ການອອກແບບບັນດາຕົວຢ່າງສະແຕມກໍຍາກຢູ່ແລ້ວ, ແຕ່ການສ້າງພາບ ດ້ວຍການຕິດຕໍ່ສະແຕມກໍມີຄວາມຫຍຸ້ງຍາກຫຼາຍກ່ວາ. ດ້ວຍສະແຕມນັບພັນ ອັນ, ຜ່ານສີມືອັນຄ່ອງແຄ້ວຂອງຈິດຕະກອນ, ສະແຕມເຫຼົ່ານັ້ນ ຖືກຕິດຕໍ່ກັນສ້າງເປັນພາບຈິດຕະກຳສີລະປະທີ່ງາມຕາ ແລະ ມີຊີວິດຊີວາ. ໃນລາຍການສາລະຄະດີຫວຽດນາມພາກນີ້, ພວກເຮົາຂໍແນະນຳຈິດຕະກອນ ໂດ້ເລັ້ງຕວນ ຜ່ານບົດຂຽນຂອງນັກຂ່າວເຟືອງຖີທີ່ພາດຫົວຂໍ້ວ່າ “ຈິດຕະກອນ ໂດ້ເລັ້ງຕວນ - ຜູ້ເຮັດພາບຈິດຕະກຳດ້ວຍການຕິດຕໍ່ສະແຕມ”
ພາບສະແຕມກ່ຽວກັບປະທານໂຮ່ຈິມິນຂອງໂດ້ເລັ້ງຕວນ |
ຈິດຕະກອນ ໂດ້ເລັ້ງຕວນ ເກີດປີ 1955, ບ້ານເກີດຢູ່ຮ່າໂນ້ຍ, ລາວໄດ້ປະກອບອາຊີບຈິດຕະກຳມາເປັນເວລາກວ່າ 30 ປີແລ້ວ, ໃນນັ້ນ, ມີໄລຍະ 28 ປີເຮັດວຽກຢູ່ບໍລິສັດສະແຕມ. ບໍ່ພຽງແຕ່ປະດິດຄິດສ້າງຕົວຢ່າງ ສະແຕມນັບຮ້ອຍອັນເທົ່າ, ຈິດຕະກອນ ໂດ້ເລັ້ງຕວນຍັງໄດ້ເອົາສະແຕມຫຼາຍອັນຕິດຕໍ່ກັນເປັນພາບຈິດຕະກຳຫຼາຍພາບທີ່ເປັນເອກະລັກສະເພາະ. ພາບຈິດຕະກຳເຫຼົ່ານີ້, ໄດ້ກາຍເປັນບັນດາກິດຈະກຳສິລະປະ, ແມ່ນການປະສານສົມທົບຢ່າງກົມກ່ຽວ, ລະອຽດອ່ອນຂອງສະແຕມນັບພັນອັນທີ່ແຕກຕ່າງກັນ. ຈິດຕະກອນ ໂດ້ເລັ້ງຕວນ ໃຫ້ຮູ້ວ່າ :
“ພາບຈິດຕະກຳທີ່ເຮັດດ້ວຍການຕິດຕໍ່ສະແຕມ, ຖ້າວ່າຍິ່ງປະສົບຜົນສຳເລັດ ກໍຍີ່ງສິ້ນເປືອງ ສະແຕມໜ້ອຍລົງ, ແຕ່ກໍຕ້ອງນຳໃຊ້ສະແຕມ ປະມານ 200-300 ອັນ, ບາງເທື່ອກໍຕ້ອງນຳໃຊ້ສະແຕມນັບພັນອັນເພື່ອສ້າງພາບຈິດຕະກຳພາບໜຶ່ງ. ສຳລັບການເຮັດພາບຈິດຕະກຳແບບນີ້ ແມ່ນຫຍຸ້ງຍາກ, ລຳບາກຫຼາຍ. ເມື່ອເຮັດ ກໍຕ້ອງໃຊ້ຄວາມຄິດຫຼາຍຢ່າງຫຼາຍແນວ, ຕ້ອງເຮັດແນວໃດ ເພື່ອຈະມີພາບງາມ ແລະ ບໍ່ຊ້ຳຊ້້ອນກັບພາບຂອງຄົນອື່ນ ”
ຈິດຕະກອນ ໂດ້ເລັ້ງຕວນ ມີຊື່ສຽງດ້ວຍບັນດາພາບຈິດຕະກຳກ່ຽວກັບຮູບເຄິ່ງຄີງມະນຸດ ພິເສດແມ່ນຮູບເຄິ່ງຄີງປະທານໂຮ່ຈິມິນ. ລາວແມ່ນຜູ້ສ້າງພາບຈິດຕະກຳດ້ວຍການຕິດຕໍ່ສະແຕມກ່ຽວກັບຮູບເຄິ່ງຄີງ ຈຳນວນກ່ວາ 600 ພາບ. ແຕ່ສຳລັບຈິດຕະກອນ ໂດ້ເລັ້ງຕວນແລ້ວ, ຍິ່ງປະສົບກັບຄວາມຫຍຸ້ງຍາກ, ກໍຍິ່ງເປັນການກະຕຸກຊຸກຍູ້ລາວເພີ່ມການຊອກຮູ້, ປະດິດຄິດສ້າງ . ຈິດຕະກອນ ໂດ້ເລັ້ງຕວນ ໃຫ້ຮູ້ຕື່ມອີກວ່າ :
“ ສຳລັບດ້ານສິລະປະ, ອັນໃດກໍຫຍຸ້ງຍາກໝົດ. ຍົກຕົວຢ່າງຄື ເມື່ອເຮັດພື້ນສີຂາວເປັນຕົ້ນ. ເຮົາຕ້ອງເຮັດສີຂາວຄືແນວໃດ, ຖ້າຫາກເຮັດສີຂາວຄືສີປູນ ແມ່ນບໍ່ໄດ້. ສຳລັບການສ້າງພາບເຄິ່ງຄີງປະທານໂຮ່ຈິມິນດ້ວຍການຕິດຕໍ່ສະແຕມນັ້ນ, ຫຍຸ້ງຍາກທີ່ສຸດແມ່ນຢູ່ບ່ອນຕາທັງຄູ່, ຕ້ອງເຮັດແນວໃດເພື່ອໃຫ້ພາບມີວິນຍານ, ມີຊີວິດຊີວາ. ເຖິງວ່າຍັງບໍ່ທັນໄດ້ພົບປະທານໂຮ່ຈິມິນ, ແຕ່ສຳລັບພາບສະແຕມກ່ຽວກັບເພິ່ນຂອງຂ້າພະເຈົ້າແລ້ວ, ບໍ່ວ່າຜູ້ໃດເມື່ອໄດ້ເບິ່ງໄດ້ເຫັນ ກໍລ້ວນແຕ່ຮູ້ສຶກໄດ້ເຫັນເພິ່ນໃນຕົວຈິງ ”
ພາບສະແຕມບໍ່ແມ່ນພາບຈິດຕະກຳທົ່ວໄປ, ແຕ່ມັນແມ່ນໝາກຜົນແຫ່ງການຝຶກຝົນຫຼໍ່ຫຼອມ, ສາມາດເຂົ້າໃຈກ່ຽວກັບພາສາເວົ້າຂອງສະແຕມອີກດ້ວຍ, ສະແຕມແຕ່ລະອັນ ກໍລ້ວນແຕ່ຖືກຈຳກັດດ້ານສີສັນ, ດັ່ງນັ້ນຈິດຕະກອນ ໂດ້ເລັ້ງຕວນ ຕ້ອງຄັດເລືອກຢ່າງລະອຽດລະອໍ, ມີຄວາມສຸມຈິດສຸມໃຈຢ່າງສຸດຂີດ ຈຶ່ງສາມາດຊອກຫາສີສັນທີ່ແທດເໝາະ. ຈິດຕະກອນ ຫງວຽນຢູ ໃຫ້ຂໍ້ສັງເກດກ່ຽວກັບຈິດຕະກອນ ໂດ້ເລັ້ງຕວນ ວ່າ :
“ ຖ້າຫາກເຫັນໄດ້ເຖິງຄວາມຫຼາກຫຼາຍສີສັນ, ເຂົາເຈົ້າບໍ່ອາດຮູ້ສຶກວ່າ ນັ້ນແມ່ນພາບເຮັດດ້ວຍການຕິດຕໍ່ສະແຕມ. ສິ່ງນີ້ ກໍຕ້ອງການມີທັກສະຂອງຈິດຕະກອນ. ເພື່ອສະແດງໃຫ້ເຫັນມີວິນຍານໃນຄູ່ຕາຂອງບຸກຄົນ, ຈິດຕະກອນຕ້ອງກຳໄດ້ຈຸດພິເສດ ແລະ ສະແດງໃຫ້ເຫັນແສງຕາ, ແວວຕາຂອງບຸກຄົນນັ້ນ ຄືແນວໃດ. ”
ໃນພາລະກິດປະດິດຄິດສ້າງຂອງຕົນ, ຈິດຕະກອນ ໂດ້ເລັ້ງຕວນໄດ້ສ້າງໃຫ້ມີສະແຕມນັບຮ້ອຍຕົວຢ່າງ, ພາບຈິດຕະກຳນັບຮ້ອຍພາບທີ່ເຮັດດ້ວຍການຕິດຕໍ່ສະແຕມ. ນີ້ແມ່ນຜົນງານທີ່ໜ້າປະທັບໃຈທີ່ສຸດສຳລັບຈິດຕະກອນຄົນໜຶ່ງ ຊຶ່ງຍາກທີ່ຈະຫາໄດ້ສຳລັບຈິດຕະກອນຄົນອື່ນໆ. ບັນດາພາບຈິດຕະກຳທີ່ເຮັດດ້ວຍການຕິດຕໍ່ສະແຕມຂອງຈິດຕະກອນ ໂດ້ເລັ້ງຕວນ ເມື່ອມອບໃຫ້ແຂກທ່ອງທ່ຽວເປັນຂອງຂວັນນັ້ນ, ອາດຈະຖືວ່າ ແມ່ນຂອງຂວັນທາງການທູດທີ່ມີຄວາມໝາຍ, ເປັນສານວັດທະນະທຳສົ່ງເພື່ອນມິດສາກົນ.