(vovworld)- ກິລາຫວຽດນາມ ໄດ້ກ້າວເຂົ້າສູ່ຫນ້າປະຫວັດສາດໃຫມ່ ເມື່ອເປັນຄັ້ງທຳອິດ ທີ່ກິລາຫວຽດນາມ ຍາດໄດ້ຫລຽນຄຳໃນງານມະຫາກຳກິລາ (Olympic). ຜູ້ສ້າງຜົນງານດີເດັ່ນດັ່ງກ່າວ ນັ້ນແມ່ນນັກກິລາຍິງປືນ ຮ່ວາງຊວນວີງ. ທີ່ງານມະຫາກຳກິລາລະດູຮ້ອນປີ 2016 (Olympic 2016) ດຳເນີນໄປຢູ່ ປະເທດ ບຣາຊີນ, ນັກກິລາ ຍິງປືນ ຮ່ວາງຊວນວີງ ໄດ້ແຂ່ງຂັນດີເດັ່ນ ແລະ ຄ້ວາໄດ້ຫລຽນຄຳ ໃນປະເພດປືນລົມສັ້ນ 10 ແມັດເພດຊາຍ.
ນັກກິລາຍິງປືນ ຮ່ວາງຊວນວີງ
ພາບ:internet
|
ນັກກິລາ ຮ່ວາງຊວນວີງ ເກີດວັນທີ 6/10/1974 ຢູ່ ເທດສະບານ ເຊີນໄຕ, ຮ່າໂນ້ຍ. ເຖິງວ່າ ຮອດ ອາຍຸ 20 ປີ, ຮ່ວາງຊວນວີງ ຈື່ງສຳພັດກັບກິລາຍິງປືນກໍຕາມ, ແຕ່ເມື່ອຮອດອາຍຸ 24 ປີ, ນັກກິລາດີເດັ່ນຄົນນີ້ຍາດໄດ້ຜົນງານທຳອິດເມື່ອຄ້ວາໄດ້ຫລຽນຄຳໃນການແຂ່ງຂັນຍິງປືນໃນທົ່ວກອງທັບ. ຫລັງຈາກນັ້ນ 2 ປີ, ຮ່ວາງຊວນວີງ ຄ້ວາໄດ້ຫລຽນຄຳ ພ້ອມທັງທຳລາຍສະຖິຕິແຫ່ງຊາດໃນກິລາປະເພດຍິງປືນສັ້ນ 10 ແມັດເພດຊາຍ. ຜົນງານດັ່ງກ່າວແມ່ນພື້ນຖານເພື່ອໃຫ້ ຮ່ວາງຊວນວີງ ເຂົ້າຮ່ວມທິມ ຊາດກິລາປະເພດຍິງປືນ. ໃນພາລະກິດແຫ່ງການແຂ່ງຂັນຂອງຕົນ, ຮ່ວາງຊວນວີງ ມີຕາຕະລາງຜົນງານເປັນຫນ້າເອກອ້າງທະນົງໃຈ. ຮ່ວາງຊວນວີງ ຍາດໄດ້ ຫລຽນຄຳຫລາຍຫລຽນທີ່ງານມະຫາກຳກິລາ Sea Games ແລະ ຫລຽນຄຳໂລກ, ສ້າງສະຖິຕິໂລກ ແລະ ມາຮອດປະຈຸບັນ ແມ່ນຫລຽນຄຳ ທີ່ງານມະຫາກຳກິລາ Olympic.
ຕອນເຊົ້າວັນທີ 7/8/2016 ທີ່ງານແຂ່ງຂັນກິລາ Olympic, ນັກກິລາຍິງປືນ ຮ່ວາງຊວນວີງ ໄດ້ກ້າວເຂົ້າສູ່ຫນ້າປະຫວັດສາດໃຫມ່ຂອງຂະແຫນງກິລາຫວຽດນາມ ເມື່ອກາຍເປັນນັກກິລາຜູ້ທຳອິດຂອງຫວຽດນາມ ຄວ້າໄດ້ຫລຽນຄຳ Olympic. ດ້ວຍຜົນງານ 202,5 ຄະແນນ, ຮ່ວາງຊວນວີງ ຍັງເປັນນັກກິລາສ້າງສະຖິຕິ Olympic ໃນປະເພດຍິງປືນລົມສັ້ນ 10 ແມັດ ເພດຊາຍ. ນັກກິລາ ຮ່ວາງຊວນວີງ ແບ່ງປັນວ່າ:
“ເວລາແຂ່ງຂັນ, ຂ້າພະເຈົ້າຍາມໃດກໍຄິດວ່າ ເມື່ອປະສົບກັບຄວາມຫຍຸ້ງຍາກທີ່ສຸດ ຕົນເອງຕ້ອງພະຍາຍາມຈົນສຸດຄວາມສາມາດຂອງຕົນ. ນີ້ແມ່ນຄັ້ງແຂ່ງຂັນທີ່ມີຄວາມໝາຍທີ່ສຸດສຳລັບຂ້າພະເຈົ້າ, ບໍ່ພຽງແຕ່ແມ່ນການແຂ່ງຂັນທີ່ຄັບຂັນໃນຮອບຊີງຊະນະເລີດເທົ່ານັ້ນ ຫາກນັບທັງໃນວິວັດການການຝືກແອບ, ຝືກຝົນຫລໍ່ຫລອມອີກດ້ວຍ”
ນັກກິລາ ຮ່ວາງຊວນວີງ ກັຍຄູ່ຝຶກ ຫງວຽນທິຍຸງ
ພາບ:vietnamnet
|
ເພື່ອຍາດໄດ້ຜົນງານທີ່ດີໃນການແຂ່ງຂັນ Olympic ຮຽກຮອ້ງນັກກິລາຕ້ອງຜ່ານຜ່າການຝືກແອບທີ່ຫຍຸ້ງຍາກລຳບາກ, ຕ້ອງມີຄຸນນະທາດ ແລະ ຄວາມເກັ່ງກ້າສາມາດ. ສຳລັບນັກກິລາ ທີ່ມີອາຍຸກວ່າ 40 ປີ ຄືຮ່ວາງຊວນວີງ ຄ້ວາໄດ້ຫລຽນຄຳ Olympic ນັ້ນແມ່ນຄວາມມານະພະຍາຍາມເຫນືອຄວາມສາມາດ. ທ່ານ ຮວ່າງຫວີງຢາງ, ຮອງປະທານຜູ້ປະຈຳຄະນະກຳມະການ Olympic ຫວຽດນາມ ຕີລາຄາວ່າ:
“ຫລຽນຄຳຂອງ ຮ່ວາງຊວນວີງ ແມ່ນສິ່ງປະເສີດ ຂອງກິລາຫວຽດນາມ. ສິ່ງປະເສີດນີ້ແມ່ນຄວາມໄຝ່ຝັນຂອງນັກກິລາ, ພະນັກງານເຮັດວຽກງານກິລາ ຫລາຍລຸ້ນຄົນ. ຫລຽນຄຳຊື່ງ ຮ່ວາງຊວນວີງ ຍາດມາໄດ້ນັ້ນມີຄວາມໝາຍທີ່ສຸດ, ເຮັດໃຫ້ຜູ້ນິຍົມກິລາຫວຽດນາມມີຄວາມປິຕິຊົມຊື່ນ, ຍົກສູງທີ່ຕັ້ງບົດບາດຂອງກິລາຫວຽດນາມໃນເວທີສາກົນ”
ເມື່ອເວົ້າເຖິງລູກສິດຂອງຕົນ, ຄູ່ຝຶກ ຫງວຽນທິຍຸງ ໃຫ້ຮູ້ວ່າ:
“ທີ່ບັນດາງານມະຫາກຳກິລາ Olympic ຫລື ງານມະຫາກຳກິລາ ອາຊີ ກ່ອນນີ້ ຮ່ວາງຊວນວີງ ຍັງບໍ່ທັນຍາດມາໄດ້ຜົນງານດີເດັ່ນ. ແຕ່ໃນງານມະຫາກຳກິລາ Olympic ຄັ້ງນີ້ ຮ່ວາງຊວນວີງຍາດໄດ້ໄຊຊະນະກະໂດດຂັ້ນ. ຮ່ວາງຊວນວີງ ໄດ້ນຳມາເຊິ່ງຄວາມສະຫງ່າລາສີມາໃຫ້ປະເທດຊາດ.”
ຜົນງານຂອງຮ່ວາງຊວນວີງ ໄດ້ເຮັດໃຫ້ວົງການສື່ມວນຊົນສາກົນ ຍ້ອງຍໍ ແລະ ນິຍົມຊົມຍ້ອງ. ສຳນັກຂ່າວສານ Reuters ໄດ້ມີບົດຂຽນດ້ວຍຫົວຂໍ້ວ່າ: “ຮ່ວາງຊວນວີງ ກາຍເປັນນັກກິລາ ຫວຽດນາມ ຜູ້ທຳອິດໃນປະຫວັດສາດ ທີ່ຄ້ວາໄດ້ຫລຽນຄຳໃນງານມະຫາກຳກິລາ Olympic. ວິທະຍຸ BBC ຂອງອັງກິດໄດ້ໃຫ້ຂ່າວວ່າ: “ຫວຽດນາມ ຄ້ວາໄດ້ຫລຽນຄຳທີ່ງານມະຫາກຳກິລາ Olympic ເປັນຄັ້ງທຳອິດໃນປະຫວັດສາດ ເມື່ອຮ່ວາງຊວນວີງ ຍາດໄດ້ໄຊຊະນະໃນປະເພດກິລາຍິງປືນລົມສັ້ນ 10 ແມັດສຳລັບ ເພດຊາຍ. ສ່ວນເຄືອຂ່າຍສັງຄົມ Twitter, ສຳນັກຂ່າວສານ CNN ຂອງ ອາເມລິກາ ໄດ້ຕີລາຄາ
ຮ່ວາງຊວນວີງ ແມ່ນເທບນິຍາຍຂອງກິລາ ຫວຽດນາມ ເມື່ອຍາດໄດ້ຫລຽນຄຳທີ່ງານມະຫາກຳກິລາ Olympic.
ນັບແຕ່ເມື່ອ ຫວຽດນາມ ເຂົ້າຮ່ວມງານມະຫາກຳກິລາ Olympic, ນີ້ເປັນຄັ້ງທຳອິດໃນປະຫວັດສາດທີ່ງານມະຫາກຳກິລາ Olympic ຄັ້ງຕ່າງໆ, ທຸງຊາດຫວຽດນາມໄດ້ຊັກຂຶ້ນ, ເພງຊາດຫວຽດນາມໄດ້ດັງກອ້ງກັງວານໄປທົ່ວໃນສະຫນາມແຂ່ງຂັນກິລາ ໃນ Olympic. ຜົນງານຂອງນັກກິລາຍິງປືນ ຮ່ວາງຊວນວີງ ໄດ້ກ້າວເຂົ້າສູ່ຫນ້າປະຫວັດສາດກິລາຫວຽດນາມ ແລະ ປະຫວັດສາດ Olympic. ພັນເອກ ຮ່ວາງຊວນວີງ ນັກກິລາຍິງປືນແຖວຫນ້າຂອງຫວຽດນາມ ໄດ້ສົມເປັນຄວາມເອກອ້າງທະນົງໃຈຂອງກິລາຫວຽດນາມ.