(vovworld) – ວັນທີ 5/12 ປະຈຳປີ ແມ່ນວັນທີສະຫະປະຊາຊາດຄັດເລືອກເປັນວັນອາສາສະໝັກສາກົນ, ເພື່ອແນໃສ່ແບ່ງປັນກັບໂລກກ່ຽວກັບຜົນງານຕ່າງໆ ເຊິ່ງບັນດາອາສາສະໝັກເຮັດໄດ້ໃນປີ. ນີ້ກໍ່ແມ່ນໂອກາດເພື່ອເຊີດຊູບັນດາອົງການອາສາສະໝັກ, ນັກອາສາສະໝັກທີ່ໄດ້ມານະພະຍາຍາມປະກອບສ່ວນເຂົ້າໃນການເຄື່ອນໄຫວອາສາສະໝັກ, ເພື່ອຊຸກຍູ້ການພັດທະນາຂອງທົ່ວໂລກເວົ້າລວມ ແລະ ຂອງແຕ່ລະປະເທດເວົ້າສະເພາະ. ຢູ່ຫວຽດນາມ, ພິເສດແມ່ນຢູ່ນະຄອນຫຼວງຮ່າໂນ້ຍ, ວັນອາສາສະໝັກສາກົນປີນີ້ຖືກຈັດຂຶ້ນດ້ວຍຫົວຂໍ້ວ່າ “ຊາວໜຸ່ມ. ທົ່ວໂລກ. ຂະຫຍັນຂັນເຂື່ອນ“ ຍິ່ງມີຄວາມໝາຍກວ່າ.
ຊາວໜຸ່ມອາສາສະໝັກບໍລິຈາກເລືອດ
(ພາບອິນເຕີແນດ)
ກວ່າ 2 ສັບປະດາທີ່ຜ່ານມາ, ນັບແຕ່ດຳເນີນລາຍການ “ຄວາມອົບດູ່ນໃນຍາມໜາວ - 2013“ ຢ່າງເປັນທາງການ. ແຕ່ລະມື້ສະໂມສອນອາສາສະໝັກ VPVClup ໄດ້ຮັບການບໍລິຈາກ ໂສ້ງເສື້ອ, ປື້ມ, ເຂົ້າໜົມ.... ຈາກຜູ້ໃຈບຸນ, ໃຈກຸສົນ. ລາຍການນີ້ສຸມໃສ່ການເຄື່ອນໄຫວຕ່າງໆຄື: ເບິ່ງແຍງ, ຊ່ວຍເຫຼືອຜູ້ທີ່ຖືກຄວາມສ່ຽງຢ່າງງາຍດາຍ. ເບິ່ງແຍງສຸຂະພາບຂອງປະຊາຊົນ, ເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່, ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ, ເຂົ້າຮ່ວມການບໍລິຈາກເລືອດ... ທ່ານ ເລວັນແມ້ງ, ຫົວໜ້າຄະນະບຸກຄະລາກອນ, ສະໂມສອນ VPV Clup, ແບ່ງປັນວ່າ:
“ລາຍການອາສາສະໝັກ “ຄວາມອົບອູ່ນໃນຍາມໜາວ 2013“ ຖືກຈັດຂຶ້ນ ເພື່ອເສີມຂະຫຍາຍຈິດໃຈຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ ຂອງພະນັກງານ,ຊາວໜຸ່ມ, ສະມາຊິກໃນສະໂມສອນ ແນໃສ່ຮ່ວມແຮງຮ່ວມໃຈຊ່ວຍເຫຼືອຊາວໜຸ່ມ, ເຍົາວະຊົນ ແລະ ປະຊາຊົນບັນດາເຂດທີ່ປະສົບກັບຄວາມຫຍຸ້ງຍາກ. ຜ່ານນັ້ນຊ່ວຍເຂົາເຈົ້າມີກາລະໂອກາດປະກອບເຫື່ອແຮງເຂົ້າໃນການພັດທະນາປະເທດຊາດ“.
ຊາວໜຸ່ມອາສາສະໝັກອອກແຮງງານຊ່ວຍເຫຼືອປະຊາຊົນ
(ພາບອິນເຕີແນດ)
ໃນຫຼາຍປີຜ່ານມາ, ການບໍລິຈາກເລືອດ ໄດ້ກາຍເປັນການເຄື່ອນໄຫວທີ່ມີຄວາມໝາຍຢູ່ຫວຽດນາມ ແລະ ໄດ້ຮັບການສະໜັບສະໜູນຈາກປະຊາຊົນທຸກຊັ້ນວັນນະ. ທ່ານ ຫງວຽນແອງຈີ໋, ຫົວໜ້າສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ, ເນັ້ນໜັກວ່າ:
“ສຳລັບນັກອາສາສະໝັກແລ້ວ, ເລື່ອງບໍລິຈາກເລືອດມະນຸດສະທຳແມ່ນມີຄວາມໝາຍທີ່ສຸດ. ປະຊາຊົນທຸກເກນອາຍຸລ້ວນແຕ່ເຂົ້າຮ່ວມການບໍລິຈາກເລືອດດ້ວຍຄວາມສະໝັກໃຈໄດ້. ສິ່ງດັ່ວກ່າວປະກອບສ່ວນສຳຄັນເຂົ້າໃນການປິ່ນປົວພະຍາດໃຫ້ແກ່ຜູ້ເປັນພະຍາດໜັກ“.
ຊາວໜຸ່ມອາສາສະໝັກກວດພະຍາດໃຫ້ປະຊາຊົນ
(ພາບອິນເຕີແນດ)
ການເຄື່ອນໄຫວອາສາສະໝັກຂອງໄວໜຸ່ມນະຄອນຫຼວງ ເພື່ອຮັບປະກັນຊີວິດສັງຄົມ, ເພື່ອຊີວິດນັບມື້ນັບພັດທະນາຂອງປະຊາຄົມ ໄດ້ຮັບການສະແດງອອກໃນທຸກດ້ານຂອງຊີວິດສັງຄົມ...ພ້ອມກັບການເຄື່ອນໄຫວຕ່າງໆຢູ່ພາຍໃນປະເທດແລ້ວ, ການເຄື່ອນໄຫວອາສາສະໝັກຢູ່ຕ່າງກໍ່ໄດ້ຮັບຄວາມເອົາໃຈໃສ່ ແລະ ປະຕິບັດຢ່າງມີປະສິດທິຜົນ. ທ່ານ ຫງວຽນສີເຈື່ອງ, ປະທານສະມາຄົມຊາວໜຸ່ມຮ່າໂນ້ຍ, ໃຫ້ຮູ້ວ່າ, ແຕ່ລະປີສະມາຄົມຊາວໜຸ່ມຮ່າໂນ້ຍ ລ້ວນແຕ່ຈັດຕັ້ງການເຄື່ອນໄຫວອາສາສະໝັກຢູ່ລາວ ຄື: ກວດ, ປິ່ນປົວພະຍາດ, ແຈກຢາປົວພະຍາດໂດຍບໍ່ຕ້ອງເສຍຄ່າ ກໍ່ຄືມອບບັນດາກິດຈະກຳຊາວໜຸ່ມໃຫ້ປະຊາຊົນລາວ... ດ້ວຍຍອດມູນຄ່າ ແຕ່ 300 ລ້ານ -500 ລ້ານດົ່ງ. ຜ່ານການເຄື່ອນໄຫວນີ້, ໄດ້ເຮັດໃຫ້ຊາວໜຸ່ມນະຄອນຫຼວງສອງປະເທດມີຄວາມສະໜິດຕິດພັນກວ່າ. ອ້າຍ ຫງວຽນສີເຈື່ອງ, ແບ່ງປັນວ່າ:
“ໃນ 7 ປີຜ່ານມາ, ພວກຂ້າພະເຈົ້າເຄີຍຈັດການເຄື່ອນໄຫວອາສາສະໝັກເປັນປະຈຳຢູ່ນະຄອນຫຼວງວຽງຈັນ. ຄື: ກວດ, ປິ່ນປົວພະຍາດ, ແນະນຳເຕັກນິກການປູກຝັງ, ລ້ຽງສັດ, ສອນພາສາຫວຽດ, ສອນຄອມພີວເຕີໃຫ້ແກ່ຊາວໜຸ່ມລາວ, ຈັດຕັ້ງການເຄື່ອນໄຫວແລກປ່ຽນວັດທະນະທຳລະຫວ່າງຊາວໜຸ່ມສອງປະເທດ. ຜ່ານການເຄື່ອນໄຫວນັ້ນ, ປະຊາຊົນລາວໄດ້ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ລາວ, ປະກອບສ່ວນເພີ່ມພູນຄູນສ້າງນຳ້ໃຈມິດຕະພາບອັນດີງາມລະຫວ່າງສອງປະເທດ“
ຊາວໜຸ່ມອາສາສະໝັກປູກຕົ້ນໄມ້ຊ່ວຍເຫຼືອປະຊາຊົນ
(ພາບອິນເຕີແນດ)
ການເຄື່ອນເຄື່ອນອາສາສະໝັກຂອງຊາວໜຸ່ມນະຄອນຫຼວງຮ່າໂນ້ຍນັບມື້ນັບໄດ້ຮັບການຮັບຮູ້ຈາກສັງຄົມ. ການເຄື່ອນໄຫວເຫຼົ່ານັ້ນໄດ້ສ້າງເປັນຮູບພາບທີ່ສວຍງາມຂອງຊາວໜຸ່ມນະຄອນຫຼວງເວົ້າສະເພາະ ແລະ ຊາວໜຸ່ມຫວຽດນາມເວົ້າລວມໃນໄລຍະໃໝ່.