ບັນດາບົດໜັງສືພິມ ໄດ້ຮັບລາງວັນໃນ ງານປະກວດບົດໜັງສືພິມ ແຫ່ງຊາດ


  
ບັນດາບົດໜັງສືພິມ ໄດ້ຮັບລາງວັນໃນ ງານປະກວດບົດໜັງສືພິມ ແຫ່ງຊາດ - ảnh 1
ທ່ານນາຍົກລັດຖະມົນຕີຫວຽດນາມໄດ້ມອບລາງວັນໃຫ້ແກ່ກຸ່ມນັກຂ່າວ
ຂຽນບົດ ກ່ຽວກັບເຫດ​ແຜ່ນດິນ​ໄຫວ​ຢູ່​ເຂື່ືອນ​ໄຟຟ້າ​ແມ່​ນ້ຳ​ແຈງ​ເລກ 2

ໝາກຜົນ​ການ​ປະ​ກວດ​ບົດ​ໜັງສືພິມ​ແຫ່ງ​ຊາດ​ຊຶ່ງ​ຫາ​ກໍ​ປະກາດ​ເມື່ອ​ບໍ່​ດົນ​ມ​ານີ້ ​ເນື່ອງ​ໃນ​ໂອ​ກາດວັນ​ສື່​ມວນ​ຊົນ​ປະຕິວັດຫວຽດນາມ(21/6), ວິທະຍຸ​ກະຈາຍສຽງ​ຫວຽດນາມ​ມີ​ 9 ບົດ​ໜັງສືພິມ​ໄດ້​ຮັບ​ລາງວັນ, ​ໃນ​ນັ້ນ​ມີ 2 ລາງວັນ A, 2 ລາງວັນ B, 2 ລາງວັນ C  ​ແລະ 3 ລາງວັນ​ຊົມ​ເຊີຍ.

    ຕາມ​ທ່ານ ຮ່າ​ມິ​ງ​ເຫ້ວ ຮອງ​ປະທານ​ຜູ້​ປະຈຳການ​ສະມາຄົມ​ນັກ​ຂ່າ​ວ ຫວຽດນາມ​ແລ້ວ, ບັນດາ ບົດ​ໜັງສືພິມ​ໄດ້​ຮັບ​ລາງວັນຂອງ ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ​ແມ່ນ​ຮູບ​ພາບ​ສ່ອງ​ແສງ​ຢ່າງ​​ເຕັມ​ສ່ວນ ​ແລະ ພາວະ​ວິ​ໄສ​ກ່ຽວ​ກັບ​ສະພາບ​ການ​ຂອງ​ປະ​ເທດ​ຊາດ​ໃນ​ຫຼາຍ​ດ້ານ, ​ໃນ​ນັ້ນ, ມີ​ບັນດາ ບົດ​ໜັງສືພິມ​ມີ​ລັກສະນະ​ຄົ້ນ​ພົບ ​ແລະ ສະ​ແດງ​ຢ່າງ​ມີ​ຊີວິດ​ຊີວາ​ກ່ຽວ​ກັບ​ບັນດາ​ບັນຫາ​ລະດັບ​ຊາດ ​ແລະ ສາກົນ. ຕາມ​ທ່ານ ຮ່າ​ມິ​ງ​ເຫ້ວ ຮອງ​ປະທານ​ຜູ້​ປະຈຳການ​ສະມາຄົມ​ນັກ​ຂ່າ​ວ ຫວຽດນາມ ​ໃຫ້​ຮູ້​ວ່າ : 

   “ ນີ້​ແມ່ນ​ໜຶ່ງ​ໃນ​ບັນດາງານປະ​ກວດ​ບົດ​ໜັງສືພິມ​ທີ​ປະສົບ​ຜົນສຳ​ເລັດ, ບັນດາ ບົດ​ໜັງສືພິມ​ໄດ້​ຮັບ​ລາງວັນ, ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ຮັບ​ລາງວັນ​ສູງ ​ແມ່ນ​ບໍ່​ເດີນ​ຕາມ​ຫົວ​ເລື່ອງ​ສົດໆ​ຮ້ອນໆ​ເພື່ອ​ດຶງ​ດູດ​ຜູ້​ອ່ານ​ເທົ່າ​ນັ້ນ, ຫາກ​ແມ່ນ ບົດ​ໜັງສືພິມ​ທີ່​ລົງ​ເລິກ​ອະທິບາຍ​ທາດ​ແທ້​ຂອງ​ບັນຫາ, ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຫາງ​ສຽງ, ຍົກ​ຕົວຢ່າງ​ຄື ບົດ​ໜັງສືພິມ “ ​ເຫດ​ແຜ່ນດິນ​ໄຫວ​ຢູ່​ເຂື່ືອນ​ໄຟຟ້າ​ແມ່​ນ້ຳ​ແຈງ​ເລກ 2” ຫຼື ບົດ​ໜັງສືພິມ​“ ​ໄຊຊະນະ​ດ້ຽນບຽນ​ຝູທາງ​ອາກາດ​” ຂອງ ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ”

     ສຳລັບ​ບົດ​ໜັງສືພິມ​ “ ​ເຫດ​ແຜ່ນດິນ​ໄຫວ​ຢູ່​ເຂື່ືອນ​ໄຟຟ້າ​ແມ່​ນ້ຳ​ແຈງ​ເລກ 2” ຂອງ​ຈຸ​ນັກ​ຂຽນ ຝ້າ​ມ​ເຕີ້​ນຕື, ຟານ​ແທງ​ຮ່າ, ດັ້ງ​ວັນ​ນຳ ນັ້ນ, ​ໄດ້​ຮັບ​ລາງວັນ A ຍ້ອນ​ຄວາມ​ຊື່ສັດ, ຕົວ​ຈິງ, ​ແຕ່​ເຕັມ​ໄປ​ດ້ວຍ​ລັກສະນະ​ຂ້ຽວຂາດ, ​ໄປ​ຮອດ​ຂັ້ນ​ສຸດ​ທ້າຍ​ຂອງ​ເຫດການ, ບັນຫາ​ໃນ​ການ​ດຳລົງ​ຊີວິດ​ຍຸກ​ປະຈຸ​ບັນ. ຕາມ​ນັກ​ຂ່າວ ຟານ​ແທງ​ຮ່າ​ແລ້ວ, ບົດ​ໜັງສືພິມ​ນີ້ ​ເປັນ​ການ​ຕອບ​ບູນຄຸນຂອງ​ບັນດາ​ຜູ້​ເຮັດ​ວຽກ​ງານ​ສື່​ມວນຊົນ​ທີ່​ມີ​ຕໍ່​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ຢູ່​ແຫ່ງ​ນີ້ ” . ນັກ​ຂ່າວ ຟານ​ແທງ​ຮ່າ​ ​ເວົ້າ​ວ່າ :

    “ ​ໃນ​ຖານະ​ເປັນ​ຜູ້​ເຮັດ​ວຽກ​ງານ​ສື່​ມວນຊົນ​, ​ເຮົາ​ບໍ່​ສາມາດ​ຊ່ວຍພໍ່​ແມ່​ປະຊາຊົນກ່ຽວ​ກັບ​ວັດຖຸ, ​ແຕ່​ເຮົາ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ຊີ້​ໃຫ້​ເຫັນ​ສະພາບ​ຕົວ​ຈິງ, ​ເພື່ອ​ຜ່ານ​ນັ້ນ, ລັດ, ລັດຖະບານ, ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ​ຕ້ອງ​ມີ​ກ່ານ​ລົງທຶນ​ທີ່​ດີ​ກ່ວາ​ຢູ່​ເຂດ ພໍ່​ແມ່​ປະຊາຊົນບັນດາ​ເຜົ່າ​ສ່ວນ​ໜ້ອຍ, ຖື​ວ່າ ນັ້ນ​ແມ່ນ ການ​ຕອບ​ບູນຄຸນຂອງ​ບັນດາ​ຜູ້​ເຮັດ​ວຽກ​ງານ​ສື່​ມວນຊົນ​ທີ່​ມີ​ຕໍ່​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າສ່ວນ​ໜ້ອຍ​ຢູ່​ເຂດ​ຖານ​ທີ່​ໝັ້ນ​ເກົ່າທີ່​ເມືອງ ບັກ​ຈາ​ມີ ”

     ​ໃນ​ປີ 2012, ບັນຫາ​ອະທິປະ​ໄຕຜືນ​ແຜ່ນດິນຂອງ​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ​ບົນ​ທະ​ເລ​ຕາ​ເວັນ​ອອກ ຍາມ​ໃດ​ກໍ​ແມ່ນ​ຫົວ​ເລື່ອງ​ທີ່​ຮ້ອນ​ເຮັ່ງ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ. ສຳລັບ​ ບົດ​ໜັງສືພິມ​ “ ການ​ທ່ວງ​ເອົາ​ແຜນ​ທີ່​ຮູບ​ລີ້ນ​ງົວ​ທີ່​ໄຮ້​ເຫດຜົນ ” ຂອງ​ຈຸ​ນັກ​ຂຽນ ​ເຈີ​ນກົງ​ຈຸກ, ມິ​ງຫຽນ, ​ເລ​ຟຸກ, ທູ​ລານ, ​ເລ​ບິງ ​ໄດ້​ຮັບ​ລາງວັນ B . ນັກ​ຂ່າວ ​ເລ​ບິງ ​ໃຫ້​ຮູ້​ວ່າ:

    “ ສິ່ງ​ທີ່​ຍາກທີ່​ສຸດ ​ເມື່ອ​ຈຸ​ນັກ​ຂ່າວ​ພວກ​ຂ້າພະ​ເຈົ້າ​ປະຕິບັດ​ຂຽນ ບົດ​ໜັງສືພິມ​ນີ້ ​ແມ່ນ​ຕ້ອງ​ຊອກ​ຫາ​ວິທີ​ສຳຜັດ​ກັບ​ແຫຼ່ງ​ເອກະສານ​ຂອງ​ພວກ​ນັກ​ຮຽນ​ຮູ້​ຈີນ, ຕ້ອງ​ອີງ​ໃສ່​ພື້ນຖານ​ດ້ານ​ກົດໝາຍ​ແມ່ນ​ສົນທິສັນຍາ​ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ ​ແລະ ອີງ​ໃສ​່ການ​ອະທິບາຍ​ຂອງ​ບັນດາ​ສາດສະດາຈາ​ນ, ນັກຮຽນ​ຮູ້​ສາກົນ ກໍ​ຄື​ຊາວ​ຈີນ​ນີ້​ເອງ, ​ເພື່ອ​ຢັ້ງຢືນ​ວ່າ “ແຜນ​ທີ່​ຮູບ​ລີ້ນ​ງົວ” ​ແມ່ນ​ບໍ່​ມີ​ຂ້ໍ​ອ້າງ​ອີງ​ດ້ານ​ກົດໝາຍ ​ແມ່ນ​ສິ່ງ​ທີ່​ໄຮ້​ເຫດຜົນ. ສານ​ທີ່​ຈຸ​ນັກ​ຂ່າວ​ນີ້​ຢາກ​ສົ່ງ​ໄປ​ນັ້ນ ກໍ​ແມ່ນ​ມາ​ຈາກ​ຄຳ​ຢັ້ງຢືນ​ຂອງ​ຈຸ​ນັກ​ຮຽນ​ຮູ້ນີ້ ຊຶ່ງ​ໄດ້​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່ 2 ໝູ່​ເກາະ​ເຈືອງ​ຊາ ​ແລະ ຮ່ວາງ​ຊາ ” .

ຕອບກັບ

ຂ່າວ/ບົດ​ອື່ນ