ກອງສິລະປະພື້ນເມືອງຂອງຊາວເຜົ່າ ຂະມຸ

(ພາບ: google.com.vn)

(vovworld) - ໃນ2ປີ​ມາ​ນີ້, ຄັງ​ໜູນ​ຊ່ວຍ​ວັດທະນະທຳ​ເຂດ ​ແລະ ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ສະຖານທູດ​​ ແດນ​ມາກ ​ໄດ້​ຊ່ວຍ​ຊາວ ຂະມຸ ຢູ່​ເມືອງ ​ເມື່ອງ ຟັງ, ​ແຂວງ ດ້ຽນບຽນ ຮັກສາ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ສິລະ​ປະ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ສີສັນ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕົນ. ການ​ຟ້ອນ​ລຳ​ທຳ​ເພງ​ຂອງ​ກອງ​ສິລະ​ປະ​ນີ້​ໄດ້​ເຮັດ​ໃຫ້​ຊີວິດ​ຂອງ​ຊາວ​ເຜົ່າ​ຢູ່​ເຂດ​ປ່າ​ດົງ ​ໄຕ​ບັກ (ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ) ມີ​ຄວາມ​ຟົດ​ຟື້ນ​ຍິ່ງ​ຂຶ້ນ.

​ສຽງ​ທີ່​ທ່ານ​ຫາ​ກໍ່ຮັບ​ຟັງຜ່ານ​ໄປ​ແລ້ວ​ນັ້ນ​ແມ່ນ​ສຽງ​ຄ້ອງ​ທີ່​ເປັນ​ສັນຍາ​ລັກສະ​ເພາະ​ຂອງ​ຊາວ ຂະມຸ ຢູ່​ບ້ານ ​ແຕນ. ການ​ເຝິກ​ແອບ​ຄື​ແນວ​ນີ້​ໄດ້​ສ້າງ​ຄວາມ​ດູດ​ດື່ມ​ໃຫ້​ແກ່​ປະຊາຊົນ​ໃນ​ບ້ານ. 2 ​ເດືອນ​ເທື່ອ​ໜຶ່ງ, ບັນດາ​ສະມາຊິກ​ໃນ​ກອງ​ສິລະ​ປະ​ພື້ນ​ເມືອງ​ຢູ່​ບ້ານ​ແຕນ​ໄດ້​ນຳ​ເອົາ​ຄ້ອງ, ​ແຄນ, ປີ່​ມາ​ເຝິກ​ແອບ ​ແລະ ສອນ​ໃຫ້​ລຸ້ນໜຸ່ມ.

ກອງສິລະປະພື້ນເມືອງຂອງຊາວເຜົ່າ ຂະມຸ - ảnh 1
(ພາບ: google.com.vn)

        ທ່ານ Quang Van Muon ​ເລຂາ​ໜ່ວຍ​ພັກ​ບ້ານ ​ແຕນ, ​ໃຫ້​ຮູ້​ວ່າ, ບັນດາ​ຜູ້​ເຖົ້າ​ຄື​ທ່ານ​ບໍ່​ສາມາດ​ເມີນ​ເສີຍ​ຕໍ່​ສະພາບ​ວັດທະນະທຳ​ຊົນ​ເຜົ່າ​ຖື​ກຫຼົງ​ລືມ. ດັ່ງ​ນັ້ນ​ ນັບ​ແຕ່​ປີ 2000, ທ່ານ​ໄດ້​ພ້ອມ​ກັບ​ບັນດາ​ຜູ້​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ບ້ານ​ໄປ​ຂົນຂວາຍ​ປະຊາຊົນ​ສ້າງ​ຕັ້ງ​ກອງ​ສິລະ​ປະ.

        ”​ເວລາ​ນັ້ນ​ມີ 20 ຄົນ​ເຂົ້າ​ຮ່ວມ. ​ເມື່ອ​ເຫັນ​ວ່າ​ຈຳນວນ​ດັ່ງກ່າວ​ຫຼາຍ​ໂພດ, ຈຶ່ງ​ຄັດເລືອກ​ເອົາ​ຜູ້​ທີ່​ດຸ​ໝັ່ນ, ມັກ​ສິລະ​ປະ​ປະ​ເພດ​ນີ້​ເທົ່າ​ນັ້ນ. ປະຈຸ​ບັນ​ມີ 16 ຄົນ​ເຂົ້າຮ່ວມ”.

        ທ່ານ Muon ​ໃຫ້​ຮູ້​ວ່າ, ​ໃນ​ເບື້ອງ​ຕົ້ນ​ທ່ານ​ພ້ອມ​ກັບ​ບັນດາ​ຜູ້​ເຖົ້າ​ຜູ້​ແກ່ໃນ​ບ້ານ​ໄດ້​ຂົນຂວາຍ​ທຸກ​ຄົນ​ເຂົ້າ​ຮ່ວມ​ກອງ​ສິລະ​ປະ, ຜູ້​ໃດ​ຮູ້​ຂັບ​ຮ້ອງ, ​ເປົ່າ​ປີ, ລັ່ນຄ້ອງຕີ​ກອງ​ ​ກໍ່ສອນ​ໃຫ້ຜູ້​ບໍ່​ທັນ​ຮູ້. ນັບ​ທັງ​ເລື່ອງ​ຜະລິດ​ເຄື່ອງ​ດົນຕີ, ທ່ານ​ກໍ່​ຕ້ອງ​ສອນ​ໃຫ້​ແຕ່ລະຄົນ​ຢ່າງ​ລະອຽດ. ​ເອື້ອຍ Luong Thi Vinh ຜູ້​ທີ່​ຮູ້​​ເປົ່າ​ປີ່, ​ເປົ່າ​ແຄນ​ໃນ​ບ້ານ ​ແຕນ, ພວມ​ຊ່ວຍສອນ​ເດັກນ້ອຍ​ເປົ່າ​ປີ.

ກອງສິລະປະພື້ນເມືອງຂອງຊາວເຜົ່າ ຂະມຸ - ảnh 2
(ພາບ: google.com.vn)

        ​ເຫັນ​ເອື້ອຍ Vinh ​ເມົາ​ມົວແນະນຳ​​​ວິທີ​ເປົ່າ​ປີ່​​ໃຫ້ລຸ້ນໜຸ່ມກໍ່​ສາມາດ​ເຫັນ​ໄດ້​ຄວາມ​ສຸດ​ຈິດ​ສຸດ​ໃຈ ກໍ່​ຄື​ຄວາມ​ຮັກ​ຂອງ​ເອື້ອຍ​ທີ່​ສະຫງວນ​ໃຫ້​ແກ່​ເຄື່ອງ​ດົນຕີ​ປະ​ເພດ​ນີ້.

        ”ຂ້າພະ​ເຈົ້າ​ສາມາດ​​​ເປົ່າ​ປີ່, ​ແຄນ ​ແລະ ​ເສບ​ດົນຕີ​​ໄດ້​​ແຕ່ 4 ​ເຖິງ 5 ປະ​ເພດ. ຂ້າພະ​ເຈົ້າ​ເຂົ້າ​ຮ່ວມ​ກອງ​ສິລະ​ປະ​ເພື່ອ​ສອນ​ໃຫ້​ພວກ​ຫຼານ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ສືບ​ທອດ ​ແລະ ຮັກສາ ​ສີສັນວັດທະນະທຳ​ເຊິ່ງ​ລຸ້ນກ່ອນ​ໄດ້​ປະ​ໄວ້​​ໃຫ້”

        ສ່ວນ​ເອື້ອຍ​ Luong Thi Nun ປີ​ນີ້​ອາຍຸ 35 ປີ ພັດ​ຟ້ອນ​ພື້ນ​ເມືອງ​ເກັ່ງ​ທີ່​ສຸດ. ​ເອື້ອຍ​ເຂົ້າ​ຮ່ວມ​ກອງ​ສິລະ​ປະ​ເພື່ອມີ​ໂອກາດ​ຟ້ອນ​ໃຫ້​ປະຊາຊົນ​ຊົມ, ​ແຕ່​ສິ່ງ​ສຳຄັນ​ກວ່າ​ນັ້ນ​ແມ່ນ​ຢາກ​ໃຫ້​ລຸ້ນໜຸ່ມ​ໃນ​ບ້ານ​ກໍ່​ມີ​ຄວາມນິຍົມ​ຟ້ອນ​ຄື​ເອື້ອຍ.

          ”​ເຮັດ​ຄື​ແນວ​ນັ້ນ​​ແມ່ນ​ເພື່ອ​ສອນ​ໃຫ້​ລຸ້ນໜຸ່ມ​ຮັກສາ​ບັນດາ​ຄຸນຄ່າ​ຂອງ​ຊາດ​ໄວ້. ນັບ​ແຕ່​ເບື້ອງ​ຕົ້ນ, ຂ້າພະ​ເຈົ້າ​ຢາກ​ມີການ​ລົງທຶນ​ຢ່າງ​ເໝາະ​ສົມ​ນັບ​ທັງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ. ​ແຕ່​ສິ່ງ​ທີ່​ຫຍຸ້ງຍາກ ​ແມ່ນ​ບໍ່​ມີ​ທຶນ, ດັ່ງ​ນັ້ນ​ຕ້ອງ​ເຮັດ​ເອງ​ເທົ່າ​ນັ້ນ.”

ກອງສິລະປະພື້ນເມືອງຂອງຊາວເຜົ່າ ຂະມຸ - ảnh 3
(ພາບ: google.com.vn)

        ​ໃນ​ຕະຫຼອດ 2 ປີ ຜ່ານ​ມາ, ບັນດາສະມາຊິກ​ໃນ​ກອງ​ສິລະ​ປະພື້ນ​ເມືອງ​ຂອງ​ບ້ານ ​ແຕນ ​ໄດ້​ຟື້ນ​ຟູ​ທຳນອງ​ເພງ, ສິລະ​ປະ​ຟ້ອນ​ພື້ນ​ເມືອງ​ຂອງ​ຕົນ​​ໄດ້. ບັນດາ​ບຸກຄົນ ຄືທ່ານ Muon,  ​ເອື້ອຍ Nen, ​ໄດ້​ຊ່ວຍ​​ເຫຼືອປະຊາຊົນຫຼາຍ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ​ມີ​ຄວາມ​ນິຍົມ ​ແລະ ຮັກສາ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າຂະມຸໃຫ້​ຍືນ​ຍົງ​ຄົງ​ຕົວ​ຕາມ​ການ​ເວລາ.

ຕອບກັບ

ຂ່າວ/ບົດ​ອື່ນ