ບໍລິຈາກວັດຖຸພັນເພື່ອແນໃສ່ອະນຸລັກວັດທະນະທຳແລະສຶກສາມູນເຊື້ອ

(VOVWORLD) -ນັບແຕ່ປີ 2018 ມາຮອດປະຈຸບັນ, ຫໍພິພິທະພັນດັກລັກໄດ້ຮັບເອກະສານ, ວັດຖຸພັນກ່ຽວກັບວັດຖຸບູຮານຄະດີ, ວັດທະນະທຳຊົນເຜົ່າຫຼືວັດຖຸພັນດີເດັ່ນຜ່ານສະໄໝກໍ່ສ້າງ ແລະ ພັດທະນາຂອງປະເທດຊາດກວ່າ 1.700 ຢ່າງ.
ບໍລິຈາກວັດຖຸພັນເພື່ອແນໃສ່ອະນຸລັກວັດທະນະທຳແລະສຶກສາມູນເຊື້ອ - ảnh 1ຫໍພິພິທະພັນ ຮັບການບໍລິຈາກເອກະສານ, ວັດຖຸພັນ
(ພາບ: daklak.gov.vn)

ດ້ວຍຄວາມເມົາມົວຫຼົງໄຫຼໃນການສະສົມແລະມີຄວາມເຂົ້າໃຈກ່ຽວກັບວັດຖຸບູຮານທີ່ເຂັ້ມຂຸ້ນໄປດ້ວຍຄຸ່ນຄ່າວັດທະນະທຳ, ປະຫວັດສາດ, ມີຜູ້ສະສົມວັດຖຸບູຮານຫຼາຍຄົນຢູ່ແຂວງ ດັກລັກ (ໄຕງວຽນ) ໄດ້ບໍລິຈາກວັດຖຸພັນ, ເອກະສານ,  ເຄື່ອງຂອງທີ່ລ້ຳຄ່າໃຫ້ແກ່ຫໍພິພິທະພັນຂອງແຂວງ ດັກລັກ. ຈາກແຫຼ່ງວັດຖຸພັນທີ່ໄດ້ຮັບມານັ້ນ ໄດ້ປະກອບສ່ວນສ້າງແຫຼ່ງເອກະສານ, ວັດຖຸພັນຢູ່ຫໍພິພິທະພັນພວມມີຢູ່ໃຫ້ອຸດົມສົມບູນຂຶ້ນຕື່ມ, ຈາກນັ້ນຮັບໃຊ້ມະຫາຊົນ, ສຶກສາມູນເຊື້ອ, ໂຄສະນາບັນດາຄຸນຄ່າມໍລະດົກວັດທະນະທຳໃຫ້ຜູ້ມາຊົມໄດ້ເປັນຢ່າງດີກວ່າ.

        30 ກວ່າປີແຫ່ງການສະສົມແລະຊອກຮູ້, ປະຈຸບັນທ່ານຫງວຽນຕືຊວຽນ, ຢູ່ຕາແສງເຕີນເລີ້ຍ, ນະຄອນບວນມາທວດ, ແຂວງ ດັກລັກ ມີວັດຖຸພັນກວ່າ 20.000 ຢ່າງ, ໃນນັ້ນມີວັດຖຸພັນຫຼາຍຢ່າງໄດ້ຕິດພັນກັບວັດທະນະທຳເຂດໄຕງວຽນຄື: ຄ້ອງ, ໄຫ, ເຄື່ອງເອ້ຢ້ອງ, ເຄື່ອງປະດັບ, ແນວໃສ່ເຄື່ອງບູຊາຂອງບັນດາເຜົ່າສ່ວນໜ້ອຍ. ເມື່ອໄດ້ຮັບຂ່າວວ່າ, ຫໍພິພິທະພັນດັກລັກຂົນຂວາຍການບໍລິຈາກເອກະສານ, ວັດຖຸພັນ, ນັບແຕ່ປີ 2019, ທ່ານຊວຽນໄດ້ຕັ້ງໜ້າເຂົ້າຮ່ວມວຽກງານນີ້.ໃນຕະຫຼອດ 4 ປີຜ່ານມາ, ທ່ານເຄີຍບໍລິຈາກວັດຖຸພັນນັບສິບຢ່າງທີ່ລ້ຳຄ່າ, ໃນນັ້ນມີບັນດາວັດຖຸພັນທີ່ຕິດພັນກັບອະນຸສອນຂອງທ່ານກັບເຂດດິນແດນ ໄຕງວຽນ. ທ່ານຫງວຽນຕືຊວຽນ, ເລົ່າສູ່ຟັງວ່າ:

        “ຂ້າພະເຈົ້າໄດ້ບໍລິຈາກວັດຖຸພັນທີ່ຂ້າພະເຈົ້າຈັບໃຈທີ່ສຸດໃຫ້ຫໍພິພິທະພັນເພື່ອຮັບໃຊ້ມະຫາຊົນ.ນັ້ນກໍ່ແມ່ນຄວາມຫວັງຂອງຂ້າພະເຈົ້າເອງ, ຍ້ອນວ່າປະຈຸບັນວັດຖຸພັນທີ່ຢູ່ໃນຊຸດສະສົມສ່ວນຕົວແມ່ນຍັງຫຼາຍຢູ່, ສະນັ້ນຂ້າພະເຈົ້າໄດ້ນຳໜ້າເພື່ອແຜ່ຂະຫຍາຍໄປຍັງຜູ້ສະສົມ, ເຮັດແນວໃດເພື່ອໃຫ້ພວກເຮົານຳວັດຖຸພັນດັ່ງກ່າວມາເກັບຮັກສາໄວ້, ມີລັກສະນະຍາວນານແລະຮັບໃຊ້ວຽກງານອະນຸລັກຮັກສາ, ວາງສະແດງຂອງຫໍພິພິທະພັນແຂວງດັກລັກ”.

ບໍລິຈາກວັດຖຸພັນເພື່ອແນໃສ່ອະນຸລັກວັດທະນະທຳແລະສຶກສາມູນເຊື້ອ - ảnh 2ອ້າຍຫວໍມິນລວນ ໄດ້ບໍລິຈາກເອກະສານ, ວັດຖຸພັນກວ່າ 20 ຢ່າງທີ່ຢູ່ໃນຊຸດສະສົມກ່ຽວກັບເຂດດິນແດນ
ໄຕງວຽນຂອງຕົນ
(ພາບ: daklak.gov.vn)

ນັບແຕ່ປີ 2019 ມາຮອດປະຈຸບັນ, ອ້າຍຫວໍມິນລວນ (ຢູ່ບ້ານທັງເລີ້ຍ, ນະຄອນບວນມາທວດ) ໄດ້ບໍລິຈາກເອກະສານ, ວັດຖຸພັນກວ່າ 20 ຢ່າງທີ່ຢູ່ໃນຊຸດສະສົມກ່ຽວກັບເຂດດິນແດນໄຕງວຽນຂອງຕົນໃຫ້ຫໍພິພິທະພັນ.ນັບແຕ່ ໄຫເຄືອບບຽນຮ່ວາທີ່ໄດ້ຜະລິດໃນຊຸມປີ 1970 – 1980, ຕະຫຼອດຮອດປຶ້ມທີ່ຫາຍາກ ເຊິ່ງໄດ້ຂຽນກ່ຽວກັບເຂດດິນແດນໄຕງວຽນ. ອ້າຍຍັງຕັ້ງໜ້າຮຽກຮ້ອງ, ຂົນຂວາຍຜູ້ສະສົມໃນສະໂມສອນເຄື່ອງວັດຖຸບູຮານທ້ວນອານບໍລິຈາກເອກະສານ, ວັດຖຸພັນທີ່ລ້ຳຄ່າຫຼາຍຢ່າງໃຫ້ຫໍພິພິທະພັນດັກລັກ.

        “ແຕ່ລະປີ, ເມື່ອຫໍພິພິທະພັນແຂວງ ດັກລັກ ຈັດຕັ້ງການບໍລິຈາກແລະວາງສະແດງ, ຂ້າພະເຈົ້າລ້ວນແຕ່ເຂົ້າຮ່ວມ. ຂ້າພະເຈົ້າປາດຖະໜາວ່າບັນດາວັດຖຸພັນຂອງຂ້າພະເຈົ້າທີ່ໄດ້ບໍລິຈາກນັ້ນ ຈະໄດ້ນຳມາວາງສະແດງຢູ່ທີ່ນີ້ເພື່ອໃຫ້ມະຫາຊົນໄດ້ຮູ້ຈັກເຖິງ. ນອກຈາກນັ້ນ, ຂັ້ນຕອນການສະສົມ ແລະ ບໍລິຈາກວັດຖຸພັນໃຫ້ແກ່ຫໍພິພິທະພັນໃນເມື່ອກ່ອນໄດ້ແຜ່ຂະຫຍາຍຢູ່ພາຍໃນແລະຕ່າງແຂວງເພື່ອປະກອບສ່ວນອະນຸລັກຮັກສາພື້ນຖານວັດທະນະທຳມໍລະດົກຂອງ ຫວຽດນາມ”.

        ເລື່ອງຫັນບັນດາການເຄື່ອນໄຫວວັດທະນະທຳມາເປັນຂອງສັງຄົມ, ໃນນັ້ນມີຂັ້ນຕອນການສະສົມ, ບໍລິຈາກເອກະສານ, ວັດຖຸພັນເພື່ອວາງສະແດງ, ໂຄສະນາ, ແນະນຳກ່ຽວກັບມໍລະດົກວັດທະນະທຳນັ້ນໄດ້ເປັນການປະກອບສ່ວນປຸກລຸກສະຕິຄວາມຮັບຮູ້, ໜ້າທີ່ຄວາມຮັບຜິດຊອບຂອງປະຊາຊົນທຸກຊັ້ນວັນນະທີ່ມີຕໍ່ວຽກງານອະນຸລັກຮັກສາແລະເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳທີ່ເປັນວັດຖຸແລະບໍ່ເປັນວັດຖຸ. ນັບແຕ່ປີ 2018 ມາຮອດປະຈຸບັນ, ຫໍພິພິທະພັນດັກລັກໄດ້ຮັບເອກະສານ, ວັດຖຸພັນກ່ຽວກັບວັດຖຸບູຮານຄະດີ, ວັດທະນະທຳຊົນເຜົ່າຫຼືວັດຖຸພັນດີເດັ່ນຜ່ານສະໄໝກໍ່ສ້າງ ແລະ ພັດທະນາຂອງປະເທດຊາດກວ່າ 1.700 ຢ່າງ. ທ່ານດິງມົດ, ຫົວໜ້າຫໍພິພິທະພັນດັກລັກ, ໃຫ້ຮູ້ວ່າ:

        “ໃນໄລຍະ 3-4 ປີມານີ້, ປີໃດພວກຂ້າພະເຈົ້າກໍ່ໄດ້ຮັບເອກະສານແລະວັດຖຸພັນນັບຮ້ອຍຢ່າງ, ບໍ່ພຽງແຕ່ຢູ່ພາຍໃນແຂວງເທົ່ານັ້ນ, ຫາກຍັງຢູ່ຕ່າງແຂວງອີກດ້ວຍ. ສິ່ງດັ່ງກ່າວໄດ້ສວມບົດບາດສຳຄັນຍິ່ງໃນການສືບຕໍ່ຮັກສາ, ສະສົມເອກະສານທີ່ລ້ຳຄ່າແລະຫຼີກລ້ຽງການສູນເສຍ, ຍ້ອນວ່າຖ້າຫາກເອກະສານ, ວັດຖຸພັນນັ້ນບໍ່ໄດ້ຮັກສາໄວ້ເປັນຢ່າງດີນັ້ນ ກໍຈະຖືກເປ່ເພ, ເສຍຫາຍໄປຕາມການເວລາ”.

        ສຳລັບຜູ້ສະສົມ, ວັດຖຸພັນແຕ່ລະຢ່າງແມ່ນມີເລື່ອງລາວຕິດພັນກັບວິວັດການຊອກຫາ, ສະສົມ. ເມື່ອບໍລິຈາກບັນດາວັດຖຸພັນທີ່ຕົນເອງສະສົມນັ້ນເຖິງວ່າຄິດເສຍດາຍກໍ່ຕາມ, ແຕ່ຕາມການແບ່ງປັນຂອງຜູ້ສະສົມຫຼາຍຄົນແລ້ວ ການບໍລິຈາກວັດຖຸພັນນັ້ນແມ່ນວຽກງານທີ່ມີຄວາມໝາຍ, ປະກອບສ່ວນອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງຊາດໄວ້ໄດ້./.

ຕອບກັບ

ຂ່າວ/ບົດ​ອື່ນ