(vovworld) - ໂດຍຕັ້ງຢູ່ລຽບຕາມຝັ່ງແມ່ນ້ຳແດງ, ບັນດາໝູ່ບ້ານບູຮານຢູ່ລອງບຽນ ຍັງຄົງຮັກສາບັນດາພິທີ, ການລະຫຼິ້ນພື້ນເມືອງທີ່ເປັນເອກະລັກສະເພາະ. ໃນນັ້ນການດຶງເຊືອກແບບນັ່ງແມ່ນການລະຫຼິ້ນສະແດງໃຫ້ເຫັນຄວາມມຸ່ງຫວັງຕໍ່ອະນາຄົດທີ່ສົດໄສຂອງປະຊາຊົນແຫ່ງນີ້.
ໃນແນວຄິດຂອງທ່ານ ເລເທ໋ອ໋ຽນ, ອາຍຸ 70 ປີ, ຢູ່ບ້ານງອກຈີ່, ຕາແສງແທກບ່ານ, ເມືອງລອງບຽນ, ຮ່າໂນ້ຍ ແລ້ວ, ນັບແຕ່ກີ້ແຕ່ກ່ອນ, ການດຶງເຊືອກແບບນັ່ງ ໄດ້ກາຍເປັນການເຄື່ອນໄຫວວັດທະນະທຳທີ່ຂາດບໍ່ໄດ້ຂອງຊາວບ້ານງອກຈີ່. ໂດຍແມ່ນຊາວບ້ານງອກຈີ່, ຜູ້ໃດກໍ່ຢາກເຂົ້າຮ່ວມທິມດຶງເຊືອກ, ເພາະວ່ານີ້ບໍ່ພຽງແຕ່ແມ່ນການລະຫຼິ້ນເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມມຸ່ງຫວັງຂອງປະຊາຊົນທີ່ຢາກໃຫ້ຄອບຄົວ ແລະ ໝູ່ບ້ານໄດ້ຮັບແຕ່ຄວາມໂຊກດີເທົ່ານັ້ນ.
“ບັນດາຜູ້ເຖົ້າທີ່ມີອາຍຸ 100 ກວ່າປີເວົ້າວ່າ, ດຶງເຊືອກແບບນັ່ງແມ່ນມີມາແຕ່ດົນນານແລ້ວ. ຢູ່ບ້ານຜູ້ໃດກໍ່ຮູ້ສຶກພາກພູມໃຈເມື່ອໄດ້ເຂົ້າຮ່ວມທິມດຶງເຊືອກ. ສ່ວນຜູ້ບໍ່ໄດ້ຄັດເລືອກເຂົ້າທິມດຶງເຊືອກ, ກໍ່ເຂົ້າຮ່ວມກອງເຊຍເປັນຈຳນວນຫຼວງຫຼາຍ“.
ຮອງສາສະດາຈານ, ປະລິຍາເອກ ຫງວຽນວັນຮູຍ, ສະມາຊິກສະພາມໍລະດົກຫວຽດນາມ ຖືວ່າ, ດຶງເຊືອກແມ່ນການລະຫຼິ້ນເພື່ອພາວະນາຂໍໃຫ້ທຸກສິ່ງທຸກຢ່າງຈະເລີນກວ່າເກົ່າ:
“ຄຸນຄ່າສະເພາະຂອງການດຶງເຊືອກ ແມ່ນ ຢາກມີຄວາມສົມບຸນພູນສຸກ, ຢາກໃຫ້ລະດູການປູກຝັງໄດ້ຮັບຜົນດີ, ມີສຸຂະພາບເຂັ້ມແຂງ ແລະ ປະຊາຄົມມີຄວາມໝັ້ນຄົງ. “
ຕາມປະເພນີຂອງໝູ່ບ້ານງອກຈີ່ ແລ້ວ, ຜູ້ເຂົ້າຮ່ວມທິມດຶງເຊືອກຕ້ອງແມ່ນຜູ້ຊາຍ, ເປັນລູກຫຼານຂອງຄອບຄົວທີ່ມີແບບແຜນດຳລົງຊີວິດຢ່າງເປັນລະບຽບ. ແຕ່ລະທິມມີ 11-17 ຄົນ. ຫົວໜ້າທິມດຶງເຊືອກໂດຍປະຊາຊົນເລືອກຕັ້ງ. ການລະຫຼິ້ນເລີ່ມດຳເນີນພາຍຫຼັງຄຳສັ່ງ “ດຶງ“. ທ່ານ ເລເທ໋ອ໋ຽນ, ໃຫ້ຮູ້ວ່າ:
“ຕາມປະເພນີ, ໃນງານບຸນຂອງໝູ່ບ້ານ, ວັນທີ 3/3 ໄລ່ຕາມຈັນທະປະຕິທິນຈຶ່ງຈັດຕັ້ງການດຶງເຊືອກ. ວັນບຸນນີ້ມີຫຼາຍຄົນເຂົ້າຮ່ວມ, ມ່ວນຫຼາຍ. ກ່ອນນັ້ນບັນດາທິມດຶງເຊືອກຕ້ອງເຝິກແອບ, ນັ່ງ ແລະ ດຶງເຊືອກຕ້ອງຖືກທ່າທາງຈຶ່ງມີກຳລັງແຮງ. ສ່ວນລາງວັນໃຫ້ທິມຊະນະພຽງແຕ່ມີຄວາມໝາຍລະດົມກຳລັງໃຈຜູ້ເຂົ້າຮ່ວມເທົ່ານັ້ນ“.
ມັນຕ່າງກັບການລະຫຼິ້ນອື່ນໆ, ບັນດາທິມເຂົ້າຮ່ວມຕ້ອງມີທິມໄດ້ຮັບໄຊຊະນະ, ມີທິມປະລາໄຊ, ແຕ່ການດຶງເຊືອກຢູ່ວິຫານເຈິ໋ນຫວູ ພຽງແຕ່ມີທິມຢູ່ຫົວບ້ານໄດ້ຮັບໄຊຊະນະເທົ່ານັ້ນ. ຖ້າທິມຢູ່ຫົວບ້ານໄດ້ຮັບໄຊຊະນະ, ໝາຍຄວາມວ່າປີນັ້ນປະຊາຊົນໃນໝູ່ບ້ານທຳມາຫາກິນໄດ້ຮັບຜົນດີ, ປະສົບແຕ່ຄວາມໂຊກດີ. ທ່ານ ເລວັນກຶ້, ຢູ່ວິຫານເຈິ໋ນຫວູ, ແບ່ງປັນວ່າ:
“ຕາມປະເພນີທີ່ມີມາແຕ່ບູຮານແລ້ວ, ການລະຫຼິ້ນແບບນີ້ແມ່ນເປັນສັນຍາລັກໃຫ້ມັງກອນ. ການດຶງເຊືອກຈະແບ່ງອອກເປັນສາມທິມ. ທິມຢູ່ຫົວບ້ານຍາມໃດກໍ່ໄດ້ຮັບໄຊຊະນະ. ຄືແນວນັ້ນການທຳມາຫາກິນຈຶ່ງໄ້ຮັບຜົນດີ“.
ດ້ວຍບັນດາຄຸນຄ່າທີ່ເປັນເອກະລັກສະເພາະ, ການດຶງເຊືອກແບບນັ່ງຂອງໝູ່ບ້ານງອກຈີ່ ຈຶ່ງໄດ້ຮັບການຮັບຮອງວ່າແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ, ທັງແມ່ນປັດໃຈພິເສດໃນສຳເນົານາໆຊາດທີ່ຍື່ນສະເໜີຕໍ່ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ພິຈາລະນາຈັດເຂົ້າບັນຊີລາຍຊື່ບັນດາມໍລະດົກວັທະນະທຳບໍ່ມີຮູບຮ່າງຂອງມວນມະນຸດໃນປີ 2015. ການດຶງເຊືອກແບບນັ່ງນີ້ ໄດ້ປະກອບສ່ວນສຳຄັນໃນການປັບປຸງ ແລະ ຊຸກຍູ້ຄວາມສາມັກຄີໃນວົງຄະນາຍາດ.