ງານມະຫາກຳສາກົນມວຍພື້ນເມືອງຫວຽດນາມຄັ້ງທີ 5 - ບີງດິ້ງ 2014 ຫາກໍສິ້ນສຸດລົງໃນອາທິດ ທີ່ຜ່ານມາ ຢູ່ນະຄອນກຸຍເຍີນ ແຂວງ ບີງດິ້ງ. ມີຄູເຝິກມວຍ, ນັກມວຍກວ່າ 1.500 ຄົນຂອງ 60 ຄະນະນັກມວຍສາກົນຂອງ ກິລາມວຍ 26 ປະເພດ ທີ່ມາຈາກ 24 ປະເທດ ແລະ ເຂດແຄ້ວນ ພ້ອມກັບ 63 ຄະນະນັກມວຍຢູ່ພາຍໃນປະເທດໄດ້ເຂົ້າຮ່ວມ.
ດ້ວຍຫົວເລື່ອງ “ ອະນຸລັກ ແລະ ເສີມຂະຫຍາຍ ມວຍພື້ນເມືອງຫວຽດນາມ” ງານມະຫາກຳສາກົນມວຍພື້ນເມືອງຫວຽດນາມກໍແມ່ນໂອກາດເພື່ອໂຄສະນາຈຸດຄວາມງາມຂອງມວຍພື້ນເມືອງຫວຽດນາມເວົ້າລວມ ແລະ ຄວາມງາມຂອງມວຍບີງດິ້ງເວົ້າສະເພາະ. ພ້ອມກັບການແຂ່ງຂັນຕີມວຍ, ກໍຈັດໃຫ້ມີການພົບປະແລກປ່ຽນລະຫວ່າງບັນດາຄະນະນັກມວຍສາກົນ ແລະ ບັນດາຄະນະນັກມວຍຢູ່ ພາຍໃນປະເທດ. ງານມະຫາກຳສາກົນມວຍພື້ນເມືອງຫວຽດນາມຄັ້ງນີ້ ຍັງແມ່ນໂອກາດເພື່ອໃຫ້ ບັນດາຜູ້ນິຍົມມວຍພື້ນເມືອງຫວຽດນາມໃນໂລກກັບມາຊອກຫາກົກເຄົ້າຂອງມວຍ, ພ້ອມກັນຄົ້ນຄ້ວາ ແລະ ເສີມຂະຫຍາຍສິ່ງທີ່ຍອດຍິ່ງຂອງມວຍຫວຽດນາມ. ທ່ານ ຫງວຽນວັນຢຸ້ງ ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ບີງດິ້ງ ໃຫ້ຮູ້ວ່າ :
“ ສິ່ງນີ້ໄດ້ພິສູດໃຫ້ເຫັນກຳລັງແຜ່ຂະຫຍາຍຂອງມວຍພື້ນເມືອງຫວຽດນາມ ຊຶ່ງໄດ້ນັບມື້ນັບຊຶມເລິກ ແລະ ດຶງດູດໃຈນັກມວຍຊາວຕ່າງປະເທດ. ດ້ວຍຄວາມເມົາມົວມວຍພື້ນເມືອງຫວຽດນາມ ແລະ ເຂົ້າໃຈໄດ້ເຖິງທາດແທ້ຂອງ ມວຍພື້ນເມືອງຫວຽດນາມ, ມີນັກມວຍຫຼາຍຄົນໄດ້ມາເຕົ້າໂຮມກັນຢູ່ທີ່ນີ້. ກຳລັງແຜ່ຂະຫຍາຍຂອງມວຍພື້ນເມືອງຫວຽດນາມນັບມື້ນັບກ້ວາງຂວາງກວ່າ”
ຄູເຝິກມວຍ Oliver Barbey ຫົວໜ້າປະເພດມວຍ ເຊີນລອງ ຢູ່ຝະລັ່ງໃຫ້ຮູ້ວ່າ ຍ້ອນມີຄວາມເມົາມົວກິລາມວຍ, ດັ່ງນັ້ນໄດ້ພາລາວຮູ້ຈັກດີ, ແລະ ນັບມື້ນັບມີຄວາມຮັກແພງກັບປະເທດຊາດ ແລະ ຊາວຫວຽດນາມ. ຂ້າພະເຈົ້າຝຶກແອບມວຍປະເທດນີ້ໄດ້ 30 ປີແລ້ວ, ຄູເຝິກມວຍ ຜູ້ຖ່າຍທອດໃຫ້ແກ່ຂ້າພະເຈົ້າແມ່ນອາຈານ ຫວຽນດຶກມົກ ຄູເຝິກມວຍຊາວຫວຽດນາມ . ຄູເຝິກມວຍ Oliver Barbey ເວົ້າວ່າ :
“ ສິ່ງທີ່ສຳຄັນທີ່ສຸດ ຊຶ່ງຂ້າພະເຈົ້າຮຽນໄດ້ຈາກມວຍພື້ນເມືອງຫວຽດນາມແມ່ນ “ຄຸນສົມບັດ”. ອາຈານ ຫວຽນດຶກມົກ ໄດ້ໄປຢູ່ຝະລັ່ງແຕ່ທ້າຍຊຸມປີແຫ່ງສົງຄາມໂລກຄັ້ງທີ 2 ແລະ ອາຈານໄດ້ມີຜົນສະທ້ອນຢ່າງຫຼວງຫຼາຍ, ລາວໄດ້ສ້າງຕັ້ງບັນດາສະໂມສອນມວຍຢູ່ອາຊີ , ຝະລັງ, ສະວິດ, ອາຟະລິກາ, ອາເຢຣີ...”
ສ່ວນນາງ Natalia ຊາວລັດເຊຍ, ປະຈຸບັນພວມດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມິນ, ແມ່ນໜຶ່ງໃນບັນດາລູກສິດຂອງຄູເຝິກມວຍ ໂຮ່ຮວາເຫ້ວ ຫົວໜ້າປະເພດມວຍ ຕິງວໍ້ດ້າວ ຫວຽດນາມ ໃຫ້ຮູ້ວ່າ :
“ ພວກເພື່ອນຫວຽດນາມໄດ້ແນະນຳສິ່ງຍອດຍິ່ງກ່ຽວກັບປະເພດມວຍ ຕິງວໍ້ດ້າວ ຫວຽດນາມ. ຈຸດພິເສດຂອງມວຍປະເພດນີ້ ແມ່ນບັນດາຜູ້ທີ່ບໍ່ແຂງແຮງຄືແມ່ຍິງ, ຄົນຮ່າງນ້ອຍ, ແຕ່ດ້ວຍເຕັກນິກ, ລີລາຕີມວຍ ກໍສາມາດເອົາຊະນະຜູ້ຮ່າງໃຫຍ່ ແລະ ແຂງແຮງໄດ້. ຮຽນມວຍ, ສຳຄັນແມ່ນຕ້ອງມີຄຸນສົມບັດ” .
ໂດຍຖືກຈັດຂຶ້ນ2 ປີເທື່ອໜຶ່ງ, ງານມະຫາກຳສາກົນມວຍພື້ນເມືອງຫວຽດນາມ ໃນແຕ່ລະຄັ້ງ, ຈຳນວຍຄະນະນັກມວຍສາກົນທີ່ມາຈາກບັນດາປະເທດ ແລະ ເຂດແຄ້ວນໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ສິ່ງນີ້ໄດ້ພິສູດໃຫ້ເຫັນກຳລັງແຜ່ຂະຫຍາຍຂອງມວຍພື້ນເມືອງຫວຽດນາມ. ຜ່ານນີ້ ຄວາມງາມຂອງປະເທດຊາດ ແລະ ຊາວຫວຽດນາມນັບມື້ນັບໄດ້ຮັບການແນະນຳໃນໝູ່ເພື່ອນຊາວຕ່າງປະເທດ.