(vovworld) - ໃນຊຸມມື້ນີ້, ບັນຍາກາດຕ້ອນຮັບບຸນຄຼິດສະມາດປົກຄຸມໄປໃນຖະໜົນຫົນທາງສາຍຕ່າງໆຢູ່ນະຄອນຫຼວງຮ່າໂນ້ຍ, ດ້ວຍຕົ້ນແປກ, ຊານຕາກຼຸດ (Santa Claus), ເຣນເດີ (reindeer)ເຮືອນຫິມະ ພ້ອມກັບດອກໄຟທີ່ມີສີຫຼາກຫຼາຍ. ພ້ອມກັບຊາວຄຼິດໃນທົ່ວປະເທດ, ຊາວຄຼິດຮ່າໂນ້ຍ 185.000 ຄົນພວມຕ້ອນຮັບບຸນຄຼິດສະມາດດ້ວຍຄວາມສັນຕິສຸກ.
ພາບປະກອບ
ວຽກງານກະກຽມໃຫ້ບຸນຄຼິດສະມາດປີ 2014 ໃນນະຄອນຫຼວງຮ່າໂນ້ຍ ໄດ້ດຳເນີນໄປຢ່າງລອບຄອບຖີ່ຖ້ວນ. ຢູ່ໂບດແຫ່ງຕ່າງໆລ້ວນແຕ່ໄດ້ຮັບການປະດັບປະດາດ້ວຍດອກໄມ້, ດອກໄຟນາໆສີພ້ອມກັບຖຳ້ຫີນທີ່ສວຍງາມ. ຢູ່ບາງແຫ່ງຍັງຈັດຕັ້ງລາຍການສະແດງສິລະປະເພື່ອຄຳນັບຮັບຕ້ອນວັນບຸນ. ປີນີ້, ການນຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ນະຄອນຮ່າໂນ້ຍ, ເມືອງຕ່າງໆລ້ວນແຕ່ລົງຢ້ຽມຢາມຖາມຂ່າວປະຊາຊົນໃນເຂດຊາວຄິຼດເພື່ອແບ່ງປັນຄວາມເບີກບານມ່ວນຊື່ນກັບເຂົາເຈົ້າໃນບຸນຄຼິດສະມາດ. ທ່ານ ຮ່ວາງຮູຍທົງ, ກຳມະການຄະນະປະທານຄະນະກຳມະການສາມັກຄີຊາວຄຼິດຫວຽດນາມ, ຮອງປະທານ, ຜູ້ປະຈຳການຄະນະກຳມະການສາມັກຄີຊາວຄຼິດນະຄອນຮ່າໂນ້ຍ, ໃຫ້ຮູ້ວ່າ:
“ປີນີ້ບັນຍາກາດຕ້ອນຮັບບຸນຄຼິດສະມາດ 2014 ດຳເນີນໄປດ້ວຍຄວາມເບີກບານມ່ວນຊື່ນ. ການພົວພັນລະຫວ່າງຊາວຄຼິດກັບປະຊາຊົນໄດ້ດີພໍສົມຄວນ. ບັນດາສັງຄະນາຍົກ, ຄຸນພໍ່ ພ້ອມກັບຊາວຄຼິດໄດ້ຕັ້ງໜ້າກໍ່ສ້າງຊີວິດຕາມທິດນຳຢູ່ໃນສິນກິນໃນທຳ. ປີນີ້ແນວໂຮມ, ຄະນະສາມັກຄີຊາວຄິດເມືອງ ອຶງຮ່ວາ, ໄດ້ມອບເງິນໃຫ້ເຂດຊາວຄຼິດຕ່າງໆໃນເມືອງເພື່ອຕ້ອນຮັບບຸນຄຼິດສະມາດ“.
ພາບປະກອບ
ຢູ່ເຂດເຕົ້າໂຮມຊາວຄຼິດເປັນຈຳນວນຫຼວງຫຼາຍໃນນະຄອນຮ່າໂນ້ຍ ເຊັ່ນ: ໂບດທ໋າຍຮ່າ, ໂບດເກືອບັກ, ໂບດໃຫຍ່, ໂບດຫ່າມລອງ ລ້ວນແຕ່ໄດ້ຮັບການປະດັບປະດາຢ່າງສວຍງາມ. ທ່ານ ເຈິ່ນແທງດຶກ, ຢູ່ເຂດຊາວຄຼິດທິ້ງຫຼຽດ, ເມືອງຮ່ວາງມາຍ, ນະຄອນຮ່າໂນ້ຍ, ໃຫ້ຮູ້ວ່າ:
“ວຽກງານກະກຽມໃຫ້ບຸນຄຼິດສະມາດ 2014 ຢູ່ເຂດຊາວຄຼິດທີ້ງຫຼຽດ ເລີ່ມດຳເນີນກ່ອນນີ້ເຄິ່ງເດືອນ, ປະຈຸບັນ, ການປະດັບປະດາຢູ່ພາຍໃນ ແລະ ບໍລິເວນອ້ອມໂບດກໍ່ຄືຖຳ້ຫິນໄດ້ສຳເລັດແລ້ວ. ປີນີ້ພວກເພື່ອນໜຸ່ມຢູ່ເຂດຊາວຄຼິດທິ້ງຫຼຽດ ໄດ້ປະດັບປະດາໂບດຢ່າງສວຍງາມ“.
ພາບປະກອບ
ອາກາດໜາວຈັດໃນຊຸມມື້ໃກ້ຈະຮອດບຸນຄຼິດສະມາດບໍ່ພຽງແຕ່ຖືກບັນເທົາສ່ວນໃດສ່ວນໜຶ່ງຍ້ອນແສງໄຟຟ້ານາໆສີເທິງຕົ້ນແປກເທົ່ານັ້ນ, ຫາກຍ້ອນນຳ້ໃຈອັນອົບອຸ່ນ, ການແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນອີກດ້ວຍ. ຍ້ອນເຫດນັ້ນ, ນັບແຕ່ດົນນານມາແລ້ວ, ບຸນຄຼິດສະມາດ ແມ່ນໂອກາດເພື່ອໃຫ້ຊາວຄຼິດທຸກຄົນເຕົ້າໂຮມພ້ອມກັບຄອບຄົວ, ພ້ອມກັນກະກຽມຕ້ອນຮັບວັນບຸນໃນຄວາມຜາສຸກ. ທ່ານ ໂດວັນຈ໋ຽນ, ຊາວຄຼິດຢູ່ຕາແສງວິ້ງຕູຍ, ເມືອງຮາຍຍ່າຈຶງ, ຮ່າໂນ້ຍ, ແບ່ງປັນວ່າ:
“ເມື່ອຮອດບຸນຄຼິດສະມາດແຕ່ລະປີ, ຂ້າພະເຈົ້າເຄີຍຫວນຄືນວຽກງານທັງໝົດທີ່ຄອບຄົວເຮັດໄດ້ໃນປີ, ຊື້ແຜ່ນຊີດີເພື່ອເປີດໃນວັນບຸນ. ໂອກາດນີ້, ເຮືອນຂ້າພະເຈົ້າກໍ່ໄດ້ຮັບການປະດັບປະດາດ້ວຍດອກໄມ້, ຕົ້ນແປກ Noel, ສ່ວນແທ່ນບູຊາພະເຢຊູ ກໍ່ໄດ້ຮັບການປະດັບດ້ວຍດອກໄຟຟ້ານາໆສີຢ່າງສວຍງາມ“.
ບຸນຄິດສະມາດ 2014 ໃກ້ຈະມາຮອດແລ້ວ, ນີ້ແມ່ນວັນບຸນສຳຄັນໃນປີເພື່ອໃຫ້ຊາວຄຼິດຮ່າໂນ້ຍ ກໍ່ຄືຊາວຄິຼດໃນທົ່ວປະເທດຮັບເອົາຄວາມໂຊກຈາກພະເຊຢູ. ທຸກຄົນລ້ວນແຕ່ປາດຖະໜາວ່າວັນບຸນຈະດຳເນີນໄປໃນຄວາມເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມສຸກ.