(vovworld)- ງານວາງສະແດງພາບແຕ້ມພິເສດ ສະຫງວນໃຫ້ແກ່ເດັກນ້ອຍ ທີ່ມີຊື່ວ່າ: “ເດັກນ້ອຍແຕ້ມພາບ” ຊື່ງພວມດຳເນີນຢູ່ ເຮືອນເລກທີ 24-26 ຖະຫນົນ ລີກວກຊື ຮ່າໂນ້ຍ ຄືດັ່ງຂອງຂວັນສະຫງວນໃຫ້ແກ່ເດັກນ້ອຍເນື່ອງໃນໂອກາດວັນເດັກສາກົນ 1/6 ແລະ ກໍແມ່ນການເຄື່ອນໄຫວເປີດສາກໃຫ້ແກ່ເດືອນລະດູແລ້ງປີ 2016. ງານວາງສະແດງໄດ້ທະວີຄູນຄວາມເມົາມົວດ້ານຈິດຕະກຳຂອງເດັກນ້ອຍ.
ໃນງານວາງສະແດງ “ເດັກນ້ອຍແຕ້ມຮູບ”ໄດ້ແນະນຳພາບແຕ້ມເກືອບ 30 ແຜ່ນ ໂດຍພວກຫລານນ້ອຍທີ່ມາຈາກບັນດາໂຮງຮຽນຢູ່ ຮ່າໂນ້ຍ ແຕ້ມ. ໃນງານວາງສະແດງຄັ້ງນີ້ ພວກນ້ອງແຕ້ມບັນດາສິ່ງທີ່ຕົນເອງມັກ ໂດຍບໍ່ຫົວຊາຕໍ່ວິທີການແຕ້ມແນວໃດ. ພາຍຫລັງແຕ້ມສຳເລັດ, ບັນດາພາບແຕ້ມຂອງພວກນ້ອງຈະໄດ້ຮັບການຄັດເລືອກຈາກຄະນະຈັດຕັ້ງເພື່ອແນະນຳທີ່ງານວາງສະແດງ. ສະນັ້ນ ພວກຫລານໃນເກນອາຍຸແຕ່ 5-12 ປີ ສາມາດແຕ້ມກ່ຽວກັບຫົວເລື່ອງທີ່ຕົນເອງມັກ. ນ້ອງ ຫງວຽນດືກຮູຍ, ນັກຮຽນ ປໍ 6, ໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ໂງຍຊາວ(Ngoi Sao) ໃຫ້ຮູ້ວ່າ:
“ຫລານນິຍົມແຕ້ມທີ່ສຸດ. ຫລານໄດ້ພັກແລ້ງແລ້ວ ສະນັ້ນ ແມ່ພາຫລານໄປເຂົ້າຮ່ວມງານວາງສະແດງ. ມານີ້ ຫລານຈະແຕ້ມພາບກ່ຽວກັບຄອບຄົວ, ກ່ຽວກັບຫ້ອງຮຽນຂອງຫລານ. ຫລານເຫັນວ່າ ງານວາງສະແດງນີ້ມ່ວນຫລາຍ ແລະ ສ້າງຄວາມປະທັບໃຈທີ່ສຸດ.”
ພາບທີ່ພວກຫລານນ້ອຍມີເກນອາຍຸແຕ່ 6-10 ປີແຕ້ມ ແມ່ນກ່ຽວຂ້ອງເຖິງທຸກສິ່ງທຸກຢ່າງໃນຊີວິດປະຈຳວັນຄື: ແຕ້ມກ່ຽວກັບຄອບຄົວ ຫລືໂຕແມວ, ໝາ, ຝຸງໄກ່ແມ່ ກັບລູກ. ສີສັນຂອງບັນດາພາບແຕ້ມແມ່ນສີຂຽວ, ສີແດງ ແລະ ສີເຫລືອງ. ບາງເທື່ອມີພາບແຕ້ມກ່ຽວກັບການເຄື່ອນໄຫວໃນງານບຸນຕ່າງໆຄື: ບຸນວັນເພງເດືອນ 8, ການເຄື່ອນໄຫວຝືກແອບກິລາຫລືແຕ້ມຮູບເຄິ່ງຄີງພໍ່ແມ່, ພໍ່ເຖົ້າແມ່ເຖົ້າ… ນອກນັ້ນ ຍັງມີພາບແຕ້ມຫລາຍແຜ່ນສະແດງໃຫ້ເຫັນຫົວຄິດປະດິດສ້າງ, ຄວາມນຶກຄິດຂອງບັນດາພວກຫລານຄື: ພາບແຕ້ມກ່ຽວກັບໝູ່ບ້ານຊົນເຜົ່າມີເຮືອນຮ້ານ, ຮູບຊາວຊົນເຜົ່ານຸ່ງຊຸດອາພອນປະຈຳເຜົ່າ. ຈິດຕະກອນ ຫງວຽນຮົ່ງເຟືອງ, ສະມາຊິກ Gallery 39, ຊື່ງແມ່ນຫົວຫນ່ວຍຈັດຕັ້ງງານວາງສະແດງໃຫ້ຮູ້ວ່າ:
“ງານວາງສະແດງ ແມ່ນໂອກາດເພື່ອເປັນຂີດໝາຍໃຫ້ພວກນ້ອງກ່ຽວກັບອະນຸສອນເມື່ອເຂົ້າຮ່ວມການເຄື່ອນໄຫວດ້ານຈິດຕະກຳ. ບັນດາພາບໂດຍພວກຫລານແຕ້ມສ່ວນຫລາຍແມ່ນເລີ່ມມາຈາກຄວາມຮູ້ສຶກ, ຄວາມເມົາມົວ.”
ງານວາງສະແດງ “ເດັກນ້ອຍແຕ້ມ” ໄດ້ຮັບການຈັດຕັ້ງກົງກັບໂອກາດພວກນັກຮຽນພັກແລ້ງ. ເພາະສະນັ້ນ ງານວາງສະແດງໄດ້ກາຍເປັນການເຄື່ອນໄຫວທີ່ມີປະໂຫຍດໃຫ້ແກ່ພວກເດັກນ້ອຍ. ອ້າຍ ຫງວຽນລາມເຊີນ, ຊື່ງແມ່ນຜູ້ທີ່ໄດ້ພາລູກມາເຂົ້າຮ່ວມງານວາງສະແດງໄດ້ແບ່ງປັນ:
“ລູກຂອງຂ້າພະເຈົ້າມີພອນສະຫວັນໃນການແຕ້ມ ແລະ ຢູ່ເຮືອນ ຫລານເຄີຍແຕ້ມຮູບ. ຂ້າພະເຈົ້າພາຫລານມາເຂົ້າຮ່ວມງານວາງສະແດງນີ້ ເພື່ອໃຫ້ຫລານມີກາລະໂອກາດສະແດງຄວາມສາມາດຂອງຕົນ. ຫລານໄດ້ກະກຽມເຄື່ອງແຕ້ມຫລາຍແນວເພື່ອຮັບໃຊ້ໃຫ້ແກ່ການເຂົ້າຮ່ວມການແຕ້ມຢູ່ງານວາງສະແດງ. ຫລານກໍປາດຖະຫນາວ່າ ພາຍຫລັງແຕ້ມສຳເລັດແລ້ວ, ພາບແຕ້ມຂອງຫລານຈະໄດ້ວາງສະແດງຢູ່ທີ່ນີ້.”
ສຳລັບວິຊາແຕ້ມ ຮຽກຮ້ອງບັນດາພວກຫລານຕ້ອງມີຄວາມນຶກຄິດທີ່ອຸດົມສົມບູນ, ມີຈີນຕະນາການ, ມີຫົວຄິດປະດິດສ້າງ ແລະ ສີມືອັນຄ່ອງແຄ້ວ. ເພາະສະນັ້ນ ງານວາງສະແດງ “ເດັກນ້ອຍແຕ້ມ” ແມ່ນກາລະໂອກາດເພື່ອປຸກລຸກ ແລະ ສົ່ງຄວາມເມົາມົວດ້ານສິລະປະໃຫ້ແກ່ພວກຫລານ ຊ່ວຍໃຫ້ພວກຫລານມີຫົວຄິດປະດິດສ້າງ ພ້ອມທັງສົ່ງເສີມພວກຫລານເສີມຂະຫຍາຍພອນສະຫວັນກ່ຽວກັບດ້ານຈິດຕະກຳສືບຕໍ່ຄວາມໄຝ່ຝັນຂອງຕົນ. ງານວາງສະແດງດ້ວຍຫົວຂໍ້ “ເດັກນ້ອຍແຕ້ມພາບ” ຈະຖືກຈັດຂຶ້ນເປັນປະຈຳໃນໂອກາດວັນເດັກນ້ອຍສາກົນ 1/6 ປະຈຳປີ.