ຕ້ອນຮັບວັນບຸນເອກະລາດ - ຄິດຮອດຄິດເຖິງປະທານ ໂຮ່ຈີມິນ

(VOVWORLD) - ຊຸມວັນລະດູໃບໄມ້ຫຼົ່ນໃນເດືອນກັນຍານີ້, ຢູ່ທຸກໆແຂວງ, ນະຄອນ ໃນທົ່ວປະເທດ ແລະ ຢູ່ຫຼາຍປະເທດໃນໂລກ, ປະຊາຊົນ ຫວຽດນາມ ໄດ້ຈັດຕັ້ງເຫດການຕ່າງໆເພື່ອສະເຫຼີມສະຫຼອງວັນສະຖາປະນາປະເທດ ຫວຽດນາມ ວັນທີ 2 ກັນຍາ. 

ໃນບັນຍາກາດທີ່ຟົດຟື້ນຂອງວັນບຸນເອກະລາດ, ຫຼາຍຄົນຄິດຮອດຄິດເຖິງປະທານ ໂຮ່ຈີມິນ, ຜູ້ນຳທີ່ແສນເຄົາລົບຮັກຂອງຊາດ ຫວຽດນາມ. ບົດຂຽນຂອງນັກຂ່າວ ເລເຟືອງ ດ້ວຍຫົວຂໍ້ວ່າ “ຕ້ອນຮັບວັນບຸນເອກະລາດ - ຄິດຮອດຄິດເຖິງປະທານ ໂຮ່ຈີມິນ”.

ຕ້ອນຮັບວັນບຸນເອກະລາດ - ຄິດຮອດຄິດເຖິງປະທານ ໂຮ່ຈີມິນ - ảnh 1ປະຊາຊົນເຂົ້າຢ້ຽມສຸສານປະທານ ໂຮ່ຈີມິນ 

ເວລາ 6 ໂມງເຊົ້າຂອງວັນທີ 2 ກັນຍາ ປີ 2017, ຢູ່ສະໜາມຫຼວງ ບາດີ່ງ ປະຫວັດສາດ, ສຽງເພງຊາດໄດ້ດັງກ້ອງກັງວານຢ່າງສະຫງ່າຜ່າເຜີຍ. ເຖິງວ່າຍັງເຊົ້າປານໃດກໍ່ຕາມ ແຕ່ຢູ່ເດີ່ນຕໍ່ໜ້າສຸສານປະທານ ໂຮ່ຈີມິນ ມີຫຼາຍຄົນໄດ້ເຂົ້າຮ່ວມພິທີເຄົາລົບທຸງຊາດ, ຮ້ອງເພງຊາດ ແລະ ລໍຖ້າຮອດເວລາເຂົ້າຄຳນັບສຸສານປະທານ ໂຮ່ຈີມິນ. ມີກຸ່ມໄວໜຸ່ມກຸ່ມໜຶ່ງທີ່ມາຈາກແຂວງ ທ໋າຍງວຽນ, ໄດ້ນຸ່ງເຄື່ອງໃນຊຸດເສື້ອສີແດງ, ດາວເຫຼືອງ ພວມຢືນກົງເຄົາລົບທຸງຊາດດ້ວຍສາຍຕາ ຕິດຕາມໄປນຳທຸງຊາດພວມປິວສະບັດໃນທ່າມກາງສາຍລົມ.

ວັນທີ 2 ກັນຍາແມ່ນວັນສະຖາປະນາປະເທດ ຫວຽດນາມ, ນ້ອງມາແຫ່ງນີ້, ຮູ້ສຶກວ່າມີຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ ແລະ ຜູ້ນຳທີ່ຍິ່ງໃຫຍ່ຂອງປະເທດຊາດຫຼາຍ.

ເວລາ 7 ໂມງ 30 ນາທີ, ກະແສຄົນຄ່ອຍເຄື່ອນຢ້າຍເຂົ້າສຸສານຢ່າງຊ້າໆ, ແຕ່ລະຄົນມີຄວາມຮູ້ສຶກທີ່ແຕກຕ່າງກັນໄປ. ຫຼາຍຄົນພັດມີຄວາມຕື່ນເຕັ້ນ ລໍຖ້າເຂົ້າສຸສານອາໄລຫາຜູ້ນຳທີ່ແສນເຄົາລົບຮັກຂອງຊາດ ຫວຽດນາມ. ເອື້ອຍ ຫງວຽນທິເຮື່ອງ, ຢູ່ ຊີ໋ນເໝີ່ນ, ຮ່າຢາງ, ໄດ້ແບ່ງປັນວ່າ:

ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນ ແລະ ສະເທືອນໃຈຫຼາຍ. ເມື່ອເຫັນ ພໍ່ແມ່ປະຊາຊົນຢູ່ທຸກແຖບຖິ່ນໃນທົ່ວປະເທດມາເຕົ້າໂຮມກັນຢູ່ທີ່ນີ້ເປັນຈຳນວນຫຼວງຫຼາຍ, ທຸກໆຄົນລ້ວນແຕ່ຄິດຮອດຄິດເຖິງປະທານ ໂຮ່ຈີມິນ ໃນບຸນເຕັດເອກະລາດ

ເມື່ອຢືນຢູ່ຕໍ່ໜ້າສະໜາມຫຼວງ ບາດິ່ງ, ຮັບຟັງເລື່ອງລາວປະຫວັດສາດກ່ຽວກັບວັນທີ 2 ກັນຍາ ກ່ອນນີ້ 72 ປີ ຜ່ານການແນະນຳຂອງຜູ້ນຳທ່ຽວ, ຜູ້ເຂົ້າຮ່ວມມີຄວາມຮູ້ສຶກວ່າຕົນເອງໄດ້ດຳລົງຊີວິດໃນຈຸດເວລາສຳຄັນຍິ່ງຂອງຊາດ ຫວຽດນາມ ນັ້ນ. ເວລາ 14 ໂມງ, ຢູ່ສະໜາມຫຼວງແຫ່ງນີ້, ປະທານ ໂຮ່ຈີມິນ, ປະທານລັດຖະບານໃນຄາວນັ້ນ, ໄດ້ອ່ານບົດຖະແຫຼງປະກາດເອກະລາດສະຖາປະນາປະເທດ ຫວຽດນາມ.

ນັບແຕ່ນັ້ນມາ, ປະຊາຊົນ ຫວຽດນາມ ຖືວັນທີ 2 ກັນຍາ ແມ່ນ “ວັນບຸນເອກະລາດ” - ເປັນຂີດໝາຍເຫດການອັນດີງາມຂອງປະເທດຊາດ. ນີ້ແມ່ນວັນບຸນຂອງປະຊາຊົນ ຫວຽດນາມ, ວັນທີ່ໃຜໆກໍ່ຮັບຮູ້ມີການປ່ຽນແປງອັນໃຫຍ່ຫຼວງ ບໍ່ພຽງແຕ່ສຳລັບປະເທດຊາດເທົ່ານັ້ນ ຫາກຍັງສຳລັບແຕ່ລະຄົນອີກດ້ວຍ. ທ່ານ ຕົ໋ງວັນຈື໋ງ, ນັກຮົບເກົ່າຢູ່ແຂວງ ນີງບີ່ງ, ແບ່ງປັນວ່າ:

ວັນເອກະລາດທີ 2 ກັນຍານັ້ນ, ພວກຂ້າພະເຈົ້າຍັງນ້ອຍຢູ່ , ສະນັ້ນຍັງບໍ່ທັນວາດພາບຄວາມໝາຍຂອງວັນນັ້ນໄດ້ເທື່ອ, ເມື່ອເຕີບໃຫຍ່ ແລະ ໄດ້ເຂົ້າຮ່ວມການປະຕິວັດ ຈຶ່ງຮັບຮູ້ໄດ້ຄວາມໝາຍຂອງວັນເອກະລາດ ເຮັດໃຫ້ພວກຂ້າພະເຈົ້າຕື້ນຕັນໃຈຫຼາຍ. ຍ້ອນວ່າ, ມີເອກະລາດ, ມີເສລີພາບ ປະຊາຊົນ ຫວຽດນາມ ພວກເຮົາຈຶ່ງມີຊີວິດຄືໃນປະຈຸບັນ, ນຳມາເຊິ່ງການດຳລົງຊີວິດທີ່ອີ່ມໜຳສຳລານ, ສົມບູນພູນນສຸກໃຫ້ທຸກໆຄົນ.ນ

ຕ້ອນຮັບວັນບຸນເອກະລາດ - ຄິດຮອດຄິດເຖິງປະທານ ໂຮ່ຈີມິນ - ảnh 2 ພາບປະກອບ

24 ປີພາຍຫຼັງວັນທີ 2 ກັນຍາປີ 1945, ປະຫວັດສາດ ຫວຽດນາມ ໄດ້ເຫັນປະຈັກຕາເຫດການທີ່ຄ້າຍຄືກັນ. ນັ້ນແມ່ນວັນທີ 2 ກັນຍາ 1969, ປະທານ ໂຮ່ຈີມິນ ໄດ້ເຖິງແກ່ມໍລະນະກຳ, ເຮັດໃຫ້ປະຊາຊົນ ຫວຽດນາມ ແລະ ເພື່ອນມິດສາກົນ ມີຄວາມໂສກເສົ້າເສຍດາຍອາໄລອາວອນຢ່າງສຸດຊື່ງ. ນັກຮົບເກົ່າ ຫງວຽນວັນເຕີ໋ນ, ຢູ່ແຂວງ ແທງຮ໋ວາ ໄດ້ຫວນຄືນວ່າ:

ເມື່ອໄດ້ຮັບຂ່າວວ່າປະທານ ໂຮ່ຈີມິນ ເຖິງແກ່ມໍລະນະກຳ, ທັງກົມກອງໃຜໆກໍ່ຫຼັ່ງນ້ຳຕາ. ກົມກອງຂອງພວກຂ້າພະເຈົ້າສືບຕໍ່ຈັບປືນເພື່ອເຂົ້າຮ່ວມການຕໍ່ສູ້ດ້ວຍຄວາມຕັດສິນໃຈສູງ.

ໃນວັນນີ້, ຄວາມຄິດຮອດຄິດເຖິງຂອງປະຊາຊົນ ຫວຽດນາມ ທີ່ສະຫງວນໃຫ້ປະທານ ໂຮ່ຈີມິນ ໄດ້ສະແດງອອກຜ່ານຫຼາຍຮູບການທີ່ແຕກຕ່າງກັນ. ບາງຄອບຄົວໄດ້ຈຸດທູບທຽນບູຊາອາໄລຫາ ໃນແທ່ນບູຊາຂອງຄອບຄົວຕົນ, ມີຫຼາຍຄົນພັດເຊື່ອມຕົວເຂົ້າກັບກະແສຄົນເຂົ້າສຸສານປະທານ ໂຮ່ຈີມິນ ເພື່ອພ້ອມກັນອາໄລຫາຜູ້ນຳທີ່ແສນເຄົາລົບຮັກ.

ວັນຊາດປີໃດກໍ່ເຊັ່ນດຽວກັນ, ໃນບັນຍາກາດທີ່ຟົດຟື້ນຂອງວັນບຸນທົ່ວປະເທດຕ້ອນຮັບວັນບຸນເອກະລາດ, ໃນດວງໃຈ, ອາລົມຈິດຂອງປະຊາຊົນ ຫວຽດນາມ ແຕ່ລະຄົນຍາມໃດກໍ່ຈົດຈຳຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ, ຜູ້ທີ່ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນເພື່ອພື້ນຖານເອກະລາດຄືໃນທຸກວັນນີ້. ນ້ອງ ໂດ໋ງອກແອງ, ນັກຮຽນ ມ3 ຢູ່ແຂວງ ບັກຢາງ, ໃຫ້ຮູ້ວ່າ:

ນ້ອງມີຄວາມເອກອ້າງທະນົງໃຈຕໍ່ປະທານ ໂຮ່ຈີມິນ ທີ່ສຸດ. ເພິ່ນໄດ້ຊ່ວຍໃຫ້ປະເທດຊາດເຮົາຍາດເອົາສັນຕິພາບ, ເອກະລາດ. ລຸ້ນໜຸ່ມຄືພວກນ້ອງເປັນນັກຮຽນຈະພະຍາຍາມຮ່ຳຮຽນໃຫ້ເກັ່ງ ເພື່ອກາຍເປັນພົນລະເມືອງດີຕໍ່ສັງຄົມ, ໜູນຊ່ວຍປະເທດຊາດ.

ຕ້ອນຮັບວັນບຸນເອກະລາດ, ອາໄລຫາປະທານ ໂຮ່ຈີມິນ ແມ່ນໂອກາດເພື່ອໃຫ້ປະຊາຊົນ ຫວຽດນາມ ທົບທວນຄືນປະຫວັດສາດຂອງຊາດ, ສະແດງຄວາມຮູ້ບຸນຄຸນຕໍ່ປະທານ ໂຮ່ຈີມິນ. ຜ່ານນັ້ນ, ແຕ່ລະຄົນຍິ່ງມີຄວາມເອກອ້າງທະນົງໃຈ, ຍິ່ງມີຄວາມຮັກຕໍ່ ປະເທດ ຫວຽດນາມ ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ