ຄົນເຈັບທຸກຍາກຕ້ອນຮັບ ບຸນເຕັດກ່ອນເວລາ

(VOVWORLD) -ໃນຊຸມມື້ນີ້, ເມື່ອຫຼາຍຄອບຄົວພວມຫ້າງຫາກະກຽມຕ້ອນຮັບບຸນເຕັດປີສະຫຼູ 2021, ມີຄົນເຈັບຫຼາຍຄົນພວມຕ້ານຢັນກັບໂລກພະຍາດ ແລະ ຄາດວ່າຈະຕ້ອນຮັບບຸນເຕັດຢູ່ໂຮງໝໍ.
ຄົນເຈັບທຸກຍາກຕ້ອນຮັບ ບຸນເຕັດກ່ອນເວລາ - ảnh 1(ຢູ່ປະຕູເຂົ້າອອກຂອງໂຮງໝໍໄດ້ຕັ້ງປ້າຍໂຄສະນາ ແລະ ວາງຂາຍຊອງ ລີສີ, ປະຕິທິນວາງໂຕະ, ເຄື່ອງຫຼິ້ນ…)

ໃນຊຸມມື້ນີ້, ເມື່ອຫຼາຍຄອບຄົວພວມຫ້າງຫາກະກຽມຕ້ອນຮັບບຸນເຕັດປີສະຫຼູ 2021, ມີຄົນເຈັບຫຼາຍຄົນພວມຕ້ານຢັນກັບໂລກພະຍາດ ແລະ ຄາດວ່າຈະຕ້ອນຮັບບຸນເຕັດຢູ່ໂຮງໝໍ. ເພື່ອແບ່ງປັນຄວາມຫຍຸ້ງຍາກ, ສ້າງແຫຼ່ງກຳລັງແຮງຕື່ມອີກໃຫ້ແກ່ບັນດາຄົນເຈັບທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ມີໂຮງໝໍຫຼາຍແຫ່ງຢູ່ນະຄອນ ໂຮ່ຈີມິນ ພວມມານະພະຍາຍາມ ສ້າງບັນຍາກາດບຸນເຕັດມາໃຫ້ຄົນເຈັບທຸກຍາກ.

        ຢູ່ປະຕູເຂົ້າອອກຂອງໂຮງໝໍເມືອງ ທູດຶກ ແລະ ບໍລິເວນຫ້ອງກວດພະຍາດຫຼາຍຂະແໜງ ຂຶ້ນກັບໂຮງໝໍໄດ້ຕັ້ງປ້າຍໂຄສະນາ ແລະ ວາງຂາຍຊອງ ລີສີ, ປະຕິທິນວາງໂຕະ, ເຄື່ອງຫຼິ້ນ…ນີ້ແມ່ນບັນດາຜະລິດຕະພັນໂດຍບັນດາພາລະກອນການແພດຜະລິດເອງນຳມາວາງຂາຍເພື່ອສ້າງກອງທຶນເພື່ອຄວາມຮັກແພງ, ແຜ່ບໍລິຈາກເງິນເພື່ອຈັດຕັ້ງບຸນເຕັດໃຫ້ບັນດາຄົນເຈັບທຸກຍາກ.

        ໃນຊຸມປີກ່ອນນີ້, ໂຮງໝໍເມືອງ ທູດຶກ ໄດ້ຈັດ “ງານຕະຫຼາດບໍ່ເສຍຄ່າ” ຊ່ວຍໃຫ້ຄົນເຈັບປະສົບກັບຄວາມຫຍຸ້ງຍາກມີຂອງຂວັນຍາມບຸນເຕັດ. ເຖິງຢ່າງໃດກໍ່ຕາມ, ຍ້ອນວ່າ ປີນີ້ຕ້ອງປ້ອງກັນ, ສະກັດກັ້ນກັບໂລກລະບາດໂຄວິດ-19, ດັ່ງນັ້ນ, ໂຮງໝໍໄດ້ປ່ຽນວິທີເຮັດ ເພື່ອແນໃສ່ຈຳກັດການເຕົ້າໂຮມຫຼາຍຄົນ ແຕ່ຍັງສ້າງແຫຼ່ງລາຍຮັບເພື່ອເບິ່ງແຍງຄົນທຸກຍາກໃນຍາມບຸນເຕັດ. ພະແນກວຽກງານສັງຄົມ ໄດ້ປຸກລະດົມພະນັກງານ, ພາລະກອນຂອງໂຮງໝໍ ຕັ້ງໜ້າໂຄສະນາ, ຂາຍເຄື່ອງທາງອອນລາຍ. ທ່ານນາງປະລິຍາໂທ ຫງວຽນທິມີ້ເຈົາ, ຫົວໜ້າພະແນກວຽກງານສັງຄົມໂຮງໝໍເມືອງ ທູດຶກ, ໃຫ້ຮູ້ວ່າ.

        “ຄາດວ່າ, ຈຳນວນປະຕິທິນວາງໂຕະຈະຂາຍໄດ້ 1.500 ຫົວ, ຊ່ອງລີສີ 10.000 ຊອງ. ຜົນກຳໄລທີ່ເກັບມາໄດ້ຈາກລາຍການ ສ້າງກອງທຶນນີ້ຈະນຳໃຊ້ເຂົ້າໃນການມອບຂອງຂວັນ 500 ພູດໃຫ້ບັນດາຄົນເຈັບທີ່ປະສົບກັບຄວາມຫຍຸ້ງຍາກ ພວມປິ່ນປົວຢູ່ໂຮງໝໍ. ຂອງຂວັນແມ່ນເຄື່ອງບໍລິໂພກຊະນິດຕ່າງໆທີ່ຈຳເປັນຄື: ນ້ຳຕານ, ນົມ, ເຂົ້າໜົມ, ເຂົ້າຕົ້ມ…”

ຄົນເຈັບທຸກຍາກຕ້ອນຮັບ ບຸນເຕັດກ່ອນເວລາ - ảnh 2(ມີຄົນເຈັບຫຼາຍຄົນພວມຕ້ານຢັນກັບໂລກພະຍາດ ແລະ ຄາດວ່າຈະຕ້ອນຮັບບຸນເຕັດຢູ່ໂຮງໝໍ)

ໂຮງໝໍ ຍີດົ່ງ 2, ໂຮງໝໍ ຕື່ຢູ໋, ໂຮງໝໍປິ່ນປົວພະຍາດມະເຮັງ ແລະ ກ້ອນເບົ້ານະຄອນໂຮ່ຈີມິນ, ໂຮງໝໍ ເຍີນເຢີນຢາດິ້ງ… ກໍ່ໄດ້ຈັດຫຼາຍລາຍການທີ່ແທດຈິງ, ລະດົມກຳລັງໃຈໃຫ້ຄົນເຈັບໜັກບໍ່ສາມາດກັບເມືອບ້ານຕ້ອນຮັບບຸນເຕັດ. ໂຮງໝໍ ຕື່ຢູ໋ ໄດ້ມອບຂອງຂວັນ 165 ພູດໃຫ້ຄົນເຈັບທີ່ປະສົບກັບຄວາມຫຍຸ້ງຍາກພວມປິ່ນປົວຢູ່ໂຮງໝໍ ແລະ ເບິ່ງແຍງດູແລໃຫ້ເດັກປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ ຢູ່ບ້ານ ຮ່ວາບິ່ງ. ຄາດວ່າ, ໃນຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ໂຮງໝໍ ຕື່ຢູ ກໍ່ຈະມອບອາຫານໃຫ້ຄົນເຈັບ ພ້ອມດ້ວຍຍາດຕິພີ່ນ້ອງທີ່ຕ້ອງຮັບບຸນເຕັດຢູ່ໂຮງໝໍ. ນອກນັ້ນ, ຄົນເຈັບທີ່ປະສົບກັບຄວາມຫຍຸ້ງຍາກພິເສດຈະຖືກຫຼຸດຄ່າໂຮງໝໍ, ໜູນຊ່ວຍເງິນຊື້ຢາປິ່ນປົວພະຍາດ ແລະ ປີ້ລົດກັບເມືອບ້ານຕ້ອນຮັບບຸນເຕັດ.

        ຢູ່ໂຮງໝໍ ເຈີ້ໄຣ, ພາລະກອນເຮັດວຽກງານສັງຄົມກໍ່ພວມຂ້ອງຄາກັບແຜນການ, ວິທີການເບິ່ງແຍງຄົນເຈັບໃນວັນບຸນເຕັດ. ທ່ານປະລິນຍາໂທ ເລມິງຫຽນ, ຫົວໜ້າພະແນກວຽກງານສັງຄົມໂຮງໝໍ ເຈີ້ໄຣ, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າກໍ່ພວມຊອກຫາແຫຼ່ງເງິນຈາກຫຼາຍແຫຼ່ງລາຍຮັບທີ່ແຕກຕ່າງກັນ ເພື່ອອຸປະຖຳ, ສະໜອງໃຫ້ເຮືອນຄົວໃນໂອກາດບຸນເຕັດ, ເຮັດແນວໃດເພື່ອຮັບປະກັນຄາບເຂົ້າໃຫ້ແກ່ຄົນເຈັບ. ເຖິງວ່າຖືກຫຼຸດປະລິມານລົງ, ແຕ່ເຮືອນຄົວກໍ່ຕັດສິນໃຈບໍ່ພັກມື້ໃດໃນປີ. ນັ້ນແມ່ນຄວາມມານະພະຍາຍາມ, ການຮ່ວມແຮງຮ່ວມໃຈຂອງບັນດາຜູ້ໃຈບຸນໃຈກຸສົນ”.

        ສ່ວນໂຮງໝໍ ຍີດົ່ງ 2 (ໂຮງໝໍເດັກ) ກໍ່ໄດ້ຈັດ 2 ລາຍການຕ້ອນຮັບບຸນເຕັດໃຫ້ບັນດາຄົນເຈັບນອນຢູ່ໂຮງໝໍ ແລະ ລາຍການໜຶ່ງສະຫງວນໃຫ້ເດັກນ້ອຍໄດ້ອອກຈາກໂຮງໝໍ. ຄາດວ່າ, ຈະມີອາຫານ 1.200 ພູດດ້ວຍບັນດາເຍື່ອງອາຫານໃນໂອກາດບຸນເຈັດ ຈະແຈກຢາຍໃຫ້ຄົນເຈັບໄວເດັກນັບແຕ່ວັນທີ 30 ເດືອນ 12 ຮອດ ວັນທີ 3 ເດືອນຈຽງ ຂອງບຸນເຕັດ (ໄລ່ຕາມຈັນທະປະຕິທິນ). ສ່ວນບັນດາເດັກທີ່ອອກໂຮງໝໍ, ທາງໂຮງໝໍຈະສົມທົບກັນ “ຈັດຖ້ຽວລົດແຫ່ງຄວາມຮັກແພງ” ສົ່ງເດັກກັບເມືອບ້ານຕ້ອນຮັບບຸນເຕັດນັບແຕ່ວັນທີ 23 ຫາວັນທີ 28 ເດືອນ 12 (ໄລ່ຕາມຈັນທະປະຕິທິນ). ທ່ານໝໍ ຫງວຽນແທັງຫາຍ, ຫົວໜ້າພະແນກວຽກງານສັງຄົມ, ໂຮງໝໍ ຍີ່ດົ່ງ 2, ໃຫ້ຮູ້ວ່າ.

        “ມີບັນດາຊ່ອງທາງເພື່ອຮຽກຮ້ອງການແຜ່ບໍລິຈາກໃຫ້ບັນດາຄົນເຈັບໄວ້ເດັກ, ທີ່ໜຶ່ງແມ່ນບັນດາຜູ້ໃຈບຸນໃຈກຸສົນໄດ້ປະກອບສ່ວນໃຫ້ກອງທຶນຊ່ວຍຄົນເຈັບທີ່ທຸກຍາກຂອງໂຮງໝໍເປັນປະຈຳ. ທີ 2 ແມ່ນບັນດາລາຍການດັ່ງກ່າວໄດ້ເອົາລົງໃນເວັບໄຊ, fanpage ຂອງໂຮງໝໍ ເພື່ອຮຽກຮ້ອງໃຫ້ທຸກຄົນຮ່ວມແຮງຮ່ວມໃຈປະກອບສ່ວນ”.

        ຄວາມເອົາໃຈໃສ່, ແບ່ງປັນ, ອຸ້ມຊູຊ່ວຍເຫຼືອຂອງໂຮງໝໍແຫ່ງຕ່າງໆ ແລະ ບັນດາຜູ້ໃຈບຸນໃຈກຸສົນທີ່ສະຫງວນໃຫ້ແກ່ຄົນທຸກຍາກ ເປັນການລະດົມກຳລັງໃຈໃຫ້ແກ່ເຂົາເຈົ້າໃນຈຸດເວລາໃກ້ຈະຮອດບຸນເຕັດ. ນັ້ນກໍ່ແມ່ນນ້ຳໃຈ, ຫຼັກສິນທຳອັນດີງາມທີ່ເປັນມູນເຊື້ອ “ອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ” ທີ່ມີມາຮັບພັນປີຂອງຊາດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ