ຂອງຂວັນທີ່ສົ່ງໄປຍັງເກາະມີເຂົ້າຕົ້ມ, ຊີ້ນໝູ, ເຂົ້າໜົມ ນັບທັງດອກເໝີຍຄຳ.
ເດີນທາງອອກຈາກທ່າກ່ຳປັ່ນ ຕຽນຊາ, ນະຄອນ ດ່ານັ້ງ ໃນຍາມແລງ, ພາຍຫຼັງຂ້າມທະເລເປັນເວລາ 12 ຊົ່ວໂມງ, ກ່ຳປັ່ນ HQ 628 ກໍ່ໄປຮອດ ເກາະໂກ່ນກໍ.
ໝູ່ບ້ານຊາວໜຸ່ມຕະລຸມບ່ອນຢູ່ ເກາະໂກ່ນກໍ ມີ 11 ຄອບຄົວໜຸ່ມ. ໃນວັນບຸນເຕັດ, ຄູ່ຜົວເມຍໜຸ່ມ ເຈິ່ນຊວນຕີ່ງ ແລະ ຫວໍທິຊາວ ຕິດຄາກັບວຽກງານຊັບຊ້ອນເຮືອນຊານ, ຈັດແຕ່ງເຄື່ອງຂອງບູຊາບັນພະບຸລຸດ ເພື່ອຕ້ອນຮັບບຸນປີໃໝ່. ເທິງແທ່ນບູຊາມີເຂົ້າຕົ້ມ, ຊີ້ນໄກ່, ເຂົ້າໜົມ. ເອື້ອຍ ຫວໍທິຊາວ ເວົ້າຄວາມໃນໃຈສູ່ຟັງວ່າ, ໃນເກືອບ 10 ປີ ທີ່ສະໝັກໃຈໄປກໍ່ຮ່າງສ້າງຕົວຢູ່ເກາະນັ້ນ, ຄອບຄົວຂອງເອື້ອຍໄດ້ຕ້ອນຮັບບຸນເຕັດຢູ່ເກາະເຖິງ 5 ເທື່ອ. ໃນຊຸ່ມມື້ທຳອິດຢູ່ເກາະເອື້ອຍຣູ້ສຶກໂສກເສົ້າຫຼາຍ, ແຕ່ປະຈຸບັນ, ຜົວເມຍເອື້ອຍໄດ້ມີລູກ 2 ຄົນ, ອັນໄດ້ເຮັດໃຫ້ຄອບຄົວເອື້ອຍມີຄວາມມ່ວນກວ່າອີກ. ໃນໂອກາດບຸນເຕັດບັນດາຄອບຄົວ ຢູ່ທີ່ນີ້ກໍ່ໄດ້ຮັບຄວາມເອົາໃຈໃສ່ນັບທັງທາງດ້ານວັດຖຸ ແລະ ຈິດໃຈ ຈາກອຳນາດການປົກຄອງທຸກຂັ້ນຢູ່ ເກາະໂກ່ນກໍ.
ໃນໂອກາດບຸນເຕັດ, ທາງກົມກອງທະຫານ, ແລະ ເມືອງກໍ່ມີຄວາມເອົາໃຈໃສ່, ມາຢ້ຽມຢາມ. ຄອບຄົວຂ້າພະເຈົ້າກໍ່ໄດ້ກະກຽມເຂົ້າໜຽວ, ຕອງກ້ວຍທີ່ນຳມາຈາກດິນຕໍ່ແຜ່ນເພື່ອຫໍ່ເຂົ້າຕົ້ມ.
(ມອບຂອງຂວັນໃຫ້ແກ່ນັກຮົບຢູ່ເກາະ ໂກ່ນກໍ )
ພາຍຫຼັງເກືອບ 10 ປີ ແຫ່ງການກໍ່ສ້າງໝູ່ບ້ານຊາວໜຸ່ມຕະລຸມບ່ອນຢູ່ ເກາະໂກ່ນກໍ, ຊີວິດຂອງ 11 ຄອບຄົວທີ່ສະໝັກໃຈໄປກໍ່ຮ່າງສ້າງຕົວຢູ່ທີ່ນີ້ໄດ້ເປັນປົກກະຕິເທື່ອລະກ້າວ. ປະຈຸບັນ, ຢູ່ເກາະມີເດັກນ້ອຍ 15 ຄົນ. ໂຮງຮຽນອະນຸບານ ຮວາຟອງບາ (ດອກລົມແດງ) ໂດຍສູນກາງຊາວໜຸ່ມອຸປະຖຳໃຫ້ ເຕັມໄປດ້ວຍສຽງຢອກກັນ, ສຽງຫັດອ່ານຂອງເດັກນ້ອຍ
ໃນຊຸ່ມມື້ຢູ່ ເກາະໂກ່ນກໍ, ໄປຢາມສະຖານີ ຮາດາ 540 ປ້ອມປ້ອງກັນຊາຍແດນ 214, ຄະນະບັນຊາການທະຫານເມືອງຈຶ່ງຮູ້ສຶກໄດ້ບັນຍາກາດຕ້ອນຮັບບຸນເຕັດຢ່າງເບິກບານມ່ວນຊື່ນຢູ່ທີ່ນີ້. ພົນຕີ ຫງວຽນຢູຍຢູງ, ຫົວໜ້າສະຖານີ ຮາດາ 540 ໂກ່ນກໍ, ແບ່ງປັນວ່າ, ປີນີ້ ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກກອງບັນຊາການທະຫານເຂດ ຊີ, ພະນັກ ງານນັກຮົບໄດ້ຕ້ອນຮັບບຸນເຕັດຢ່າງເບິກບານມ່ວນຊື່ນ, ແຕ່ບໍ່ລືມໜ້າທີ່ປົກປັກຮັກສາຄວາມສະຫງົບສຸກຢູ່ເກາະທະເລ
”ນອກຈາກໄດ້ຊົມໃຊ້ລະບອບຕ່າງໆແລ້ວ, ທາງກົມກອງຍັງເພີ່ມຂອງຂວັນໃຫ້ອ້າຍນ້ອງໃນໂອກາດບຸນເຕັດຕື່ມອີກ. ຂອງຂວັນແມ່ນມີເຂົ້າໜົມໂດຍຫົວໜ່ວຍ, ອົງການຕ່າງໆຈາກດິນຕໍ່ແຜ່ນຝາກມາອວຍ ພອນປີໃໝ່ແມ່ນຫຼາຍທີ່ສຸດ”.
ທ່ານ ເລກວາງແລ່ງ, ເລຂາຄະນະພັກເມືອງ, ປະທານຄະນະກຳມະການປະຊາຊົນເມືອງເກາະໂກ່ນກໍໃຫ້ຮູ້ວ່າ, ແຕ່ລະປີ, ເມືອງເກາະ ໄດ້ຮັບການລົງທຶນເກືອບ 100 ຕຶ້ດົ່ງ ເພື່ອກໍ່ສ້າງພື້ນຖານໂຄງລ່າງ, ສະເພາະປີ 2011, ແມ່ນໄດ້ລົງທຶນ 130 ຕຶ້ດົ່ງ ເພື່ອສູ້ຊົນເຮັດໃຫ້ ເກາະໂກ່ນກໍ ກາຍເປັນເກາະແຫ່ງການທ່ອງທ່ຽວໃນອະນາຄົດມໍ່ໆນີ້.
”ປີ 2011, ເມືອງ ເກາະປະສົບຜົນສຳເລັດພໍສົມຄວນທາງດ້ານເສດຖະກິດ ສັງຄົມ, ໂດຍສະເພາະແມ່ນການລົງທຶນກໍ່ສ້າງພື້ນຖານໂຄງລ່າງ. ໃນທ້າຍປີຜ່ານມາ ພວກເຮົາໄດ້ສ້າງສຳເລັດ ແລະນຳເຂົ້າເຄື່ອນໄຫວຫຼາຍກິດຈະກຳ. ປີນີ້, ພວກເຮົາຕ້ອນຮັບບຸນເຕັດຄົບຖ້ວນພໍສົມຄວນນັບທັງທາງດ້ານວັດຖຸ ແລະຈິດໃຈ ເມື່ອທຽບໃສ່ຊຸມປີກ່ອນໆ”
ດ້ວຍຄວາມສາມາດບົ່ມຊ້ອນ ແລະ ການລົງທຶນຢ່າງຖືກທິດນັ້ນ, ໃນອະນາຄົດມໍ່ໆນີ້, ເກາະໂກ່ນກໍ ຈະກາຍເປັນຈຸດນັດພົບຂອງນັກທ່ອງທ່ຽວທັງໄກ້ ແລະ ໄກ ຢ່າງແນ່ນອນ.