(vovworld)- ໃນຄ່ຳຄືນມື້ວັນເພງ, ທັງຄຸ້ມເມືອງເກົ່າໂຫ້ຍອານ ຄືດັ່ງສວຍງາມຂຶ້ນຕື່ມ ດ້ວຍແສງໂຄມໄຟທີ່ມີສີສັນຫຼາກຫຼາຍ, ແລະບັນດາຫຼັງເຮືອນທີ່ເກົ່າແກ່ ດັ້ງເດີມ. ອັນໄດ້ສ້າງຄວາມນິຍົມໃຫ້ແກ່ນັກທ່ອງທ່ຽວສາກົນທີ່ມາຢ້ຽມຢາມແຫ່ງນີ້
ໂຄມໄຟຫຼາຍຮູບຫຼາຍສີໃນຄ່ຳຄືນມື້ວັນເພງໃນຄຸ້ມເມືອງເກົ່າໂຫ້ຍອານ
(ພາບ: ອິນເຕີແນດ)
ຄ່ຳຄືນມື້ວັນເພງຢູ່ຄຸ້ມເມືອງເກົ່າໂຫ້ຍອານ ຖືກສ່ອງແສງດ້ວຍໂຄມໄຟຫຼາຍຮູບຫຼາຍສີນັບພັນໜ່ວຍ. ຍາມຄ່ຳຄືນກໍ່ແມ່ນຈຸດເວລາທີ່ນັກທ່ອງທ່ຽວເຄີຍເລາະຫຼິ້ນຕາມຖະໜົນສາຍຕ່າງໆໃນຄຸ້ມເມືອງເກົ່າ. ນັກທ່ອງທ່ຽວມາຈາກປະເທດຕ່າງໆໃນໂລກລ້ວນແຕ່ຮັບຮູ້ໄດ້ຄວາມງາມຂອງຄຸ້ມເມືອງເກົ່າໂຫ້ຍອານ, ພິເສດແມ່ນໃນຍາມຄ່ຳຄືນ. ເອື້ອຍ Marie, ນັກທ່ອງທ່ຽວມາຈາກຝລັ່ງ ພວມຊົມບັນດາໂຄມໄຟດ້ວຍຄວາມເມົາມົວ
“ບັນດາໂຄມໄຟທີ່ປະດັບປະດາຢູ່ຄຸ້ມເມືອງເກົ່າສວຍງາມຫຼາຍ, ເຮັດໃຫ້ນັກທ່ອງທ່ຽວຮູ້ສຶກອົບອູ່ນຄືດັ່ງພວມໄດ້ຮັບການຕ້ອນຢ່າງສຸດຈິດສຸດໃຈ. ເຖິງວ່າຂ້າພະເຈົ້າບໍ່ທັນເລາະຫຼິ້ນຖະໜົນທຸກສາຍໃນຄຸ້ມເມືອງກໍ່ຕາມ, ແຕ່ຮູບພາບທີ່ເຫັນປະຈັກຕາໄດ້ສ້າງຄວາມຈັບອົກຈັບໃຈທີ່ສຸດໃຫ້ແກ່ຂ້າພະເຈົ້າ”.
ເຖິງວ່າຜູ້ຄົນໄປມາບົນຖະໜົນເປັນຈຳນວນຫຼວງຫຼາຍກໍ່ຕາມ, ແຕ່ຍັງຄົງຮັກສາຄວາມເປັນລະບຽບຮຽບຮ້ອຍ. ຢູ່ບ່ອນໃດກໍ່ມີສຽງເວົ້າ, ສຽງຫົວຢ່າງເບີກບານມ່ວນຊື່ນຂອງນັກທ່ອງທ່ຽວ. ທັງໝົດເຫຼົ່ານັ້ນໄດ້ເຮັດໃຫ້ຄຸ້ມເມືອງເກົ່າທັງມີຄວາມເກົ່າແກ່, ທັງມີຊີວິດຊີວາ ແລະ ສວຍງາມແບບເລິກລັບ.
ຫຼັງເຮືອນທີ່ເກົ່າແກ່ ດັ້ງເດີມໃນຄຸ້ມເມືອງເກົ່າໂຫ້ຍອານ
(ພາບ: ອິນເຕີແນດ)
ສຽງທີ່ທ່ານຫາກໍ່ຮັບຟັງແລ້ວນັ້ນແມ່ນດັງອອກຈາກເຄື່ອງຫຼິ້ນຂອງເດັກນ້ອຍທີ່ວາງຂາຍຢູ່ແຄມທາງ ເຮັດໃຫ້ນັກທ່ອງທ່ຽວນິຍົມຫຼາຍ. ຮ້ານຂອງເອື້ອຍ ດັ້ງທີ່ກຸກ ວາງຂາຍເຄື່ອງລະຫຼິ້ນທີ່ນ້ອຍໆທີ່ສາມາດດັງສຽງ ແລະ ອອກແສງໄດ້ເພື່ອສະຫງວນໃຫ້ແກ່ເດັກນ້ອນ. ເອື້ອຍແນະນຳວ່າ:
“ເດັກນ້ອຍມັກເຄື່ອງຫຼິ້ນນີ້ຫຼາຍ, ມັນຖືກເຮັດດ້ວຍດິນໜຽວ. ຂ້າພະເຈົ້າປັ້ນດິນເປັນຮູບ ແລ້ວຕັດເຈ້ຍສີປະດັບໃສ່, ເຮັດເຄື່ອງຫຼິ້ນນີ້ກໍ່ເສຍເວລາຫຼາຍ. ແຕ່ນັກທ່ອງທ່ຽວທີ່ມາຈາກຕ່າງປະເທດເຫັນວ່າມັນແປກປະຫຼາດ, ດັ່ງນັ້ນເຂົາເຈົາຈຶ່ງນິຍົມ ແລະ ຊື້ເອົາ”.
ນັກທ່ອງທ່ຽວເລາະຫຼິ້ນໃນຍາມຄ່ຳຄືນມື້ວັນເພງໃມເມືອງເກົ່າໂຫ້ຍອານ
(ພາບ: ອິນເຕີແນດ)
ສ່ວນຢູ່ບ່ອນອື່ນ, ສຽງດົນຕີດັ່ງອອກ ໄດ້ເຮັດໃຫ້ນັກທ່ອງທ່ຽວຫຼາຍຄົນຢຸດໄວ້ເພື່ອຮັບຟັງ. ເຖິງວ່າມີຄວາມແຕກຕ່າງກັນດ້ານພາສາກໍ່ຕາມ, ແຕ່ສຽງດົນຕີໄດ້ພາໃຫ້ທຸກຄົນສະໜິດຕິດພັນກວ່າ. ໃນແສງຟ້າທີ່ທີ່ມືດມົວນັ້ນ, ທ່ານ ໂດວັນບຶ່ງ, ຮູບບາງຮ່າງນ້ອຍ, ຜົມເລີ່ມຕົກສີຂາວ ພວມຫຼິ້ນກິຕາ. ເມື່ອສຽງດົນຕີສິ້ນສຸດລົງ, ທ່ານໄດ້ແນະນຳວ່າ:
“ຂ້າພະເຈົ້າຫາກໍ່ຫຼິ້ນກິຕາ 2 ບົດ, ບົດທີໜຶ່ງແມ່ນ “ຄ່ຳຄືນຍາມໃບໄມ້ຫຼົ່ນ” ຂອງ ດັ້ງເທ໋ຟອງ ແລະ ບົດ “ອາຍຸແຫ່ງຄວາມໂສກເສົ້າ”, ຂອງນັກດົນຕີ ຈິ້ງກົງເຊີນ. ຮອດຄ່ຳຄືນມື້ວັນເພງເດືອນໃດຂ້າພະເຈົ້າກໍ່ເອົາພິນມາຫຼິ້ນຢູ່ຄຸ້ມເມືອງເກົ່າໂຫ້ຍອານ”.
ເສບດົນຕີໃນຍາມຄຳ່ຄືນມື້ວັນເພງ
(ພາບ: ອິນເຕີແນດ)
ຄ່ຳຄືນມື້ວັນເພງໃນຄຸ້ມເມືອງເກົ່າ ໄດ້ກາຍເປັນຄວາມຊິນເຄີຍສຳລັບປະຊາຊົນແຫ່ງນີ້ ກໍ່ຄືນັກທ່ອງທ່ຽວສາກົນ. ທ່ານ ຫງວຽນຊື້, ເລຂາຄະນະພັກນະຄອນໂຫ້ຍອານ, ໃຫ້ຮູ້ວ່າ, ຄ່ຳຄືນມື້ວັນເພງໃນຄຸ້ມເມືອງເກົ່າ ບໍ່ພຽງແຕ່ມີຊີວິດຊີວາດ້ວຍນ້ຳສຽງເທົ່ານັ້ນ, ຫາກຍັງສ້າງຄວາມດຶງດູດດ້ວຍແສງໄຟໄຟ້ ແລະກິ່ນຫອມຂອງທູບທຽນອີກດ້ວຍ.
“ໃນວັນທີ 14 ”ໄລ່ຕາມຈັນທະປະຕິທີນ, ເມື່ອເລາະລິ້ນຕາມຖະໜົນສາຍຕ່າງໆຢູ່ໂຫ້ຍອານ, ກິ່ນຫອມຂອງທູບທຽນຄືດັ່ງຂົວຕໍ່ລະຫວ່າງອະດິດຕະການ ແລະ ປະຈຸບັນ, ເຮັດໃຫ້ຜູ້ຄົນທັງຫຼາຍຮູ້ສຶກສະຫວາດສະເຫວີຍກວ່າ ແລະ ສະໜິດຕິດພັນກວ່າ. ຍ້ອນເຫດນັ້ນ, ເຖິງວ່າແມ່ນຄົນໂຫ້ຍອານ ແຕ່ຮອດຍາມມື້ວັນເພງມື້, ຂ້າພະເຈົ້າເຄີຍເລາະຫຼິ້ນຢູ່ທີ່ນີ້ ເພື່ອຮັບຮູ້ສິ່ງທີ່ສັກສິດເຊິ່ງຕົນເອງບໍ່ສາມາດພັນລະນາໄດ້.”
ຄ່ຳຄືນມື້ວັນເພງໃນຄຸ້ມເມືອງເກົ່າໂຫ້ຍອານ
(ພາບ: ອິນເຕີແນດ)
ບັນດາຜູ້ທີ່ເຄີຍມາຢ້ຽມຢາມໂຫ້ຍອານ, ຕ່າງກໍ່ຮັບຮູ້ວ່າ, ໂຫ້ຍອານ ໄດ້ນຳເອົາຄວາມສະຫງົບສຸກມາໃຫ້ເຂົາເຈົ້າ. ຍາມກາງເວນ, ໂຫ້ຍອານມີຄວາມງາມແບບດັ້ງເດີມ, ດ້ວຍບັນດາຫຼັງເຮືອນທີ່ເກົ່າແກ່. ຍາມກາງຄືນ, ໂຫ້ຍອານ ພັດມີຄວາມງາມແບບເລິກລັບ, ແຕ່ເຂດຕະຫຼາດຂາຍເຄື່ອງທີ່ລະລຶກຍາມໃດກໍ່ມີຄວາມໃໝ່ອ່ຽມ, ຟົດຟື້ນ, ມັນກົງກັນຂ້າມກັບເຂດທີ່ສະຫງົບງຽບຄືດັ່ງຫວນຄືນອະດິດຕະການຢູ່ເຂດຄຸ້ມເມືອງທີ່ເກົ່າແກ່.