(vovworld) ດ້ວຍລະບົບປູຊະນີຍະສະຖານປະຫວັດສາດ - ວັດທະນະທຳ, ສະຖາປັດຕະຍະກຳສາສະໜາຈາກກົນເຊີນ - ກຽບບາກ ຕະຫຼອດຮອດອຽນຕື - ຮ້າລອງ- ເວີນດົ່ນ ນັ້ນ, ເຂດແຄມທະເລທາງທິດຕາເວັນອອກສ່ຽງເໜືອມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາການທ່ອງທ່ຽວແຫ່ງຈິດວີນຍານຕິດພັນກັບຂີດໝາຍອັນສະຫງ່າລາສີຂອງສະໄໝລາດຊະວົງເຈິ່ນ - ເຊິ່ງແມ່ນສະໄໝວັດທະນາຖາວອນກວ່າໝູ່ໃນປະຫວັດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ວິຫານກຽບບາກ
ວິຫານກຽບບາກ, ແມ່ນແຫ່ງບູຊາ ຮຶງດ້າວດ້າຍເວືອງ ເຈິ່ນກວົກຕ໋ວນ, ວິລະຊົນແຫ່ງຊາດ, ເຊິ່ງໄດ້ຊີ້ນຳນຳພາທະຫານ ແລະ ປະຊາຊົນ ດ້າຍຫວຽດ ຕີເອົາຊະນະເສິກງວຽນມົງ 2 ຄັ້ງ, ແລະ ໄດ້ຮັບການກຳນົດວ່າແມ່ນຈຸດເລີ່ມຕົ້ນຂອງລາຍການທ່ອງທ່ຽວແຫ່ງຈິດວີນຍານໃນເຂດແຄມທະເລທາງທິດຕາເວັນອອກສ່ຽງເໜືອ. ສະຖານທີ່ທ່ອງທ່ຽວຕົ້ນຕໍໃນລາຍການທ່ອງທ່ຽວນີ້ແມ່ນເຂດທັດສະນີຍະພາບອຽນຕື ທີ່ຕິດພັນກັບການກຳເນີດ ແລະ ພັດທະນາຂອງນິກາຍຈຸກເລິມ. ສຳລັບນັກທ່ອງທ່ຽວ, ເມື່ອໄປຢ້ຽມຢາມອຽນຕື, ຂຶ້ນເຖິງຈອມພູ ແລະ ໄດ້ສຳຜັດກັບວັດດົ່ງ (ວັດທອງ) ນັ້ນ ກໍ່ຮູ້ສຶກວ່າໄດ້ເຊື່ອມຕົວເຂົ້າໃນໂລກພະພຸດທະເຈົ້າ. ເອື້ອຍ ຕ້າທິຕູ໋ອວຽນ, ນັກທ່ອງທ່ຽວທີ່ມາຈາກນະຄອນ ໂຮ່ຈີມິນ, ຮັບຮູ້ວ່າ:
“ຂ້າພະເຈົ້ານິຍົມທັດສະນີຍະພາບຢູ່ອຽນຕືທີ່ສຸດ. ເມື່ອຂຶ້ນເຖິງວັດດົ່ງ, ໄດ້ຊົມທັດສະນີຍະພາບທີ່ສວຍງາມຢູ່ທີ່ນີ້ ແລະ ໄດ້ຮັບຟັງການແນະນຳ, ສຽງດົນຕີສະມາທິ ກໍ່ຮູ້ສຶກປະທັບໃຈທີ່ສຸດ. ຂ້າພະເຈົ້າຄິດວ່າ, ຢູ່ທີ່ນີ້ພວກເຮົາສາມາດກໍ່ສ້າງເຂດສະມາທິ ເພື່ອໃຫ້ນັກທ່ອງທ່ຽວສາມາດປາສະຈາກຄວາມວິຕົກກັງວົນໃນຊີວິດປະຈຳວັນ, ແລະ ສະຫວາດສະເຫວີຍເມື່ອມາຢ້ຽມຢາມແຫ່ງນີ້”.
ວັດທອງ
ການທ່ອງທ່ຽວປະຫວັດສາດ, ວັດທະນະທຳ, ສາສະໜາຕາມລຳດັບເວລາ ກໍ່ຄືຕາມເຫດການປະຫວັດສາດຂອງສະໄໝລາຊະວົງເຈິ່ນ ໄດ້ສ້າງເປັນລາຍການທ່ອງທ່ຽວແຫ່ງຈິດວີນຍານທີ່ເປັນເອກະລັກສະເພາະກ່ຽວກັບເນື້ອໃນ ແລະ ຫຼາຍຮູບຫຼາຍແບບກ່ຽວກັບສະຖານທີ່ທ່ອງທ່ຽວ. ນັກກະວີ, ນັກຄົ້ນຄ້ວາວັດທະນະທຳປະຫວັດສາດ ເຈິ່ນຍ້ວນມິງ, ຢືນຢັນວ່າ:
“ໃນລາຍການທ່ອງທ່ຽວແຫ່ງຈິດວີນຍານຢູ່ເຂດຕາເວັນອອກສ່ຽງເໜືອນັ້ນ. ດົງຈ່ຽວ ແມ່ນແຫ່ງທີ່ບັນດາເຈົ້າຊີວິດ, ບັນດານັກວັດທະນະທຳ, ນາຍທະຫານ, ທີ່ມີຄຸນງາມຄວາມດີໃນການຕໍ່ຕ້ານຕ້ານເສິກງວຽນໄດ້ເຖິງແກ່ມໍລະນະກຳ. ພິເສດ, ອຽນຕື ຍັງແມ່ນບ່ອນກຳເນີດນິກາຍຈຸກເລິມ, ມາແຫ່ງນີ້, ນັກທ່ອງທ່ຽວຍັງຊາບຊືມຕື່ມອີກກ່ຽວກັບລັດທິຮັກຊາດກໍ່ຄືບັນດາຄຸນຄ່າທີ່ປອດໄສ, ຕິດພັນກັບຊາຕາກຳຂອງຊາດຢ່າງເລິກເຊິ່ງ ”.
ທັດສະນີຍະພາບຢູ່ອຽນຕື
ທ່ອງທ່ຽວແຫ່ງຈິດວີນຍານແມ່ນຮູບການທ່ອງທ່ຽວຄົ້ນຫາບັນດາຄຸນຄ່າວັດທະນະທຳ, ປະຫວັດສາດ, ແມ່ນໂອກາດເພື່ອເຂົ້າຮ່ວມການເຄື່ອນໄຫວດ້ານຈິດວີນຍານ. ທ່ານ ຫງວຽນວັນເຕິ໋ນ, ຜູ້ອຳນວຍການໃຫຍ່ບໍລິສັດທ່ອງທ່ຽວ JTB – TNT ຢູ່ນະຄອນໂຮ່ຈິມິນ, ໃຫ້ຮູ້ວ່າ:
“ກວາງນິງ ມີທ່າແຮງດ້ານຈິດວີນຍານຕິດພັນກັບບັນດາຕົວລະຄອນປະຫວັດສາດ. ບັນດາຕົວລະຄອນນັ້ນໄດ້ສ້າງເປັນບັນດາຄຸນຄ່າປະຫວັດສາດ, ວັດທະນະທຳອັນໃຫຍ່ຫຼວງ, ເຮັດໃຫ້ຜູ້ຄົນທັງຫຼາຍມີຄວາມເຊື່ອໝັ້ນ. ຖ້າພວກເຮົາໂຄສະນາໄດ້ດີ, ຈະປະສົບຜົນສຳເລັດ, ບໍ່ພຽງແຕ່ທາງດ້ານການທ່ອງທ່ຽວ, ເສດຖະກິດເທ່ົານັ້ນ, ຫາກທັງດ້ານການເມືອງ, ປະຫວັດສາດອີກດ້ວຍ”.
ອຽນຕື - ເຊິ່ງແມ່ນສູນກາງພຸດທະສາສະໜາຂອງຫວຽດນາມ
ເພື່ອຫັນຜະລິດຕະພັນທ່ອງທ່ຽວເປັນຫຼາຍຮູບຫຼາຍແບບ, ນຳມາເຊິ່ງນັກທ່ອງທ່ຽວລາຍການທີ່ເຕັມໄປດ້ວຍຄວາມໝາຍນັ້ນ. ທ່ານ ບູ່ຍດິ່ງຕ໋ວນ, ປະທານສະພາບໍລິຫານບໍລິສັດຕຸ່ງເລິມ ທີ່ພວມຂຸດຄົ້ນການທ່ອງທ່ຽວຢູ່ອຽນຕື, ໃຫ້ຮູ້ວ່າ:
“ນອກຈາກການທ່ອງທ່ຽວວັດທະນະທຳແຫ່ງຈິດວີນຍານໃນຍາມບຸນແລ້ວ, ພວກຂ້າພະເຈົ້າຍັງພັດທະນາຜະລິດຕະພັນທ່ອງທ່ຽວໃນລະດູຮ້ອນອີກດ້ວຍເພື່ອດຶງດູດລຸ້ນໜຸ່ມ, ກໍ່ສ້າງສູນວັດທະນະທຳອຽນຕື, ຫັນອຽນຕື ເປັນສູນສຶກສາວັດທະນະທຳ, ປະຫວັດສາດ, ມູນເຊື້ອຂອງຊາດ, ພ້ອມທັງສຶກສາກ່ຽວກັບສິນທຳ, ຄຸນສົມບັດໃຫ້ແກ່ລຸ້ນໜຸ່ມ. “
ເພື່ອມີລາຍການທ່ອງທ່ຽວແຫ່ງຈິດວີນຍານຢ່າງແທ້ຈິງ, ສິ່ງສຳຄັນກວ່າໝູ່ແມ່ນຕ້ອງສ້າງຄວາມແຕກຕ່າງກັນ, ນຳມາເຊິ່ງຄວາມໄໝ່ອ່ຽມໃຫ້ແກ່ນັກທ່ອງທ່ຽວ. ເມື່ອມີລາຍການທ່ອງທ່ຽວແຫ່ງຈິດວີນຍານຢູ່ທາງທິດຕາເວັນອອກສ່ຽງເໜືອ, ຈະເຮັດໃຫ້ຜະລິດຕະພັນທ່ອງທ່ຽວມີຫຼາຍຮູບຫຼາຍແບບ, ສ້າງກາລະໂອກາດຕື່ມອີກເພື່ອໃຫ້ນັກທ່ອງທ່ຽວເລືອກເຝັ້ນ.