ຂະບວນການຫຼີ້ນເຄື່ອງສຽງເກົ່າຢູ່ຮ່າໂນ້ຍ

ໃນ​ຊຸມ​ປີ​ມໍ່​ໆມາ​ນີ້, ​ໃນ​ວົງ​ການ​ນັກ​ຫຼີ້ນ audio ​ໄດ້​ປະກົດ​ມີ​ຂະ​ບວນການ Antique ໝາຍ​ຄວາມ​ວ່າ​ທ່າ​ອ່ຽງອະນຸລັກ​ເຄື່ອງ​ສຽງ​ເກົ່າ, ຊອກ​ຫາ​ບັນດາ​ຄຸນຄ່າ​ທີ່​ຊ້ອມ​ແຝ​ງຢູ່ໃນ​ບັນດາ​ເຄື່ອງ​ສຽງ​ເກົ່າ​. ບັນດາ​ ວິທະຍຸ, ຈັກຫຼີ້ນ​ແຜ່ນສຽງ, ​ແອັມ, ສາຍ​ກາດ​ແຊັດ​ເກົ່າ​ ທີ່ຖືກ​ຫຼົງ​ລືມ​ໄປ​ແລ້ວ, ປະຈຸ​ບັນ​ນີ້ ຢູ່​ໃນ​ກຳມື​ຂອງ​ຜູ້​ຫຼີ້ນ​ເຄື່ອງ​ເກົ່າ​ ພັດ​ກາຍ​ເປັນ​ຂອງ​ມີຄ່າ​ຫາ​ຍາກ. ​ເຊີນ​ທ່ານ​ຊອກ​ຮູ້ “ຂະ​ບວນການ​ຫຼີ້ນ​ເຄື່ອງ​​ສຽງ​ເກົ່າ​ຢູ່​ຮ່າ​ໂນ້ຍ“ ຜ່ານ​ບົດ​ຂຽນ​ຂອງ​ນັກ​ຂ່າວ​ To Tuan

ຂະບວນການຫຼີ້ນເຄື່ອງສຽງເກົ່າຢູ່ຮ່າໂນ້ຍ - ảnh 1

(ພາບ: tag.webbuonban.com)

   ​ໃນ​ທຸກໆ​ວັນ​ເສົາ, ວັນ​ອາທິດ,​ ບັນດາ​ຜູ້​ນິຍົມ​ດົນຕີ ຊື່​ງລວມມີນັກ​​ເສບ​, ນັກ​ດົນຕີ, ລັດຖະກອນ, ນັກ​ຂ່າວ, ນັກທຸລະກິດ….​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ຮ້ານ​ກາ​ເຟ Phong drum ຢູ່​ທາງ​ຮ່ອມ​ນ້ອຍ​ໆ ​ເຮືອນເລກທີ 25 ຖະໜົນ Tran Xuan Soan Ha Noi. ​ເຈົ້າຂອງ​ຮ້ານ​​ເຄີຍ​ເປັນ​ນັກຕີ​ກອງ​ໃນ​ວົງ​ດົນຕີ​ນັກ​ສຶກສາ​ຫວຽດນາມ ຮຽນ​ຢູ່​ ເຊັກສໂລ​ວາກີ, ​ເຮືອນ​ຂອງ​ອ້າຍ​ແມ່ນບ່ອນ​ເຕົ້າ​ໂຮມ​ຂອງ​ເພື່ອ​ນມິດ​ຜູ້ນິຍົມ​ດົນຕີ, ມີ​ຄວາມ​ຮູ້​ດ້ານດົນຕີ. ອ້າຍ Phong ​ແມ່ນ​ 1 ​ໃນ​ບັນດາຜູ້​ສະ​ສົມ​ເຄື່ອງ​​ສຽງ​ທີ່​ມີ​ຊື່​ສຽງ​ຢູ່​ນະຄອນຫຼວງ. ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ ​ແລະ ດູດ​ດື່ມ​ໃຈ​ຜູ້​ຄົນ​ທີ່ມາ​​ແຫ່ງນີ້ ​ແມ່ນ​ໄດ້​ເຫັນ​ປະຈັກ​ຕາການວາງສະ​ແດງ​ບັນດາເຄື່ອງ​​ສຽງ​​ເກົ່າ​, ​ແປກ​ປະຫຼາດ ​ແລະ ອຸດົມສົມບູນ ດ້ວຍ​ບັນດາ​ລຳ​ໂພງ Warren Junior, ບັນດາ​ເຄື່ອງ​ສຽງ​ເກົ່າ, ​ແປກ​ທີ່​ມີ​ຍີ່​ຫໍ້ Teac, Sony, Panasonic, Akai…. ຂອງ​ຍີ່ປຸ່ນ ​ແລະ ບັນດາ​ເຄື່ອງ​ແປກ​ປະຫຼາດ​ອື່ນໆ. ພິ​ເສດ​ກ່ວາ ນັ້ນ​ແມ່ນຍາມ​ໃດ ດົນຕີ​ໃນ​ຮ້ານ​ກາ​ເຟ​ແຫ່ງ​ນີ້​ກໍ່​ມີ​ຄວາ​ມ ຟົດ​ຟື້ນ ດ້ວຍ​ບັນດາ​ບົດ​ດົນຕີ​ທີ່​ລື​ຊື່ ຊື່​ງ​ໄດ້​ຫຼີ້ນ​ດ້ວຍ​ເຄື່ອງສຽງ​ເກົ່າ, ຜ່ານ​ລຳ​ໂພງ​ທີ່​ມີ​ມາ​ກ່ອນ​ນີ້ສີ​ບໆ​ປີ, ຊ້ຳບໍ່​ໜຳ ​ເກົ່າ​ແກ່ຮອດຮ້ອຍ​ປີ. Pham Van Phuong ຜູ້​ມັກ​ຫຼີ້ນລຳ​ໂພງ​ເກົ່າ​ທີ່​ມີ​ຊື່​ງສຽງ​ຢູ່​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ:

   “​ລຳ​ໂພງ​ເກົ່າ​​ແມ່ນເຄື່ອງ​ສຽງ​ທີ່ເຮົາ​ມັກ​ທີ່​ສຸດ ຍ້ອນ​ມັນ​ໄດ້​ເຮັດ​ດ້ວຍ​ວັດຖຸ​ທີ່​ມີຄ່າ​ຫາ​ຍາກ ​ແລະ ປະຈຸ​ບັນ ​ເຂົາ​ເຈົ້າ​ເກືອບ​ຄື​ວ່າ​ບໍ່​ຜະລິດ​ອີກ​ແລ້ວ, ຕົວຢ່າງ​ຄື​ຫົວ​ລຳ​ໂພງ​ເຮັດ​ດ້ວຍ​ແມ່​ເຫຼັກ, ​ເຈ້ຍ​ລຳ​ໂພງ​ເຮັດ​ດ້ວຍ​ແລນ ຫລື​ຂົນ​ສັດ. ພິ​ເສດ ຟັງສຽງ​ດົນຕີ​ຜ່ານ​ເຄື່ອງ​ສຽງເຫຼົ່ານັ້ນມີ​ຄວາມ​ດູດ​ດືມ​ໃຈ​ທີ່​ສຸດ

ຂະບວນການຫຼີ້ນເຄື່ອງສຽງເກົ່າຢູ່ຮ່າໂນ້ຍ - ảnh 2

(ພາບ:hifivietnam.vn)

​   ໂດຍ​ແມ່ນ​ຜູ້​ນິຍົມດົນຕີ, ​ເຄີຍ​ຮຽນ​ຢູ່​ໂຮງ​ຮຽນ​ດົນຕີ ​ແຕ່ Pham Van Phuong ມັກ​ສ້ອມ​ແປງ​ແລະ​ຕົບ​ແຕ່ງລຳ​ໂພງ​ເກົ່າ​ປະ​ເພດ​ຕ່າງ​ທີ່​ສຸດ, ອ້າຍ Pham Van Phuong  ​ເວົ້າວ່າ:

   “​ເມື່ອນຳ​ໃຊ້​ບັນດາ​ເຄື່ອງ​ອຸປະກອນ​ເກົ່າ ຜະລິດ​ກ່ອນ​ນີ້​ນັບ​ຮ້ອຍ​ປີ​ແລ້ວ, ​ເກືອບ​ຄື​ວ່າ​ເພ​ໝົດແລ້ວ ​ແຕ່​ເຮົາ​ໄດ້​ຊອກ​ຫາ, ສ້ອມ​​ແປງເຄືນ​ໃໝ່​ໄດ້ ຈະ​​ເຮັດໃຫ້​ເຮົາ​ມີຄວາມ​ຮູ້ສຶກ​ດີ​ໃຈ ​ແລະ ​ເຮົາ​ມີ​ຄວາມ​ເມົາ​ມົວ​ນຳ​ໃຊ້​ລຳ​ໂພງ​ເຫຼົ່າ​ນັ້ນ

     ຕ່າງ​ກັບ​ອ້າຍ Phuong, ອ້າຍ Binh ​ແມ່ນ​ຜູ້ອຳນວຍການ​ວິ​ສາ​ຫະກິດ ​ແຕ່​ພັດ​ມີຄວາມ​ນິຍົມ​ຢາກ​ສະ​ສົມບັນດາ​ຊຸດ​ເຄື່ອງ​ສຽງ​ທີ່​ລື​ຊື່. ຫ້ອງ​ຟັງ​ດົນຕີ​ຂອງ​ອ້າຍ​ແມ່ນ​ຫໍພິພິຕະພັນ​ນ້ອຍ​ແຫ່ງ​ໜື່ງ ດ້ວຍ​ບັນດາ​ເຄື່ອງ​ສຽງ​ທີ່​ລື​ຊື່​ຄື: ຫົວ​ອ່ານ CD 727 ຂອງ Studer ປະ​ເທດ​ສະ​ວິດ, ຫົວ​ອ່ານ Philips CD 101 ລຸ້ນທຳ​ອິດ, ລຳ​ໂພງ Tannoy Monitor Super Gold 12B…. ​ແລະ ​ເຄື່ອງ​ສຽງ​ອື່ນໆຫຼາຍ​ຢ່າງທີ່​ມີ​ຄຸນຄ່າ. ສຳລັບ​ອ້າຍ​ແລ້ວ, ​ເຄື່ອງ​ສຽງ​ແຕ່ລະ​ເຄື່ອງ​ລ້ວນ​ແຕ່​ມີ​ຄຸນຄ່າ​ດ້ານ​ປະຫວັດສາດ ​ແລະ ທັງ​ຄຸນຄ່າ​ດ້ານ​ເຕັກ​ໂນ​ໂລ​ຊີ​ຢ່າງ​ແທ້​ຈິງ.

    ​ເບິ່ງລວມ​ແລ້ວ, ຜູ້​ຫຼີ້ນ​ເຄື່ອງ​ສຽງ​ເກົ່າ​ກໍ່​ມີ​ຈຸດ​ພິ​ເສດສະ​ເພາະ​ຂອງ​ໃຜ​ມັນ ​ແຕ່​ເຂົາ​ເຈົ້າລ້ວນ​ແຕ່​ເຄົາລົບ​ບັນດາ​ຄຸນຄ່າ​ອັນ​ແທ້​ຈິງ ​ແລະ ກໍ່​ໄດ້​ຜ່ານ​ຜ່າ​ວັນ​ເວລາ, ​ເກັບ​ກຳ​ບົດຮຽນ​ໄດ້​ຫຼາຍ ​ແລະ ກໍ່​ຕ້ອງ​ເສຍ​ເງິນ​ທອງ​ບໍ່​ໜ້ອຍໃຫ້​ແກ່​ຄວາມ​ເມົາ​ມົວ​ກັບສຽງ​ດົນຕີ​ຂອງ​ເຂົາ​ເຈົ້າ…

 

ຕອບກັບ

ຂ່າວ/ບົດ​ອື່ນ