ການສະແດງຕີກອງ
(ພາບ: Huefestival.com)
|
Vovworld- ງານ Festival ເຫ້ວປີ 2012 ຖືກໄຂຂຶ້ນໃນຕອນຄ່ຳວັນທີ 7/4 ຢູ່ນະຄອນເຫ້ວ. ດ້ວຍຫົວເລື່ອງວ່າ “ ມໍລະດົກວັດທະນະທຳກັບການເຊື່ອມໂຍງເຂົ້າກັບສາກົນ ແລະ ການພັດທະນາ -ແຫ່ງພົບປະລະຫວ່າງບັນດານະຄອນແຫ່ງປະຫວັດສາດ ” ງານ Festival ຄັ້ງນີ້ມີການເຂົ້າຮ່ວມຂອງກ່ວາ 40 ຄະນະສິລະປະກອນ ແລະ ກຸ່ມສິລະປິນສາກົນທີ່ມາຈາກ 28 ປະເທດໃນໂລກ ແລະ ເກືອບ 20 ຄະນະສິລະປະກອນຢູ່ພາຍໃນປະເທດດ້ວຍການສະແດງລາຍການສິລະປະນັບຮ້ອຍ ລາຍ ການທີ່ເປັນເອກະລັກສະເພາະ.
ໃນງານ Festival ປີນີ້, ນອກຈາກບັນດາງານບຸນຕົ້ນຕໍ່ຄື: ລາຍການສະແດງສິລະປະໃນພິທີໄຂ, ໃນພິທີອັດ, ຄ່ຳຄືນພະລາດຊະວັງ, ພິທີໄຫວ້ບູຊາເທວະດາຟ້າແຖນ, ງານບຸນສະແດງຊຸດເສື້ອຍາວ ແລະ ອື່ນໆ, ກໍຍັງຈະຈັດໃຫ້ມີກອງປະຊຸມສຳມະນາວິທະຍາສາດເພື່ອຕີລາຄາບັນດາຄຸນຄ່າດ້ານວັດທະນະທຳ ແລະ ເສີມຂະຫຍາຍປະສິດທິຜົນຂອງການຈັດ ງານ Festival ເຫ້ວ-ຫວຽດນາມຄັ້ງຕ່າງໆ. ງານ Festival ເຫ້ວປີ 2012 ຖືກຕິດພັນກັບປີທ່ອງທ່ຽວມໍລະດົກບັນດາແຂວງແຄມທະເລຕອນເໜືອຂອງພາກກາງ. ນີ້ແມ່ນເຂດເຕົ້າໂຮມ ມໍລະດົກໂລກຫຼາຍທີ່ສຸດ ແລະ ພິເສດແມ່ນບັນດາມໍລະດົກລະດັບຊາດທີ່ສຳຄັນ.
ນັບແຕ່ທ້າຍເດືອນມີນາແລ້ວນີ້, ຢູ່ກຸ່ງເກົ່າເຫ້ວ, ໄດ້ດຳເນີນບັນດາການເຄື່ອນໄຫວທີ່ຟົດຟື້ນຄື ລາຍການເຕັ້ນລວມໝູ່, ຊຶ່ງມີການເຂົ້າຮ່ວມຂອງເພື່ອນໜຸ່ມເກືອບ 200 ຄົນ, ນີ້ແມ່ນການເຄື່ອນໄຫວເພື່ອຕອບສະໜອງເດືອນຊາວໜຸ່ມຂອງໄວໜຸ່ມນະຄອນເຫ້ວ, ແນໃສ່ສ້າງສຽງກ້ອງກັງວານໃຫ້ແກ່ ງານ Festival ເຫ້ວ 2012 ກ່ອນທີ່ຈະຮອດພິທີໄຂ. ນອກຈາກນັ້ນ ກໍຍັງມີການເຄື່ອນໄຫວທີ່ມີລັກສະນະງານບຸນເຂດຊຸມຊົນ ຄື ຈັດຕະຫຼາດນັດບ້ານນາ Cau Ngoi Thanh Toan , ໄປຢ້ຽມຊົມເຂດເຮືອນສວນເຫ້ວ, ອັນໄດ້ດຶງດູດການເຂົ້າຮ່ວມຂອງນັກທ່ອງທ່ຽວຢ່າງຫຼວງຫຼາຍ. ນາງ Sperri IsSsabelle ນັກທ່ອງທ່ຽວມາຈາກຝະລັ່ງໃຫ້ຮູ້ວ່າ :
“ ຂ້າພະເຈົ້າມີຄວາມພໍໃຈທີ່ສຸດເມືອ່ໄດ້ມາຢ້ຽມຢາມ ເຫ້ວ, ໂດຍສະເພາະແມ່ນເມື່ອ ໄປຢ້ຽມຊົມເຂດເຮືອນສວນເຫ້ວ, ໄດ້ເຫັນວ່າ ເຂດເຮືອນສວນເຫ້ວ ໄດ້ຮັບການອະນຸລັກຮັກສາ. ຂ້າພະເຈົ້າຮູ້ສຶກວ່າ ຄືດັ່ງໄດ້ກັບຄືນສູ່ອະດີດຕະການຂອງພວກເຮົາ, ຂອງພວກເພື່ອນຫວຽດນາມທີ່ມີຈິດໃຈຮັກແພງແຂກ ”
ດ້ວຍຄວາມຫວັງຢາກນຳສິ່ງທີ່ຍອດຍິ່ງດ້ານສິລະປະເຂົ້າໃນຊີວິດຂອງ ປະຊາ ຊົນ, ແນໃສ່ໂຄສະນາຄວາມເປັນເອກະລັກສະເພາະທາງດ້ານຈິດຕະກຳຂອງ ເຫ້ວ, ຈຸນັກຈິດຕະກອນ Nguyen Duy Hien, Tran Huu Nhat ແລະ Nguyen Hoang Viet ໄດ້ປະຕິບັດແຜນແມ່ບົດ “ ຖະໜົນພາບແຕ້ມ Festival 2012 ” ດ້ວຍຫົວເລື່ອງ “ ເຊີດຊູປະເທດຊາດ ແລະ ຊາວຫວຽດນາມເວົ້າລວມ ແລະ ສີສັນວັດທະນະທຳກຸງເກົ່າ ເຫ້ວເວົ້າສະເພາະ ” . ມີພາບແຕ້ມ ຖືກແຕ້ມໃສ່ເຈັ້ຍ ແລະ ຜ້າແພລວມທັງໝົດ 2012 ແຜ່ນ ຖືກນຳມາວາງສະແດງເພື່ອຮັບໃຊ້ ງານ Festival ເຫ້ວ 2012. ຈິດຕະກອນ Nguyen Duy Hien ເປີດເຜີຍວ່າ :
“ ຂ້າພະເຈົ້າຄິດວ່າ ຕົນເອງແມ່ນນັກຈິດຕະກອນ, ແມ່ນລູກຮັກຂອງ ເຫ້ວ, ດັ່ງນັ້ນກໍມີຄວາມຫວັງຢາກປະກອບສ່ວນນ້ອຍໜຶ່ງ ໃຫ້ແກ່ຖະໜົມ ພາບແຕ້ມ Festival . ຂ້າພະເຈົ້າຢາກແນະນຳໃຫ້ມ່ວນຊົນກ່ຽວກັບທຸກສິ່ງທີ່ກ່ຽວຂ້ອງເຖິງພື້ນຖານສິລະປະ ”
ສ່ວນທ່ານ Ngo Hoa ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນ ແຂວງ ເທື່ອທຽນເຫ້ວ ໃຫ້ຮູ້ວ່າ :
“ ພວກຂ້າພະເຈົ້າເອົາໃຈໃສ່ທີ່ສຸດເຖິງສະພາບແວດລ້ອມດ້ານການທ່ອງທ່ຽວຂອງນະຄອນ, ພວກຂ້າພະເຈົ້າໄດ້ໃຫ້ການຊີ້ນຳບັນດາການນຳວິສາຫະກິດ, ໂຮງແຮມ, ເຮືອນພັກ ຕ້ອງຕິດປະກາດລາຄ່າບໍລິການ ແລະຕ້ອງເປັນເອກະພາບກັນ. ພວກຂ້າພະເຈົ້າຍັງແນະນຳໃຫ້ພວກພວກແມ່ຄ້າຊາວຂາຍຢູ່ຕະຫຼາດຕ່າງໆຕ້ອງມີມາລະຍາດທີ່ດີຕໍ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເມື່ອມາຢ້ຽມຢາມ ແລະ ຊື້ເຄື່ອງຂອງ ”.