ຕະຫຼາດຫວຽດນາມໃນເມື່ອກ່ອນ ແລະ ໃນປະຈຸບັນ


(vovworld) - ຕະຫຼາດ​ໃນ​ເມື່ອ​ກ່ອນ, ຕະຫຼາດ​ໃນ​ຕົວ​ເລືອ​ງ, ຕະຫຼາດ​ຊານ​ນະຄອນ... ບັນດາ​ຈຸດ​ພິ​ເສດ​ຂອງ​ຕະຫຼາດ​ເຫຼົ່າ​ນັ້ນ​ລ້ວນ​ແຕ່​ໄດ້​ຮັບ​ການ​ວາດ​ພາບ​ຢ່າງ​ມີ​ຊີວິດ​ຊີວາ​ໃນ​ຮ້ານ​ວາງສະ​ແດງ​ຢູ່​ຫໍພິພິດທະພັນ​ແມ່ຍິງ​ຫວຽດນາມ.

ຕະຫຼາດຫວຽດນາມໃນເມື່ອກ່ອນ ແລະ ໃນປະຈຸບັນ - ảnh 1

ກະຈາ​ດ, ກະບຽນ.. ​ເທິງ​ກອງເຟືອງ, ກົກ​ເຂົ້າ, ຕັ້ງຢູ່ໃຈກາງຫໍວາງສະແດງ

(ພາບ: ອິນເຕີແນດ)

        ຕະຫຼາດ​ໃນ​ເມື່ອ​ກ່ອນ ດ້ວຍ​ເຄື່ອງ​ຂອງ​ທີ່​ລຶ້ງ​ເຄີຍ​ຄື: ກະຈາ​ດ, ກະບຽນ.. ​ເທິງ​ກອງເຟືອງ, ກົກ​ເຂົ້າ, ຕັ້ງຢູ່ໃຈກາງຫໍວາງສະແດງ, ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່ຜູ້ຊົມ, ພິ​ເສດ​ແມ່ນ​ຜູ້​ອາຍຸສູງ, ​ເພາະວ່າ​ເຄື່ອງ​ຂອງ​ເຫຼົ່າ​ນັ້ນ ​​ໄດ້​ຕິດ​ພັນ​ກັບ​ເຂົາ​ເຈົ້າ​ໃນ​ເມື່ອ​ກ່ອນ. ປ້າ ຫງວຽນ​ທິ​ແຫ້ງ, ຫວນ​ຄືນ​ວ່າ:

        “ຕະຫຼາດ​ໃນ​ເມື່ອ​ກ່ອນ​ສ້າງ​ຄວາມ​ອົບ​ອູ່ນ​ຫຼາຍ, ຜູ້​ໄປ​ຕະຫຼາດ​ກໍ່​ບໍ່​ຟ້າວ​ຟັ່ງ​ຄື​ໃນ​ປະຈຸ​ບັນ, ພາຍຫຼັງ​ຊື້​ສິນຄ້າ​ບາງ​ຢ່າງ​ແລ້ວ, ​ເຂົາ​ເຈົ້າ​ກໍ່​​ເລາະ​ກິນ​ເຂົ້າໜົມ,​ອ້ອຍ, ກິນ​ຂອງ​ວ່າງ, ຮອດ​ຕອນ​ທ່ຽງ​ຈຶ່ງ​ກັບ​​ເມືອບ້ານ.

ຕະຫຼາດຫວຽດນາມໃນເມື່ອກ່ອນ ແລະ ໃນປະຈຸບັນ - ảnh 2

ຮູບພາບຕະຫຼາດບ້ານນາ
(ພາບ: ອິນເຕີແນດ)

        ​ເຄື່ອງ​ຂອງ​ທີ່​ຈັດວາງສະ​ແດງຢູ່​ທີ່​ນີ້​ຄື​ດັ່ງ​ເລື່ອງ​ລາວ​ກ່ຽວ​ກັບ​ຕະຫຼາດ​ໃນ​ເມື່ອກ່ອນ​ ດ້ວຍມ່ານ​ກັ້ງ​ໄມ້​ໄຜ່ທີ່ເກົ່າແກ່, ກອງເຟືອງ, ກົກ​ເຂົ້າ, ຊຸມ​ໄກ່, ​ແຊກ, ​ ຄານ​ຫາບ, ກະຈາ​ດ, ກະບຽນ... ​ໄດ້ເຮັດ​ໃຫ້​ຜູ້​ຊົມຫຼາຍ​ຄົນ​ຫວນ​ຄືນ​ອະນຸສອນ​ແຫ່ງ​ຍາມ​ເຍົາ​ໄວ​ຂອງ​ຕົນ ​ແລະ ຕະຫຼາດ​ໃນ​ປະ​ຈຸ​ບັນ, ດ້ວຍ​ຮ້ານ​ຂາຍ​ຂອງ​ແຫ້ງ, ນຳ້​ຊາ​ທີ່​ລຶ້ງ​ເຄີຍ ​ແລະ ຕະຫຼາດ​ໃນ​ອະນາຄົດ​ອີກ, ອັນ​ໄດ້​ສ້າງ​ຄວາມ​ນຶກ​ຄິດ​​ໃຫ້​ແກ່​ຜູ້​ຊົມ. ຢູ່​ທີ່​ນີ້, ​ແຂກ​ມາ​ຢາມ​ສາມາດ​ແບກ​ຫາບສິນຄ້າທົດ​ລອງ​ໄດ້.

        ຄວາມ​ອຶກ​ກະ​ທຶກ​ຄຶກ​ໂຄມ, ​ເຕັມ​ໄປດ້ວຍ​ສຽງ​​ເວົ້າ​ສຽງ​ຫົວຂອງ​ຜູ້​ຊື້, ຜູ້​ຂາຍ ​ແມ່ນ​ຈຸດ​ພິ​ເສດສະ​ເພາະ​ຂອງ​ຕະຫຼາດ. ຕະຫຼາດ​ຄົງ​ຕົວ ​ແລະ ພັດທະນາ​ພ້ອມ​ກັບ​ ​ນະຄອນ. ປະຈຸ​ບັນ, ຢູ່​ຮ່າ​ໂນ້ຍມີ​ຕະຫຼາດ​ຫຼາຍ​ແຫ່ງ​ພຽງ​ແຕ່​ແມ່ນ​ຄວາມ​ຊົງ​ຈຳ​ເທົ່າ​ນັ້ນ, ​ເພາະ​ມັນ​ໄດ້​ກາຍ​ເປັນ​ສູນການ​ຄ້າ. ​ເອື້ອຍ Sigrid Wertheim ມາ​ຈາກ ອີ​ຕາ​ລີ ​ໄດ້​ສັງ​ເກດ​​ເຄື່ອງ​ຂອງ​ທີ່​ວາງສະ​ແດງ​ຢູ່​ທີ່​ນີ້​ຢ່າງ​ລະອຽດ, ​ແລະ ສະ​ແດງ​ຄວາມ​ພາກພູມ​ໃຈ​ເມື່ອ​ໄດ້​ຊົມ​ຮູບ​ເງົາ​ເອກະສານ​ກ່ຽວ​ກັບ​ກາ​ນປ່ຽນ​ແປງ​ຂອງ​ຕະຫຼາດຮ່າ​ໂນ້ຍ ຜ່ານ​ແຕ່ລະ​ໄລຍະ.

        ”ຂ້າພະ​ເຈົ້າ​ເອງ​ມັກ​ຕະຫຼາດ​ທີ່​ສຸດ. ຕະຫຼາດ​ມີ​ຄວາມ​ອຶກ​ກະ​ທຶກ​ຄຶກ​ໂຄມ ​ແລະ ມີ​ຫຼາຍ​ກິ່ນ​ທີ່​ແຕກ​ຕ່າງ​ກັນ… ມັນ​ເຮັດ​ໃຫ້​ຜູ້​ຄົນ​ທັງຫຼາຍ​ສາມາດ​ຮັບ​ຮູ້​ໄດ້​ຊີວິດ​ປະຈຳ​ວັນຂອງ​ຊາວ​ຫວຽດນາມ​ໃນ​ເມື່ອ​ກ່ອນ. ມີ​ຫຼາຍ​​ສິ່ງ​ທີ່​ຈັບ​ອົກ​ຈັບ​ໃຈກ່ຽວ​ກັບ​ຕະຫຼາດ ​ແລະ ມັນ​ຕ່າງ​ກັບ​ຮ້ານ​ຊັບ​ພະ​ສິນຄ້າ​ຫຼາຍ. ​ເພາະວ່າ​ໃນ​ຮ້ານ​ຊັບ​ພະ​ສິນຄ້າ​ພຽງ​ແຕ່​ມີ​ການ​ເຄື່ອນ​ໄຫວ​ຊື້​ຂາຍ​ສິນຄ້າເທົ່າ​ນັ້ນ… ສ່ວນ​ຕະຫຼາດ​ຍັງ​ແມ່ນ​ບ່ອນ​ເພືອ​ໃຫ້​ເຂົາ​ເຈົ້າ​ພົບ​ປະ, ຖາມ​ສະ​ຍາຍ​ກັນ. ຂ້າພະ​ເຈົ້າ​ຄິດ​ວ່າ​ຕະຫຼາດ​ແມ່ນ​ພາກສ່ວນ​ສຳຄັນທີ່​ສຸດ​ໃນ​ຊີວິດ​ຂອງ​ຊາວຫວຽດນາມ, ພິ​ເສດ​ແມ່ນ​ຊາວຮ່າ​ໂນ້ຍ.

ຕະຫຼາດຫວຽດນາມໃນເມື່ອກ່ອນ ແລະ ໃນປະຈຸບັນ - ảnh 3

ຮູບພາບຕະຫຼາດໃນເມື່ອກ່ອນ
(ພາບ: ອິນເຕີແນດ)

        ມັນ​ຕ່າງ​ກັບ​​ເຂດ​ວາງສະ​ແດງ​​ຕະຫຼາດ​ໃນ​ເມື່ອ​ກ່ອນ, ​ ​ເຂດ​ຕະຫຼາດ​ບ້ານ​ນາ​ພັດ​ອຶກ​ກະ​ທຶກ​ຄຶກ​ໂຄມ, ໜ້າ​ແໜ້ນ ດ້ວຍ​ຜູ້​ຊື້, ຜູ້ຂາຍ, ຮ້າຍ​ຂາຍ​ເຄື່ອງ​ທີ່​ເຮັດ​ດ້ວຍ​ໄມ້​ໄຜ່, ຕັ່ງ​ໄມ້, ສິນຄ້າ​ພິ​ເສດ​ທີ່​ມາ​ຈາກ​ເຂດ​ບ້ານ​ນາທາງ​ພາກ​ເໜືອ. ຢູ່​ເດີ​ນຫໍພິພິດທະພັນ ​ຍັງ​ວາງ​ຂາຍ​ຜະລິດ​ຕະພັນກະ​ເສດພິ​ເສດ​ຫຼາຍ​ປະ​ເພດຂອງ​ຊາວ​ກະ​ສີກ​ອນຄື: ​ເຂົ້າໜົມ​ດຸກ, ​ເຂົ້າຂຽບ​ປີ້ງອີກ. ປ້າ ​ເລ​ທິທູ, ມາ​ຈາກ​ແຂວງ​ຮຶງອຽນ, ​ແບ່ງປັນ​ວ່າ:

        ”ຂ້າພະ​ເຈົ້າ​ເຫັນ​ອັນ​ໃດ​ກໍ່​ມັກ. ຢູ່​ບ່ອນ​ຂາຍ​ອາຫານ ມີ​ອາຫານ​ແຊບ​ນົວຫຼາຍ​ເຍື່ອງ, ຜູ້​ຂາຍ​ມີ​ຄວາມ​ສຸພາບ​ອ່ອນ​ນ້ອມ. ຕະຫຼາດ​ບ້ານ​ນາ​ໄດ້​ວາດ​ພາບ​ບັນຍາກາດ​ຕະຫຼາດ​ໃນ​ເມື່ອ​ກ່ອນຢ່າງ​ຄົບ​ຖ້ວນ ​ແລະ ລະອຽດ. ຂ້າພະ​ເຈົ້າ​ນິຍົມ​ຫຼາຍ”.

ຕະຫຼາດຫວຽດນາມໃນເມື່ອກ່ອນ ແລະ ໃນປະຈຸບັນ - ảnh 4

ເຂົ້າໜົມປະເພດຕ່າງໆທີ່ຂາຍໃນງານວາງສະແດງຕະຫຼາດບ້ານນາ
(ພາບ: ອິນເຕີແນດ

        ງານ​ວາງສະ​ແດງ​ຕະຫຼາດ​ໃນ​ເມື່ອ​ກ່ອນ ​ແລະ ຕະຫຼາດ​ບ້ານ​ນາ ໄດ້ຢືນຢັນ​ໃຫ້​ເຫັນ​ວ່າ ຕະຫຼາດ​ຮ່າ​ໂນ້ຍ ​ໃນ​ປະຈຸ​ບັນ ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ​ປະຫວັດສາດ, ວັດທະນະທຳ​ຮ່າ​ໂນ້ຍ, ​ເຖິງ​ວ່າ​ຈະ​ອຶກ​ກະ​ທຶກ​ຄຶກ​ໂຄມ, ຫຼື​ບາງ​ເທື່ອຈັດ​ຂຶ້ນ​ບໍ່​ຖືກຕາມ​ແຜນ​ຜັງ​ຕົວ​ເມືອງ​ກໍ່ຕາມ, ​ແຕ່ມັນ​ພັດ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ຂາດ​ບໍ່​ໄດ້​ໃນ​ຊີວິດ​ຂອງຊາວ​ຫວຽດນາມ​ ເວົ້າ​ລວມ ​ແລະ ຊາວ​ນະຄອນຫຼວງ​ເວົ້າ​ສະ​ເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ