(vovworld) - ໃນຊຸມວັນຕົ້ນປີໃໝ່, ພ້ອມກັບປະເພນີທີ່ເປັນມູນເຊື້ອຕ່າງໆ, ປະເພນີຂໍຕົວໜັງສື ແລະ ໃຫ້ຕົວໜັງສືແມ່ນໂອກາດເປີດສາກການຂີດຂຽນຍາມລະດູບານໃໝ່, ແມ່ນວັດທະນະທຳທີ່ດີງາມ ພວມໄດ້ຮັບການຮັກສາ ແລະ ສືບທອດ. ນອກຈາກຄວາມໝາຍສະແດງໃຫ້ເຫັນມູນເຊື້ອເຄົາລົບນັບຖືຄູອາຈານທີ່ມີມາແຕ່ດົນນານຂອງຊາດ ຫວຽດນາມ ແລ້ວ, ບັນດາຕົວໜັງສືພາວະນາຂໍມີໂຊກມີໄຊ, ຍັງແມ່ນຂອງຂວັນທີ່ມີຄວາມໝາຍ, ສ້າງການພົວພັນແລກປ່ຽນດ້ານວັດທະນະທຳໃນປະຊາຄົມ, ເມື່ອທຸກຄົນພ້ອມກັນມຸ່ງໄປເຖິງຄວາມສັດຊື່, ກຸສົນ ແລະ ຄວາມງາມ.
(ພາບປະກອບ)
ເມື່ອບຸນເຕັດ, ລະດູບານໃໝ່ວຽນມາ, ຊາວ ຮ່າໂນ້ຍ ເຄີຍເອີ້ນຖະໜົນ ວັນມ໋ຽວ ແມ່ນຖະໜົນ ອົງໂດ່ (ຜູ້ຂຽນໜັງສືຈີນ). ຢູ່ລຽບຕາມຝາຜະໜັງທີ່ເກົ່າແກ່, ບູຮານຂອງ ວັນມ໋ຽວ - ກວົກຕືຢ໋າມ, ບັນດາ ອົງໂດ່ ໃຊ້ຜ້າຄຽນຫົວ, ນຸ່ງເສື້ອຍາວ (ເສື້ອສຳລັບນັກຮຽນໃນສະໄໝສັກດີນາ) ສຸມຈິດສຸມໃຈໃສ່ແຕ່ລະລາຍຂຽນ, ສະແດງຄວາມສາມາດຂອງຕົນໃນການຂຽນຕົວໜັງສືຈີນ. ພ້ອມກັບບັນຍາກາດອັນຄຶກໂຄມໜາແໜ້ນ ແລະ ຟົດຟື້ນນັ້ນ ແມ່ນຄວາມມ່ວນຊື່ນຂອງຜູ້ໄປຂໍຕົວໜັງສື. ໂດຍແມ່ນຜູ້ໃຫ້ຕົວໜັງສືຢູ່ຖະໜົນ ອົງໂດ່ ມາເປັນເວລາຫຼາຍປີແລ້ວ, ອົງໂດ່ ຫງວຽນເທ໋ລຸກ, ຢູ່ ຮ່າດົງ, ຮ່າໂນ້ຍ, ແບ່ງປັນວ່າ: ບັນດາ ອົງໂດ່ ບໍ່ພຽງແຕ່ຂຽນຕົວໜັງສື, ຄຳຜະຫຍາໃຫ້ຜູ້ຂໍຕົວໜັງສືເທົ່ານັ້ນ, ຫາກຕົວໜັງສືເຫຼົ່ານັ້ນຍັງມີຄວາມໝາຍສຶກສາຄຸນສົມບັດ, ຈັນຍາທຳເປັນມະນຸດ, ພິເສດແມ່ນສຳຫຼັບເດັກນ້ອຍອີກດ້ວຍ:
“ເມື່ອຂ້າພະເຈົ້າໃຫ້ຕົວໜັງສື, ຜູ້ຂໍສ່ວນຫຼາຍມັກຕົວໜັງສື: ຄວາມສຸກ - ຄວາມໂຊກດີ - ອາຍຸຍືນ. ຂ້າພະເຈົ້າຄິດວ່າຄວາມຜາສຸກແມ່ນມາຈາກຈິດໃຈ, ຖ້າຫາກໃຈບໍ່ດີຈະບໍ່ມີຄວາມສຸກ. ສ່ວນນັກຮຽນຢາກເສັງໄດ້, ຂ້າພະເຈົ້າຈະໃຫ້ຕົວໜັງສື “ພະຍາຍາມຮຽນຈະໄດ້ຮັບຜົນ”. ດັ່ງນັ້ນເມື່ອເວົ້າວ່າຊື້ຕົວໜັງສືແມ່ນບໍ່ຖືກ, ຫາກຕ້ອງເວົ້າວ່ານີ້ແມ່ນສິລະປະໃຊ້ຕົວໜັງສືຍາມລະດູບານໃໝ່”.
(ພາບປະກອບ)
ສ່ວນ ອົງໂດ່ ຫງວຽນກວົກຢຸງ, ຢູ່ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ຄົນເຮົາຍາມໃດກໍ່ຢາກບືນຕົວຂຶ້ນ, ຢາກໃຫ້ປີໃໝ່ດີກວ່າປີເກົ່າ. ສຳລັບຜູ້ຢາກໄດ້ຮັບແຕ່ສິ່ງທີ່ຈົບງາມ, ຂ້າພະເຈົ້າຈະຂຽນຕົວໜັງສືຢູ່ເຢັນເປັນສຸກ. ຍາມຕົ້ນປີທຸກຄົນມັກຂໍຕົວໜັງສື: ຄວາມສຸກ, ມີໂຊກມີໄຊ, ຄວາມວັດທະນາຖາວອນ. ສ່ວນຜູ້ເຖົ້າມັກຕົວໜັງສືຢູ່ດີມີແຮງ. ຜູ້ຂໍຕົວໜັງສືແມ່ນທຸກເກນອາຍຸ, ນັບແຕ່ຜູ້ເຖົ້າຕະຫລອດຮອດເດັກນ້ອຍ”.
ເມື່ອຈັ່ງຫວະການດຳລົງຊີວິດນັບມືນັບຮີບເຮັ່ງນັ້ນ, ການພົບປະແລກປ່ຽນວັດທະນະທຳຍາມລະດູບານໃໝ່ ດ້ວຍການຂໍ ແລະ ໃຫ້ຕົວໜັງສື ໄດ້ສ້າງເປັນຄຸນຄ່າດ້ານຈິດໃຈ ວັດທະນະທຳມະນຸດອັນສູງສົ່ງ. ຕົວໜັງສືຖືກຂຽນເທິງເຈ້ຍສີແດງ, ສີບົວ, ແມ່ນສັນຍາລັກແຫ່ງຄວາມໂຊກດີ, ຈົບງາມ, ອີງຕາມເນື້ອໃນຂອງຕົວໜັງສື, ຜູ້ຂຽນຈະຂຽນດ້ວຍນ້ຳມຶກສີດຳຫຼືຝຸ່ນສີຄຳເພື່ອມີຄວາມໝາຍທີ່ສຸດໃຫ້ຜູ້ຂໍຕົວໜັງສື. ໜັງສືແຕ່ລະຕົວແມ່ນຖືກກັບຄວາມຫວັງຂອງແຕ່ລະຄົນ, ສະແດງໃຫ້ເຫັນຄວາມມຸ່ງຫວັງໃຫ້ຕະຫຼອດປີໃໝ່. ເອື້ອຍ ຫງວຽນທິຖູ໋ຍແຮ້ງ, ເມືອງ ຮ່ວາງມາຍ, ຮ່າໂນ້ຍ ແບ່ງປັນວ່າ:
“ຕົ້ນປີໃໝ່, ຄອບຄົວຂ້າພະເຈົ້າໄປນະມັດສະການແລ້ວໄປຂໍຕົວໜັງສືຢູ່ ວັນມ໋ຽວ, ສ້າງບັນຍາກາດເບີກບານມ່ວນຊື່ນໃຫ້ທັງປີ. ຂ້າພະເຈົ້າຂໍຕົວໜັງສືຢູ່ເຢັນເປັນສຸກໃຫ້ທັງຄອບຄົວ. ຂ້າພະເຈົ້າເຫັນວ່າປະເພນີຂໍຕົວໜັງສືຍາມຕົ້ນປີແມ່ນດີທີ່ສຸດ, ທັງມີລັກສະນະຊາດອີກດ້ວຍ”.
(ພາບປະກອບ)
ບັນດາຕົວໜັງສືງາມປຽບເໝືອນຕົວມັງກອນເວີ່ນບິນ, ໂຕຫົງຄຳຟ້ອນນັ້ນ, ໄດ້ຊ່ວຍໃຫ້ຜູ້ຂໍຕົວໜັງສືມີໂອກາດໄດ້ເຫັນປະຈັກຕາຄວາມສາມາດຂອງຜູ້ໃຫ້ຕົວໜັງສື. ເພື່ອນ ຫງວຽນທິເງິນ, ນັກສຶກສາມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ມະນຸດຊາດ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າເຫັນວ່າປະເພນີຂໍຕົວໜັງສືຍາມຕົ້ນປີແມ່ນມີຄວາມໝາຍທີ່ສຸດ. ຂ້າພະເຈົ້າພ້ອມກັບເພື່ອນມິດເຄີຍໄປຂໍຕົວໜັງສືຢູ່ ວັນມ໋ຽວ ໃນຍາມຕົ້ນປີ”.
ສ່ວນເພື່ອນ ຫງວຽນມາຍແອງ, ນັກສຶກສາມະຫາວິທະຍາໄລ ທັງລອງ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າຢາກຂໍຕົວໜັງສືງຽບສະຫງັດເພື່ອໃຫ້ປີໃໝ່ທຸກສິ່ງທຸກຢ່າງລ້ວນແຕ່ມີຄວາມສະຫງົບ. ຂ້າພະເຈົ້າກໍ່ຈະຂໍຕົວໜັງສືຢູ່ດີມີແຮງໃຫ້ພໍ່ແມ່ຕົນອີກ, ດ້ວຍຄວາມຫວັງພໍ່ແມ່ຂ້າພະເຈົ້າຈະມີສຸຂະພາບເຂັ້ມແຂງ, ມີຄວາມມ່ວນຊື່ນພ້ອມກັບລູກຫຼານ”.
ຍາມດອກຄາຍບານອອກ/ ກໍ່ຈະເຫັນ ອົງໂດ່/ ວາງມຶກຈີນເຈ້ຍແດງ/
ແຄມຖະໜົນຄຶກໂຄມ. ຮູບພາບ ອົງໂດ່ໃນບົດກາບກອນຂອງນັກກະວີ ຫວູດິ່ງລຽນ ກ່ອນນີ້ 70 ປີ, ໄດ້ກາຍເປັນຄວາມຊົງຈຳຂອງຊາວ ຫວຽດນາມ ຫຼາຍລຸ້ນຄົນ. ຮູບພາບດັ່ງກ່າວເປັນແວ່ນແຍງທີ່ສ່ອງແສງຄວາມງາມດ້ານຈິດໃຈ ວັດທະນະທຳຂອງຊາດ ຫວຽດນາມ, ຜ່ານປະເພນີຂໍຕົວໜັງສື ແລະ ໃຫ້ຕົວໜັງສືໃນໂອກາດຕົ້ນລະດູບານໃໝ່.