ຟ້ອນ Bellydance ແມ່ນວາດຟ້ອນທີ່ກຳເນີດມາຈາກພາກພື້ນຕາເວັນອອກກາງ ແລະ ໄດ້ກາຍປະເພດສິລະປະທີ່ໄດ້ຮັບຄວາມນິຍົມຈາກຫຼາຍຄົນຢູ່ຫວຽດນາມໃນມໍ່ໆມານີ້. ຟ້ອນ Bellydance ບໍ່ພຽງແຕ່ຊ່ວຍແມ່ຍິງສາມາດຫຼຸດນ້ຳໜັກດ້ວຍຈັ່ງຫວະທີ່ມີສະເໜ່ເທົ່ານັ້ນ, ຫາກຍັງຊ່ວຍແມ່ຍິງເພີ່ມຄວາມເຊື່ອໝັ້ນຕົນເອງ ແລະ ຮັກຫອມຊີວິດອີກດ້ວຍ.
ຟ້ອນ Bellydance ແມ່ນວາດຟ້ອນທີ່ກຳເນີດມາຈາກພາກພື້ນຕາເວັນອອກກາງ |
ນາງ ຫງວຽນກິມທູ ຜູ້ເຂົ້າຮ່ວມການແອບ ຟ້ອນ Bellydance ຢູ່ສະໂມສອນ ຟ້ອນ Bellydance ທີ່ຫໍວັດທະນະທຳມິດຕະພາບຮ່າໂນ້ຍ. ຢູ່ສະໂມສອນແຫ່ງນີ້, ມີຫຼາຍຄົນຫາກໍໄດ້ແອບ ຟ້ອນ Bellydance, ແຕ່ມີບາງຄົນກໍໄດ້ແອບາເປັນເວລາ 10 ປີແລ້ວ. ເຂົາເຈົ້າລ້ວນແຕ່ມີຄວາມເມົາມົວກັບຟ້ອນ Bellydance. ນາງ ຫງວຽນກິມທູ ເວົ້າວ່າ :
“ ຂ້າພະເຈົ້າປີນີ້ມີອາຍຸ 60 ປີແລ້ວ, ເຂົ້າຮ່ວມສະໂມສອນຟ້ອນ Bellydance ໄດ້ເກືອບ 2 ປີແລ້ວ. ມັນຊ່ວຍໃຫ້ເຮົາມີຄວາມສຸຂະພາບແຂງແຮງ ແລະ ອ່ອນໂຍນກວ່າ. ນອກຈາກການຟ້ອນດ້ວຍຈັ່ງຫວະຕ່າງໆນັ້ນ, ກໍຕ້ອງມີການເຄື່ອນເໜັງຫຼາຍຢ່າງ ອັນໄດ້ຊ່ວຍໃຫ້ການໝູນວຽນຂອງເລືອດ ແລະ ຄວາມດັນເລືອດດີທີ່ສຸດ”
ໂດຍໄດ້ເຂົ້າມາຫວຽດນາມແຕ່ປີ 2008, ປະຈຸບັນ, ຟ້ອນ Bellydance ພວມກາຍເປັນຂະບວນການທີ່ດູດດື່ມສຳລັບແມ່ຍິງຫລາຍຄົນ. ເປັນຄັ້ງທຳອິດທີ່ໄດ້ແອບ ຟ້ອນ Bellydance ຢູ່ຫວຽດນາມ, ນາງ Nadia Nikishenko ແບ່ງປັນວ່າ :
“ ຂ້າພະເຈົ້າບໍ່ເຊື່ອວ່າ ບັນດາເພື່ອນຫວຽດນາມຊົມຊອບ ຟ້ອນ Bellydance ປານນັ້ນ. ຟ້ອນ Bellydance ຈະຊ່ວຍໃຫ້ພວກເພື່ອນມີສຸຂະພາບ, ມີຄວາມງາມທາງດ້ານຮ່າງກາຍ ແລະ ຮູ້ສຶກມີຄວາມສຸກເມື່ອໄດ້ເຕັ້ນຕາມຈັ່ງຫວະຂອງບົດດົນຕີທີ່ຕົນເອງຊົມຊອບ ”
ຕາມນັກຟ້ອນ Bellydance ຂາວມາເລເຊຍ ນາງ LiJun ແລ້ວ, ຈັ່ງຫວະທີ່ຍິ່ງຍາກກໍຍິ່ງຄັກ ແລະ ມີວິນຍານ. ນາງ LiJun ເວົ້າວ່າ :
“ຟ້ອນ Bellydance ແມ່ນສາມາດແອບສຳລັບແມ່ຍິງທຸກໆຄົນ, ເຖິງວ່າເພື່ອນເປັນຄົນຕຸ້ຍຫຼືຈ່ອຍ, ຫນຸ່ມຫຼືແກ່ກໍຕາມ ກໍລ້ວນແຕ່ສາມາດແອບຟ້ອນ Bellydance ໄດ້ໝົດ ”
ຕາມນາງໂດ້ຮົ່ງແຫ້ງ, ນັກຟ້ອນ Bellydance ຜູ້ທີ່ມີຊື່ສຽງຢູ່ຫວຽດນາມ ແລ້ວ, ຟ້ອນ Bellydance ຫວຽດນາມໃນປະຈຸບັນ ບໍ່ພຽງແຕ່ສະແດງໃຫ້ເຫັນລີລາສິລະປະການສະແດງເທົ່ານັ້ນ, ຫາກຍັງມີຫົວຄິດປະດິດສ້າງປະສານດ້ວຍຈັ່ງຫວະດ້ວຍແນວຄວາມຄິດອັນເປັນເອກະລັກສະເພາະເຂົ້າໃນບົດຟ້ອນອີກດ້ວຍ. ນາງໂດ້ຮົ່ງແຫ້ງ ເວົ້າວ່າ :
“ຟ້ອນ Bellydance ແມ່ນປະເພດສິລະປະສຳລັບແມ່ຍິງ, ແມ່ຍິງອາດຈະຟ້ອນຜູ້ດຽວຫຼືຟ້ອນເປັນກຸ່ມ, ບໍ່ຄືເຕັ້ນລຳ, ຟ້ອນລຳວົງ ທີ່ອາດຈະຕ້ອງການມີເພດຊາຍຕື່ມອີກ. ຈຸດພິເສດອີກອັນໜຶ່ງ ແມ່ນການນຸ່ງຖືແມ່ນງາມຫຼາຍ. ປະຈຸບັນ, ຟ້ອນ Bellydance ໄດ້ມີຈຸດຢືນໃນພາກພື້ນອາຊີແລ້ວ ”