ນາຍຄູປະຊາຊົນ ເລີມ Es ຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມີນ


(vovworld)- ປະ​ຊາ​ຊົນ​ເຜົ່າ ຂະ​ແມ ຢູ່ແຂວງ ຊອກ​ຈັງ ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ນາ​ຍ​ຄູ​ປະ​ຊາ​ຊົນ ເລີມ Es (Lam Es) ຊື່ງ​ແມ່ນ​ອ້າຍ​ຄູ​​ແບບ​ຢ່າງ, ຕະ​ຫລອດ​ຊີ​ວິດ​ແມ່ນ​ຮັບ​ໃຊ້​ພາ​ລະ​ກິດ​ການ​ສຶກ​ສາ. ທ່ານ​ແມ່ນ​ນາຍ​ຄູ​ຄົນ​ທຳ​ອິດ​ຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ໄດ້​ຮັບ​ນາມ​ມະ​ຍົດ​ແມ່ນ​ນາຍ​ຄູ​ປະ​ຊາ​ຊົນ.

ນາຍຄູປະຊາຊົນ ເລີມ Es ຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມີນ - ảnh 1
ນາຍ​ຄູ​ປະ​ຊາ​ຊົນ ເລີມ Es
photo:giaoduc.edu

        ນາຍ​ຄູ ເລີມ Es ເກີດ​ປີ 1940 ຢູ່ ຕາ​ແສງ ແທ້ງ​ຟູ, ເມືອງ ໝີ​ຊວຽນ ແຂວງ ຊອກ​ຈັງ. ທ່ານ​ເປັນ​ລູ​ກ່ຳ​​ພອຍພໍ່​ມາ​ແຕ່​ຄາວ​ຍັງ​ນ້ອຍ, ຄອບ​ຄົວ​ຂອງ​ທ່ານ​​ແມ່ນ​ຄອບ​ຄົວ​ທຸກ​ຍາກ. ຍາດ​ຕິ​ພີ່​ນ້ອງ, ອ້າຍ​ນ້ອງ​ຖືກ​ໂລກ​​ພະ​ຍ​າດ, ບໍ່​ມີ​ເງື່ອນ​ໄຂ​ເພື່ອ​ປິ່ນ​ປົວພະ​ຍາດ​ສະ​ນັ້ນ​​ຫລາຍ​ຄົນໃນ​ຄອບ​ຄົວຖືກ​ເສຍ​ຊີ​ວິດ. ແມ່ ຂອງ ເລີມ Es ໄດ້​ສົ່ງ​ທ່ານ​​ເຂົ້າ​ວັດ​ ດ້າຍ​ເຕີມ ເພື່ອ​ຮຽນ​ຫນັງ​ສື ແລະ ຮຽນຄຳ​ພີ​ທາງ​ສາ​ສະ​ຫ​ນາ.ເຖິງວ່າ​ທ່ານ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫລາຍຢ່າງ​ກໍ​ຕາມ ແຕ່ ເລີມ Es ແມ່ນ​ຄົນ​ດຸ​ໝັ່ນ​ໃນ​ການ​ຮ່ຳ​ຮຽນ ແລະ ​ຮຽນ​ເກັ່ງ​ອີກ​ດ້ວຍ. ​ເມື່ອ​ຮຽນ​ຈົບ ປ​ໍ 5, ເລີມ Es ໄດ້​ຮັບ​ທຶນ​ສຶກ​ສາ​ເຂົ້າ​ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ຕົ້ນ ຄາຍ​ຈີ ຊື່ງ​ແມ່ນ​ໂຮງ​ຮຽນ​ທີ່​ມີ​ຊື່​ສຽງ​ຢູ່ ເທດ​ສະ​ບານ ຊອກ​ຈັງ. ເມື່ອ​ຮຽນ​ຈົບ ມໍ 4 ເລີມ Es ກັບ​ຄືນ​ເມ​ືອ​ວັດ ດ້າຍ​ເຕີມ ສືບ​ທອດ​ອາ​ຊີບ​ຄູ ​ເພື່ອ​ ສອນ​ຫ​ນັງ​ສື​ໃຫ້​ນັກ​ຮຽນ​ທຸກ​ຍາກ​ໂດຍບໍ່​ເກັບ​ຄ່າ ແລະ ເສັ້ນ​ທາງ​ກ​ານ​ຮຽນ​ດ້ວຍ​ຕົນ​ເອງ​ຂອງ​ທ່ານ​ແມ່ນ​ເລີ່ມ​ຈາກນັ້ນ. ເລີມ Es ໃຫ້​ຮູ້​ວ່າ ເລື່ອງ​ການ​ສອນ ທັງ​ປັບ​ປຸງ​ຄວາມ​ຮູ້​ ທີ່​ມີ​ຢູ່​ແລ້ວ ໃຫ້​ຕົນ​ເອງ​ ແລະ ທັງ​ວາງ​ອອກ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ໃຫມ່ໃນ​ການ​ຮ່ຳ​ຮຽນ​ເອງ. ທ່ານ​ເລີ່ມ​ຮຽນ​ພາ​ສາ​ອັງ​ກິດ, ຝ​ລັ່ງ ແລະ ​ແລ້ວ​​ນຳ​ເອົາ​ຄວາມ​ຮູ້​ຂອງ​ຕົນ​ມາສອນ​ໃຫ້​ພວກ​ນ້ອງ​ນັກ​ຮຽນ. ວັດ ດ້າຍ​ເຕີມ ໃນ​ຄາວນັ້ນ ແມ່ນ​ວັດ​ແຫ່ງ​ທຳ​ອິດ​ມີ​ບັນ​ດາ​ຫ້ອງ​ຮຽນ ທັງສອນ​ພາ​ສາ​ຫວຽດ, ຂະ​ແມ ແລະ ອັງ​ກິດ, ຝ​ລັ່ງ ໂດຍບໍ່​ເກັບ​ຄ່າ. ເລີມ Es ຖື​ການ​ຮຳ​່​ຮຽນ​ຈາກ​ຜູ້​ຮຽ​ນ​ເກັ່ງ​ກວ່າ​ເພື່ອ​ສອນ​ໃຫ້​ຜູ້ບໍ່​ທັນ​ຮູ້ ນັ້ນ​ແມ່ນ​ຫ​ນ້າ​ທີ່ ແລະ ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ສຸດ​ໃນ​ຊີ​ວິ​​ດ​ຂອງທ່ານ.

        “ຕ້ອງ​ຮ່ຳ​ຮຽນ​ຈາກ​ປະ​ຊາ​ຊົນ, ຈາກ​ຜູ້​ເຖົ້າ​ຜູ້​ແກ່​​ທີ່ມີ​ປະ​ສົບ​ການ, ຈາກ​ນັກ​ບວດ​ມີ​ບົດ​ຮຽນ ເພື່ອ​ເຮັດ​ແນວ​ໃດ​ໃຫ້​ທຸກ​ຄົນມີ​ຄວາມ​ເຂົ້າ​ໃຈ​ງ່າຍ, ຈື່ ງ່າຍ. ຂ້າ​ພະ​ເຈົ້າ​ເລີ່ມ​ຕົ້ນ​ການ​ສິດ​ສອນ​ນັບ​ແຕ່​ປີ 1971 ເພື່ອ​ປະ​ຕິ​ບັດ​ການ​ລົບ​ລ້າງ​ການ​​ກືກ​ຫ​ນັງ​ສື, ນັບ​ທ​ັງ​ພາ​ສາ ຂະ​ແມ, ພາ​ສາ​ຫວຽດ ແລະ ພາ​ສາ​ຕ່າງ​ປະ​ເທດ​ຄື ອັງ​ກິດ, ຝ​ລັ່ງ.”

ນາຍຄູປະຊາຊົນ ເລີມ Es ຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມີນ - ảnh 2

ນາຍ​ຄູເລີມ Es ມອບ​ທຶນ​ສຶກ​ສາ​ໃຫ້​ນັກ​ຮຽນ
photo: soctrang.gov.vn

        ພາຍ​ຫລັງ​ພາກ​ໃຕ້​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມ​ບູນ, ອຳ​ນາດ​ການ​ປົກ​ຄອງ​ສົ່ງ​ເສີມ​ປະ​ຊາ​ຊົນ​ຮ່ຳ​ຮຽນ, ເລີມ Es  ​ຈຶ່ງມີ​ເງື່ອນ​ໄຂ​ ແລະ ຍິ່ງ​ຕັດ​ສິນ​​ໃຈຮ່ຳ​ຮຽ​ນ​ຕໍ່. ໂດຍ​ແມ່ນ​​ອ້າຍ​ຄູ​ຫ​ນຸ່ມ ແຕ່​ມີ​ອິດ​ທິ​ພົນ​ຊື່​ສຽງ​ຢູ່​ທ້ອງ​ຖິ່ນ, ທ່ານ​​ຖ​ືກ​ສົ່ງ​ເຂົ້າ​ເຮັດ​ວຽກ​ຢູ່​ພະ​ແນກ​ສຶກ​ສາ​ ແຂວງ ເຫົ້າ​ຢາງ. ທັງ​ເຮັດ​ວຽກ, ທັງ​ຮຽນ​ຈົບ​ຊັ້ນ​ມັດ​ທະ​ຍົມ, ແລ້ວ​ຮຽນ​ຕໍ່​ມະ​ຫາ​ວິ​ທະ​ຍາ​ໄລ, ພ້ອມ​ທັງ​ຮຽບ​ຮຽງ​ເອ​ກະ​ສານ, ບົດ​ຮຽນ​ໃນ​ການ​ສິດ​ສອນ​ເພື່ອສ້າງ​ເປັນ​ປື້ມ​ແນະ​ນຳ​ການ​ສອນ​ພາ​ສາ​ຂະ​ແມ​ໃຫ້​ແກ່​ພະ​ນັກ​ງານ​ຫ​ນຸ່ມ. ແຕ່​ປີ 1992, ທ່ານ​ຮັບ​ດຳ​ລົງ​ຕຳ​ແຫ​ນ່ງ​ເປັນ​ຮອງ​ຫົວ​ຫ​ນ້າ​ພະ​ແນກ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ແຂວງ ຊອກ​ຈັງ ແຕ່​ທ່ານ​ຍັງ​ຄົງ​ຫ້າວ​ຫັນ​ກັບ​ວຽກ​ງານ​ຮຽບ​ຮຽງ​ຊຸດ​​ປື້​ມຫລັກ​ສູດ​ພາ​ສາ ຂະ​ແມ​ໃຫ້​ສຳ​ເລັດ. ກິດ​ຈະ​ກຳ​ນີ້​ ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ນຳ​ເຂົ້າ​ການ​ສິດ​ສອນ​ໃຫ້​ນັກ​ຮຽນ ຂະ​ແມ ພາກ​ໃຕ້ ຢູ່ ບັນ​ດາ​ໂຮງ​ຮຽນ​ກິນນອນ​ຊົນ​ເຜົ່າ.

        ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫລາຍ​ຢ່າງ, ປີ 2002, ເລີມ Es ເປັນ​ກຽດ ໄດ້​ຮັບ​ນາມ​ມະ​ຍົດ​ອັນ​ສູງ​ສົ່ງເປັນນາຍ​ຄູ​ປ​ະ​ຊາ​ຊົນ​ຜູ້​ທຳ​ອິດ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ໂດຍ​ລັດ​ມອບ​ໃຫ້. ປີ 2003, ທ່ານ ເລີມ Es ໄດ້​ອອກ​ກິນ​ເບ້ຍ​ບຳ​ນານ ແຕ່​ທ່ານ​ຍັງ​ຄົງ​ສືບ​ຕໍ່​ອຸ​ທິດ​ສ່ວນ​ໃຫ້​ຂະ​ແຫນງ​ສຶກ​ສາ ໃນ​ຖາ​ນະ​ເປັນ​ປະ​ທານ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຮຽນ​ຢູ່​ແຂວງ ຊອກ​ຈັງ. ທ່ານ ລີ​ໂຣ​ທາ, ຮອງ​ຫົວ​ຫ​ນ້າ​ພະ​ແນກ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ແຂວງ ຊອກ​ຈັງ ໃຫ້​ຮູ້​ວ່າ: ແຂວງ ພວມ​ສະ​ເຫ​ນີ​ລັດ ພິ​ຈາ​ລະ​ນາ​ມອບ​ລາງວັນ​ໂຮ່​ຈິ​ມີນ ໃຫ້​ອ້າຍ​ຄູ ເລີມ Es.

          “ຫວ່າງ​ແລ້ວນີ້ ແຂວງ ຊອກ​ຈັງ ກໍ​ຄັດ​ເລືອກ ອ້າຍ​ຄູ ເລີມ Es ເພື່ອ​ສະ​ເຫ​ນີໃຫ້​ລັດ​ພິ​ຈາ​ລະ​ນາ​ມອບ​ລາງວັນ ໂຮ່​ຈິ​ມີນ ເພາະ​ວ່າ ອ້າຍ​ຄູ ເລີມ Es ໄດ້​ຮຽບ​ຮຽງ​ຊຸດ​ປື້ມກໍ່​ສ້າງ​ຄູ​ອາ​ຈານ​ສອນ​ພາ​ສາ ຂະ​ແມ ແລະ ຊຸດ​ປື້ມ​ຫລັກ​ສູດ​ໃຫ້​ພວກ​ນ້ອງ​ນັກ​ຮຽນ​ແຕ່​ຊັ້ນ​ປະ​ຖົມ​ຕະ​ຫລອດ​ຮອດ​ຊັ້ນ​ມັດ​ທະ​ຍົມ. ໃນ​ໄລ​ຍະ​ດຳ​ລົງ​ຕຳ​ແຫ​ນ່ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຮຽນ ຢູ່ ແຂວງ ຊອກ​ຈັງ, ອ້າຍ​ຄູ ໄດ້​ຂົນ​ຂວາຍ​ບັນ​ດາ​ ຜູ້​ໃຈ​ບຸນ​ໃຈ​ກຸ​ສົນ ເພື່ອ​ຫ​ນູນ​ຊ່ວຍ​ພວ​ກ​ນ້ອງ​ນັກ​ຮຽນ​ທີ່​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ, ສືບ​ຕໍ່​ຊ່ວຍ​ພວກ​ນ້ອງ​ຮ່ຳ​ຮຽນ​ບັນ​ລຸ​ໝາກ​ຜົນ​ດີ​.”

        ອ້າຍ​ຄູເລີມ Es ອະ​ທິ​ບາຍ​ຢ່າງ​ງ່າຍ​ດາຍ​ວ່າ: ​ການຮຽນ​ຕະ​ຫລອດ​ຊີ​ວິດຂອງ​ຕົນ ແມ່ນ​ຍ້ອນ​ທ່ານ​ໄດ້​ຈົດ​ຈຳ​ຄຳ​ສັ່ງ​ສອນ​ຂອງ​ປະ​ທານ​ໂຮ່​ຈິ​ມີນ​ທີ່​ວ່າ: “ປະ​ເທດ​ໃດ​ບໍ່​ຮູ້​ຫ​ນັງ​ສືປະ​ເທດນັ້ນ​​ຈະອ່ອນ​ດ້ອຍ”. ທ່ານ​ປະ​ທານ​ໂຮ່​ຈິ​ມີນ ໄດ້​ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ການ​ສຶກ​ສາ​ສຳ​ລັບ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອ​ງ​ປະ​ເທດ​ຊາດ, ດ້ວຍ​ຫ​ນ້າ​ທີ່​ຍົກ​ສູງ​ຄຸນ​ສົມ​ບັດ​, ຄວາມ​ຮູ້​ຂອງ​ປະ​ຊາ​ຊົນ, ກໍ່​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ບຳ​ລຸງ​ຜູ້​ເກັ່ງ​ກ້າ. ນີ້​ແມ່ນ​ກຳ​ລັງ​ຫ​ນູນ​ຂອງ​ກາ​ນ​ພັດ​ທະ​ນາ, ນຳ​ປະ​ເທດ​ຊາດ​ກ້າວ​ໄປ​ເຖິງ​ຄວາມ​ຮັ່ງ​ມີເຂັ້ມ​ແຂງ. ນາຍ​ຄູ ເລີມ Es ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ປາດ​ຖະ​ຫ​ນາ​ວ່າ ທົ່ວ​ພັກ, ທົ່ວ​ປວງ​ຊົນ ເຂົ້າ​ຮ່ວມ​ການ​ສົ່ງ​ເສີມ​ການ​ຮຽນ, ສົ່ງ​ເສີມ​ຜູ້​ເກັ່ງ​ກ້າ​ສາ​ມາດ, ກໍ່​ສ້າງ​ສັງ​ຄົມ​ແຫ່ງ​ການ​ຮ່ຳ​ຮຽນ.ຂ້າ​ພະ​ເຈົ້າ​ມີ​ວິ​ທີ​ຮຽນ​ຂອງ​ຕົນ: ຮຽນ​ເພື່ອ​ເປັນ​ຄົນ​ດີ, ເປັນ​ພົນ​ລະ​ເມືອງ​​ດີ. ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ຮ່ຳ​ຮຽນ, ສືບ​ຕໍ່​ອຸ​ທິດ​ສ່ວນ​ໃຫ້​ພາ​ລະ​ກິດ​ການ​ສຶກ​ສາ.”

        ໃນ​ໄລ​ຍະ​ຍັງ​ມ​ີ​ຊີ​ວິດ​ຢູ່, ປະ​ທານ​ໂຮ່​ຈິ​ມີນ ຍາມ​ໃດ​ກໍ​​ຖື​ພາ​ລະ​ກຳ​ຂອງ​ອ້າຍ​ຄູ​ແມ່ນ​ສຳ​ຄັນ. ເພື່ອ​ເຮັດ​ຫ​ລ້ອນ​ພາ​ລະ​ກຳ​ອັນ​ສະ​ຫງ່າ​​ລາ​ສີນັ້ນ, ນາຍ​ຄູ​ປະ​ຊ​າ​ຊົນ ເລີມ Es ຍາມ​ໃດ​ກໍ​ມາ​ນະ​ພະ​ຍາ​ຍາມ​ຮ່ຳ​ຮຽນ​ຕະ​ຫລອດ​ຊີ​ວິດ, ອຸ​ທິດ​ສ່ວນ​​ຈົນສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ພາ​ລະ​ກິດ​ການ​ສຶກ​ສາ.

       

ຕອບກັບ

ຂ່າວ/ບົດ​ອື່ນ