ບຸນ​ເຕັດ​ຂອງ​ຊາວ​ຫວຽດ​ນາມ ທີ່​ຜ່ານ​ຜ່າ​ຊຸ​ມ​ວັນ​ຫຍຸງ​ຍາກ

(VOVWORLD) - ຫ້ອງອັດສຽງຂອງລາຍການກະຈາຍສຽງພາກພາສາອັງກິດ, ວິທະຍຸກະຈາຍສຽງ ຫວຽດນາມ, ຢູ່ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ, ໃນຊຸມວັນນີ້ມີສຽງອ່ານຂອງບັນນາທິການ ກາວແທງຮ່າ. 
ບຸນ​ເຕັດ​ຂອງ​ຊາວ​ຫວຽດ​ນາມ ທີ່​ຜ່ານ​ຜ່າ​ຊຸ​ມ​ວັນ​ຫຍຸງ​ຍາກ - ảnh 1ບັນນາທິການ ກາວແທງຮ່າ

ລາວຫາກໍ່ກັມມາເຮັດວຽກຢູ່ລາຍການກະຈາຍສຽງພາສາອັງກິດ ພາຍຫລັງໄລຍະໜຶ່ງເປັນນັກຊ່ຽວຊານກວດແກ້ພາສາ ຫວຽດ ໃຫ້ວິທະຍຸກະຈາຍວຽງສາກົນ (KBS) ສ.ເກົາຫຼີ. ເພື່ອເຮັດວຽກໃນສະພາບເກີດໂລກລະບາດໂຄວິດ-19 ຢູ່ຕ່າງປະເທດໃນຕະຫລອດ 1 ປີ, ສຳລັບ ກາວແທງຮ່າ ແລ້ວ ບຸນເຕັດປີນີ້ມີຄວາມໝາຍທີ່ສຸດ.

ສຳລັບຂ້າພະເຈົ້າແລ້ວ ບຸນເຕັດປີນີ້ແມ່ນພິເສດທີ່ສຸດ, ຍ້ອນພາຍຫລັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ສຸດທ້າຍຂ້າພະເຈົ້າກໍໄດ້ກັບຄືນມາປະເທດ ເພື່ອຕ້ອນຮັບບຸນເຕັດນຳຄອບຄົວ. ຂ້າພະເຈົ້າຮູ້ສຶກວ່າໄລຍະເວລາຢູ່ນຳຄອບຄົວແມ່ນມີຄວາມໝາຍທີ່ສຸດ ແລະ ຂ້າພະເຈົ້າເຫັນວ່າ ບໍ່ມີອັນໃດທີ່ມີຄວາມຜາສຸກກ່ວາ ເມື່ອໄດ້ຮັບບຸນເຕັດຢູ່ ຫວຽດນາໝ.

ຢູ່ບ່າຈ້ຽວ, ສຳນັກງານຂອງພະແນກບັນດາລາຍການພາສາຕ່າງປະເທດ (VOV5) ໃນຊຸມວັນໃກ້ຈະຮອດບຸນເຕັດ, Kim Yoon-ji ຜູ້ຮ່ວມງານຂອງລາຍການກະຈາຍສຽງພາກພາສາເກົາຫຼີ, ຍັງສືບຕໍ່ຮ່ວມງານພ້ອມກັບບັນດາບັນນາທິການຊາວ ຫວຽດນາມ, ເພື່ອພ້ອມກັນອັດສຽງ, ສ້າງລາຍການກະຈາຍສຽງພາກພາສາເກົາຫຼີ ຂອງວິທະຍຸກະຈາຍວຽງ ຫວຽດນາມ. ຍ້ອນໂລກລະບາດໂຄວິດ-19, ເປັນຄັ້ງທຳອິດ, Kim Yoon-ji ພ້ອມກັບຄອບຄົວຂອງລາວໄດ້ຕ້ອນຮັບບຸນເຕັດປີສະຫລຸຢູ່ ຫວຽດນາມ. Yoon-ji ໃຫ້ຮູ້ວ່າ:

 “ຂ້າພະເຈົ້າມີຄວາມຮູ້ສຶກພໍໃຈ ແລະ ສະບາຍ. ຂ້າພະເຈົ້າໄດ້ເຮັດວຽກຢູ່ວິທະຍຸກະຈາຍສຽງ ຫວຽດນາມ, ໄດ້ພົບປະກັບເພື່ອນຮ່ວມງານໃຈດີ, ພ້ອມກັນຊ່ວຍເຫຼືອ ແລະ ດຳລົງຊີວິດແບບເຈືອຈານກັນ ຄືດັ່ງບັນດາສະມາຊິກໃນຄອບຄົວ. ສະນັ້ນ, ຂ້າພະເຈົ້າມີຄວາມຮູ້ສຶກພໍໃຈກ່ຽວກັບຊີວິດການເປັນຢູ່ຢູ່ນີ້.”

ເພື່ອກະກຽມໃຫ້ບຸນເຕັດຢູ່ ຫວຽດນາມ, Kim Yoon-ji ພ້ອມກັບປະຊາຄົມຊາວ ສ.ເກົາຫຼີ ອາໄສຢູ່ ຫວຽດນາມ, ໃນນັ້ນ ມີພັນລະຍາຂອງເອກອັກຄະລັດຖະທູດ ສ.ເກົາຫຼີ, ທ່ານນາງ Lee Sun Young ໄດ້ປຸງແຕ່ງບັນດາເຍື່ອງອາຫານ ສ.ເກົາຫຼີ ແລະ ເຮັດບັນດາຄຼິບວີດີໂອກ່ຽວກັບອາຫານການກິນ. ບໍ່ຄືກັນກັບ Kim Yoon-ji ຫາກໍ່ຢູ່ ຫວຽດນາມ ໄດ້ 3 ປີ, ທ່ານນາງ Lee Sun Young ຢູ່ ຫວຽດນາມ 11 ປີແລ້ວ. ຕາມທ່ານນາງ Lee Sun Young, ບຸນເຕັດ ແລະ ການດຳລົງຊີວິດຢູ່ ຫວຽດນາມ ເຮັດໃຫ້ທ່ານນາງມີຄວາມຮູ້ສຶກຄືດັ່ງຢູ່ ສ.ເກົາຫຼີ.

 “ຂ້າພະເຈົ້າຮູ້ສຶກມີຄວາມປອດໄພ ເມື່ອດຳລົງຊີວິດຢູ່ ຫວຽດນາມ. ຍ້ອນວ່າ ພາຍຫລັງໂລກລະບາດໂຄວິດ-19 ຫາກໍ່ແຜ່ລະບາດອີກຮອບໃໝ່, ລັດຖະບານ ຫວຽດນາມ ໄດ້ມີບັນດາມາດຕະການຄວບຄຸມໂລກລະບາດຢ່າງມີປະສິດທິຜົນ ແລະ ເຂັ້ມງວດ. ເຖິງວ່າ ບໍ່ສາມາດຄາດຄະເນໄດ້ສະພາບການໃນອະນາຄົດ ແລະ ປະຈຸບັນຍັງຫຍຸ້ງຍາກຢູ່ ແຕ່ເມື່ອທຽບໃສ່ກັບບັນດາປະເທດໃນໂລກ, ຂ້າພະເຈົ້າຄິດວ່າ ສາມາດຮັກສາການດຳເນີນຊີວິດເປັນປົກກະຕິແມ່ນດີແລ້ວ. ສຳລັບຂ້າພະເຈົ້າແລ້ວ ການດຳລົງຊີວິດແບບສະບາຍຄືຢູ່ ຫວຽດນາມ ແມ່ນຄວາມໂຊກດີຂອງຂ້າພະເຈົ້າ.

ບຸນ​ເຕັດ​ຂອງ​ຊາວ​ຫວຽດ​ນາມ ທີ່​ຜ່ານ​ຜ່າ​ຊຸ​ມ​ວັນ​ຫຍຸງ​ຍາກ - ảnh 2ທ່ານນາງ ເຈືອງຕູ໊ຖຸຍ, ອະດີດບັນນາທິການລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ

        ບຸນເຕັດປີນີ້, ທ່ານນາງ ເຈືອງຕູ໊ຖຸຍ, ອະດີດບັນນາທິການລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ ຂອງວິທະຍຸກະຈາຍສຽງ ຫວຽດນາມ ພັດຕ້ອນຮັບບຸນເຕັດປີສະຫລຸຢູ່ ອິນໂດເນເຊຍ. ກ່ອນໜ້ານັ້ນ, ທ່ານນາງຕ້ອງຜ່ານໄລຍະ 1 ປີທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກກ່ຽວກັບການໄປມາລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ໃນສະພາບເກີດໂລກລະບາດໂຄວິດ-19 ເພື່ອແກ້ໄຂວຽກງານຂອງຄອບຄົວ. ແລະຄວາມໂຊກດີເຂົ້າມາໃນຊີວິດ, ທ່ານນາງໄດ້ຜ່ານຜ່າທຸກສິ່ງທຸກຢ່າງຢ່າງປອດໄພ. ໃນຊຸມວັນໃກ້ຈະຮອດບຸນເຕັດຢູ່ ອິນໂດເນເຊຍ, ເຈືອງຕູ໊ຖຸຍ ໄດ້ຫໍ່ເຂົ້າຕົ້ມ, ຈັດມ້ຽນພາໝາກໄມ້ 5 ຊະນິດ ເພື່ອຕ້ອນຮັບບຸນເຕັດ.

ກ່ອນຮອດບຸນເຕັດປີສະຫລຸ 2 – 3 ວັນ, ທ່ານຮອງສາດສະດາຈານ, ປະລິນຍາເອກ, ທ່ານໝໍ ຫງວຽນເລີນຮ໊ຽວ, ຜູ້ອຳນວຍການໂຮງໝໍມະຫາວິທະຍາໄລແພດສາດ ຮ່າໂນ້ຍ ຄິດວ່າ ຈະໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນກັບຄອບຄົວ. ແຕ່ແຜນການຂອງທ່ານບໍ່ປະຕິບັດໄດ້ ຍ້ອນສະພາບໂລກລະບາດໂຄວິດ-19 ພວມສັບສົນຂຶ້ນຕື່ມ. ຄວາມຮັບຜິດຊອບຂອງທ່ານໝໍແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດ ບໍ່ສາມາດເຮັດໃຫ້ທ່ານລະເລີຍ. ປະຈຸບັນ, ທ່ານໝໍ ແລະ ບັນດາແພດໝໍອື່ນຂອງ ຫວຽດນາມ ພວມສືບຕໍ່ປະຕິບັດໜ້າທີ່ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ ເພື່ອບຸນເຕັດແຫ່ງຄວາມຜາສຸກ, ຄວາມອົບອຸ່ນມາໃຫ້ແກ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ