ງານວາງສະແດງກ່ຽວກັບລົດໄຟຟ້າ ຮ່າໂນ້ຍ, ອະດີດຕະການ ແລະ ອະນາຄົດ

(vovworld)-  ງານ​ວາງສະ​ແດງ​ລົດ​ໄຟ​ຟ​້າ ຮ່າ​ໂນ້ຍ ອະດີ​ດຕະການ ​ແລະ ອະນາຄົດ ​ວາດ​ພາບ​​ເຖິງ​ຮູບ​ພາບ​ລົດ​ໄຟ​​ຟ້າໃນ​ອະດີດຕະການ ​ແລະ ​ແນະນຳ​ຮູບ​ພາບ​ລົດ​ໄຟ​ຟ້າຂອງ​ຮ່າ​ໂນ້ຍ​ໃນ​ອະນາຄົດ ທີ່​ພວມ​ດຳ​ເນີນ​ໄປ​ຢູ່​ຫໍ​ວາງສະ​ແດງ​ເລກທີ 45 ຖະຫນົນຮ່າງ​ບ່າຍ ຮ່າ​ໂນ້ຍ. ນີ້​ແມ່ນ​ເຫດການ​ໂດ​ຍ             ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ຮ່າ​ໂນ້ຍຈັດ​ຕັ້ງ ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 59 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ນະ​ຄອນ​ຫລວງ ​ຮ່າ​ໂນ້ຍ (10/10/1954-10/10/2013). ​

ງານວາງສະແດງກ່ຽວກັບລົດໄຟຟ້າ ຮ່າໂນ້ຍ, ອະດີດຕະການ ແລະ ອະນາຄົດ - ảnh 1
ຮູບພາບກ່ຽວກັບລົດໄຟຟ້າຢູ່ຮ່າໂນ້ຍໃນເມື່ອກ່ອນ

        ​ເມື່ອ​​ເຂົ້າ​ຊົມງານ​ວາງສະ​ແດງ, ຜູ້​ຊົມຮູ້ສຶກ​ຄື​ໄດ້​ເຫັນ​ປະຈັກ​ຕາ​ບັນດາ​ຂະ​ບວນລົດ​ໄຟ​ຟ້າ​ພ້ອມ​ກັບ​ສຽງ​​ແລງ​ແກງ​ທີ່​ເປັນ​ສັນຍາລັກພິເສດ​ສະ​ເພາະ​ ​ຂອງ​ຄຸ້ມຖະຫນົນ​ຕ່າງໆຢູ່​ຮ່າ​ໂນ້ຍ​ໃນ​ເມື​່ອກ່ອນ. ບັນດາ​ຮູບ​ພາບ​ເຫລົ່ານັ້ນ ​​ໄດ້ເຮັດ​ໃຫ້​ຊາວ​ຮ່າ​ໂນ້ຍ​ທຸກຄົນ​ບໍ່​ອາດ​ຫລົງ​ລືມ ອະນຸສອນໃນຊຸມເດືອນປີກ່ອນນີ້ໄດ້ .ທ່ານດວ່າ​ນຊວນ​ກີ​ງ ຢູ່ ຖະຫນົນ ​ເຈີ​ນຟູ ຮ່າ​ໂນ້ຍ ​ແບ່ງປັນ​ວ່າ:

        “ຮ່າ​ໂນ້ຍ ​ໃນ​ເມື່ອ​ກ່ອນມີ​ສາຍ​ລົດ​ໄຟຟ້າ 6 ສາຍ​ຄື: ຫນອງ​ໂຮ່​ເກືອ​ມ-​ເກົາ​ໄຢ, ຫນອງ​ໂຮ່​ເກືອ​ມ - ອຽນ​ຟູ້.. ​ແລະ ​ໄກ​ກວ່າ​ໝູ່​ແມ່ນ ຫນອງ​ໂຮ່​ເກືອ​ມ- ຮ່າ​ດົງ. ກ່ອນ​ນີ້ ສາຍ​ລົດ​ໄຟຟ້າ​ ຫນອງ​ໂຮ່​ເກືອ​ມ- ຮ່າ​ດົງ ​ແມ່ນ​ສາຍ​ທາງ​ຍາວ​ກວ່າ​ໝູ່. ​ເມື່ອ​ເຂົ້າ​ຊົມ​ງານ​ວາງສະ​ແດງ​ຄັ້ງ​ນີ້ ຂ້າພະ​ເຈົ້າ​ຫວນ​ຄືນຫລັງ​ຄາວ​ຍັງ​ນ້ອຍ ​ພ້ອມ​ກັບລົດ​ໄຟ​ຟ້າ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຮ່າ​ໂນ້ຍ​​ໃນ​ຄາວ​ນັ້ນ.”

       

ງານວາງສະແດງກ່ຽວກັບລົດໄຟຟ້າ ຮ່າໂນ້ຍ, ອະດີດຕະການ ແລະ ອະນາຄົດ - ảnh 2
ງານ​ວາງ​ສະ​ແດງລົດ​ໄຟ​ຟ້າຮ່າ​ໂນ້ຍ ອະດີດຕະການ ​ແລະ ອະນາຄົດ
ພາບ:internet

ມາ​ຢ້ຽມ​ຊົມ​ງານ​ວາງສະ​ແດງ​ກໍ​ແມ່ນ​ວິທີ​ເພື່ອ​ໃຫ້​ລຸ້ນຫນຸ່ມ​ເຂົ້າ​​ໃຈ​ກວ່າກ່ຽວ​ກັບ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງລົດ​ໄຟ​ຟ້າຮ່າ​​ໂນ້ຍ​ທີ່​ຄົງ​ຕົວ​ໃນ​ກວ່າ​ຫນຶ່ງສັດຕະ​ວັດ. ​ເພື່ອນ ຫງວຽນ​ທູ​ຍຈາງ, ນັກ​ສຶກສາມະ​ຫາ​ວິທະຍາ​ໄລ ສະຖາປັດຕະຍະກຳ ຮ່າ​ໂນ້ຍ ​​ເວົ້າ​ວ່າ:

        “​ເມື່ອ​ເຂົ້າ​ຊົມ​ງານ​ວາງສະ​ແດງ​ຄັ້ງ​ນີ້ຂ້າພະ​ເຈົ້າ​ຮູ້ສຶກ​ປະ​ທັບ​ໃຈ​ຫລາຍ​ ຍ້ອນເຕັກ​ໂນ​ໂລ​ຊີ ​ແລະ ​​ແສງ​ໄຟຟ້າທີ່ທັນສະ​ໄຫມ. ຂ້າພະ​ເຈົ້າ​ສາມາດ​​ເຫັນ​​ໄດ້​ບັນດາ​ຮູບ​ພາບ​ຂອງ​ຮ່າ​ໂນ້ຍຜ່ານ​ເຕັກ​ໂນ​ໂລ​ຊີ 3 D. ນີ້​ແມ່ນ​ທ່າ​ອ່ຽງ​ໃນ​ອະນາຄົດ ​ເມື​່ອທຸກສິ່ງ​ທຸກ​ຢ່າງທີ່​ເກີດ​ຂຶ້ນ​ໃນ​ອະດີດຕະການ​ບໍ່​ຮັກສາ​​ໄວ້ໄດ້​ແລ້ວ ພວກ​ເຮົາ​ກໍສາມາດ​ວາດ​ພາບ​ດ້ວຍ​ວິທີ​ການ​ທັນ​ສະ​ໄຫມ ​ແລະ ນຳ​ມາ​ເຊິ່ງບົດຮຽນ​ໃຫ້​ຄົນ​ລຸ້ນຫລັງ. ”

        ງານ​ວາງ​ສະ​ແດງ​ ບໍ່​ພຽງ​ແຕ່ ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ຊົມ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ບັນດາ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມາ​ຢ້ຽມຢາມ​ຮ່າ​ໂນ້ຍກໍ​ຢາກ​ເຂົ້າ​ຊົມ​ອີກ​ດ້ວຍ. ນາງ Sarah Bay ມາ​ຈາກ​ແດນ​ມາກ ​ແບ່ງປັນ​ວ່າ:

        “ຢູ່ Copenhagen ​ແດນ​ມາກ ກໍ​ມີ​ບັນດາ​ລົດ​ໄຟຟ້າຄື​ຢູ່​ຮ່າ​ໂນ້ຍ. ​ຊື່​ງ​ແມ່ນ​ຊາວ​ຕ່າງປະ​ເທດ​ຜູ້​ຫນຶ່ງ​ມາ​ຢ້ຽມຢາມຮ່າ​ໂນ້ຍ, ຂ້າພະ​ເຈົ້າ​ຄິດ​ວ່າ ລົດ​ໄຟ​ຟ້າແມ່ນ​ຈຸດ​ພິ​ເສດສະ​ເພາະ ​ແລະ ສ້າງ​ຄວາມ​ປະ​ທັບ​ໃຈ​ສຳລັບ​ຮ່າ​ໂນ້ຍ.”

ງານວາງສະແດງກ່ຽວກັບລົດໄຟຟ້າ ຮ່າໂນ້ຍ, ອະດີດຕະການ ແລະ ອະນາຄົດ - ảnh 3
ຮູບພາບກ່ຽວກັບສະຖານີລົດໄຟຟ້າຮ່າໂນ້ຍໃນອະນາຄົດ
ພາບ:internet

        ງານ​ວາງ​ສະ​ແດງ“ລົດ​ໄຟ​ຟ້າຮ່າ​ໂນ້ຍ ອະດີດຕະການ ​ແລະ ອະນາຄົດ” ຍັງ​ນຳ​ມາ​​ໃຫ້​ຜູ້​ຊົມ​ກ່ຽວ​ກັບ​ລະບົບ​ຄົມມະນາຄົມທີ່​ທັນ​ສະ​ໄຫມ​​ ທີ່​ພວມ​ຄ່ອຍໆ​​ໄດ້​ຮັບ​ການ​ກໍ່ສ້າງ​ຂຶ້ນ​ໃນຊຸມ​ປີ​ຈະ​ມາ​ເຖິງ. ນັກ​ສະຖາປັດຕະຍະກຳ ຫງວຽນ​ວັນ​ກວາງ, ຫົວຫນ້າ​ຫນ່ວຍ“ດີ​ຈີ​ທອນ  ຮ່າ​ໂນ້ຍ” ​ໃຫ້​ຮູ້​ວ່າ:

       “​ແນວຄວາມ​ຄິດ​ຈັດ​ງານ​ວາງສະ​ແດງ​ຄັ້ງ​ນີ້ ພວກ​ຂ້າພະ​ເຈົ້າ​​ໄດ້ກຳນົດ​ໃນ​ເບື້ອງ​ຕົ້ນ​ນັ້ນ​ແມ່ນ​ສ້າງ​ຄຸ້ມຖະຫນົນ​ເກົ່າ 36 ສາຍ​ຢູ່​ຮ່າ​ໂນ້ຍ ​ໃຫ້ກາຍ​ເປັນ​ຫໍ​ພິພິດທະພັນ​ແຫ່ງ​ທີ 2 ​ເພື່ອ​ໃຫ້​ປະຊາຊົນ​ທຸກ​ຄົນ​ສາ​ມາດ​ວາດ​ພາບ​ໄດ້​ຮູບ​ພາບ​ຄຸ້ມ​ເມືອງ​ເກົ່າ​ຮ​່າ​ໂນ້ຍ​ໃນ​ເມື່ອ​ກ່ອນ​ກໍ​ຄື​ຮ່າ​ໂນ້ຍ​ໃນ​ປະຈຸ​ບັນ. ງານ​ວາງສະ​ແດງ​ຄັ້ງ​ນີ້​ແມ່ນ​ສຸມ​ໃສ່​ຫົວ​ເລື່ອງ​ລົດ​ໄຟ​ຟ້າ. ​ພວກ​ຂ້າພະ​ເຈົ້າ​ຢາກ​ແນະນຳ​ໃຫ້​ຜູ້​ຊົມ​ບັນດາ​ຈຸດ​ວັດທະນະທຳ​ຂອງ​ຊາວ​ຮ່າ​ໂນ້ຍ​ໃນ​ເມື່ອ​ກ່ອນ ກໍ​ຄືບັນດາ​ສາຍ​ລົດ​ໄຟຟ້າ​ໃຕ້​ດິນ ​ແລະລົດ​ໄຟ​ລອຍ​ຟ້າ(skytrain) ຂອງ​ຮ່າ​ໂນ້ຍຊື່​ງຈະ​ໄດ້​ຮັບ​ການ​ກໍ່ສ້າງ​ໃນ​​ໄລຍະ​ຈະ​ມາ​ເຖິງ.”

        ງານ​ວາງສະ​ແດງ“ລົດ​ໄຟຟ້າ​ຮ່າ​ໂນ້ຍ, ອະດີດຕະການ ​ແລະ ອະນາຄົດ” ​ໄດ້​ນຳ​ມາ​ໃຫ້​ຜູ້​ຊົມ​ຄວາມ​ປະ​ທັບ​ໃຈ​ອັນ​​ເລິກ​ເຊິ່ງຫລາຍ​ຢ່າງ​ກ່ຽວ​ກັບ​ຮ່າ​ໂນ້ຍ​ໃນ​ເມື່ອ​ກ່ອນ ດ້ວຍ​ຮູບ​ພາບ​ລົດ​ໄຟຟ້າ​ທີ່​ຕິດ​ພັນ​ກັບ​ຊີວິດ​ການ​ເປັນ​ຢູ່​ປະຈຳ​ວັນ​ຂອງ​ຊາວ​ຮ່າ​ໂນ້ຍ. ງານ​ວາງສະ​ແດງ​ແມ່ນ​ຂົວ​ເຊື່ອມ​ຕໍ່​ດ້ວຍ​ບັນດາ​ຮູບ​ພາບ​ຊ່ວຍ​ໃຫ້​ປະຊາຊົນ, ພິ​ເສດ​ແມ່ນ​ລຸ້ນ​ຫນຸ່ມ​ມີ​ຄວາມ​ເຂົ້າ​ໃຈ ​ແລະ ​ເຄົາລົບ​ນັບຖື​​ວັດ​ທະນະ​ທຳ ​ແລະ ຄວາມ​ງາມ​ຂອງ​ນະຄອນຫລວງ ຮ່າ​ໂນ້ຍ​ໃນ​ສັດຕະວັດ​ກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ