ຕ້ອນຮັບບຸນປີໃຫມ່ປະຈຳຊາດຢູ່ ນະຄອນ ໂຮ່ຈິມິນ

(vovworld) - ລະດູບານ​ໃຫມ່​​ໄດ້​ວຽນມາ​ອີກ​ວາລະ​ຫນຶ່ງ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ. ພ້ອມ​ກັບ​ປະຊາຊົນ​ຢູ່​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​, ຊາວ​ນະຄອນ​ໂຮ່ຈິ​ມິນ ມີ​ຄວາມ​ເບິ​ກບານ​ມ່ວນ​ຊື່ນ​ຕ້ອນຮັບ​ປີ​ໃຫມ່​ປີ​ມະ​ເສ​ງ 2013. ​ໃນ​ລາຍການ​ພາກ​ນີ້ ​ພວກ​ເຮົາ​ຂໍ​ແນະນຳ​ບັນຍາກາດ​ຕ້ອນຮັບ​ບຸ​ນປີ​​ໃຫມ່​ປະຈຳ​ຊາດ​ຢູ່ ນະຄອນ​ໂຮ່ຈິ​ມິນ​.

        ປີ 2012 ຜ່ານ​ມາ, ​ໃນ​ສະພາບ​ພື້ນຖານເສດຖະກິດ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​​ ​ແຕ່​ນະຄອນ​ໂຮ່ຈິ​ມິນ ຍັງ​ຄົງ​ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​​ຫນ້າ​ຊື່ນ​ຊົມ. ນັ້ນ​ແມ່ນລະດັບ​ຈະ​ເລີ​ນ​ເຕີບ​ໂຕ GDP ຂອງ​ນະຄອນ​ໂຮ່ຈິ​ມິນ ໄດ້​ເພີ່ມຂຶ້ນ 9,2%, ​ເພີ່ມ​ຂຶ້ນ​ທົບ 1,83 ​ເທົ່າ​ເມ່ືອ​ທຽບ​ໃສ່​ລະດັບ​ສະ​ເລ່ຍຂອງ​ທັງ​ປະ​ເທດ. ​ໃນ​ປີຜ່ານມາ, ມີ​ກິດຈະກຳ​ພື້ນຖານ​ໂຄງ​ລ່າງ​ຫລາຍ​ແຫ່ງ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ, ປະ​ກອບສ່ວນ​ເຮັດ​ໃຫ້​ໂສມ​ຫນ້າ​ຂອງ​ນະຄອນ​ມີ​ການປ່ຽນ​ແປງ​​ໄປນຳ, ​ໃນ​ນັ້ນ​ຕ້ອງ​ເວົ້າ​ເຖິງ​ເສັ້ນທາງ​ອຸ​ໂມງ ຖູ​ທຽມ ​ທີ່ທັນ​ສະ​ໄຫມ​ກວ່າ​ໝູ່​ຢູ່​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ລອດ​ພື້ນ​ແມ່​ນ້ຳ​ໄຊ​ງ່ອນ ​ເຊື່ອມ​ຕໍ່ກັບ​ສາຍ​ທາງ​ຫລວງ ຕາ​ເວັນ​ອອກ​ຕາ​ເວັນ​ຕົກ, ​ປະ​ກອບ​ສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ເຂດ​ຕົວ​ເມືອງ, ຕອບ​ສະຫນອງ​ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ​ທີ່ໄດ້​ດຳລົງ​ຊີວິດ​ໃນ​ບັນດາ​ເຂດ​ຕົວ​ເມືອງ​ໃຫມ່​ທີ່​ໃຫຍ່​ໂຕ​ໂອ​ຖົງ​ ​ແລະ ສວຍ​ງາ​ມ. ນອກ​ນັ້ນ ຍັງ​ມີ ​ບັນ​ດາເຮືອນ​ຕຶກ​ສູງຫລາຍ​​ຊັ້ນ, ກິດຈະກຳ​ກໍ່ສ້າງຂົວ​​ທາງທີ່ທັນ​ສະ​ໄຫມ​ອື່ນໆ​ໄດ້​ນຳ​ເຂົ້າ​ໃຊ້​ການ, ​ເຮັດ​ໃຫ້​ບັນດາ​ຜູ້​ຢູ່​ໄກຈາກ​ນະຄອນ, ​ເມື່ອ​ມີ​ໂອກາດ​ກັບມາ​ຢ້ຽມຢາມລ້ວນ​ແຕ່​ຮູ້​ສຶກ​ແປກ​ປະຫລາດ​​ໃຈ​ຕໍ່​ການ​ປ່ຽນ​ແປ​ງຢ່າງ​ວອ່ງ​ໄວ​ແລະມະຫັດສະຈັນ​ຂອງ​ນະຄອນ.

ຕ້ອນຮັບບຸນປີໃຫມ່ປະຈຳຊາດຢູ່ ນະຄອນ ໂຮ່ຈິມິນ - ảnh 1
ບັນຍາກາດ​ງານ​ບຸນດອກ​ໄມ້​ລະດູ​ບານ​ໃຫມ່ຢູ່ຖະ​​ຫນົນ ຫງວຽນ​ເຫ້ວ
ພາບ: internet

        ​ໃນ​ຊຸມ​ມື້​ນີ້, ທົ່ວ​ນະຄອນ​ໂຮ່ຈິ​ມິນ ​ຄື​ດັ່ງ​ໄດ້​ສວມເສື້ອ​ຊຸດ​ໃຫມ່​ທີ່​ມີ​ສີສັນ​ຫລາກ​ຫລາຍ. ຢູ່​ໃຈກາງ​ນະຄອນ, ບ່ອນ​ໃດ​ກໍ​​​ໄດ້​ຮັບ​ການ​ປະດັບປະ​ດາ​ດ້ວຍ​ດອກ​ໄມ້, ​ໄຟ​​ແສງ​ສີ​ທີ່​ສວຍ​ງາມ. ​ເສັ້ນທາ​ງສາຍ​ຕ່າງໆ​ຢູ່​ເມືອງ 1 ​ທີ່ອ້ອມ​ຮອບ​ຕະຫລາດ ​ເບ​ນ​ແທ່ນ, ​ໂບດ​ດຶກ​ບ່າຄື: ຖະຫນົນ​ຫງວຽນ​ຢູ, ດົ່ງ​ເຂ​ີຍ, ຫງວຽນ​​ເຫ້ວ... ລ້ວນ​ແຕ່​ໄດ້​ຮັບ​ການ​ປະດັບ​ປະດາ​ດ້ວຍ​ດອກ​ໄມ້, ​ໄຟ​ດອກ ​ທີ່​ເປັນ​ສັນຍາ​ລັກ​ຂອງ​ປີ​ມະ​ເສ​ງ. ຢູ່​ເສັ້ນທາງ​ໃຈ​ກາງ​ນະ​ຄອນ ກໍ​​ປະດັບ​ປະດາ​ດ້ວຍດອກ​ເໝີຍ​ຂະຫນາດ​ໃຫຍ່ ​ເຮັດ​ໃຫ້​ບັນຍາ​ກາດ​ຢູ່​ຖະຫນົນ​ສາຍ​ຕ່າງໆ​ຍິ່​ງສວຍ​ງາມກວ່າ​ ​ແລະ ​ເຕັມ​ໄປ​ດ້ວຍ​ສີສັນ​ພິ​ເສດສະ​ເພາະ​ຂອງ​ບຸ​ນ​ເຕັດ​ພາກ​ໃຕ້. ​ສິ່ງ​ພິ​ເສດ​ກວ່າ​ໝູ່ ​ແມ່ນ​ບັນຍາກາດ​ງານ​ບຸນດອກ​ໄມ້​ລະດູ​ບານ​ໃຫມ່ຢູ່ຖະ​​ຫນົນ ຫງວຽນ​ເຫ້ວ. ຢູ່​​ຖະ​ໜນສາຍ​ນີ້​​ຖືກປະດັບ​ປະດາ​ດ້ວຍ​ດອກ​ໄມ້​ນາໆ​ຊະນິດ​ທີ່ມີ​ສີ​ສັນ​ຫລາກ​ຫລາຍ​​ຊຶ່ງ​ນຳ​ມາ​ຈາກທຸກ​ແຖບ​ຖິ່ນ​ໃນ​ທົ່ວ​ປະ​ເທດ ຫວຽດນາມ.

        ງານ​ບຸນ​ດອກ​ໄມ້​ພ້ອມ​ກັບ​ລາຍການ​ສະ​ແດງ​ສິລະ​ປະ, ຟ້ອນ​ສິງ​ໂຕ​ຢູ່​ທ້ອງ​ຖະຫນົນ​ໄດ້ເຮັດ​ໃຫ້​ບັນຍາ​ກາດ​ຕ້ອນຮັບ​ລະດູບານ​ໃຫມ່​ຟົດ​ຟື້ນຍິ່ງ​ຂຶ້ນ​. ​ເອື້ອຍ ຮູ່ນທິ​ເຕີມ ຢູ່​ຖະຫນົນ ​ເລ​ວັນ​ຊີ້, ​ເມືອງ 10 ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ມີ​ຄວາມ​ຮູ້ສຶກ​ມ່ວນ​ຊື່​ນຫລາຍ ​ເມື່ອ​ເຫັນ​ວ່າ ບັນຍາກ​າດຢູ່​ທີ່​ນີ້​ອຶກ​ກະ​ທຶກ​ຄຶກ​ໂຄ​ມ, ທຸກ​ຄົນ​ຕ້ອນຮັບ​ລະດູບານ​ໃຫມ່​ດ້ວຍຄວາມ​ເບິ​ກບານ​ມ່ວນ​ຊື່ນ. ປີ​ໃຫມ່ ຂໍ​ອວຍພອນ​ໃຫ້ທຸກ​ຄົນ​ ​ໄດ້ຕ້ອນຮັບ​ບຸນ​ເຕັດ​​ດ້ວຍ​ຄວາມ​ອົບ​ອຸ່ນ ​ມີຄວາມສຸກ ​ແລະ ຫວັງວ່າ ກ້າວ​ເຂົ້າ​ສູ່​ປີ​ໃຫມ່ ທຸກ​ສິ່ງ​ທຸກ​ຢ່າງ​​ຈະປ່ຽນ​​​ໃໝ່ຕາມ​ທິດ​​ທີ່ດີກວ່າ.”

        ລຸງ ​ໂດ໋ວັນ​ຂາຍ ​ຜູ​້​ທີ່ເຄີຍດຳລົງຊີວິດ​ຢູ່​ຕາ​ແສງ ອານ​ແຄງ ​ເມືອງ 2 ນະຄອນ ​ໂຮ່ຈິ​ມິນ ມາ​ແຕ່​ດົນ​ນານ​ແລ້ວ ​ໃຫ້​ຮູ້​ວ່າ: ກ່ອນ​ນີ້​ຢາກ​ເຂົ້າ​ເຂດ​ໃຈກາງ​ນະຄອນ​ແມ່ນ ຕ້ອງ​​ຂີ່​ເຮືອ​ບັກ, ປະຈຸ​ບັນ​ມີ​ເສັ້ນທາງ​ອຸ​ໂມງ​ຖູ​ທຽນ​ແລ້ວ, ​ພຽງ​​ແຕ່ເສຍ​ເວລາ​ປະມານ 20 ນາ​ທີ່​ກໍ່​​ໄປຮອດ​​ເຂດ​ໃຈກາງ​ນະ​ຄອນ.

        “ກ້າວ​ເຂົ້າ​ສູ່​ປີ​ໃຫມ່, ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ​ ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດຈະ​ໄດ້​ຮັບ​ການ​ປັບປຸງ​ໃຫ້ດີ​ຂຶ້ນ. ​ເສດຖະກິດ​ໃນ​ປີຜ່ານມາ​ແມ່ນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ, ຫວັງ​ວ່າ​ປີ​ໃຫມ່ຈະ​ດີກວ່າ, ມີ​ຄວາມ​ສະ​ດວກ​ກວ່າ​ປີ​ເກົ່າ. ອວຍພອນ​ໃຫ້​ປະຊາຊົນ​ນະຄອນ ​ໂຮ່ຈິ​ມິນ​ກໍ​ຄື​ທັງປະ​ເທດ ມີ​ຄວາມ​ຜາ​ສຸກ​ຕະຫລອດ​ປີ.”

ຕ້ອນຮັບບຸນປີໃຫມ່ປະຈຳຊາດຢູ່ ນະຄອນ ໂຮ່ຈິມິນ - ảnh 2
ຊາວ​ນະຄອນ​ໂຮ່ຈິ​ມິນ ຕ້ອນຮັບ​ບຸນ​ເຕັດ
ພາບ:internet

        ລະດູບານ​ໃຫມ່​ປີ​ນີ້ ​ນະຄອນ​ໂຮ່ຈິ​ມິ​ນ ຍັງມີ​ສະຖານ​ທີ່​​ສວຍ​ງາມຕື່ມອີກແຫ່ງ​ຫນຶ່ງ​ເພື່ອ​ໃຫ້ປະຊາຊົນຮັບ​ຊົມ​ບັ້ງ​ໄຟ​ດອກ, ນັ້ນ​ແມ່ນຕຶກ Bitexco Ficancial Tower ສູງ 68 ຊັ້ນ. ຕຶກແຫ່ງນີ້ໄດ້ຮັບການກໍ​ສ້າງ​ຕາມສະຖາປັດຕະຍະກຳຮູບ​ດອກ​ບົວ​ດ້ວຍ​ແກ້ວທ່ີສວຍ​ງາມ, ໂດຍຕັ້ງ​ຢູ່​ໃຈກາງ​ນະຄອນ ​ຕຶກຫຼັງ​ນີ້​ແມ່ນ​ສະຖາປັດຕະຍະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ກາຍ​ເປັນ​ສັນຍາ​ລັກ​ກ່ຽວ​ກັບຄວາມ​ວັດທະນາຖາວອນ, ຂະຫຍັນ​ຂັນ​ເຄື່ອນ​ຂອງ​ນະຄອນ ​ໂຮ່ຈິ​ມິນ. ​​ສິ່ງ​ທີ່ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ທຸກ​ຄົນນັ້ນ​ແມ່ນໄດ້​ຮັບ​ຊົມ​ຮູບ​ພາບ​​ທົ່ວ​ນະຄອນ​ຈາກ​ຄວາມ​ສູງ​ນີ້. ອ້າຍ ​ໂດ໋ກວກ​ເລ, ພະນັກງານ​ເຮັດ​ວຽກ​ຢູ່ ​ເຮືອນຕຶກ​ດັ່ງກ່າວ​ໃຫ້​ຮູ້​ວ່າ:

        “​ໃນ​ຈຸດ​ເວລາ​ສົ່ງ​ທ້າຍ​​ປີ​ເກົ່າ ຕ້ອນຮັບ​ປີ​ໃຫມ່​ຢູ່​ທີ່​ນີ້ ໄດ້ຈັດ​ລາຍການ​ສະ​ແດງ​ສິລະ​ປະ​ດົນຕີ​ ​ແລະ ງານ​ລາຕີ​ນ້ຳ​ຊາ, ພ້ອມ​ກັນ​ນັ້ນ ມີ​ລາຍການ​ຟ້ອນ​ສິງ​ໂຕ, ​ ​ແລະ​ຮອດ​ເວລາ 24 ​ໂມງກາງຄືນແຂກ​ຄົນ​ຈະ​ໄດ້​ຮັບ​ຊົມ​ບັ້ງ​ໄຟ​ດອກ.”

        ​ເຈືອ​ຈານ​ເຂົ້າ​ກັບ​ບັນຍາ​ກາດ​ຕ້ອນຮັບ​ປີ​ໃຫມ່​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນຂອງ​ຊາວ​ນະຄອນ​ໂຮ່ຈິ​ມິ​ນ ​ແລະ ຍ່າງ​ເລາະ​ຫລິ້ນ​ຖະຫນົນ​ຫົນທາງ​ສາຍ​ຕ່າງໆ​ໃນ​ຊຸມ​ມື້​ລະດູບານ​ໃຫມ່ ຈຶ່ງ​ຮູ້ສຶກ​ໄດ​້ຄວາມ​ສວຍ​ສົດ​ງົດ​ງາມ, ອາກາດ​ອົບ​ອຸ່ນ​ຂອງ​ເຂດ​ພາກ​ໃຕ້ ​ແລະ ນະຄອນ​ທີ່ຂະຫຍັນ​ຂັນ​ເຄື່ອນ, ມີ​ລະ​ດັບ​ພັດທະນາ​ໄວກວ່າໝູ່ຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ