ທ່ານ ດິງກວາງບາວ ສ້າງຕັ້ງບໍລິສັດ ລາໂດຢາ
ຜະລິດສະເພາະຜະລິດຕະພັນຈາກໜັງ
(ພາບ: HM)
ປີ 1992, ທ່ານ ດິງກວາງບາວ ສ້າງຕັ້ງບໍລິສັດ ລາໂດຢາ ຜະລິດສະເພາະຜະລິດຕະພັນຈາກໜັງ. ພາຍໃຕ້ການຊີ້ນຳນຳພາຂອງນັກທຸລະກິດ ດິງກວາງບາວ, ໃນ 24 ປີຜ່ານມາ ບໍລິສັດ ລາໂດຢາ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ. ບໍລິສັດ ລາໂດຢາ ຂະຫຍາຍຕະຫຼາດຢູ່ພາຍໃນປະເທດ, ເປີດກວ້າງຕົວແທນຈຳໜ່າຍຢູ່ບັນດາແຂວງພາກເໜືອຕື່ມອີກ ຈາກ 20 ແຫ່ງເພີ່ມຂຶ້ນເຖິງ 300 ແຫ່ງໃນປະຈຸບັນ. ຜະລິດຕະພັນຂອງ ລາໂດຢາ ໄດ້ຮັບການເລືອກເຟັ້ນຈາກຜູ້ໃຊ້ສອຍວ່າເປັນ “ສິນຄ້າ ຫວຽດນາມ ທີ່ມີຄຸນນະພາບສູງ” ໃນ 20 ປີຢ່າງລຽນຕິດ. ໃນຫຼາຍປີຜ່ານມາ, ຜະລິດຕະພັນກະເປົາໜັງຂອງບໍລິສັດເຄີຍໄດ້ນຳໃຊ້ໃນບັນດາກອງປະຊຸມ, ກອງປະຊຸມສຳມະນາສາກົນຂະໜາດໃຫຍ່ທີ່ຈັດຕັ້ງຢູ່ ຫວຽດນາມ. ນັກທຸລະກິດ ດິງກວາງບາວ ໃຫ້ຮູ້ວ່າ:”ພວກຂ້າພະເຈົ້າກຳນົດວ່າຄຸນນະພາບແມ່ນຄວາມເປັນຕາຍຂອງວິສາຫະກິດ. ທັດສະນະຂອງຂ້າພະເຈົ້າແມ່ນຕ້ອງເຮັດໄດ້ດີ, ເພື່ອໃຫ້ຜູ້ໃຊ້ສອຍໂຄສະນາໃຫ້ຜະລິດຕະພັນຂອງຕົນ. ຕ້ອງເຮັດແນວໃດເພື່ອໃຫ້ວິສາຫະກິດພັດທະນາໄດ້ ແລະ ຜະລິດຕະພັນຂອງບໍລິສັດຍາມໃດກໍ່ຮັບຄວາມນິຍົມຈາກຕະຫຼາດ”.
ໂດຍຖືຜົນສຳເລັດຂອງບໍລິສັດ ສ່ວນໜຶ່ງແມ່ນມາຈາກຜູ້ອອກແຮງງານ, ດັ່ງນັ້ນຜູ້ອຳນວຍການ ດິງກວາງບາວ ຍາມໃດກໍ່ເອົາໃຈໃສ່ເບິ່ງແຍງເຖິງຊີວິດການເປັນຢູ່ຂອງກຳມະກອນທີ່ເຮັດວຽກໃນບໍລິສັດ. ໃນບໍລິສັດມີກຳມະກອນປະມານ 500 ຄົນ, ເງິນເດືອນສະເລ່ຍຂອງກຳມະກອນແມ່ນ 6 ລ້ານດົ່ງ/ຄົນ/ເດືອນ. ນອກຈາກບັນດາລະບອບຕາມກຳນົດແລ້ວ, ລາໂດຢາ ຍັງມີຄວາມເອົາໃຈໃສ່ຫຼາຍຢ່າງເຖິງຜູ້ອອກແຮງງານອີກ, ເຊັ່ນ: ມີກົນໄກຍ້ອງຍໍ, ປຸກລະດົມເພີ່ມສະມັດຕະພາບ; ກໍ່ສ້າງເຮືອນ, ສ້າງໜ່ວຍປູກຜັກ ແລະ ລ້ຽງສັດ… ແຕ່ລະປີ, ບໍລິສັດຍັງສະຫງວນເງິນ 500 ລ້ານດົ່ງເພື່ອເຮັດວຽກງານກຸສົນສັງຄົມ. ເອື້ອຍ ດິງແທງຮ່າ, ຜູ້ອຳນວຍການຝ່າຍບໍລິຫານ, ປະທານກຳມະບານບໍລິສັດ ລາໂດຢາ, ໃຫ້ຮູ້ວ່າ: “ຂ້າພະເຈົ້າໄດ້ມີຄວາມສະໜິດຕິດພັນກັບບໍລິສັດເປັນເວລາ 23 ປີແລ້ວ. ຄະນະນຳໃນບໍລິສັດຍາມໃດກໍ່ມີນ້ຳໃຈສາມັກຄີ, ຊ່ວຍເຫຼືອກັນໃນວຽກງານ ກໍ່ຄືໃນການດຳເນີນຊີວິດ. ຂ້າພະເຈົ້າຕີລາຄາສູງທ່ານປະທານສະພາບໍລິຫານບໍລິສັດ ດິງກວາງບາວ. ຍາມໃດທ່ານກໍ່ເບິ່ງແຍງດູແລເຖິງຊີວິດການເປັນຢູ່ຂອງຜູ້ອອກແຮງງານ ແລະ ຕັ້ງໜ້າເຂົ້າຮ່ວມວຽກງານຮັບປະກັນຊີວິດສັງຄົມ”.
ນັກທຸລະກິດ ດິງກວາງບາວ ພ້ອມກັບຖັນແຖວການນຳບໍລິສັດ ລາໂດຢາ ໄດ້ວາງນະໂຍບາຍດຳເນີນທຸລະກິດ, ຄົ້ນຄ້ວາປົວແປງເຕັກໂນໂລຢີຜະລິດ, ລົງທຶນປະກອບເຄື່ອງຈັກທີ່ທັນສະໄໝຂອງໄຕ້ຫວັນ (ຈີນ), ຍີ່ປຸ່ນ, ເພື່ອຍົກສູງສະມັດຕະພາບ ແລະ ຄຸນນະພາບຜະລິດຕະພັນ. ຖັນແຖວພະນັກງານ, ພາລະກອນຂອງ ລາໂດຢາ ກໍ່ປະດິດສ້າງຜະລິດຕະພັນໃໝ່ຫຼາຍແບບທີ່ເໝາະສົມກັບຄວາມນິຍົມຂອງຜູ້ໃຊ້ສອຍ. ໂດຍເຮັດວຽກຢູ່ບໍລິສັດ ລາໂດຢາ ເປັນເວລາ 20 ປີ, ເອື້ອຍ ເຢືອງກວີ່ນງາ ແບ່ງປັນວ່າ: “ທ່ານປະທານ ດິງກວາງບາວ ໄດ້ຊີ້ນຳນຳພາບໍລິສັດນັບມື້ນັບພັດທະນາກວ່າ, ສ້າງວຽກເຮັດງານທຳໃຫ້ກຳມະກອນນັບມື້ນັບຫຼາຍ. ທ່ານແມ່ນຜູ້ມີຄວາມໃກ້ຊິດຕິດແທດກັບກຳມະກອນ, ການເຄື່ອນໄຫວທັງໝົດເຊັ່ນກຳມະບານ, ຊາວໜຸ່ມ… ທ່ານລ້ວນແຕ່ເຂົ້າຮ່ວມ. ລະບອບອຸດໜູນຢູ່ທີ່ນີ້ກໍ່ຕ່າງກັບບໍລິສັດອື່ນໆ. ພິເສດ, ແມ່ຍິງມີເງິນເດືອນສູງກວ່າຜູ້ຊາຍ 5%, ແຕ່ລະເດືອນໄດ້ມີເງິນເພີ່ມ 100.000 ດົ່ງເພື່ອລ້ຽງລູກນ້ອຍ, ຝາກເດັກຢູ່ເຮືອນເດັກຂອງບໍລິສັດ. ຜູ້ໃດຄອບຄົວຢູ່ໄກ, ບໍລິສັດກໍ່ມີເຮືອນໃຫ້ກຳມະກອນຢູ່.”
ດ້ວຍການປະກອບສ່ວນຂອງຕົນ. ນັກທຸລະກິດ ດິງກວາງບາວ ໄດ້ຮັບຫຼຽນໄຊແຮງງານຊັ້ນສາມຈາກປະທານປະເທດ, ແລະ ຮັບໃບຍ້ອງຍໍຈາກຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ. ສ່ວນບໍລິສັດ ລາໂດຢາ ກໍ່ເຄີຍໄດ້ຮັບຫຼຽນໄຊແຮງງານຊັ້ນສອງ ແລະ ໃບຍ້ອງຍໍຂອງນາຍົກລັດຖະມົນຕີ.
ເຖິງວ່າປີນີ້ມີອາຍຸ 80 ປີແລ້ວກໍ່ຕາມ, ແຕ່ນັກທຸລະກິດ ດິງກວາງບາວ ຍັງຄົງສຸດຈິດສຸດໃຈ ແລະ ຕິດພັນກັບອາຊີບໜັງທີ່ເປັນມູນເຊື້ອຢູ່, ດ້ວຍຄວາມປາຖະໜາຢາກອຸທິດສ່ວນໃຫ້ປະເທດຫຼາຍກວ່າອີກ. ແລະ ຫວັງວ່າບໍລິສັດນັບມື້ນັບເຕີບໃຫຍ່, ບືນຕົວຂຶ້ນ ແລະ ຂະຫຍາຍອອກສູ່ຕ່າງປະເທດເທື່ອລະກ້າວ.