ອ້າຍເອື້ອຍນ້ອງພະນັກງານ VOV5 |
ນັບແຕ່ຈຸດເວລາໃຫ້ອອກອາກາດລາຍການຂ່າວເປັນພາສາອັງກິດ ແລະ ພາສາຝະລັ່ງລາຍການທຳອິດເມື່ອເດືອນ 9/1945 ມາຮອດປະຈຸບັນ, ລະບົບລາຍການກະຈາຍສຽງເປັນພາສາຕ່າງປະເທດ (VOV5) ໄດ້ຜະລິດລາຍການກະຈາຍສຽງເປັນ 12 ພາສາຕ່າງປະເທດເຊັ່ນ: ອັງກິດ, ຝະລັ່ງ, ຍີປຸ່ນ, ລັດເຊຍ, ຈີນ, ເຢຍລະມັນ, ໄທ, ລາວ, ກຳປູເຈຍ, ອິນໂດເນເຊຍ, ແອດສປາຍ ແລະ ພາສາຫວຽດນາມ. (VOV5) ມີຫຼາຍລາຍການກະຈາຍສຽງທີ່ອຸດົມສົມບຸນ, ຫຼາຍຮູບຫຼາຍສີ, ສາມາດຕອບສະໜອງຄວາມຕ້ອງການດ້ານຂ່າວສານຂອງເພື່ອນມິດສາກົນ ແລະ ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ. VOV5 ໄດ້ເປີດກ້ວາງການສື່ຂ່າວດ້ວຍເວັບໄຊ vovworld.vn ເພື່ອໃຫ້ລະບົບລາຍການກະຈາຍສຽງເປັນພາສາຕ່າງປະເທດເປັນຂົວເຊື່ອມຕໍ່ລະຫວ່າງຫວຽດນາມກັບເພື່ອນມິດຢູ່ 5 ທະວີບໃນໂລກ.
ໃນຈຳນວນ 12 ລາຍການກະຈາຍສຽງເປັນພາສາຕ່າງປະເທດ, ກໍມີລາຍການກະຈາຍສຽງສະຫງວນໃຫ້ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ. ສຳລັບເຂົາເຈົ້າແລ້ວ, ບັນດາຂໍ້ມູນຂ່າວສານກ່ຽວກັບບ້ານເກີດເມືອງນອນ ແລະ ປະເທດຊາດໃນບັນດາລາຍການກະຈາຍສຽງຂອງ VOV5 ໄດ້ກາຍເປັນອາຫານທາງດ້ານຈິດໃຈທີ່ຂາດບໍ່ໄດ້ສຳລັບຜູ້ຟັງ, ຜູ້ອ່ານ. ອ້າຍໂງຕ້ຽນດຽບ ຊາວຫວຽດນາມອາໄສຢູ່ລັດເຊຍເປີດເຜີຍວ່າ :
“ ຍາມຄ່ຳຄືນ, ຂ້າພະເຈົ້າມັກຟັງລາຍການກະຈາຍສຽງສະຫງວນໃຫ້ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ. ເມື່ອໄດ້ຟັງຄຳຂຶ້ນຕົ້ນຂອງລາຍການແຕ່ຄາວຍັງນ້ອຍດ ຂ້າພະເຈົ້າຍັງບໍ່ທັນເຂົ້າໃຈກ່ຽວກັບຄວາມຮູ້ສຶກເມື່ອຢູ່ແດນໄກແມ່ນຄືແນວໃດ. ຈາກຄຳເວົ້າຂອງໂຄສົກ ກໍໄດ້ສ້າງຄວາມປະທັບໃຈທີ່ສຸດ. ”
ບໍ່ພຽງແຕ່ສຳລັບຊາວຫວຽດນາມອາໄສຢູ່ຕ່າງປະເທດເທົ່ານັ້ນ, ສຳລັບຊາວຕ່າງປະເທດແລ້ວ, VOV5 ໄດ້ກາຍເປັນຊ່ອງຂ່າວທີ່ມີຄຸນຄ່າທີ່ສຸດ. ຜູ້ຟັງຊາວຈີນ ຈາງອາຕຸງ ຊຶ່ງແມ່ນຜູ້ມີຄວາມຜູກພັນກັບລາຍການກະຈາຍສຽງເປັນພາສາຈີນຂອງ VOV5 ເປັນເວລາ 20 ປີ ໄດ້ເວົ້າຄວາມໃນໃຈສູ່ຟັງວ່າ :
“ ຂ້າພະເຈົ້າມັກຟັງລາຍການກະຈາຍສຽງເປັນພາສາຕ່າງປະເທດຂອງ VOV5 , ເພາະນີ້ແມ່ນປະຕູເພື່ອໃຫ້ພວກຂ້າພະເຈົ້າເຂົ້າໃຈກ່ຽວກັບຫວຽດນາມຕື່ມອີກ. ຜ່ານ ລາຍການກະຈາຍສຽງເປັນພາສາຕ່າງປະເທດຂອງ VOV5 , ພວກຂ້າພະເຈົ້າສາມາດກຳໄດ້ສະພາບການດ້ານການເມືອງ, ວັດທະນະທຳສັງຄົມ, ຊີວິດການເປັນຢູ່ ແລະ ຮີດຄອງປະເພນີຂອງປະຊາຊົນຫວຽດນາມ ກໍຄືວິວັດທະນາການກໍ່ສ້າງຊົນນະບົດໃໝ່ຢູ່ຫວຽດນາມຫຼາຍກ່ວາອີກ”
ສ່ວນທ່ານ Jean – Marie Monplot ຜູ້ຟັງຊາວຝະລັ່ງ ແບ່ງປັນວ່າ :
“VOV5 ມີລາຍການພົບປະແລກປ່ຽນກັບຜູ້ຟັງທີ່ເປັນໜ້າປະທັບໃຈ ຊຶ່ງວິທະຍຸອື່ນໆບໍ່ມີ, ລາຍການໄດ້ອອກອາກາດອາທິດລະຄັ້ງ ແລະ ກາຍເປັນຂົວເຊື່ອມຕໍ່ກັບພວກຂ້າພະເຈົ້າ. ລາຍການໄດ້ຊ່ວຍໃຫ້ຂ້າພະເຈົ້າສາມາດເຂົ້າໃຈເລິກກ່ຽວກັບວັດທະນະທຳອາຊີຊຶ່ງມີຄວາມແຕກຕ່າງກັບວັດທະນະທຳເອີລົບ, ເຂົ້າໃຈກ່ຽວກັບການພັດທະນາ ແລະ ເປີດປະຕູເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ”
ນັກຂ່າວຮ່ວາງເຮື້ອງ ຫົວໜ້າລາຍການກະຈາຍສຽງສະຫງວນໃຫ້ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ ໃຫ້ຮູ້ວ່າ :
“ ເພື່ອຊ່ວຍໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດເຂົ້າໃຈກ່ຽວກັບສະພາບການຢູ່ພາຍໃນປະເທດກວ່າເກົ່າ, ແຕ່ລະວັນ, ພວກຂ້າພະເຈົ້າໄດ້ເລືອກເອົາຂ່າວຄາວທີ່ພົ້ນເດັ່ນ, ບັນດາຂົງເຂດທີ່ພໍ່ແມ່ພີນ້ອງມີຄວາມສົນໃຈ. ຄືຂ່າວກ່ຽວກັບເສດຖະກິດ, ວັດທະນະທຳສັງຄົມ, ການເມືອງ, ນະໂຍບາຍດຶງດູດການລົງທຶນຂອງຕ່າງປະເທດ ກໍຄືສະພາບການຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ຊຶ່ງຖືກອັບເດດແຕ່ລະວັນໃນລາຍການກະຈາຍສຽງສະຫງວນໃຫ້ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ ”
ສ່ວນນັກຂ່າວ ໂຮ່ຮົ່ງແຫ້ງ ຮອງຫົວໜ້າ ລາຍການກະຈາຍສຽງເປັນພາສາອັງກິດເວົ້າວ່າ :
“ ພວກຂ້າພະເຈົ້າໄດ້ຮັບຈົດໝາຍກໍຄືຄຳເຫັນຂອງຜູ້ຟັງຢ່າງຫຼວງຫຼາຍ. ຍົກຕົວຢ່າງຄືໃນຈຸດເວລານັກກິລາຍິງປືນ ຮ່ວາງຊວນວີງ ຄ້ວາໄດ້ຫຼຽນຄຳທີ່ງານແຂ່ງຂັນກິລາໂອລິມປິກນັ້ນ, ມີຜູ້ຟັງຫຼາຍທ່ານໄດ້ຝາກຈົດໝາຍມາຊົມເຊີຍ ແລະ ສອບຖາມກ່ຽວກັບ ນັກກິລາ ຮ່ວາງຊວນວີງ ແລະ ກິລາຍິງປືນຂອງຫວຽດນາມ. ນອກຈາກນັ້ນ, ຜູ້ຟັງກໍມີຄວາມສົນໃຈກ່ຽວກັບບັນດາບັນຫາທາງດ້ານວັດທະນະທຳ, ການສຶກສາ, ປະຫວັດສາດ, ຫມູ່ບ້ານອາຊີບຫັດຖະກຳ…. ພວກຂ້າພະເຈົ້າພະຍາຍາມຊອກຫາຂໍ້ມູນຂ່າວສານເພື່ອຕອບສະໜອງຕາມຄວາມຕ້ອງການຂອງຜູ້ຟັງເປັນຢ່າງດີ.”
ຕໍ່ໜ້າການພັດທະນາດ້ານຂ່າວສານໃນຍຸກສະໄໝດີຈີຕອນ, VOV5 ຍາມໃດກໍແມ່ນຊ່ອງຂ່າວທີ່ດູດດື່ມ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຟັງ, ຜູ້ອ່ານທັງຫຼາຍ. ນອກຈາກບັນດາ ລາຍການກະຈາຍສຽງທີ່ອອກອາກາດຜ່ານຄື້ນກາງ, ຄື້ນສັ້ນທີ່ສະຫງວນໃຫ້ຜູ້ຟັງຢູ່ຕ່າງປະເທດແລ້ວ, VOV5 ຍັງມີບັນດາລາຍການກະຈາຍສຽງຜ່ານຄື້ນ FM ທີ່ສະຫງວນໃຫ້ແກ້ຜູ້ຟັງຊາວຕ່າງປະເທດທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຫວຽດນາມກໍຄືຊາວຫວຽດນາມຮູ້ພາສາອັງກິດ. ຍົກຕົວຢ່າງຄື: ລາຍການຂ່າວພາສາອັງກິດ FM 24/7, ເວບໄຊ vovworld.vn ຊຶ່ງປະກອບດ້ວຍບັນດາ ລາຍການກະຈາຍສຽງເປັນ 12 ພາສາຕ່າງປະເທດ. ທ່ານຫງວຽນຕ້ຽນລອງ ຜູ້ອຳນວຍການ VOV5 ໃຫ້ຮູ້ວ່າ :
“ ທາງດ້ານເນື້ອໃນ, ພວກຂ້າພະເຈົ້າໄດ້ກຳນົດຕ້ອງຫັນມາຮັບໃຊ້ຕາມເປົ້າໝາຍຜູ້ຟັງທີ່ເຂົາເຈົ້າຕ້ອງການຟັງເພື່ອຊອກຮູ້ກ່ຽວກັບຫວຽດນາມ. ແບບວິທີການສະແດງແມ່ນມີລັກສະນະສື່ສານທັນສະໄໝ. ກ່ຽວກັບແບບວິທີຖະແຫຼງຂ່າວ, ກ່ອນໜ້ານີ້, ພວກເຮົາອອກອາກາດຜ່ານລະບົບຄື້ນສັ້ນ ແລະ ຄື້ນກາງ, ໃນມໍ່ໆມານີ້ ແມ່ນໃຊ້ຄື້ນ FM . ເລື່ອງລະບົບອິນເຕີເນັດພັດທະນາຢ່າງແຂງແຮງ ກໍໄດ້ຊ່ວຍຂໍ້ມູນຂ່າວສານຂອງ VOV5 ໄປຮອດມວນຊົນໄດ້ຢ່າງສະດວກສະບາຍ ”
71 ປີ ແລະ 12 ພາສາ ແມ່ນບັນດາຕົວເລກທີ່ສະແດງໃຫ້ເຫັນການຂະຫຍາຍຕົວຂອງ VOV5. ເພື່ອເປັນການເສີມຂະຫຍາຍມູນເຊື້ອອັນດີງາມນັ້ນ, ບັນດາ ລາຍການກະຈາຍສຽງຂອງ VOV5 ໄດ້ນັບມື້ນັບປ່ຽນແປງໃໝ່ ແລະ ມີຫົວຄິດປະດິດສ້າງເພື່ອກາຍເປັນຂົວເຊື່ອມຕໍ່ລະຫວ່າງຫວຽດນາມກັບເພື່ອນມິດສາກົນຕະຫຼອດການ.