ລາຍການໜຶ່ງໃນລາຍການສິລະປະ “ ຖະຫວາຍດອກໄມ້ຂຶ້ນຕໍ່ລຸງໂຮ່ ”
( ພາບ: baomoi.com)
|
ຊີວິດ ແລະ ພາລະກິດຂອງ ປະທານ ໂຮ່ຈິມິນ ຍາມໃດກໍແມ່ນແຫຼ່ງອາລົມຢ່າງ ມະຫາສານສຳລັບວົງການນັກສິລະປີນທີ່ຢາກສະແດງນ້ຳໃຈຂອງຕົນທີ່ມີຕໍ່ຜູ້ນຳທີ່ແສນເຄົາລົບຮັກຂອງຊາດຫວຽດນາມຜ່ານບົດເພງຕ່າງໆ. ແຕ່ລະວາດຟ້ອນ ທຳນອງເພງກ່ຽວກັບລຸງໂຮ່ໄດ້ດັງກ້ອງກັງວານໄປທົ່ວທຸກແຫ່ງຫົນຂອງປະເທດຊາດດ້ວຍຄວາມເຄົາລົບນັບຖືໃນໂອກາດວັນຄ້າຍວັນເກີດຂອງເພີ່ນໃນແຕ່ລະປີ.
ຈັ່ງຫວະຂອງບົດເພງ “ ຄ່ຳຄືນຢູ່ສາຍພູຫຼວງຄິດຮອດຄິດເຖິງລຸງໂຮ່ ” ໄດ້ດັ່່ງກ້ອງກັງວານຂຶ້ນ ພ້ອມກັບຮູບພາບພວກອ້າຍທະຫານພວມຂ້າມພູຜາປ່າໄມ້ ຄືດັ່ງພາຜູ້ຊົມກັບຄືນສູ່ ບັນຍາກາດກາດເຄື່ອນທັບໃນຄ່ຳຄືນຕ່າງໆທີ່ສະຫງ່າອົງອາດຂ້າມສາຍພູຫຼວງເພື່ອຕີສັດຕູ. ເນື້ອໃນຂອງບົດເພງມີຄວາມໝາຍເລິກເຊິ່ງ, ເຕັມໄປດ້ວຍນ້ຳໃຈຂອງພວກອ້າຍທະຫານທີ່ເປັນລູກຮັກຂອງຊາດຫວຽດນາມ ພວມທຳການສູ້ຮົບຢ່າງພິລະອາດຫານ, ແຕ່ໃນຫົວໃຈຂອງຕົນຍັງຄົງຝັງເລິກຮູບພາບລຸງໂຮ່. ເລື່ອງໄດ້ເຂົ້າຮ່ວມລາຍການສິລະປະກ່ຽວກັບ ປະທານ ໂຮ່ຈິມິນ ຍາມໃດກໍແມ່ນຄວາມມວ່ນຊື່ນ ແລະ ເອກອ້າງທະນົງໃຈຂອງບັນດານັກສິລະປີນ. ນັກຮ້ອງ Nguyen Tai Tue ສັງກັດຄະນະສິລະປະກອນແຂວງ Hai Dương ເວົ້າຄວາມໃນໃຈສູ່ຟັງວ່າ :
“ ຂ້າພະເຈົ້າໄດ້ເຂົ້າຮ່ວມບັນດາລາຍການກ່ຽວກັບລຸງໂຮ່ຫຼາຍຄັ້ງແລ້ວ. ມື້ນີ້, ພວກຂ້າພະເຈົ້າມີໂອກາດມາຮ່າໂນ້ຍເພື່ອສະແດງຮັບໃຊ້ຊາວນະຄອນຫຼວງ ກໍຄືເປັນການສະແດງຄວາມຮູ້ບຸນຄຸນຕໍ່ລຸງໂຮ່. ເມື່ອເຂົ້າຮ່ວມລາຍການສະແດງແຕ່ລະຄັ້ງ, ໄດ້ຂັບຮ້ອງບົດເພງກ່ຽວກັບລຸງໂຮ່, ຂ້າພະເຈົ້າມີຄວາມຕື້ນຕັນໃຈຢ່າງສຸດຊຶ້ງ, ຄິດຮອດຄິດເຖິງ ແລະ ຮູ້ບຸນຄຸນຕໍ່ລຸງໂຮ່ທີ່ສຸດ”
ບັນດາບົດເພງໃນ ລາຍການສິລະປະ “ ຖະຫວາຍດອກໄມ້ຂຶ້ນຕໍ່ລຸງໂຮ່ ” ບໍ່ພຽງແຕ່ວາດພາບເຖິງລຸງໂຮ່ຜູ້ນຳທີ່ຍິ່ງໃຫຍ່ ແຕ່ມີຄວາມລຽບງ່າຍດ້ວຍບຸກຄະລິກກະພາບ ຄຸນສົມບັດສິນທຳປະຕິວັດອັນສູງສົ່ງ. ນັກຮ້ອງ Lan Anh ເອື້ອຍຄູສັງກັດສະຖາບັນດົນຕີຫວຽດນາມ, ຜູ້ໄດ້ເຂົ້າຮ່ວມບັນດາລາຍການກ່ຽວກັບລຸງໂຮ່ຫຼາຍຄັ້ງແລ້ວ ໃຫ້ຮູ້ວ່າ :
“ຂ້າພະເຈົ້າໂຊກດີຫຼາຍທີ່ໄດ້ເຂົ້າຮ່ວມລາຍການນີ້. ນັບແຕ່ຫຼາຍປີມານີ້, ຂ້າພະເຈົ້າໄດ້ມີໂອກາດເຂົ້າຮ່ວມຫຼາຍລາຍການສິລະປະກ່ຽວກັບລຸງໂຮ່. ຂ້າພະເຈົ້າດີໃຈຫຼາຍ ແລະ ຮູ້ສຶກມີຄວາມສຸກທີ່ສຸດ. ຂ້າພະເຈົ້າຄິດວ່າ ບັນດາບົດເພງທີ່ມ່ວນໆກ່ຽວກັບລຸງໂຮ່ເຊັ່ນນັ້ນ ຈະຍືນຍົງຄົງຕົວໃນປະຫວັດສາດຂອງຊາດຫວຽດ ນາມ ແລະ ທຸກໆຄົນລ້ວນແຕ່ຕິດຕາມຮັບຟັງຕະຫຼອດເວລາ ”
ລາຍການສິລະປະ “ ຖະຫວາຍດອກໄມ້ຂຶ້ນຕໍ່ລຸງໂຮ່ ” ໄດ້ປິດທ້າຍດ້ວຍການສະແດງຟ້ອນລຳທຳເພງຂອງພວກນ້ອງອະນຸຊົນດ້ວຍເພງຕ່າງໆກ່ຽວກັບລຸງໂຮ່ຖືກຂັບຮ້ອງລຽນກັນ, ຊຶ່ງປຽບເໝືອນຂອງຂວັນທີ່ເຕັມໄປດ້ວຍຄວາມໝາຍເພື່ອຖະຫວາຍຂຶ້ນຕໍ່ລຸງໂຮ່ ເນື່ອງໃນໂອກາດລະນຶກ 122 ປີ ແຫ່ງວັນຄ້າຍວັນເກີດຂອງເພິ່ນ. ນ້ອງ Kieu Anh Thu ນັກສະແດງໃນກອງສິລະປະເວົ້າວ່າ:
“ ນ້ອງມີໂອກາດເຂົ້າຮ່ວມຫຼາຍລາຍການສິລະປະກ່ຽວກັບລຸງໂຮ່. ນ້ອງມີຄວາມຮັກແພງ ແລະ ເຄົາລົບນັບຖືລຸງໂຮ່. ເມື່ອເຂົ້າຮ່ວມລາຍການສະແດງແຕ່ລະເທື່ອ, ຍາມໃດນ້ອງກໍຮູ້ສຶກມີຄວາມຮັກແພງລຸງໂຮ່ ”