ດົນຕີແມ່ນການເຊື່ອມຕໍ່ລະຫວ່າງຜູ້ຟັງກັບລາຍການກະຈາຍສຽງຢ່າງໄວທີ່ສຸດ

ການ​ບັນ​ລະ​ຍາຍ​ທີ່​ມີ​ຊື່​ວ່າ : “ ປະ​ຫວັດ​ສາດ​ດົນ​ຕີ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ” ຂອງ​ ປ.ອ ລໍ​ນານ ໂອ​ເບີ​ແຣນ ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ ໂນ​ຕິງ​ຮາມ​ຂອງ​ອັງ​ກິດ ຫາ​ກໍ​ຖືກ​ຈັດ​ຂຶ້ນ​ຮ່າ​ໂນ້ຍ. ເພື່ອ​ກະ​ກຽມ​ໃຫ້​ແກ່​ການ​ບັນ​ລະ​ຍາຍ, ທ່ານ​ໄດ້​ຄົ້ນ​ຄ້​ວາ, ເຮັດ​ວຽກ ແລະ ສຳ​ພາດ​ນັກ​ດົນ​ຕີ, ພະ​ນັກ​ງານວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມຫຼາຍ​ຄົນ​ໃນ​ໄລ​ຍະ​ຍາວ​ນານ.  

             

               

ດົນຕີແມ່ນການເຊື່ອມຕໍ່ລະຫວ່າງຜູ້ຟັງກັບລາຍການກະຈາຍສຽງຢ່າງໄວທີ່ສຸດ - ảnh 1
ທ່ານ ປ.ອ ລໍ​ນານ ໂອ​ເບີ​ແຣນ

  ​ບົດ​ເພງ “ ດັບ​ສູນ​ຟາດ​ຊິດ” ຊຶ່ງ​ແມ່ນ​ສຽງ​ດົນ​ຕີ​ຂຶ້ນ​ຕົ້ນ​ລາຍ​ການ​ປະ​ຈຳ​ວັນ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ຊຶ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບົດ​ເພງ​ຖືກ​ອອກ​ອາ​ກາດ​ທີ່​ການ​ບັນ​ລະ​ຍາຍ. ນະ​ທີ່ນີ້, ທ່ານ ປ.ອ ລໍ​ນານ ໂອ​ເບີ​ແຣນ ໄດ້​ແນະ​ນຳ​ບັນ​ດາ​ການ​ຄົ້ນ​ຄ້​ວາ​ຂອງ​ທ່ານ​ກ່ຽວ​ກັບ​ໄລ​ຍະ​ທາງ​ແຫ່ງ​ປະ​ຫວັດ​ສາດ​ດົນ​ຕີ​ຜ່ານ​ຄື້ນ​ຂອງ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ນັບ​ແຕ່​ເວ​ລາ​ມີ​ຖະ​ແຫຼງ​ການ​ປະ​ກ​າດ​ເອ​ກະລາດ​ເມື່ອ​ປີ 1945 ຫາ​ຊຸມ​ປີ 1950. ວຽກ​ງານ​ກະ​ກຽມ​ຂອງ​ບັນ​ດາ​ນັກ​ຂ່າວ, ນັກ​ເຕັກ​ນິກ​ລຸ່ນ​ທຳ​ອິດ​ຂອງ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ໃຫ້​ແກ່​ລາຍ​ການ​ອອກ​ອາ​ກາດ ຖະ​ແຫຼງ​ການ​ປະ​ກ​າດ​ເອ​ກະລາດເມື່ອ​ວັນ​ທີ 7/9/1945 ກໍ​ຄື​ວິ​ທີ​ເລືອກ​ເຟັ້ນ​ເອົາ​ບົດດົນ​ຕີຂຶ້ນ​ຕົ້ນ​ລາຍ​ການ​ໄດ້​ຮັບ​ການ​ແບ່ງ​ປັນ​ກັບ​ຜູ້​ຟັງ​ທັງຫຼາຍ. ປ.ອ ລໍ​ນານ ໂອ​ເບີ​ແຣນແບ່ງ​ປັນ​ວ່າ ເມື່ອ​ກ່ອນນີ້, ການ​ເວົ້າ​ຜ່ານ​ໄມ ແມ່ນ​ພຽງ​ຮັບ​ໃຊ້​ຜູ້​ຟັງ​ແຕ່ 40-50 ຄົນ​ເທົ່າ​ນັ້ນ, ແຕ່ຍ້ອນ​ມີຄື້ນ​ກະ​ຈາຍ​ສຽງ​ນັ້ນ, ບັນ​ດາ​ສານ​ໃນ​ໄລ​ຍະ​ຕໍ່​ຕ້ານ​ກໍ​ຖືກ​ສົ່ງ​ໄປ​ໄກ​ກ່​ວາ. ບົດ​ ຖະ​ແຫຼງ​ການ​ປະ​ກ​າດ​ເອ​ກະລາດຂອງ​ປະ​ທານ​ໂຮ່​ຈິ​ມິນ ກໍ​ແມ່ນ​ຕົວ​ຢ່າງ​ໜຶ່ງ.

     ໃນ​ໄລ​ຍະ​ສົງ​ຄາມ​ອິນ​ໂດ​ຈິນ(1946-1954), ມີ​ພຽງ​ແຕ່​ການ​ອອກ​ອາ​ກາດ​ສຽງ​ດົນ​ຕີ​ຜ່ານ ຄື້ນ​ກະ​ຈາຍ​ສຽງ​ຫວຽດ​ນາມ, ນັ້ນ​ແມ່ນ​ເປີດ​ບັນ​ດາ​ຈານ​ດົນ​ຕີ​ທີ່​ໄດ້​ອັດ​ສຽງ​ກ່ອນ, ທີ່ 2 ແມ່ນ​ຂັບ​ຮ້ອງ​ສົດ​ເລີຍ. ປ.ອ ລໍ​ນານ ໂອ​ເບີ​ແຣນ ໃຫ້​ຮູ້​ວ່າ : 

    “ ອາດ​ຈະ​ເປີດ​ຈານ​ດົນ​ຕີ​ເກົ່າ​ຄື​ດົນ​ຕີ​ເອີ​ລົບ, ດົນ​ຕີ​ຫວຽດ​ນາມ​ຄື ຂັບ​ແຈວ, ຂັບ​ຕວງ, ຂັບ​ກາຍ​ເລື່ອງ…ມີຫຼາຍ​ປະ​ເພດ​ດົນ​ຕີ, ໃນ​ນັ້ນ​ມີ​ດົນ​ຕີ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ​ຖືກ​ອັດ​ໃສ່​ຈານ​ດົນ​ຕີ ແລະ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມໄດ້​ນຳ​ໃຊ້​ຈານ​ດົນ​ຕີ​ເຫຼົ່າ​ນັ້ນ. ນອກ​ຈາກ​ລາຍ​ການ​ທີ່​ອັດ​ລ່ວງ​ໜ້ານັ້ນ, ກໍ​ມີ​ການ​ເສບ​ດົນ​ຕີ​ສົດ​ເລີຍ”

       ນັບ​ແຕ່​ພາຍຫຼັງ​ສັນ​ຍາ​ເຊີ​ແນວ, ບາງ​ອົງ​ການ​ລົງ​ເລີກ​ກ່ຽວ​ກັບ​ພາ​ຫະ​ນະ​ສື່​ສານ​ດົນ​ຕີ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. ຕາມ​ການ​ຄົ້ນ​ຄ້​ວາ​ຂອງ ປ.ອ ລໍ​ນານ ໂອ​ເບີ​ແຣນ ແລ້ວ, ໃນ​ໄລ​ຍະ​ນີ້, ບັນ​ດາ​ນັກ​ເສບ​ເຄື່ອງ​ດົນ​ຕີ, ນັກ​ດົນ​ຕີ ແລະ ຜູ້​ຜະ​ລິດ​ສາ​ມາດ​ອັດ​ສຽງ​ບົດ​ເພງ​ກ່ອນ, ນຳ​ໃຊ້​ລະ​ບົບ​ອັດ​ສຽງ, ຫຼາຍ​ລາຍ​ການ​ດົນ​ຕີ​ໄດ້​ຮັບ​ການ​ຜະ​ລິດ. ວິ​ທີ​ນຳ​ໃຊ້​ດົນ​ຕີ​ກໍ​ຄ່ອຍໆ​ໄດ້​ຮັບ​ການ​ປົວ​ແປງ. ປ.ອ ລໍ​ນານ ໂອ​ເບີ​ແຣນ ໃຫ້​ຮູ້​ຕື່ມ​ອີກວ່າ :

    “ ດ້ວຍ​ບັນ​ດາ​ເປົ້າ​ໝາຍ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ ແລະ ນຳ​ໃຊ້​ດົນ​ຕີ​ເພື່ອ​ເປີດ​ກ້​ວາງ, ເພີ່ມ​ທະ​ວີ​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ, ນຳ​ໃຊ້​ສຽງ​ດົນ​ຕີ​ເພື່ອ​ທົດ​ແທນ​ໃຫ້​ແກ່​ສຽງ​ອື່ນໆ. ເພື່ອ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ລາຍ​ການ, ສຽງ​ດົນ​ຕີ​ສັ້ນ ກໍ​ອາດ​ຈະ​ນຳ​ໃຊ້​ສຽງ​ດົນ​ຕີ​ຂອງ​ເຄື່ອງ​ດົນ​ຕີ​ປະ​ເພດ​ຕ່າງໆ ”

      ສຳ​ຄັນ​ກ່​ວານັ້ນ, ຄື້ນ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມເກືອບ​ຄື​ວ່າ ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ພຽງ​ແຫ່ງ​ດຽວ​ເພື່ອ​ເຜີຍ​ແຜ່​ດົນ​ຕີ​ຢ່າງວ່ອງ​ໄວ ແລະ ກ້​ວາງ​ເລິກ. ນາງ ຫງວຽນ​ທິ​ຮ່ຽນ ຢູ່​ເມືອງ​ຮ່​ວານ​ກ໋ຽມ, ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ :

     “ ຂ້າ​ພະ​ເຈົ້າ​ເຫັນ​ວ່າ ການ​ບັນ​ລະ​ຍາຍນີ້ ມ່ວນຫຼາຍ. ຜ່ານ​ນັ້ນ, ຂ້າ​ພະ​ເຈົ້າ​ສາ​ມາດ​ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ຫວັດ​ສາ​ດດົນ​ຕີຂອງ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມຫຼາຍ​ກ່​ວາ​ເກົ່າ ”

      ເມື່ອ​ສັງ​ເກດ​ປະ​ຫວັດ​ສາ​ດົນ​ຕີ​ຜ່ານ​ຄື້ນ​ກະ​ຈາຍ​ສຽງ, ປ.ອ ລໍ​ນານ ໂອ​ເບີ​ແຣນ ຍັງ​ຄົງ​ຢືນ​ຢັນ​ວ່າ : “ດົນ​ຕີ​ແມ່ນ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ຜູ້​ຟັງກັບ​ລາຍ​ການ​ກະ​ຈາຍ​ສຽງ​ຢ່າງ​ໄວ​ທີ່​ສຸດ​ ”. ເພື່ອ​ແກ່​ດຶງ​ຜູ້​ຟັງ​ຮັບ​ຟັງ​ລາຍ​ການ​ກະ​ຈາຍ​ສຽງ​ນັ້ນ, ດົນ​ຕີ​ກໍ​ມີ​ບົດ​ບາດ​ສຳ​ຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ