(vovworld)- ເປັນຄັ້ງທຳອິດ, ທີ່ຕະຫລາດນຳ້ພາກໃຕ້ຫວຽດນາມ ຊື່ງແມ່ນວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນເຂດແມ່ນຳ້ລຳເຊທາງທິດຕາເວັນຕົກພາກໃຕ້ຫວຽດນາມ ປະກົດຢູ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ. ນີ້ແມ່ນການເຄື່ອນໄຫວພົ້ນເດັ່ນໃນສັບປະດາ“ມະຫາສາມັກຄີບັນເຜົ່າ -ມໍລະດົກວັດທະນະທຳ ຫວຽດນາມ” ຊື່ງດຳເນີນໄປແຕ່ວັນທີ 20-24/11. ໃນລາຍການສາລະຄະດີພາກນີ້ ນັກຂ່າວ ບູ່ຍຮັ່ງ ຂໍແນະນຳຕະຫລາດນຳ້ພາກໃຕ້ຫວຽດນາມຢູ່ນະຄອນຫລວງ ຮ່າໂນ້ຍ.
ຂາຍໝາກໄມ້ຢູ່ເທິງເຮືອ
|
ເພື່ອສ້າງຕະຫລາດນຳ້ພາກໃຕ້ຢູ່ ຮ່າໂນ້ຍ, ຄະນະຈັດຕັ້ງຕ້ອງໃຊ້ເວລາ, ກຳລັງເຫື່ອແຮງເພື່ອກະກຽມຢ່າງລອບຄອບຖີ່ຖ້ວນ. ເພາະວ່າ ຢາກຈັດຕະຫລາດນຳ້ ຕ້ອງຕໍ່ເຮືອນ້ອຍຫລາຍລຳ ແລະ ກະກຽມໝາກໄມ້ທຸກຊະນີດ ກໍຄືອາຫານຫຼາຍເຍື່ອງຂອງພາກໃຕ້ເພື່ອສົ່ງມາຮ່າໂນ້ຍ. ທ່ານ ເຍີມຮູ່ງ, ຜູ້ມີແນວຄວາມຄິດ ແລະ ຮັບຜິດຊອບວຽກງານຈັດຕະຫລາດນຳ້ພາກໃຕ້ຢູ່ ຮ່າໂນ້ຍໃຫ້ຮູ້ວ່າ:
“ ພາຍຫລັງຕໍ່ກຳປັ່ນນ້ອຍ 25 ລຳສຳເລັດ, ພວກຂ້າພະເຈົ້າຕ້ອງຂົນສົ່ງດ້ວຍ container ຈາກນະຄອນ ເກີນເທີ ມາຮ່າໂນ້ຍ. ເຮືອແຕ່ລະລຳມີນຳ້ຫນັກແຕ່ 1 ໂຕນ - 15 ໂຕນ. ພ້ອມກັນນັ້ນ ພວກຂ້າພະເຈົ້າຍັງສົ່ງໝາກໄມ້ທຸກຊະນີດ ທີ່ເປັນເອກະລັກສະເພາະຂອງເຂດພາກໃຕ້ ແລະ ອາຫານພິເສດຫລາຍເຍື່ອງຂອງນະຄອນເກີນເທີໄປນຳອີກ.”
ນັກທ່ອງທ່ຽວເຂົ້າຮ່ວມການເຄື່ອນໄຫວຊື້ຂາຍຢູ່ຕະຫລາດນ້ຳ ສາມາດທ່ຽວຊົມ, ຊື້ເຂົ້າຫນົມ, ໝາກໄມ້ທຸກຊະນີດ ແລະ ໄດ້ຮັບປະທານອາຫານພິເສດຫລາຍເຍື່ອງຂອງພາກໃຕ້. ນອກນັ້ນ ນັກທ່ອງທ່ຽວສາມາດນັ່ງຮ້ອງລຳທຳເພງພື້ນເມືອງກັບຊາວພາກໃຕ້ອີກດ້ວຍ. ອ້າຍ ຫງວຽນຮ່ວາງຫາຍ, ຢູ່ເມືອງ ກາຍຣັງ, ນະຄອນ ເກີນເທີ, ຜູ້ພາຍເຮືອຢູ່ຕະຫລາດນຳ້ແບ່ງປັນວ່າ:
“ເມື່ອໄດ້ເຂົ້າຮ່ວມຕະຫລາດນີ້ ຂ້າພະເຈົ້າຮູ້ສຶກພາກພູມໃຈຫລາຍ ເພາະວ່າ ໄດ້ນຳເອົາວັດທະນະທຳທີ່ເປັນເອກະລັກສະເພາະຂອງທິດຕາເວັນຕົກພາກໃຕ້ມາແນະນຳໃຫ້ຊາວພາກເຫນືອ. ຂ້າພະເຈົ້າພາຍເຮືອພານັກທ່ອງທ່ຽວໄປຢ້ຽມຊົມຕະຫລາດເພື່ອມີຄວາມເຂົ້າໃຈຕື່ມອີກກ່ຽວກັບຈຸດພິເສດສະເພາະຂອງຕະຫລາດນ້ຳ.”
photo:thongtinthuongmai.vn
|
ນາງ ຫງວຽນທິຢວຽນ, ມາຈາກ ເມືອງຢາເລີມ ຮ່າໂນ້ຍ ຮູ້ສຶກພາກພູມໃຈເມື່ອໄດ້ເຂົ້າຮ່ວມຕະຫລາດນຳ້, ນາງໃຫ້ຮູ້ວ່າ:
“ນີ້ເປັນຄັ້ງທຳອິດ ທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມຕະຫລາດນຳ້ຂອງພາກໃຕ້. ບັນຍາກກາດຊື້ຂາຍເຄື່ອງຂອງຢູ່ເທິງເຮືອມ່ວນຫລາຍ ແລະ ຜູ້ຊື້ບໍ່ເຄີຍຕໍ່ລາຄາ.”
ຕະຫລາດນຳ້ພາກໃຕ້ບໍ່ພຽງແຕ່ດຶງດູດຄວາມສົນໃຈຈາກບັນດາເພື່ອນຫນຸ່ມເທົ່ານັ້ນ ຫາກນັບທັງຜູ້ມີອາຍຸສູງອີກດ້ວຍ. ເພາະວ່າ ຜູ້ເຂົ້າຮ່ວມຕະຫລາດນຳ້ໄດ້ເຫັນປະຈັກຕາການຊື້ຂາຍເຄື່ອງຂອງເທິງເຮືອ, ໄດ້ຮັບຟັງເພງພື້ນເມືອງຂອງພາກໃຕ້ກໍຄືໄດ້ຊີມໝາກໄມ້ທຸກຊະນິດທີ່ແຊບນົວ. ລຸງຫງວຽນວັນດາຍ, ຢູ່ຕາແສງ ດົງມາຍ ເມືອງ ຮ່າດົງ ຮ່າໂນ້ຍ ແບ່ງປັນວ່າ:
“ຂ້າພະເຈົ້າເຫັນວ່າ ການແນະນຳຕະຫລາດນຳ້ພາກໃຕ້ຄືແນວນີ້ແມ່ນດີຫລາຍ. ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ເຂົ້າຮ່ວມຕະຫລາດນຳ້ພາກໃຕ້. ຫວັງວ່າ ຕະຫລາດນຳ້ຄືແນວນີ້ຈະຖືກຈັດຂຶ້ນໃນທຸກປີເພື່ອແນະນຳໃຫ້ຊາວຮ່າໂນ້ຍ.”
ຕະຫລາດນຳ້ຢູ່ ນະຄອນຫລວງ ຮ່າໂນ້ຍ ໄດ້ແນະນຳຈຸດພິເສດສະເພາະ, ສິ່ງທີ່ໃຫມ່ອ່ຽມ, ສ້າງຄວາມດູດດື່ມ, ຄວາມປະທັບໃຈໃຫ້ແກ່ຜູ້ຊົມກ່ຽວກັບວັດທະນະທຳ ທີ່ເປັນເອກະລັກສະເພາະຂອງທິດຕາເວັນຕົກພາກໃຕ້, ທັງປະກອບສ່ວນອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳອັນດີງາມຂອງຫວຽດນາມ.