(vovworld) - ພາຍຫລັງດຳເນີນມາເປັນເວລາ 1 ເດືອນ, ຕອນບ່າຍວັນທີ 21/6, ກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ໄດ້ອັດລົງ. ກອງປະຊຸມເທື່ອນີ້ ໄດ້ຮັບການຕີລາຄາແມ່ນປະສົບຜົນສຳເລັດ, ເພາະວ່າ ນອກຈາກວຽກງານສ້າງກົດໝາຍສຳເລັດແລ້ວ, ກອງປະຊຸມເທື່ອນີ້ຍັງຕັດສິນຫລາຍບັນຫາທາງດ້ານເສດຖະກິດ ສັງຄົມທີ່ສຳຄັນ ຊຶ່ງໄດ້ຮັບຄວາມສົນໃຈຈາກຜູ້ມີສິດເລືອກຕັ້ງໃນທົ່ວປະເທດ.
ກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ຊາດ ຫວຽດນາມ
ຊຸດທີ 13 ເຮັດວຽກມາເປັນເວລາ 1 ເດືອນ
ພາບ:internet
|
ທີ່ກອງປະຊຸມຂອງສະພາແຫ່ງຊາດເທີ່ອນີ້, ສະພາແຫ່ງຊາດໄດ້ສະຫງວນ ເວລາສ່ວນຫລາຍໃຫ້ແກ່ການເຄື່ອນໄຫວນິຕິບັນຍັດ. ລະອຽດຄື: ໃນໄລຍະເຮັດວຽກ 25 ວັນນັ້ນ, ມີ ກວ່າ 16 ວັນ, ສະພາແຫ່ງຊາດໄດ້ສຸມໃສ່ພິຈາລະນາ, ປຶກສາຫາລື ໃຫ້ຄຳເຫັນ ແລະ ຮັບຮອງເອົາຮ່າງກົດໝາຍຫລາຍສະບັບ. ທ່ານ Nguyen Sy Dung ຮອງຫົວຫນ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ໄດ້ຢືນຢັນວ່າ:
“ອາດຈະເວົ້າວໄດ້ວ່າ, ບໍ່ທັນມີສະໄຫມປະຊຸມເທື່ອໃດ ຮັບຮອງເອົາເຖິງ 13 ຮ່າງກົດໝາຍ ແລະ ໃຫ້ຄຳເຫັນໃສ່ຮ່າງກົດໝາຍອື່ນຫລາຍສະບັບ. ໃນ ຮ່າງກົດໝາຍ 13 ສະບັບ ຊຶ່ງສະພາແຫ່ງຊາດຮັບຮອງເອົານັ້ນ ມີກົດໝາຍບາງສະບັບມີຄວາມສຳຄັນຍິ່ງຄື: ກົດໝາຍວ່າດ້ວຍແຮງງານສະບັບປັບປຸງ ດ້ວຍຫລາຍຈຸດໃຫມ່, ກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານຜົນຮ້າຍຈາກຢາສູບ, ກົດໝາຍວ່າດ້ວຍການປັບໄຫມການກະທຳຜິດທາງດ້ານບໍລິຫານ, ກົດໝາຍວ່າດ້ວຍການໂຄສະນາ, ກົດໝາຍວ່າດ້ວຍທະເລ ຫວຽດນາມ ແລະອື່ນໆ.”
ຕາມທ່ານ Nguyen Sy Dung ແລ້ວ, ຜົນສຳເລັດຂອງສະໄຫມປະຊຸມຄັ້ງນີ້ ຍັງສະແດງໃຫ້ເຫັນເລື່ອງປັບປຸງການເຄື່ອນໄຫວຕິດຕາມກວດກາຢ່າງແຮງຂອງສະພາແຫ່ງຊາດ, ດັດແກ້ຂັ້ນຕອນ, ລະບຽບການຜ່ານການເລືອກເຟັ້ນບັນຫາຕິດຕາມກວດການັບມື້ນັບຖືກຕ້ອງກັບບັນຫາຊຶ່ງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດສົນໃຈ. ພິເສດ, ທີ່ສະໄຫມປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ປະກາດໃຊ້ມະຕິຫລາຍສະບັບທີ່ສຳຄັນຄື: ມະຕິກ່ຽວກັບແຜນຮ່າງສືບຕໍ່ປ່ຽນໃຫມ່, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ, ມະຕິກ່ຽວກັບການພັດທະນາເສດຖະກິດ ສັງຄົມປີ 2012, ໃນນັ້ນ ເຕື້ອງເຖິງເນື້ອໃນສຳຄັນກ່ຽວກັບແຜນຮ່າງສັງລວມໃນການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ ແລະ ເປັນຄັ້ງທຳອິດ ສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບການຊັກຖາມ, ກ່ຽວຂ້ອງເຖິງ 4 ຂົງເຂດຊຶ່ງລວມມີ: ຊັບພະຍາກອນ ແລະ ສິ່ງແວດລ້ອມ, ແຜນການ ແລະ ການລົງທຶນ, ອຸດສາຫະກຳ ການຄ້າ, ຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ລັດຖະມົນຕີ 4 ທ່ານ ແລະ ຮອງນາຍົກລັດຖະມົນຕີ ທ່ານຫນຶ່ງໄດ້ຕາງຫນ້າໃຫ້ລັດຖະບານຕອບ 172 ຄຳຊັກຖາມຂອງ ສະມາຊິກສະພາແຫ່ງຊາດ 88 ທ່ານ ກ່ຽວກັບຫລາຍບັນຫາຊຶ່ງຜູ້ມີສິດເລືອກຕັ້ງໃນທົ່ວປະເທດສົນໃຈ ໃນບັນຍາກາດກົງໄປກົງມາ, ສ້າງສັນ ແລະ ໂອ້ລົມສົນທະນາ.ທ່ານ Nguyen Sy Dung ໃຫ້ຮູ້ວ່າ:
“ອາດຈະເຫັນໄດ້ວ່າ ການເຄື່ອນໄຫວຊັກຖາມແມ່ນສຸມໃສ່ບັນຫາເຮັ່ງຮ້ອນທີ່ສຸດຂອງປະເທດຊາດ ທີ່ພວມປະເຊີນຫນ້າ. ຈາກບັນຫາກ່ຽວກັບການຍາດຊິງສິດນຳໃຊ້ທີ່ດິນ, ຄ່າຊົດເຊີຍ, ບຸກເບິກຫນ້າພຽງ ຕະຫລອດຮອດບັນຫາອື່ນທີ່ກ່ຽວຂ້ອງເຖິງລັດວິສາຫະກິດ, ການຜິດພາດຢູ່ລັດວິສາຫະກິດຄືແນວໃດ, ແກ້ໄຂບັນຫາຄືແນວໃດ, ບັນດາບັນຫາກ່ຽວຂ້ອງເຖິງການລົງທຶນຂອງລັດ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ.”
ການປະຊຸມຂ່າວປະກາດໝາກຜົນຂອງສະໄຫມປະຊຸມເທື່ອທີ 3
ສພຊ ຊຸດທີ 13
ພາບ: internet |
ມະຕິກ່ຽວກັບການຊັກຖາມໂດຍສະພາແຫ່ງຊາດຮັບຮອງເອົາໃນເທື່ອນີ້ ບໍ່ພຽງແຕ່ວາງອອກບັນດາຫນ້າທີ່ລະອຽດໃຫ້ແກ່ລັດຖະບານ, ບັນດາກະຊວງຂະແຫນງການກ່ຽວຂ້ອງ ແລະ ນັບທັງສະພາແຫ່ງຊາດໃນການຕິດຕາມກວດກາ, ເລັ່ງລັດການປະຕິບັດຄຳໝັ້ນໝາຍຂອງບັນດາທ່ານລັດຖະມົນຕີຕໍ່ຫນ້າສະມາຊິກສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງ ເທົ່ານັ້ນ ຫາກຍັງກຳນົດຢ່າງຈະແຈ້ງຈຸດເວລາ ຕ້ອງແກ້ໄຂບັນຫາທີ່ຍັງຄົງຄ້າງໃນຂົງເຂດທີ່ຂຶ້ນກັບກະຊວງ, ຂະແຫນງການຂອງຕົນຄຸ້ມຄອງ. ມະຕິກໍກຳນົດໄລຍະເວລາລະຫວ່າງ ສະໄຫມປະຊຸມ ສອງຄັ້ງ ຂອງສະພາແຫ່ງຊາດ ຊຶ່ງຈະຈັດຕັ້ງບັນດາວາລະຊັກຖາມ, ອະພິປາຍຂອງບັນດາລັດຖະມົນຕີ, ການນຳຂະແຫນງການຕ່າງໆກ່ຽວກັບບັນຫາເກີດຂຶ້ນໃນການຄຸ້ມຄອງລັດ. ສິ່ງດັ່ງກ່າວປະກອບສ່ວນຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ, ຮັບປະກັນການເຄື່ອນໄຫວຂອງບັນດາອົງການແຫ່ງລັດໃຫ້ໃກ້ຊິດຕິດແທດກັບປະຊາຊົນກວ່າ, ເປີດເຜີຍກວ່າ, ກະຈ່າງແຈ້ງກວ່າ ແລະ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດຕິດຕາມກວດກາການເຄື່ອນໄຫວຂອງບັນດາອົງການແຫ່ງລັດ.
ທີ່ກອງປະຊຸມເທື່ອນີ້, ສະພາແຫ່ງຊາດກໍເອົາໃຈໃສ່ເຖິງການປ່ຽນໃຫມ່, ຍົກສູງຄຸນນະພາບຂອງສະໄຫມປະຊຸມ. ບັນດາການປ່ຽນໃຫມ່ນີ້ ໄດ້ປະກອບສ່ວນເຮັດໃຫ້ການເຄື່ອນໄຫວຂອງສະພາແຫ່ງຊາດນັບມື້ນັບແທດຈິງກວ່າ.
ໃນສະພາບທົ່ວປະເທດພວມສຸມໃສ່ທຸກແຫລ່ງກຳລັງເພື່ອປະຕິບັດຫນ້າທີ່ເສດຖະກິດສັງຄົມປີ 2012 ຢ່າງມີໄຊ ໃນສະພາບການພາຍໃນປະເທດ ແລະ ສາກົນ ຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫລາຍຢ່າງ, ທີ່ກອງປະຊຸມເທື່ອນີ້, ສະພາແຫ່ງຊາດກໍວາງອອກຄຳຮຽກຮ້ອງຄວນສ້າງ ແລະ ປະຕິບັດໝາກຜົນຂອງແຜນຮ່າງສັງລວມກ່ຽວກັບການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ໂດຍໄວ ແລະ ຖືວ່າ ນີ້ແມ່ນຫນ້າທີ່ຮີບດ່ວນຂອງທັງລະບົບການເມືອງ. ພ້ອມກັນນັ້ນ ແມ່ນສ້າງນະໂຍບາຍທາງດ້ານກົດໝາຍກ່ຽວກັບການປ້ອງກັນ ແລະ ຕ້ານອາດຊະຍາກຳ, ໄພສັງຄົມ, ອຸປະຕິເຫດທາງຄົມມະນາຄົມ, ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ. ກ່າວຄຳເຫັນໃນວາລະອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ Nguyen Sinh Hung ຊີ້ແຈງວ່າ:
“ພາຍຫລັງກອງປະຊຸມເທື່ອນີ້, ຄະນະປະຈຳສະພາແຫ່ງຊາດ, ລັດຖະບານ, ບັນດາຂະແຫນງການ, ຂັ້ນຕ່າງໆ ຄວນສ້າງລາຍການ, ແຜນການຜັນຂະຫຍາຍປະຕິບັດບັນດາມະຕິຕົກລົງຂອງສະພາແຫ່ງຊາດຢ່າງມີປະສິດທິຜົນ, ສູ້ຊົນສຳເລັດຫນ້າທີ່ປີ 2012 ເປັນຢ່າງດີ. ສະພາແຫ່ງຊາດກໍຮຽກຮ້ອງໃຫ້ປະຊາຊົນໃນທົ່ວປະເທດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈົ່ງເຊີດຊູມູນເຊື້ອຮັກຊາດ, ພ້ອມທັງແບ່ງປັນກັບຄວາມຕັດສິນໃຈຂອງສະພາແຫ່ງຊາດ, ລັດຖະບານ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ,ສິ່ງທ້າທາຍ, ປະຕິບັດຫນ້າທີ່ພັດທະນາເສດຖະກິດສັງຄົມປີ 2012 ຢ່າງມີໄຊ.”
ກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ໄດ້ອັດລົງດ້ວຍບັນດາໝາກຜົນລະອຽດ. ດ້ວຍການປ່ຽນແປງໃຫມ່ໃນກອງປະຊຸມເທື່ອນີ້, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດຈະມີຄວາມເຊື່ອໝັ້ນຕໍ່ສະພາແຫ່ງຊາດ ນັບມື້ນັບປະຕິບັດພາລະບົດບາດ, ຫນ້າທີ່, ສິດອຳນາດຂອງຕົນຢ່າງມີປະສິດທິຜົນ, ແທດຈິງກວ່າ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນການສ້າງລັດແຫ່ງອຳນາດນິຕິບັນຍັດ ສັງຄົມນິຍົມ ຫວຽດນາມ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.