ງານວາງສະແດງໄດ້ສ້າງຄວາມດູດດື່ມແກ່ຜູ້ຊົມ
|
ໃນຊຸມມື້ນີ້, ຢູ່ສູນວັດທະນະທຳຝະລັ່ງທີ່ເຮືອນເລກທີ 24 ຖະໜົນຈ່າງຕຽນ-ຮ່າໂນ້ຍ ພວມຈັດງານວາງສະແດງບັນດາວັດຖຸພັນທີ່ເກັບກຳມາກ່ອນນີ້ນັບສິບປີຫຼື ເກັບກຳມາຈາກສົງຄາມຄັ້ງຕ່າງໆຂອງຊາດຫວຽດນາມ ຄືຊາກເຮືອບິນແຕກ, ຖົງຂີ້ຊາຍ, ເປືອກລູກປືນ.... ແຕ່ທັງໝົດເຫຼ່ົ້ານັ້ນລ້ວນແຕ່ຖືກເຮັດເປັນເຄື່ອງໃຊ້ໄມ້ສອຍປະຈຳວັນ ຫຼືເຮັດເຄື່ອງຫຼິ້ນໃຫ້ແກ່ເດັກ.
ງານວາງສະແດງບັນດາວັດຖຸພັນກ່ຽວກັບຄວາມຊົງຈຳແຫ່ງສົງຄາມຢູ່ຖະໜົນເຄີມທຽນຂອງ ບາງເຍີດລິງ ໄດ້ຖືກໄຂຂຶ້ນໃນວັນທີ 5/9 ແລະ ແກ່ຍາວຮອດວັນທີ 28/9 ຈຶງ່ຈະອັ ດລົງ. ບາງເຍີດລິງ ເລົ່າສູ່ຟັງວ່າ : ຂ້າພະເຈົ້າເກີດປີ 1983 ຢູ່ ຖະໜົນເຄີມທຽນ-ຮ່າໂນ້ຍ. ໃນຄາວນັ້ນ, ສົງຄາມຕ້ານອາເມລິກາໄດ້ສິ້ນສຸດລົງກ່ອນນັ້ນ 8 ປີ. ລຸ່ນຄົນພວກຂ້າພະເຈົ້າບໍ່ໄດ້ມີຊີວິດໃນໄລຍະເກີດສົງຕາມ, ແຕ່ຄວາມຮູ້ສຶກກ່ຽວກັບສົງຄາມຄາວນັ້ນ ຍັງຄົງຫຼອກຫຼອນໃນມັນສະໝອງຂອງຂ້າພະເຈົ້າ.
ແຈໜຶ່ງໃນຖະໜົນເຄິມທຽນພາຍຫຼັງຖືກເຮືອບິນ B52 ຂອງອາເມລິກາ ຖິ້ມລະເບີດທຳລາຍ
|
ຊາວຖະໜົນເຄີມທຽນໄດ້ເລົ່າຄືນສູ່ຟັງວ່າ ປີ 1972, ມີເຫດການວິນາດສະກຳໄດ້ເກີດຂຶ້ນຢູ່ຖະໜົນສາຍນີ້ ຂະນະທີ່ຢູ່ແຫ່ງນີ້ຕ້ອງໄດ້ຮັບການຖີ້ມລະເບີດດ້ວຍຂອບຂະໜາດໃຫຍ່ຂອງອາເມລິກາ ຊຶ່ງແກ່ຍາວຕະຫຼອດ 12 ວັນ ແລະ ຄືນ. ນີ້ແມ່ນການບຸກໂຈມຕີທາງອາກາດໃຫຍ່ທີ່ສຸດຂອງກອງທັບອາກາດອາເມລິການັບແຕ່ພາຍຫຼັງສົງຄາມໂລກຄັ້ງທີ 2 . ບາງເຍີດລິງ ເປີດເຜີຍວ່າ :
“ງານວາງສະແດງນີ້ ໄດ້ຈັດຂຶ້ນໃນແງ່ມຸມເຮົາເປັນຄົນເກີດຂຶ້ນຢູ່ຖະໜົນເຄີມທຽນຫຼັງສົງຄາມ. ເຮົາໄດ້ເຕີບໃຫຍ່ຢູ່ຖະໜົນສາຍນີ້. ຄາວຍັງນ້ອຍ ເຮົາກັບໝູ່ມັກລະຫຼິ້ນຢູ່ຕາມຂຸມລະເບີດໃຫຍ່ທີ່ໄດ້ກາຍເປັນສະເກັບນ້ຳ. ເມື່ອຈັດງານວາງສະແດງບັນດາວັດຖຸພັນນີ້, ເຮົາຢາກປະຕິບັດໃຕ້ສາຍຕາ ແລະ ຄວາມຮູ້ສຶກຂອງຜູ້ໜຶ່ງເກີດຂຶ້ນໃນເວລາຫຼັງສົງຄາມ. ມັນບໍ່ເຈັບແສບ, ສູນເສຍຄືໃນໄລຍະສົງຄາມອີກແລ້ວ, ຫາກມີເນື້ອໃນທີ່ປະເອີບໃຈກ່ວາ, ມີຄວາມສາມາດແກ້ໄຂຄວາມຫຍຸ້ງຍາກເພື່ອບືນຕົວຂຶ້ນ ”
ບາງເຍີດລິງ ໃຫ້ຮູ້ວ່າ ບັນດາວັດຖຸພັນທີ່ລາວນຳມາວາງສະແດງແມ່ນເຄື່ອງໃຊ້ສອຍຮັບໃຊ້ຊີວິດປະຈຳວັນຄື ໂຖດອກໄມ້, ຈອກ, ກະຕິກນ້ຳ ....ຫຼືເຄື່ອງຫຼິ້ນຂອງເດັກທີ່ເຮັດມາຈາກບາງສ່ວນຂອງຊາກເຮືອບິນ, ປືນໃຫຍ່ແຕກຄື : ຕັ່ງນັ່ງຂອງນັກບິນ, ບາງສ່ວນນ້ອຍຂອງຊາກເຮືອບິນແຕກ. ບາງເຍີດລິງ ເປີດເຜີຍວ່າ :
“ ເຮົາມັກບັນດາເຄື່ອງໃຊ້ສອຍນີ້ທີ່ສຸດ ເພາະວັດຖຸດິບເພືອ່ຜະລິດມັນແມ່ນບັນດາຜະລິດຕະພັນທີ່ນຳໃຊ້ໃນສົງຄາມເພື່ອທຳລາຍຊີວິດບຸກຄົນ, ແຕ່ມາບັດນີ້ໄດ້ສ້າງເປັນເຄື່ອງໃຊ້ສອຍຮັບໃຊ້ຊີວິດປະຈຳວັນຫຼືເຄື່ອງຫຼິ້ນຂອງເດັກ. ມັນມີຄວາມໝາຍທີ່ສຸດ”
ບາງເຍີດລິງ ໃຫ້ຮູ້ຕື່ມອີກວ່າ :
“ ຂ້າພະເຈົ້າຢາກໃຫ້ພວກເພື່ອນໜຸ່ມມາຢ້ຽມຊົມ, ທັດສະນະສຶກສາທີ່ງານວາງສະແດງເພື່ອຮັບຊົມບັນດາວັດຖຸພັນໃນອະດີດຕະການໂດຍລຸຸຸ່ນຄົນເຄີຍໄດ້ຜ່ານໄດ້ມີຊີວິດໃນຄາວນັ້ນ ແລະ ໄດ້ຜ່ານຜ່າຄວາມຫຍຸ້ງຍາກຄືແນວໃດ. ບັນດາວັດຖຸພັນຖືກຈັດວາງມໍ່ກັນ ເພື່ອໃຫ້ແຕ່ລະຄົນໃນແຕ່ລະສະໄໝມີວິທີສັງເກດແຕກຕ່າງກັນກ່ຽວກັບປະຫວັດສາດ ” .