ຕະຫຼາດນັດຢູ່ບ້ານວັດທະນະທຳບັນດາເຜົ່າຫວຽດນາມ ທີ່ດົ່ງໂມ, ເຊີນໄຕ ແມ່ນຈຸດນັດພົບທີ່ສ້າງຄວາມດູດດື່ມຊາວນະຄອນຫຼວງ ກໍ່ຄືບັນດາແຂວງໃກ້ຄຽງ. ຕະຫຼາດນັດເຂດພູດອຍຈັດຂຶ້ນໃນເວລາ 5 ວັນ ໄດ້ນຳມາເຊິ່ງບັນດາຄວາມຮູ້ສຶກທີ່ໃໝ່ອຽມໃຫ້ແກ່ຜູ້ບໍ່ທັນເຫັນປະຈັກຕາການດຳເນີນຊີວິດຂອງຊາວຊົນເຜົ່າໃນເຂດພູດອຍທາງພາກເໜືອຫວຽດນາມ.
(ພາບ: vov.vn)
ຕະຫຼາດນັດໄດ້ດຶງດູດຊາວຮ່າໂນ້ຍ ແລະ ບັນດາແຂວງໃກ້ຄຽງຄື: ຫວິ໋ງຟຸກ, ຟູທໍ້, ບັກນິງ…ເຂົ້າຊົມເປັນຈຳນວນຫຼາຍ. ພິເສດ, ຍັງມີເດັກນ້ອຍຫຼາຍຄົນໄດ້ໄປນຳພໍ່ແມ່, ອ້າຍເອື້ອຍມາຢ້ຽມຊົມຕະຫຼາດນັດເຂດພູດອຍອີກດ້ວຍ. ເອື້ອຍໂດ໋ກິມແອວງ, ຢູ່ຮ່າໂນ້ຍ ເວົ້າວ່າ:
“ຂ້າພະເຈົ້າໄດ້ຮູ້ຈັກຕະຫຼາດນັດບ້ານວັດທະນະທຳບັນດາເຜົ່ານີ້ແຕ່ດົນແລ້ວ ແລະ ຢາກພາລູກມາຢ້ຽມຊົມເພື່ອຊອກຮູ້ກ່ຽວກັບວັດທະນະທຳຂອງບັນດາເຜົ່າ”
ເມື່ອມາຮອດຕະຫຼາດນັດ, ພວກນ້ອງນ້ອຍລ້ວນແຕ່ຮູ້ສຶກພາກພູມໃຈ ແລະ ແປກປະຫຼາດໃຈ ເພາະວ່າທຸກສິ່ງທຸກຢ່າງທີ່ພວກນ້ອງພຽງແຕ່ຮູ້ຜ່ານໂທລະພາບ, ປຶ້ມໜັງສືພິມນັ້ນ, ປະຈຸບັນໄດ້ປະກົດໃນສາຍຕາຂອງພວກນ້ອງ.
ວິທີຕ່ຳຫູກຂອງຊົນເຜົ່າມົ້ງຢູ່ຮ່າຢາງ
(ພາບ:giaoduc.net.vn)
ນ້ອງຫງຽນບາວເຈົາ, ນັກຮຽນ ປໍ 4 ໂຮງຮຽນປະຖົມໂລໂມໂນຊົບ ຮ່າໂນ້ຍ ເວົ້າດ້ວຍຄວາມມ່ວນຊື່ນວ່າ:
“ລູກດີໃຈທີ່ສຸດເມື່ອພໍ່ພາໄປແຫ່ງນີ້. ລູກໄດ້ເຫັນເຮືອນຂອງຊາວຊົນເຜົ່າ ແລະ ໄດ້ຮູ້ຈັກຫຼາຍສິ່ງຫຼາຍຢ່າງກ່ຽວກັບບັນດາເຜົ່າຫວຽດນາມ. ລູກກໍ່ຮູ້ວິທີຕ່ຳຫູກ, ເຮັດລວດລາຍຜ້າພື້ນເມືອງອີກ”
ຕະຫຼາດນັດເຂດພູດອຍຖືກຈັດຂຶ້ນໃນບໍລິເວນບ້ານວັດທະນະທຳບັນດາເຜົ່າຫວຽດນາມ ໂດຍມີການເຂົ້າຮ່ວມຂອງວົງຄະນາຍາດບັນດາຊົນເຜົ່າທີ່ຂຶ້ນກັບ 5 ແຂວງໃນເຂດພູດອຍທາງພາກເໜືອຫວຽດນາມ.
ຮ້ານຂາຍເຄື່ອງຂອງຊາວເຜົ່າມົ້ງ, ຢາວ ແຂວງຮ່າຢາງ ໄດ້ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍ. ຢູ່ທີ່ນີ້, ແຂກທ່ອງທ່ຽວໄດ້ຮັບຊົມຊາວເຜົ່າມົ້ງເຮັດເຂົ້າໜົມສາລີ, ຕົ້ມເຫຼົ້າສາລີ, ປຸງແຕ່ງທັງໂກ໋…ສ່ວນຢູ່ຮ້ານຂາຍເຄື່ອງຂອງແຂວງເຊີນລາ, ບັນດານາງສາວຊົນເຜົ່າໄທ ໃນຊຸດອາພອນພື້ນເມືອງທີ່ສວຍງາມພວມແນະນຳກັບແຂກທ່ອງທ່ຽວກ່ຽວກັບໝາກຄອນ. ສ່ວນຊາວເຜົ່າເມື່ອງພັດດຶງດູດພວກເດັກນ້ອຍດ້ວຍຕຸກກະຕາ, ຖົງ, ກະເປົາພື້ນເມືອງໂດຍເຂົາເຈົ້າເຮັດເອງ…
ເຂົ້າຮ່ວມຕະຫຼາດນັດເຂດພູດອຍປີນີ້ຍັງມີຊາວຊົນເຜົ່າກາວລານ ຢູ່ແຂວງບັກຢາງ, ເຂົາເຈົ້າໄດ້ແນະນຳກັບເພື່ອນມິດທັງຢູ່ໃກ້ ແລະ ໄກບັນດາຜະລິດຕະພັນພື້ນເມືອງດ້ວຍລວດລາຍທີ່ມີເອກກະລັກສະເພາະ. ທ່ານເຢືອງວັນກວາງ, ຊາວເຜົ່າກາວລານ ຢູ່ເມືອງລຸກນາມ ແຂວງບັກຢາງ ແບ່ງປັນວ່າ:
“ໃນວັນບຸນວັດທະນະທຳບັນດາຊົນເຜົ່າຫວຽດນາມ, ພວກຂ້າພະເຈົ້າໄດ້ແນະນຳຜະລິດຕະພັນຂອງຊົນເຜົ່າຕົນກັບບັນດາຊົນເຜົ່າອ້າຍນ້ອງ. ນີ້ກໍແມ່ນໂອກາດເພື່ອໃຫ້ຊົນເຜົ່າກາວລານ ຟື້ນຟູອາຊີບຕ່ຳຫູກທີ່ເປັນມູນເຊື້ອຂອງຕົນ“
ໃນທ່າມກາງບັນຍາກາດອຶກກະທຶກຄຶກຄົມ, ຊາວຊົນເຜົ່າສ່ວນໜ້ອຍໃນຊຸດອາພອນປະຈຳເຜົ່າທີ່ສວຍງາມ ດ້ວຍສີສັນຫຼາກຫຼາຍ, ພ້ອມກັບບັນດາອາຫານພິເສດຂອງເຂດພູດອຍໄດ້ສ້າງຄວາມດຶງດູດແຂກທ່ອງທ່ຽວມາຢາມງານຕະຫຼາດນັດເຂດພູດອຍຄັ້ງນີ້. ແລະ ເຂົາເຈົ້າກໍ່ປາດຖະໜາວ່າຕະຫຼາດນັດຄືແນວນີ້ຈະຖືກຈັດຂຶ້ນເປັນປະຈຳ ດ້ວຍການເຂົ້າຮ່ວມຂອງຫຼາຍຊົນເຜົ່າກ່ວາອີກ./.