Ando Katsuhiro ຊາວ ຍີ່ປຸ່ນ ນິຍົມມໍລະດົກວັດທະນະທຳ ຫວຽດນາມ

(vovword) - ​11 ປີ ທີ່​​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ ຢູ່ ຫວຽດນາມ, ທ່ານ Ando Katsuhiro ຜູ້​ຊ່ຽວຊານ​ກ່ຽວ​ກັບ​ການ​ພັດທະນາວັດທະນະທຳ, ການ​ທ່ອງທ່ຽວ ມີ​ຄວາມ​ເຂົ້າ​ໃຈ ​ແລະ ຮັກ​ແພງ​ປະ​ເທດ​ຫວຽດນາມ​ກວ່າ. ທ່ານ​ໄດ້​ຍາດ​ເວລາ​ເພື່ອ​ຄົ້ນ​ຄ້ວາ​ສະຖາປັດຕະຍະ​ກຳບູຮານ ຢູ່ ຫວຽດນາມ ແລະ ຊ່ວຍໃຫ້ປະຊາຊົນພັດທະນາ​ການທ່ອງທ່ຽວ​ວົງ​ຄະນາ​ຍາດ. ທ່ານ Ando Katsuhiro ຢາກ​ໃຫ້​ບັນດາ​ມໍລະດົກ​ວັດທະນະທຳ, ບັນດາ​ຈຸດ​ວັດທະນະທຳ​ຂອງ​ເຂດ​ບ້ານ​ນາ ຫວຽດນາມ ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ​ແລະ ຍົກ​ສູງ​ລັກສະນະ​ດູດ​ດື່ມ ບໍ່​ພຽງ​ແຕ່​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ນັບ​ທັງ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ອີກ​ດ້ວຍ.

Ando Katsuhiro ຊາວ ຍີ່ປຸ່ນ ນິຍົມມໍລະດົກວັດທະນະທຳ ຫວຽດນາມ - ảnh 1
ທ່ານ Ando Katsuhiro ຜູ້​ຊ່ຽວຊານ​ພັດທະະນາວັດທະນະທຳ,​ທ່ອງທ່ຽວ
ພາບ:internet

        ​ສະຖານ​ທີ່ທຳ​ອິດ​ຢູ່ ຫວຽດນາມ ທີ່ີ​ທ່ານ Ando ​ໄປ​ຢ້ຽມຢາມ​ນັ້ນ​ແມ່ນຄຸ້ມ​ເມືອງ​ເກົ່າ ​ໂຮ້ຍອ່ານ ​ແຂວງ ກວ໋າງນາມ. ​ໃນ​​ໄລຍະ​ນັ້ນ ທ່ານ Ando ​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ປະຕິສັງຂອນ​ເຮືອ​ນບູຮານ ຢູ່ ​ໂຮ້ຍອານ. ນີ້​ກໍ​ແມ່ນ​ແຫ່ງ​ທີ່​ເຮັດ​ໃຫ້​ທ່ານ​​ເກີດ​ຄວາມ​ນິຍົມ​ບັນດາ​ຄຸນຄ່າ​ທາງ​ດ້ານ​ວັດທະນະທຳ​ຂອງ ຫວຽດນາມ. ທ່ານ Ando ​ໃຫ້​ຮູ້​ວ່າ:

        “ ຢູ່ ຫວຽດນາມ ຂ້າພະ​ເຈົ້າ​ໄດ້​​ໄປ​ຢ້ຽມຢາມ 40 ​ແຂ​ວງ, ນະຄອນ, ​ແຕ່​ສະຖານ​ທີ່​ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ແມ່ນ ຄຸ້ມ​ເມືອງ​ເກົ່າ​ໂຮ້ຍອານ. ​ແຫ່ງນີ້​ບໍ່​ພຽງ​ແຕ່​ແມ່ນ​ສະຖານທີ່​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ມາ​ຢ້ຽມຢາມ​ເທົ່າ​ນັ້ນ ຫາກ​ພາຍຫລັງ​ຫລາຍ​ປີ​ທີ່​ຂ້າພະ​ເຈົ້າ​ກັບ​ຄືນ​ມາ​ຢາມ ຊາວ​ທ້ອງ​ຖິ່ນ​ກໍບໍ່​ຫລົງ​ລືມ​ຂ້າພະ​ເຈົ້າ. ສິ່ງ​ນັ້ນ​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າ​ຮູ້ສຶກ​ຕື້ນ​ຕັນ​ໃຈ​ຫລາຍ.”

        ຖັດຈາກ ​ໂຮ້ຍອານ, ທ່ານ Ando ສືບ​ຕໍ່​ປະຕິບັດ​ບັນດາ​ໂຄງການ​ປະຕິສັງຂອນ​ເຮືອນ​ບູຮານ ຢູ່ ໝູ່​ບ້ານ ​ເຟືອ​ກຕີກ ນະຄອນ ​ເຫ້ວ, ກາຍ​ແບ່ ນະຄອນ ຕຽນ​ຢາງ ​ແລະ  ​ເດື່ອງ​ເລີມ ນະຄອນ ​ຮ່າ​ໂນ້ຍ ​ແລະ ຫລາຍ​ໂຄງການ​ອື່ນ​ອີກ. ທ່ານ Ando ພ້ອມ​ກັບ​ບັນດາ​ຜູ້​ຮ່ວມ​ງານ ຍີ່​ປຸ່ນ ​ແລະ ຫວຽດນາມ ​ພ້ອມ​ກັນ​ຄົ້ນ​ຄ້ວາ, ​ເຮັດ​ວຽກ ​ເພື່ອ​ປະກອບສ່ວນ​ປະຕິສັງຂອນ​ບັນດາ​ເຮືອນ​ເກົ່າ ​ແລະ ພັດທະນາ​ຮູບ​ແບບ “ການທ່ອງທ່ຽວ​ວົງ​ຄະນາ​ຍາດ” ຢູ່ ໝູ່​ບ້ານ​ບູນຮານເດື່ອງ​ເລີມ.
 

Ando Katsuhiro ຊາວ ຍີ່ປຸ່ນ ນິຍົມມໍລະດົກວັດທະນະທຳ ຫວຽດນາມ - ảnh 2
ທ່ານ AndoKatsuhiro ພ້ອມກັບຊາວທ້ອງຖິ່ນຄົ້ນຄ້ວາວິທີປະຕິສັງຂອນ
ເຮືອນບູຮານ
ພາບ:AndoKatsuhiro

        ຮ່ວມ​ເດີນທາງ​ກັບ ທ່ານ Ando ​ໃນ​ບັນດາ​ລາຍການ​ສຳ​ຫລວດ​ດັ່ງກ່າວ, ນາງ ຫງວຽນ​ທີ​ຮັ່ງ​ງາ ຮູ້ສຶກ​ເຄົາລົບ​ນັບຖືທ່ານ. ນາງ​ງາ ​ເວົ້າ​ວ່າ:

        “​ເມື່ອ​ເຮັດ​ວຽກ​ກັບ ທ່ານ Ando, ຂ້າພະ​ເຈົ້າ​ຮູ້ສຶກ​ແປກ​ປະຫລາດ​ໃຈ. ທ່ານ Ando ​ເຂົ້າ​ໃຈ​ກ່ຽວ​ກັບ​ການທ່ອງທ່ຽວ ຫວຽດນາມ ຢ່າງ​ເລິກ​ເຊິ່ງ ພິ​ເສດ​ແມ່ນ​ຢູ່​ເຂດ​ຊົນນະບົດ. ຊາວ ຫວຽດນາມ​ ບາງ​ຄົນ​ກໍ່​ບໍ່​ຮູ້​ຈັກ​ໄດ້ຄຸນຄ່າ​ທາງ​ດ້ານ​ວັດທະນະທຳ​ຂອງ ຫວຽດນາມ ຄື​ດັ່ງ ທ່ານ Ando.”

        ອ້າຍ​ນາມ ພະນັກງານ​ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ ຊຶ່ງ​ເປັນ​ຜູ້​​ໂຊກ​ດີທີ່ ​ໄດ້​ມີ​ໂອກາດເຮັດ​ວຽກ​ກັບ ທ່ານ Ando ​​ເປັນ​ຫລາຍ​ຄັ້ງ​ແລ້ວ ​ໃຫ້ສັງ​ເກດ​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ວ່າ ທ່ານ Ando ​ແມ່ນ​ຜູ້​ສຸດ​ຈິດ​ສຸດ​ໃຈ, ຮັກ​ແພງ ຫວຽດນາມ ກໍ​ຄື​ບັນດາ​ມໍລະດົກ​ຂອງ ຫວຽດນາມ.  ພໍ່​ພຽງ​ແຕ່​ຊ່ວຍ ຫວຽດນາມ ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳ, ພັດທະນາ​ວົງ​ຄະນາ​ຍາດ​ເທົ່າ​ນັ້ນ ທ່ານ Ando ຍັງ​ຊ່ວຍ​ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ໃນ​ການ​ຄົ້ນ​ຄ້ວາຕະ​ຫລາດ, ສົ່ງ​ເສີມ​ການ​ໂຄສະນາ​ການທ່ອງທ່ຽວ​ຢູ່ ຍີ່​ປຸ່ນອີກ​ດ້ວຍ.”

        ດ້ວຍ​ບັນດາຄວາມ​ຮູ້​ວິຊາ​ສະ​ເພາະ ​ແລະ ຄວາມ​ເມົາ​ມົວກັບ​ສະຖາປັດຕະຍະ ກຳ​ບູຮານ, ທ່ານ Ando ​ໄດ້​ປະກອບ​ກຳລັງ​ເຫື່ອ​ແຮງ​​ເຂົ້າໃນ​ການ​ປົກ​ປັກຮັກສາ, ປະຕິສັງຂອນ​ໝູ່​ບ້ານ​ບູຮານ​ຂອງ ຫວຽດນາມ. ສຳລັບ​ ທ່ານ Ando ​ແລ້ວ, ວຽກ​ງານ​ນີ້​ມີ​ຄວາມ​ໝາຍ​ຍິ່ງ​ສຳລັບ​ຊີວິດ​ຂອງ​ທ່ານ.

        ລານ​ແອ​ງ

ຕອບກັບ

ຂ່າວ/ບົດ​ອື່ນ