ຄວາມໄຝ່ຝັນຢາກໄປຢ້ຽມຢາມຫມູ່ເກາະເຈືອງຊາທີ່ຂຶ້ນເມືອງເຈືອງຊາແຂວງແຄ້ງຮ່ວາ, ດິນແດນແຫ່ງສັກກະຫຼະບູຊາຂອງປະເທດຊາດ ກໍແມ່ນຄວາມຫວັງຂອງຊາວຫວຽດນາມນັບລ້ານຄົນເວົ້າລວມ ແລະ ຂອງນັກຂ່າວມີ້ຈາຂອງ vov ເວົ້າສະເພາະ. ເຖິງວ່າການເດີນທາງໄປຍັງຫມູ່ເກາະເຈືອງຊາ ແມ່ນເຕັມໄປດ້ວຍຄວາມລຳບາກກໍຕາມ, ແຕ່ນັກຂ່າວມີ້ຈາໄດ້ຜ່ານຜ່າຄວາມຫຍຸ້ງຍາກເພື່ອຫັນຄວາມໄຝ່ຝັນໃຫ້ປະກົດຜົນເປັນຈິງ ແລະ ພ້ອມກັບບັນດານັກຂ່າວສ້າງໃຫ້ມີງານວາງສະແດງ “ ເຈືອງຊາ-ຈຸດນັດພົບ” ຊຶ່ງຫາກໍຖືກໄຂຂຶ້ນໃນວັນທີ 30/8 ຢູ່ຮ່າໂນ້ຍ.
ຮູບຖ່າຍກ່ຽວກັບຄວາມງາມຂອງທະຫານເຮືອໂດຍນັກຂ່າວມີ້ຈາຖ່າຍເອົາໃນການເດີນທາງໄປຢ້ຽມຢາມໝູ່ເກາະເຈືອງຊາ |
ຊາ ນັກຂ່າວມີ້ຈາເປີດເຜີຍວ່າ :
“ ເກືອບ 20 ປີແຫ່ງການປະກອບອາຊີບເປັນນັກຂ່າວ, ຄວາມໄຝ່ຝັນຢາກໄປຢ້ຽມຢາມຫມູ່ເກາະເຈືອງຊາຍາມໃດກໍປະກົດຂຶ້ນໃນຈິດໃຈຂອງຕົນ. ຂ້າພະເຈົ້າເຄີຍຄິດວ່າ ເຈືອງຊາ ບໍ່ສະຫງວນໃຫ້ແກ່ແມ່ຍິງ ແລະ ຄວາມອ່ອນແອ. ແຕ່ຄວາມໄຝ່ຝັນຢາກໄປຢ້ຽມຢາມຫມູ່ເກາະເຈືອງຊາເພື່ອຊອກຫາບັນດາຮູບພາບ ແລະ ຂໍ້ມູນນັບມື້ນັບແຮງກ້າຫຼາຍຂຶ້ນ. ອັນໄດ້ພາໃຫ້ຂ້າພະເຈົ້າມີຄວາມຫານກ້າໄປເທື່ອໜຶ່ງ ”
ໃນຊຸມມື້ຕົ້ນເດືອນ 6, ຂະນະທີ່ອາກາດພວກຖືກຜົນກະທ້ອນຈາກສະພາບຄວາມກົດດັນອາກາດຕ່ຳ, ກຳປັ່ນເຈືອງຊາ 571 ໄດ້ສົ່ງຄະນະປະຕິບັດງານເດີນທະເລໄປຍັງຫມູ່ເກາະເຈືອງຊາ, ໃນນັ້ນມີການເຂົ້າຮ່ວມຂອງ ນັກຂ່າວມີ້ຈາ. ນັກຂ່າວມີ້ຈາໃຫ້ຮູ້ວ່າ ດ້ວຍການເດີນທະເລຜ່ານຄື້ນຟອງທີ່ລຳບາກເປັນເວລາ 2ວັນ ແລະ ຄືນ, ແຕ່ເມື່ອຢຽບບາດຕີນກ້າວທຳອິດບົນດິນແດນເຈືອງຊານັ້ນ, ນາງໄດ້ຕົກສະເງີ້ຕໍ່ໜ້າຄວາມງາມແບບໃຫຍ່ໂຕມະໂຫຖານຂອງທະເລໝູ່ເກາະ ບ້ານເກີດເມືອງນອນ, ນາງໄດ້ລືມຄວາມອິດເມື່ອຍ, ເອົາກ້ອງຖ່າຍຮູບມາຖ່າຍເອົາບັນດາຄວາມງາມເຫຼົ້ານີ້. ນັກຂ່າວມີ້ຈາ ເວົ້າວ່າ :
“ ຂ້າພະເຈົ້າບໍ່ພາດໂອກາດເພື່ອຖ່າຍເອົາທຸກສິ່ງທຸກຢ່າງໃນເຈືອງຊາ. ຄວາມຄອງຄອຍ ແລະ ຄວາມໄຝ່ຝັນທຸກຢ່າງ, ຂ້າພະເຈົ້າໄດ້ສະຫງວນເຂົ້າໃນຮູບຖ່າຍທັງໝົດເຫຼົ່ານີ້. ຂ້າພະເຈົ້າໄດ້ເຫັນປະຈັກຕາເວລາເກີດຝົນຕົກຢູ່ເຈືອງຊາ, ພາຍຫຼັງທີ່ຝົນເອື້ອນແລ້ວ, ກໍປະກົດມີສາຍຮຸງໃນຂອບຟ້າ ”
ຈັບເອົາຊຸດຮູບຖ່າຍໃນມື, ນັກຂ່າວມີ້ຈາໄດ້ແນະນຳກ່ຽວກັບຮູບຖ່າຍແຕ່ລະແຜ່ນໂດຍນາງໄດ້ຖ່າຍເອົາໃນການເດີນທາງໄປຢ້ຽມຢາມເຈືອງຊາ. ມີຮູບຖ່າຍຮ້ານເວນຍາມ DK , ມີຮູບຖ່າຍກ່ຽວກັບກຳປັ່ນພວມເດີນທະເລຜ່ານຄື້ນທະເລໃຫຍ່… ນັກຂ່າວມີ້ຈາ ເວົ້າຕໍ່ໄປວ່າ :
“ ຂ້າພະເຈົ້າໄດ້ຖ່າຍເອົາຮູບນັບພັນແຜ່ນ. ເພາະ ເຮົາຄິດວ່າ ບໍ່ຮູ້ວ່າຈະຮອດຍາມໃດຈຶ່ງມີໂອກາດໄດ້ກັບຄືນ ຫມູ່ເກາະເຈືອງຊາ. ດັ່ງນັ້ນເຮົາໄດ້ພະຍາຍາມບັນທຶກເອົາຮູບພາບໃນຊວງເວລາຢູ່ ຫມູ່ເກາະເຈືອງຊາ ”
ກວ່າ 2 ເດືອນນັບແຕ່ວັນໄດ້ອຳລາຈາກ ຫມູ່ເກາະເຈືອງຊາ, ນອກຈາກບັນດາບົດຂຽນກ່ຽວກັບ ຫມູ່ເກາະເຈືອງຊາແລ້ວ, ນັກຂ່າວມີ້ຈາໄດ້ມີຄວາມຫວັງຢາກເຮັດໄດ້ຫຼາຍສິ່ງໃຫ້ແກ່ເຈືອງຊາຕື່ມອີກ, ໃນນັ້ນມີ ງານວາງສະແດງ “ ເຈືອງຊາ-ຈຸດນັດພົບ”. ນາງ ຫງວທິທູເຮືອງ ປະທານສະໂມສອນໄວໜຸ່ມເພື່ອທະເລໝູ່ເກາະ ບ້ານເກີດເມືອງນອນໃຫ້ຮູ້ວ່າ : ນັກຂ່າວມີ້ຈາແມ່ນນັກຂ່າວຍິງຄົນທຳອິດ ຈັດຕັ້ງງານວາງສະແດງກ່ຽວກັບເຈືອງຊາ. ນາງ ຫງວທິທູເຮືອງ ເວົ້າວ່າ :
“ ຂ້າພະເຈົ້າມີຄວາມພາກພູມໃຈເມື່ອເຫັນວ່າ ມີນັກຂ່າວຍິງໄດ້ເດີນທາງໄປຍັງ ຫມູ່ເກາະເຈືອງຊາ້ດວຍຄວາມກະຕືລືລົ້ນ, ຄວາມເມົາມົວ, ຄວາມຮັກທະເລຫມູ່ເກາະ ແລະ ປະເທດຊາດ. ດັ່ງນັ້ນ ບໍ່ມີເຫດຜົນຫຍັງທີ່ຈະບໍ່ແບ່ງປັນສິ່ງນັ້ນກັບຫມູ່ເພື່ອນທຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ. ງານວາງສະແດງ “ ເຈືອງຊາ-ຈຸດນັດພົບ” ໄດ້ຮັບການຕອບສະໜອງຈາກບັນດາໝູ່ເພື່ອນທັງໃກ້ ແລະ ໄກ, ຈາກລຸ່ນໜຸ່ມຕະຫຼອດຮອດຜູ້ເຖົ້າຜູ້ແກ່ ” .