(vovworld) - ໃນຈຳນວນສະມາຊິກຮ່ວມເດີນທາງມາຫວຽດນາມພ້ອມກັບປະທານາທິບໍດີ ຝລັ່ງ Francois Hollande ໃນລະຫວ່າງວັນທີ 5 – 7/9 ຜ່ານມາມີຫຼາຍຄົນແມ່ນຊາວ ຝລັ່ງ ເຊື້ອຊາດ ຫວຽດນາມ. ເຂົາເເຈົ້າແມ່ນຜູ້ທີ່ໄດ້ຮັບຜົນສຳເລັດຢ່າງແນ່ນອນໃນຂົງເຂດຕ່າງໆ ແລະ ໄດ້ສ້າງທີ່ຕັ້ງ, ບ່ອນຢືນໃນສັງຄົມ ຝລັ່ງ. ການມີໜ້າຂອງເຂົາເຈົ້າໃນຂະແໜງການທູດ ຝລັ່ງ ມາ ຫວຽດນາມ ຈະຊ່ວຍຊຸກຍູ້ສາຍພົວພັນ ຫວຽດນາມ - ຝລັ່ງ, ກໍ່ຄືຍົກສູງຮູບພາບທີ່ຕັ້ງຂອງຊາວ ຫວຽດນາມ ຢູ່ ຝລັ່ງ ແລະ ປະຊາຄົມສາກົນ.
ທ່ານ ໂງກິມ ຮຸ່ງ, ປະທານສະມາຄົມຊາວ ຫວຽດນາມຢູ່ ຝລັ່ງ
ບັນດາຜູ້ທີ່ເປັນຕົວແທນໃຫ້ຊາວ ຝລັ່ງ ເຊື້ອຊາດ ຫວຽດນາມໃນຄະນະສະມາຊິກຮ່ວມເດີນທາງມາ ຫວຽດນາມ ພ້ອມກັບປະທານາທິບໍດີ ຝລັ່ງ Francois Hollande ລ້ວນແຕ່ແມ່ນຜູ້ທີ່ມີຜົນສຳເລັດອັນໃຫຍ່ຫຼວງໃນສັງຄົມ ຝລັ່ງ, ທັງມີການເຄື່ອນໄຫວເຊື່ອມຕໍ່ກັບ ຫວຽດນາມ; ກັບການພົວພັນ ຫວຽດນາມ - ຝລັ່ງ. ນັບແຕ່ປະທານສະມາຄົມຊາວ ຫວຽດນາມຢູ່ ຝລັ່ງ, ປະທານສະມາຄົມນັກທຸລະກິດຊາວ ຫວຽດນາມ ຢູ່ ຝລັ່ງ, ຫຼືປະທານ Eurobail, ເຊິ່ງແມ່ນຊາວ ຫວຽດນາມ ທີ່ມີຄວາມຕັ້ງໃຈຊື້ກຸ່ມບໍລິສັດຄຸ້ມຄອງທາດ Eiffel... ເຂົາເຈົ້າແມ່ນບັນດາຜູ້ທີ່ີມີຜົນງານຢ່າງແນ່ນອນໃນບັນດາຂົງເຂດຕ່າງກັນ ແລະ ສ້າງທີ່ຕັ້ງຂອງຕົນໃນສັງຄົມ ຝລັ່ງ. ທ່ານ ໂງກິມ ຮຸ່ງ, ປະທານສະມາຄົມຊາວ ຫວຽດນາມຢູ່ ຝລັ່ງ, ໃຫ້ຮູ້ວ່າ:
“ສະມາຄົມຊາວ ຫວຽດນາມຢູ່ ຝລັ່ງ ກໍ່ຄືປະຊາຄົມຊາວ ຫວຽດນາມ ຢູ່ ຝລັ່ງ ດີໃຈທີ່ສຸດເມື່ອໄດ້ຮັບຄຳເຊີນຮ່ວມເດີນທາງພ້ອມກັບປະທານາທິບໍດີ ຝລັ່ງ ມາ ຫວຽດນາມ. ນີ້ແມ່ນຄັ້ງທຳອິດທີ່ສະມາຄົມໄດ້ຮັບເຊີນເຂົ້າຮ່ວມຄະນະຜູ້ແທນມາຢ້ຽມຢາມລັດຖະກິດ ຫວຽດນາມ. ໃນສະຖານະການທີ່ປະເທດ ຝລັ່ງ ພົບປະກັບຄວາມຫຍຸ້ງຍາກຄືປະຈຸບັນ ແລະ ຈະຈັດການເລືອກຕັ້ງປະທານາທິບໍດີໃນບໍ່ຊ້ານີ້, ແຕ່ຍັງຄົງຊັບຊ້ອນການຢ້ຽມຢາມ ຫວຽດນາມ, ອັນໄດ້ສະແດງໃຫ້ເຫັນອາລົມຈິດ, ຄວາມເອົາໃຈໃສ່, ແລະ ການຕີລາຄາສູງຂອງປະທານາທິບໍດີ Hollande ເວົ້າສະເພາະ ແລະ ປະຊາຊົນ ຝລັ່ງເວົ້າລວມສຳລັບ ຫວຽດນາມ“.
ປະຊາຄົມຊາວ ຫວຽດນາມຢູ່ ຝລັ່ງ ໄດ້ຮັບການຕີລາຄາສູງກ່ຽວກັບຄວາມສາມາດເຊື່ອມໂຍງເປັນຢ່າງດີ, ພິເສດແມ່ນຄວາມດຸໝັ່ນຮຳ່ຮຽນ, ຄົ້ນຄ້ວາ ແລະ ອອກແຮງງານ. ທ່ານ ຮ່ວາງຈຸກ, ປະທານກຸ່ມບໍລິສັດ Eurobail, ຜູ້ທີ່ມີຊັບສົມບັດຖືກຈັດອັນດັບ 176 ຢູ່ ຝລັ່ງ, ແລະ ມີຊື່ສຽງດ້ວຍຄວາມສາມາດຊື້ ແລະ ສ້າງໂຄງປະກອບບັນດາວິສາຫະກິດທີ່ມີໄພຖືກລົ້ມລະລາຍຄືນໃໝ່, ໃຫ້ຮູ້ວ່າ:
ທ່ານ ຮ່ວາງຈຸກ ຕອບສຳພາດຕໍ່ນັກຂ່າວ VOV
“ຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈທີ່ເປັນຊາວ ຫວຽດນາມ, ເຊິ່ງແມ່ນປະເທດອົງອາດກ້າແກ່ນທີ່ໄດ້ຮັບໄຊຊະນະໃນການຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ. ໃນຈຸດເວລາທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ຂ້າພະເຈົ້າຍັງຄົງເຊື່ອໝັນຢ່າງແນ່ວແນ່ວ່າ, ດ້ວຍນຳ້ໃຈອົງອາດກ້າແກ່ນຂອງຊາວ ຫວຽດນາມ, ຕົນເອງຈະຜ່ານຜ່າຄວາມຫຍຸງຍາກໄດ້. ຂ້າພະເຈົ້າປາຖະໜາຢາກຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ຝລັ່ງ, ສອງປະເທດທີ່ຂ້າພະເຈົ້າຖືວ່າແມ່ນບ້ານເກີດເມືອງນອນຂອງຕົນ“.
ທ່ານ ຫງວຽນ ຫາຍນາມ, ປະທານສະມາຄົມນັກທຸລະກິດ ຫວຽດນາມ ຢູ່ ຝລັ່ງ (AB VietFrance), ໃຫ້ຂໍ້ສັງເກດວ່າ, ການຢ້ຽມຢາມ ຫວຽດນາມ ຂອງປະທານາທິບໍດີ ຝລັ່ງ ຈະເປີດກາລະໂອກາດຕ່າງໆໃຫ້ສອງປະເທດຊຸກຍູ້ການຮ່ວມມືໃນບັນດາຂົງເຂດໃໝ່ເຊິ່ງສອງຝ່າຍມີຄວາມສາມາດບົ່ມຊ້ອນ.
“ໃນການຢ້ຽມຢາມຄັ້ງນີ້, ດ້ວຍຄວາມເປັນກຽດທີ່ຕາງໜ້າໃຫ້ສະມາຄົມນັກທຸລະກິດ ຫວຽດນາມ ຢູ່ ຝລັ່ງ ຮ່ວມເດີນທາງມາ ຫວຽດນາມ ພ້ອມກັບປະທານາທິບໍດີ ຝລັ່ງ, ຂ້າພະເຈົ້າພວມສຳຜັດກັບກາລະໂອກາດທີ່ດີໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ ຝລັ່ງ ເວົ້າສະເພາະ, ການຄ້າ ການລົງທຶນ ຝລັ່ງ ຫວຽດນາມ ເວົ້າລວມ. ມີບາງຂົງເຂດບໍ່ທັນໄດ້ຮັບການຂຸດຄົ້ນ, ບັນດາຂົງເຂດເຖິງວ່າຍັງນ້ອຍແຕ່ຈະແມ່ນກາລະໂອກາດໃຫຍ່ໃນຕໍ່ໜ້າ. ນັ້ນແມ່ນທຸກສິ່ງທຸດຢ່າງທີ່ພວກຂ້າພະເຈົ້າພວມກຳແໜ້ນ“.
ປະຊາຄົມຊາວ ຫວຽດນາມ ຢູ່ ຝລັ່ງມີ 300.000 ກວ່າຄົນ ລ້ວນແຕ່ມຸ່ງໜ້າຫາປະເທດຊາດ ຫວຽດນາມ ດ້ວຍຄວາມປາຖະໜາຢາກໃຫ້ປະເທດນັບມື້ນັບພັດທະນາ ແລະ ເຊື່ອມໂຍງກັບສາກົນກວ່າອີກ. ທະນາຍຄວາມ Gerard Ngo ແມ່ນທະນາຍຄວາມຕ່າງປະເທດຜູ້ທຳອິດທີ່ເປີດຫ້ອງການກົດໝາຍຢູ່ ຫວຽດນາມ ໃນປີ 1993, ທັງເປັນຜູ້ກໍ່ຕັ້ງສະມາຄົມ “ຂະບວນການຂອງບັນດາຊາວ ຝລັ່ງ ເຊື້ອຊາດ ຫວຽດນາມ“ (MCFV), ໃຫ້ຮູ້ວ່າ:
“ປະຊາຄົມຊາວ ຫວຽດນາມ ຕິດພັນນຳກັນຜ່ານບັນດາສະມາຄົມ, ແຕ່ຫຼາຍທີ່ສຸດແມ່ນຜ່ານການເຄື່ອນໄຫວວັດທະນະທຳ, ໃນຂະນະທີ່ຕ້ອງການມີເຄືອຂ່າຍຢ່າງແຮງ ແລະ ມີເຄື່ອງມືເພື່ອເຄື່ອນໄຫວດ້ານການເມືອງຢ່າງມີປະສິດທິຜົນ. ຊາວ ຫວຽດນາມ ເຊື່ອມໂຍງໄດ້ດີ, ບັນລຸໄດ້ຜົນງານຫຼາຍຢ່າງ, ແຕ່ເຂົາເຈົ້າຍັງຄ່ຽມຄົມ, ແລະ ປິດລັບ, ດັ່ງນັ້ນບໍ່ທັນສ້າງຊື່ສຽງໃນສັງຄົມ ຝລັ່ງ ໄດ້ເທື່ອ. ດັ່ງນັ້ນຊາວ ຫວຽດນາມ ຕ້ອງເອົາໃຈໃສ່ເຖິງການເຄື່ອນໄຫວດ້ານການເມືອງຢູ່ ຝລັ່ງ ຫຼາຍກວ່າ, ສ້າງເຄືອຂ່າຍຂອງທັງປະຊາຄົມເພື່ອເປັນກຳລັງແຮງລວມໝູ່“.
ຊາວ ຫວຽດນາມ ຢູ່ ຝລັ່ງ ໄດ້ຮັບການຕີລາຄາສູງກ່ຽວກັບການເຊື່ອມໂຍງສຳເລັດຜົນຢູ່ ຝລັ່ງ. ການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງປະທານາທິບໍດີ ຝລັ່ງ, ກໍ່ແມ່ນການຢ້ຽມຢາມຂອງປະທານາທິບໍດີ ຝລັ່ງ ພາຍຫຼັງ 12 ປີ. ແມ່ນກາລະໂອກາດສຳຄັນ ເພື່ອພັດທະນາການພົວພັນ ຫວຽດນາມ - ຝລັ່ງຢ່າງແຮງ ແລະ ຊຸກຍູ້ທີ່ຕັ້ງຂອງປະຊາຄົມຊາວ ຫວຽດນາມ ຢູ່ ຝລັ່ງ, ຄູ່ຮ່ວມມືຍຸດທະສາດຂອງ ຫວຽດນາມ.