືອງ, ເຊິ່ງແມ່ນສິ່ງທີ່ກໍ່ຜົນເສຍຫາຍເຖິງການເຕີບໂຕ, ກີດຂວາງວິວັດທະນາການປະຊາທິປະໄຕ ແລະ ເຮັດໃຫ້ຫຼາຍຄົນເສຍຊີວິດໃນການແຫ່ຂະບວນປະທ້ວງຄັ້ງຕ່າງໆຕາມຖະໜົນ.
ໝາກຜົນຂອງການນັບບັດໃນເບື້ອງຕົ້ນໄດ້ສະແດງໃຫ້ເຫັນວ່າ, ຜູ້ມີສິດເລືອກຕັ້ງ 60% ໄດ້ສະໜັບສະໜູນຮ່າງລັດຖະທຳມະນູນສະບັບໃໝ່ໃນຂະນະທີ່ມີກ່ວາ 30% ຄັດຄ້ານ. ເປັນໜ້າສົນໃຈແມ່ນ, ຮ່າງລັດຖະທຳມະນູນສະບັບໃໝ່ຍາດໄດ້ການສະໜັບສະໜູນຢູ່ທຸກໆແຫ່ງ, ເວັ້ນເສຍແຕ່ພາກອີສານໄທ, ແຫ່ງທີ່, ຜູ້ມີສິດເລືອກຕັ້ງເກືອບທັງໝົດໄດ້ປະຕິເສດເອກະສານໂດຍອຳນາດການປົກຄອງການທະຫານຮຽບຮຽງ. ສະເພາະຢູ່ນະຄອນຫຼວງ ບາງກອກ, ອັດຕາຜູ້ສະໜັບສະໜູນຮ່າງລັດຖະທຳມະນູນສະບັບໃໝ່ຂຶ້ນເຖິງ 70%.
ການປ່ອນບັດລົງປະຊາມະຕິເມື່ອວັນທີ 7/8 ຢູ່ໄທ
ເປັນຫຍັງປະຊາຊົນໄທເຫັນດີເຫັນພ້ອມກັບຮ່າງລັດຖະທຳມະນູນ?
ການລົງປະຊາມະຕິໃນວັນທີ 7/8 ໄດ້ຮັບຖືວ່າເປັນການທົດລອງລະດັບຄວາມໄວ້ວາງໃຈຂອງປະຊາຊົນສຳລັບອຳນາດການປົກຄອງຂອງທ່ານນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຊາ, ນາຍພົນທະຫານຂຶ້ນກຳອຳນາດນຳພາປະເທດຊາດພາຍຫຼັງການລັດຖະປະຫານເມື່ອປີ 2014. ອຳນາດການປົກຄອງຂອງທ່ານ ປຣາຢຸດ ໄດ້ຮັບຖືວ່າ ໄດ້ນຳມາເຊິ່ງສະຖຽນລະພາບໃຫ້ແກ່ ໄທ ແລະ ຢຸດຕິບັນດາການຈາລະຈົນທີ່ເກີດຂຶ້ນເປັນປະຈຳ ແລະ ໄດ້ແບ່ງແຍກດ້ານການເມືອງຢູ່ປະເທດນີ້ໃນຫຼາຍປີກ່ອນນີ້.
ໂດຍລະອຽດແມ່ນໃນໄລຍະວິກິດການດ້ານການເມືອງເກີດຂຶ້ນ, ການທ່ອງທ່ຽວ, ການສົ່ງອອກ, ການລົງທຶນຂອງ ໄທລ້ວນແຕ່ຖືກຢຸດໄວ້. ແຕ່ເຖິງຢ່າງໃດກໍ່ຕາມ, ຮອດໄຕມາດທີ 1 ປີ 2016, ລະດັບເຕີບໂຕ GDP ຂອງ ໄທບັນລຸ 3,2%, ເຊິ່ງແມ່ນລະດັບສູງສຸດໃນ ໄລຍະ 3 ປີມານີ້. ນີ້ແມ່ນຄວາມມານະພະຍາຍາມທີ່ບໍ່ອາດປະຕິເສດໄດ້ຂອງອຳນາດການປົກຄອງການທະຫານ ດ້ວຍ 10 ມາດຕະການກະຕຸກຊຸກຍູ້ພື້ນຖານເສດຖະກິດໃນໄລຍະຜ່ານມາ. ຜົນງານດັ່ງກ່າວກໍ່ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ຊາວ ໄທ ກ່ຽວກັບການເຕີບໂຕເສດຖະກິດ, ຖ້າຫາກມີສະຖຽນລະພາບດ້ານການເມືອງ.
ຄວາມຈິງດັ່ງກ່າວພ້ອມກັບເລື່ອງທະຫານ ໄທຖືວ່າຮ່າງລັດຖະທຳມະນູນສະບັບໃໝ່ຈະແກ້ໄຂສະພາບແບ່ງແຍກດ້ານການເມືອງທີ່ແກ່ຍາວມາເປັນເວລາໜຶ່ງທົດສະວັດກວ່າທີ່ຜ່ານມາຢູ່ ໄທ, ໄດ້ເຮັດໃຫ້ຊາວ ໄທສ່ວນຫຼາຍະໜັບສະໜູນຮ່າງລັດຖະທຳມະນູນສະບັບນີ້.
ໃນຂະນະນັ້ນ, ຕາມວົງການນັກສັງເກດການແລ້ວ, ເລື່ອງຊາວ ໄທ ສ່ວນຫຼາຍປ່ອນບັດສະໜັບສະໜູນຮ່າງລັດຖະທຳມະນູນສະບັບໃໝ່ ໄດ້ສະແດງໃຫ້ເຫັນວ່າ, ເຂົາເຈົ້າໄດ້ເບື່ອໜ່າຍກັບການຜັນແປດ້ານການເມືອງພາຍຫຼັງວິກິດການເມື່ອປີ 2006. ແລະ ຫວັງວ່າກອງທັບມີບົດບາດໃຫຍ່ກວ່າໃນການສ້າງຕັ້ງລັດຖະບານ, ຮັບປະກັນສະຖຽນລະພາບເພື່ອພັດທະນາປະເທດຊາດ. ນັກຮຽນຮູ້ ປຣິນຢາ, ສາສະດາຈານກົດໝາຍ ມະຫາວິທະຍາໄລ ທຳມະຊາດ, ຖືວ່າ, ຜົນແຫ່ງການລົງປະຊາມະຕິ ກໍ່ສະແດງໃຫ້ເຫັນຄວາມລະແວງສົງໄສຂອງປະຊາຊົນຕໍ່ໄພຈະເກີດຄວາມຂາດສະຖຽນລະພາບຄືກ່ອນທີ່ຈະເກີດການລັດຖະປະຫານເມື່ອປີ 2014. ຕາມນັກວິເຄາະດ້ານການເມືອງ ສຸຂຸມ ເນີ່ນສະກຸນ, ອະດີດ ອະທິການບໍດີ ມະຫາວິທະຍາໄລ ຣຳຄຳແພງ ແລ້ວ, ຜົນແຫ່ງການລົງປະຊາມະຕິ ໄດ້ສະແດງໃຫ້ເຫັນວ່າ, ປະຊາຊົນໄດ້ຮັບຮູ້ລັດຖະບານ ໂດຍກອງທັບນຳພາ, ມອບບົດບາດສ້າງຕັ້ງລັດຖະບານໃໝ່ໃຫ້ກອງທັບ. ສິ່ງສຳຄັນອື່ນອີກນັ້ນແມ່ນ, ປະຊາຊົນບໍ່ມີຄວາມເຊື່ອໝັ້ນຕໍ່ບັນດານັກການເມືອງທີ່ເຂົາເຈົ້າເຄີຍນິຍົມອີກ.
ເຖິງຢ່າງໃດກໍຕາມ, ໃນດ້ານກົງກັນຂ້າມ, ບັນດາຜູ້ຄັດຄ້ານຮ່າງລັດຖະທຳມະນູນພັດຖືວ່າ: ໝາກຜົນການລົງປະຊາມະຕິບໍ່ທັນຊັດເຈນ ຍ້ອນວ່າ ກ່ອນການລົງປະຊາມະຕິ, ອຳນາດການປົກຄອງຂອງນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຊາ ໄດ້ຫ້າມບັນດາການປຶກສາຫາລືຢ່າງເປີດເຜີຍກ່ຽວກັບຮ່າງລັດຖະທຳມະນູນນີ້. ຊ້ຳບໍ່ໜຳ ຜູ້ໃດຕຳຫນິຕິຕຽນຮ່າງລັດຖະທຳມະນູນ ອາດຈະຖືກປັບໄຫມລົງໂທດຈຳຄຸກ 10 ປີ. ບັນດາມາດຕະການຈຳກັດດັ່ງກ່າວ ເຮັດໃຫ້ປະຊາຊົນໄທສ່ວນຫລາຍບໍ່ຮູ້ແຈ້ງບັນດາເນື້ອໃນທີ່ຍັງບໍ່ທັນສົມເຫດສົມຜົນຂອງຮ່າງລັດຖະທຳມະນູນ ແລະ ເຮັດໃຫ້ປະຊາຊົນ ຢາກສຳເລັດວິວັດການທີ່ແກ່ຍາວນີ້ໂດຍໄວ.
ປະຕິກິລິຍາລະມັດລະວັງຈາກບັນດາພັກຝ່າຍ
ປະຕິກິລິຍາໄດ້ເກີດຂຶ້ນພາຍຫລັງຈຳນວນບັດສ່ວນຫລາຍໄດ້ຮັບການນັບ, ບັນດາການນຳພັກ ເພື່ອໄທ, ຊື່ງແມ່ນກຳລັງສະຫນັບສະຫນູນອະດີດນາຍົກລັດຖະມົນຕີ ທັກສີນ ຊີນະວັດ ໄດ້ຖະແຫລງວ່າ ຍອມຮັບໝາກຜົນການລົງປະຊາມະຕິ, ພ້ອມທັງໃຫ້ຮູ້ວ່າ ເຂົາເຈົ້າຈະສືບຕໍ່ທຳການຕໍ່ສູ້ເພື່ອປະຊາທິປະໄຕໃນທຸກສະພາບການ. ເຖິງຢ່າງໃດກໍຕາມ, ພັກເພື່ອໄທ ກໍເນັ້ນຫນັກວ່າ: ເລື່ອງອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດຕຳ່ກວ່າການລົງປະຊາມະຕິເມື່ອປີ 2007 ໄດ້ສະແດງໃຫ້ເຫັນທ່າທີ່ຂອງປະຊາຊົນຢ່າງຈະແຈ້ງ. ຄວາມຈິງ, ມີພຽງປະມານ 55% ໃນຈຳນວນຜູ້ມີສິດເລືອກຕັ້ງ 50,5 ລ້ານຄົນເຂົ້າຮ່ວມການປ່ອນບັດ, ເກືອບເທົ່າກັບອັດຕາ 57% ໃນການລົງປະຊາມະຕິເມື່ອປີ 2007. ສະມາຊິກຂອງພັກ ທ່ານນາງອະດີດນາຍົກລັດຖະມົນຕີໄຕ ຍິ່ງຣັກ ຊີນະວັດ ຖືວ່າ: ເລື່ອງຈຳນວນຜູ້ມີສິດເລືອກຕັ້ງໄທສ່ວນຫລາຍໄປປ່ອນບັດສະຫນັບສະຫນູນຮ່າງລັດຖະທຳມະນູນສະບັບໃຫມ່ ແມ່ນ “ບາດຖ້ອຍຫລັງ” ໃຫ້ປະເທດຊາດ ເພາະນີ້ແມ່ນຮ່າງລັດຖະທຳມະນູນປອດປະຊາທິປະໄຕ. ໃນຂະນະນັ້ນ, ອະດີດນາຍົກລັດຖະມົນຕີ ອະພິຊີດ ເວດຊາຊິວະ, ປະທານພັກປະຊາທິປະໄຕ ໄດ້ຢືນຢັນ: ຍອມຮັບໝາກຜົນການລົງປະຊາມະຕິ ແລະ ຮຽກຮ້ອງພັກອື່ນກໍປະຕິບັດຄ້າຍຄືກັນ. ທ່ານອະພິຊິດ ເວົ້າວ່າ: ຄວາມເອົາໃຈໃສ່ໃຫຍ່ສຸດປະຈຸບັນຂອງໄທ ຈະແມ່ນການປະຕິບັດວິວັດການກ້າວໄປເຖິງການເລືອກຕັ້ງທົ່ວປະເທດໃນປີ 2017.
ສ່ວນຝ່າຍລັດຖະບານ, ນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຊາ ໄດ້ຢືນຢັນ: ການເລືອກຕັ້ງທົ່ວປະເທດ ຈະຖືກຈັດຂຶ້ນໃນປີ 2017 ຕາມແຜນການໄດ້ວາງອອກ, ເຖິງວ່າ ຮ່າງລັດຖະທຳມະນູນສະບັບໃຫມ່ ໄດ້ຮັບການສະຫນັບສະຫນູນຈາກຜູ້ມີສິດເລືອກຕັ້ງຫລືບໍ່. ພົນເອກ ປຣາວິດ ວົງສຸອວນ, ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີປ້ອງກັນປະເທດໄທ ໄດ້ຢືນຢັນ: ບັນດານາຍພົນຂອງປະເທດນີ້ ບໍ່ມີເຈດຈຳນົງສ້າງຕັ້ງພັກການເມືອງ ແລະ ທ່ານເອງ ຈະບໍ່ເຂົ້າຮ່ວມການແຂ່ງຂັນເລືອກຕັ້ງ ແລະ ອອກສະໝັກຮັບເລືອກຕັ້ງເຂົ້າຕຳແຫນ່ງນາຍົກລັດຖະມົນຕີໃນລັດຖະບານໃຫມ່. ຕາມພົນເອກ ປຣາວິດ ແລ້ວ, ອຳນາດການປົກຄອງການທະຫານປະຈຸບັນ ຍັງມີຫລາຍວຽກຕ້ອງເຮັດ ໃນນັ້ນ ມີການກະກຽມໃຫ້ການເລືອກຕັ້ງ ແລະ ເມື່ອມີບັນດາກົດໝາຍເໝາະສົມແລ້ວ, ບັນດານັກການເມືອງຈະໄດ້ຮັບອະນຸຍາດເຂົ້າຮ່ວມການຂົນຂວາຍຫາສຽງເລືອກຕັ້ງ.
ໄທ ເຄີຍເກີດການລັດຖະປະຫານການທະຫານ ແລະ ກົນອຸບາຍລັດຖະປະຫານເປັນຫລາຍຄັ້ງ ນັບແຕ່ເມື່ອປະເທດນີ້ປ່ຽນແທນລະບອບລາຊາທິປະໄຕອຳນາດເດັດຂາດ ດ້ວຍລັດແຫ່ງລັດຖະທຳມະນູນປີ 1932. ຮ່າງລັດຖະທຳມະນູນສະບັບນີ້ ເມື່ອໄດ້ຮັບການຮັບຮອງເອົາຈາກປະຊາຊົນ ຈະກາຍເປັນລັດຖະທຳມະນູນສະບັບ ຄັ້ງທີ 20 ຂອງໄທ, ສະແດງໃຫ້ເຫັນຄວາມມຸ້ງມາດປາດຖະຫນາຂອງປະຊາຊົນກ່ຽວກັບສະຖຽນລະພາບເພື່ອພັດທະນາ.