ການສະແດງສິລະປະຢ່າງຟົດຟື້ນຕາມຖະຫນົນຢູ່ຮ່າໂນ້ຍ


(vovworld)- ຢູ່​ເຂດ​ລະ​ຫລິ້ນ​ບັນ​ເທິງ Hanoi Creative City ເລກ 1 ເລືອງ​ອຽນ ເມືອງ ຮາຍ​ບ່າ​ຈຶງ ຮ່າ​ໂນ້ຍ ຫາ​ກໍ​ດຳ​ເນີນ​ເຫດ​ການ​ສິ​ລະ​ປະ​ຕາມ​ທ້ອງ​ຖະ​ຫ​ນົນ “ Street Art Fair 2”. ລາຍ​ການ​ດັ່ງ​ກ່າວ​ໄດ້​ດຶງ​ດູດ​​ການ​ເຂົ້າ​ຮ່ວມຂອງ​ນັກ​ສິ​ລະ​ປິນ​​ທັງ​ຢູ່ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເປັນ​ຈຳນວນ​ຫລວງ​ຫລາຍ.

ການສະແດງສິລະປະຢ່າງຟົດຟື້ນຕາມຖະຫນົນຢູ່ຮ່າໂນ້ຍ - ảnh 1
ຈິດ​ຕະ​ກອນ​ຫວຽດ​ນາມ ແຕ້​ມ​ພາບ​ໃນ​ລາຍ​ການStreet Art Fair

“ Street Art Fair ແມ່ນ​​ເຫດ​ການ​ສິ​ລະ​ປະ​ຕາມ​​ທ້ອງຖະ​ຫ​ນົນ​ດ້ວຍບັນ​ດາ​ຮູບ​ການ​ທີ່​ອຸ​ດົມ​ສົມ​ບູນ​ຄື: ຈິດ​ຕະ​ກຳ, ​ສະ​ແດງດົ​ນ​ຕີ​ຕາມ​​ທ້ອງຖະ​ຫ​ນົນ, ການ​ສະ​ແດງ​ອາ​ພອນ​ສະ​ໄຫມ, ບັນ​ດາ​ຮ້ານ​ຂາຍ​ເຄື່ອງ​ເອ້​ຢ້ອງ ຫລື​ສິ​ລະ​ປະ​ແຕ້ມ Henna…. ຕໍ່​ຈາ​ກ​ຜົນ​ສຳ​ເລັດ​ຂອງ​ການ​ຈັດ​ຕັ້ງ​ໃນ​ຄັ້ງ​ທ​ຳ​ອິດ, “ Street Art Fair 2” ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​​ຈິດ​ຕະ​ກອນ​ມີ​ຊື່​ສຽງ​ຢູ່​ຫວຽດ​ນາມ ຄື: ເຟືອງ​ຫວູ​ແມ້ງ, ເລ​ທຽດ​ເກື່ອງ, ເລກວ໋າງ​ຮ່າ, ດາວ​ຫາຍ​ຟອງ, ຮົ່ງ​ຫວຽດ​ຢູງ, ກວກ​ດົງ​ເຟືອງ… ແລະ ນັ​ກ​ສິ​ລະ​ປິນ​ຫ​ນຸ່ມ​ຈຳ​ນວນ​ຫ​ນຶ່ງ​

ຈຸດ​ເດັ່ນ​ຂອງ “ Street Art Fair 2” ແມ່ນ​ຈິດ​ຕະ​ກຳ ແລະ ດົນ​ຕີ. ໃນ​ບັນ​ຍາ​ກາດ​ຟົດ​ຟື້ນມ່ວນ​ຊື່ນ​ຂອງ​ດົນ​ຕີ, ​ຜ​ູ້​ຊົມ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍມາ​ເຂົ້າ​ຮ່ວມ​ເຫດ​ການນີ້ ​​ຈະໄດ້​ຮັບ​ຊົມ ແລະ ເຂົ້າ​ຮ່ວມ​ບັນ​ດາ​ຮູບ​ການ​ສິ​ລະ​ປະ​​ເປັນ​ຫລາຍຮູບ​ຫລາຍ​ແບບຄື: ຈິດ​ຕະ​ກຳ, ​ສະ​ແດງດົ​ນ​ຕີ​ ຕາມ​​ທ້ອງຖະ​ຫ​ນົນ, ການ​ສະ​ແດງ​ອາ​ພອນ​ສະ​ໄຫມ, ບັນ​ດາ​ຮ້ານ​ຂາຍ​ເຄື່ອງ​ເອ້​ຢ້ອງ ​. ພິ​ເສດ ທີ່​ລາຍ​ການນີ້ ບັນ​ດາ​ຈິດ​ຕະ​ກອນ​ຫວຽດ​ນາມ ສະ​ແດງ Action Painting (ຈິດ​ຕະ​ກຳ​ການ​ກະ​ທຳ) ປ​ະ​ສົມ​ກັບ​ລາຍ​ການ​ສະ​ແດງ Face painting (ແຕ້ມ​ຫ​ນ້າ​ສິ​ລະ​ປະ) ​ຂອງ​ບັນ​ດານັກ​ເດີນ​ແບບ​ແມ່ນເດັກ​ນ້ອຍ. ດ້ວຍ​ມາດ​ຖານ ທຸກ​ຄົນ​ລ້ວນ​ແຕ່​ສາ​ມາດ​ເຂົ້າ​ຮ່ວມ​ລາຍ​ການ​ໄດ້, ສະ​ນັ້ນ Street Art Fair ແມ່ນ​ເວ​ທີ​ສະ​ແດງ​ເພື່ອ​ໃຫ້​ບັນ​ດາ​ນ້ອງ​ນ້ອຍ​ເປັນ​ຄັ້ງ​ທຳ​ອິດ​ໄດ້​​ທົດ​ລອງເຂົ້າ​ຮ່ວມ​ປະ​ເພດ​ສິ​ລະ​ປະ​ໃຫມ່ ແລະ  ​ເດີນ​ແບບແຟ​ຊັນ. ນອກນັ້ນ ຜູ້​ຊົມ​ລ້ວນ​ແຕ່​ສາ​ມາດ​ຈົດ​ທະ​ບຽນ​ສະ​ແດງ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ຂອງ​ຕົນ. ຈິດ​ຕະ​ກອນ ເຟືອງ​ຫວູ​ແມ້ງ, ​ແມ່ນ​ຜູ້​ ​ລິ​ເລິ່ມຈັດ​ຕັ້ງ​ລາຍ​ການໃຫ້​ຮູ້​ວ່າ:

“ກ​ອ່ນນີ້ຫລາຍ​ປີ​ ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ປະ​ເທດ​ຈຳ​ນ​ວ​ນ​ຫ​ນຶ່ງ​ຢູ່ ເອີ​ລົບ ແລະ ໄດ້​ຮັບ​ຊົມ​​ການ​ສະ​ແດ​ງສິ​ລະ​ປະ​ ຕາມ​​ທ້ອງຖະ​ຫ​ນົນ ​. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ສິ​ລະ​ປະ​ປະ​ເພດນີ້​ມ່ວນ​ຫລາຍ ແລະ ປາດ​ຖະ​ຫ​ນາ​ຢາກ​ນະ​ຄອນ​ຮ່າ​ໂນ້ຍ ກໍ​ມີ​ບັນ​ດາ​ລາຍ​ການ​ສິ​ລ​ະ​ປະ​ຢູ່​ຕາມ​​ທ້ອງຖະ​ຫ​ນົນ​ຄື​ແນວນັ້ນ. ນີ້​ແມ່ນ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ. ຂ້າ​ພະ​ເຈົ້າ​ຢາກ​ຈັດ​ຕັ້ງ​ລາຍ​ການ​ສິ​ລະ​ປະ​ນີ້​ເປັນ​ປະ​ຈຳເພື່ອ​ໃຫ້​ສາ​ທາ​ລະ​ນະ​ຊົນ​ຄ່ອຍໆ​ໄດ້​ສຳ​ຜັດ​ກັບ​ສິ​ລະ​ປະ​ຕາມ​ທ້ອງ​ຖະ​ຫ​ນົນ, ​ເຮັດ​ໃຫ້ຊາວ​ຮ່າ​ໂນ້ຍມີ​ຄວາມ​ຊີນ​ເຄີຍ​​ກັບ​ການ​ພັກ​ຜ່ອນ​ຮັບ​ຊົມ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ພາຍ​ຫລັງ​ການ​ເຮັດ​ວຽກ​ຢ່າງ​ອິດ​ເມື່ອຍ.”

ການສະແດງສິລະປະຢ່າງຟົດຟື້ນຕາມຖະຫນົນຢູ່ຮ່າໂນ້ຍ - ảnh 2
ຈິດ​ຕະ​ກອນ​ແຕ້ມ​ຫນ້າ​ໃຫ້​ຜູ້​ສາວ

        ບໍ່​ພຽງ​ແຕ່​ລາຍ​ການ​ສິ​ລະ​ປະ​ຂອ​ງ​ບັນ​ດາ​ນັກ​ສິ​ລະ​ປິນ​ທີ່​ມີ​ຊື່​ສຽງ​ເທົ່າ​ນັ້ນ, Street Art Fair ຍັງ​ມີລາຍ​ການ​ສະ​ແດງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະຂອງ​ນັກ​ສິ​ລະ​ປິນ​ຫ​ນຸ່ມອີກ​ດ້ວຍ. ນັ້ນ​ແມ່ນ​ລາຍ​ການ Gloving ຂອງ​ບັນ​ດາ​ນັກ​ສຶກ​ສາ. Gloving ແມ່ນ​​ຮູບ​ການ​ສະ​ແດງ​ແສງ​ສີ lingt show ດ້ວຍ​ແສງ​ໄຟ Led ​ດ້ວຍ​ສຽງ​ໄຟ​ຢູ່​ຫົວ​ນີ້​ວ ແລະ ຝາ​ມື​ຕາມທຳ​ນອງ​ສຽງ​ດົນ​ຕີ. ດ້ວຍ​ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ ​ຂອງ​ລາຍ​ການສິ​ລະ​ປະ​ນີ້, Gloving ໄດ້​ສ້າງ​ຮູບ​ພາບ​ເຕັມ​ໄປ​ດ້ວຍ​ສີ​ສັນ​ຫລາກ​ຫລາຍ ເຮັດ​ໃຫ້​ຜູ້​ຊົມ​ຮູ້​ສຶກ​ຈັບ​ອົກ​ຈັບ​ໃຈ​ທີ່​ສຸດ. ເພື່ອນ​ຫງວຽນ​ມີກວາງ, ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ກົດ​ໝາຍ ແບ່ງ​ປັນ​ວ່າ: ນີ້​ເປັນ​ຄັ້ງ​ທີ 2 ​ທີ່ຂ້າ​ພະ​ເຈົ້າ​ເຂົ້​າ​ຮ່ວມ Street Art Fair. ລາຍ​ການ​ສິ​ລະ​ປະ​ຄັ້ງ​ນີ້ ​ມີ​ຂອບ​ຂະ​ຫນາດ​ໃຫຍ່ກວ່າ​ກ່ຽວ​ກັບ​ແຂກ​ຖືກ​ເຊີນ​ ແລະ ​ຜູ້​ຊົມ​ມາ​ເຂົ້າ​ຮ່ວມ ກໍຫລາຍກວ່າ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸ​ດ​ແມ່ນ​ລາຍ​ການ Gloving.

        ສ່ວນ​ເພື່ອ ຄຸກກວກ​ຮືງ, ນັກ​ສຶກ​ສາ​ມະ​ຫາວ​ິ​ທະ​ຍາ​ໄລ​ເຕັກ​ໂນ​ໂລ​ຊີ, ຜູ້​ທີ​່​ເຂົ້າ​ຮ່ວມ​ລາຍ​ການ Street Art Fair ແບ່ງ​ປັນ​ວ່າ:

        “ນີ້​ເປັນ​ຄັ້ງ​ທຳ​ອິດ ຂ້າ​ພະ​ເຈົ້າ​ເຂົ້າ​ຮ່ວມ​ລາຍ​ການ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ທຸກ​ຄົນ​ຢ່​ູ​ທີ່ນີ້ ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ທີ່​ສຸດ ແລະ ຂ້າ​ພະ​ເຈົ້າ​ຢາກ​ນຳ​ເອົາ​ຜະ​ລິດ​ຕະ​ພັນ​​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງຂອງ​ຕົນ​ມາ​ແນະ​ນຳ​ໃຫ້​ທຸກ​ຄົນ.”

ເພື່ອນ ຫງວຽນ​ທິ​ເຟືອງ​ຍີ, ຜູ້​ຮັບ​ຜິດ​ຊອບ​ດ້ານ​ສື່​ສານ​ຂອງ Hanoi Creative City ໃຫ້​ຮູ້​ວ່າ:

        “ກ່ອນນີ້ Hanoi Creative City ໄດ້​ມີ​ຫລາຍ​ເຫດ​ການ​ສະ​ຫງວນ​ໃຫ​້​ແກ່​ວົງ​ຄະ​ນາ​ຍາດ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ສິ​ລະ​ປະ. ໃນ​ໄລ​ຍະ​ຈະ​ມ​າ​ເຖິງ Hanoi Creative City ສືບ​ຕໍ່​ຈັດ​ຕັ້ງ​ບັນ​ດາ​ເຫດ​ການ​ສະ​ຫງວນ​ໃຫ້​ແກ່​ວົງ​ຄະ​ນາ​ຍາດກວ່າ ແລະ ຈະ​ມີ​ຫລາຍ​ເຫດ​ການ​ວາງ​ສະ​ແດງ​ດ້ານ​ວັດ​ທະ​ນະ​ທຳ ສິ​ລະ​ປະ​ກວ່າ.”

        ຕໍ່​ຈາກ​ບັນ​ດາ​ຜົນ​ສຳ​ເລັດ​ໃນ​ເບື້ອງ​ຕົ້ນ, Street Art Fair ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ເປັນ​ປະ​ຈຳ. ການ​ເຄື່ອນ​ໄຫວນີ້​ເພື່ອ​ເຊື່ອມ​ຕໍ່​ບັນ​ດາ​ນັກ​ສິ​ລະ​ປິນ, ພົວ​ພັນ​ແລກ​ປ່ຽນ, ສະ​ແດງ​ລາຍ​ການ​ສິ​ລະ​ປະ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຫລາຍກວ່າ ​ເພື່ອ​ໃຫ້​ສິ​ລະ​ປະ​ນັບ​ມື້​ນັບ​ໃກ້​ຊິດ​ຕິດ​ແທດ​ກັບ​ສາ​ທາ​ລະ​ນະ​ຊົນ​ກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ