ພິທີບູຊາເທວະດາຜູ້ດູເເລເຕົາໄຟ ໃນຊີວິດດ້ານຈິດວິນຍານຂອງຊາວຫວຽດນາມ

(vovworld)-ພິທີ​ບູຊາ​ເທວະ​ດາ​ຜູ້​ດູ​ເເລ​ເຕົາ​ໄຟແມ່ນ​ປະ​ເພນີ​ທີ່​ຂາດ​ບໍ່​ໄດ້​ໃນ​ວັນ​ທີ 23 ​ເດືອນ 12 ​ໄລ່​ຕາມ​ຈັນທະ​ປະຕິທິນ, ກ່ອນ​ທີ່​ຊາວ​ຫວຽດນາມ ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ. ປີ​ນີ້, ຫໍພິພິທະ​ພັນ​ຊົນ​ເຜົ່າ​ວິທະຍາ​ຫວຽດນາມ ​ໄດ້​ຈັດ​ງານສະ​ແດງປະ​ເພນີທີ່​ເປັນ​ມູນ​ເຊື້ອ​ນີ້​ເພື່ອ​ແນະນຳ​ກັບ​ແຂກ​ມາ​​ຊົມ, ພິ​ເສດ​ແມ່ນ​ພວກ​ເພື່ອນ​ໜຸ່ມ ​ແລະ ​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດ

ພິທີບູຊາເທວະດາຜູ້ດູເເລເຕົາໄຟ ໃນຊີວິດດ້ານຈິດວິນຍານຂອງຊາວຫວຽດນາມ - ảnh 1

ພາ​ເຂົ້າບູຊາເທວະ​ດາ​ຜູ້​ດູ​ເລ​ເຕົາ​ໄຟ

(ພາບ: vov)

  ຢູ່​ເຂດ​ວາງສະ​ແດງ​ເຮືອນ​ຫວຽດໃນ​ຫໍພິພິທະ​ພັນ​ຊົນ​ເຜົ່າ​ວິທະຍາ​ຫວຽດນາມ, ​ແຂກ​ທ່ອງ​ທ່ຽວ​​ຫຼາຍຄົນ​ພວມ​ຕິດຕາມ​ພໍ່​ຕູ້​ຜູ້​ໜຶ່ງ​ໃນ​ຊຸດ​ອາພອນ​ປະຈຳ​ຊາດປະຕິບັດ​ພິທີ​ບູຊາ​ເທວະ​ດາ​ຜູ້​ດູ​ເເລ​ເຕົາ​ໄຟ.

  ພາຍຫຼັງ​ປະຕິ​ບັດ​ແຕ່ລະ​ຂັ້ນຕອນ​ໃນ​ພິທີ​ຕາມ​ປະ​ເພນີ, ທ່ານ​ເຈິ່ນວັນ​ຮົ່ງ, ຢູ່​ໂກ້​ລວາ, ​ເມືອງ​ດົງ​ແອ​ງ, ຮ່າ​ໂນ້ຍ ​ໄດ້​ປະຕິບັດ​ແຕ່ລະ​ຂັ້ນຕອນຄືນ​ໃໝ່​ຢ່າງ​ຊັກ​ຊ້າ.

  ທ່າ​ນ​ເຈິ່ນ​ວັນ​ຮົ່ງ​ແນະນຳ​ກ່ຽວ​ກັບ​ຊຸດ​ໝວກ​ ​ແລະ ​ເກີບ​ແດງຂອງ​ເທວະ​ດາ​ຜູ້​ດູ​ເເລ​ເຕົາ​ໄຟວ່າ:

   “​​​ນີ້​ແມ່ນ​ເຄື່ອງ​ບູຊາ​ເຈົ້າດິນ, ​ເທວະ​ດາ. ການ​ບູຊາ​ເທວະ​ດາ​ຜູ້​ດູ​ເລ​ເຕົາ​ໄຟຕ້ອງ​ຜ່ານ​ເທວະ​ດາ​ກ່ອນ. ກ່ອນ​ອື່ນ​ຕ້ອງ​ນະ​ໂມ​ຕະຊະ  3 ​ເທື່ອ, ນົບໄຫ້​ວ 3 ​ເທື່ອ​, ຫຼັງ​ຈາກ​ນັ້ນ, ​ເມື່ອ ດຳ​ເນີນ​ພິທີຕ້ອງຍົກ​ຊື່​ຜູ້​ບູຊາ, ລວມມີ​ເຄື່ອງ​ບູຊາ​ໃດ​ ​ແລະ ບູຊາ​ຜູ້​ໃດ….  

  ຕາມ​ຮີດຄອງ​ປະ​ເພນີ​ແລ້ວ, ວັນ​ທີ 23 ​ເດືອນ 12 ​ແມ່ນ​ວັນ​ເທວະ​ດາ​ຜູ້​ດູ​ເລ​ເຕົາ​ໄຟ​ແດນ​ສະຫວັນລາຍງານ​ຕໍ່ ​ເທ​ພະຍະ​ເຈົ້າວຽກ​ງານ​ທຸກ​ຢ່າງ​ທີ່​ເຈົ້າຂອງ​ເຮືອນ​​ໄດ້​ເຮັດ​ໃນ​ປີກໍ່​ຄື​​ເຫດການ​ຕ່າງໆ​ເກີດ​ຂຶ້ນ​ຢູ່​ໂລກ​ມະນຸດ​ໃນ​ຕະຫຼອດ​ປີຜ່ານມາ. ສະນັ້ນ, ຊາວ​ຫວຽດນາມ ​ເຄີຍ​ກະກຽມ​ພາ​ເຂົ້າບູຊາດ້ວຍ​ຄວາມ​ເຄົາລົບ​ນັບຖື. ​ທ່ານ​ຮົ່ງ ​ແນະນຳ​ກ່ຽວ​ກັບ​ພາ​ເຂົ້າບູຊາ​ໃນວັນ​ທີ 23 ​ເດືອນ 12 ວ່າ:

   “​​ກ່ອນ​ອື່ນ​ໝົດ​ຕ້ອງ​ມີໄຟ ​ແລະ ທູບ, ​ມີ​ໝາກ​ໄມ້, ດອ​ກໄມ້, ຢໍ່, ຊີ້ນ, ​ເຂົ້າຕົ້ມ, ເຂົ້າໜຽວ, ນ້ຳຊາ, ເຫຼົ້າ ແລະ ຊຸດອາພອນຂອງ​ເທວະ​ດາ​ຜູ້​ດູ​ເເລ​ເຕົາ​ໄຟ, ປາໃນຄຳ. ພາໝາກໄມ້ລວມມ 5 ຊະນິດ, ​ໃນ​ນັ້ນຕ້ອງມີໝາກພຸກ ແລະ ໝາກກວ້ຍ, ສ່ວນ 3 ຊະນິດຍັງເຫຼືອແມ່ນຕາມຄວາມ​ນິຍົມ​ຂອງເຈົ້າຂອງ

ພິທີບູຊາເທວະດາຜູ້ດູເເລເຕົາໄຟ ໃນຊີວິດດ້ານຈິດວິນຍານຂອງຊາວຫວຽດນາມ - ảnh 2
(ພາບ: vov)

  ເຈິ່ນແຄງລິນ, ນັກສຶກສາມະຫາວິທະຍາໄລເຕັກໂນໂລຊີຮ່າໂນ້ຍ ມີຄວາມປະທັບໃຈທີ່ສຸດເມື່ອເຫັນພາເຂົ້າບູຊາ​ເທວະ​ດາ​ຜູ້​ດູ​ເເລ​ເຕົາ​ໄຟຕາມປະ​ເພນີຂອງຊາວຫວຽດນາມໃນເມື່ອກ່ອນ:

ເມື່ອເຫັນພິທີບູຊາ​ເທວະ​ດາ​ຜູ້​ດູ​ເເລ​ເຕົາ​ໄຟ, ນ້ອງເຫັນວ່າ, ຊາວຫວຽດນາມ ໃນເມື່ອກ່ອນຖືການ ເຫຼື້ອມໃສເປັນສຳຄັນທີ່ສຸດ. ຢູ່ບ້ານ, ແມ່ນ້ອງ ຈັດ​ພິທີບູຊາ​ເທວະ​ດາ​ຜູ້​ດູ​ເເລ​ເຕົາ​ໄຟກໍ່ຄ້າຍຄືກັນກັບພິທີຢູ່ທີ່ນີ້ ແຕ່ແມ່ຂອງນ້ອງເຮັດ​ແບບງ່າຍດາຍກວ່າ, ຂັ້ນຕອນ​ກໍ່​ໜ້ອຍ​ກ່ວາ, ຢູ່​ນີ້​ເຄື່ອງ​ບູຊາ​ຄົບ​ຖ້ວນ​ກ່ວາ ​ແລະ ລະອຽດ​ກ່ວາ“.

   ຄະນະ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຝະລັ່ງ ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຍ້ອນ​ເປັນຄັ້ງທຳ​ອິດ​ທີ່​ເຂົາ​ເຈົ້າ​ໄດ້​ເຫັນ​ປະຈັກ​ຕາ​ພາ​ເຂົ້າບູຊາ​​ເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟ ​ແລະ ​ໄດ້​ຮັບ​ຟັງ​​ແນະນຳ​ກ່ຽວ​ກັບປະ​ເພນີ​ບູຊາ​ນີ້​ຂອງ​ຊາວ​ຫວຽດນາມ. ປ້າ Annique de Faille ​ແຂກ​ທ່ອງ​ທ່ຽວ​ໃນ​ຄະນະ​ດັ່ງກ່າວ​ເວົ້າວ່າ:

   “ຂ້າພະ​ເຈົ້າຫາ​ກໍ່​ມາ​ຫວຽດນາມ ​ໄດ້​ພຽງ 2 ມື້ ​ແຕ່​ກໍ່​ຄົ້ນ​ຫາ​ໄດ້​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​. ມີ​ຫຼາຍ​ສິ່ງ​ທີ່​ແຕກ​ຕ່າງ​ກັບວັດທະນະທຳຂອງ​ຊາວ​ຝະລັ່ງ. ມີ້​ນີ້, ຂ້າພະ​ເຈົ້າ​ໄດ້​ເຫັນ​ປະຈັກ​ຕາ​ພິທີ​ບູຊາ​ເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟ. ຜ່ານ​ນີ້ ຂ້າພະ​ເຈົ້າ​ເຫັນ​​ໄດ້​ຄວາມ​ສັກກະ​ລະ​ບູຊາ​ຂອງພິທີ​ ​ແລະ ປະ​ເພນີ​ອັນ​ດີງາມ​ຂອງ​ຊາວ​ຫວຽດນາມ“.

  ພ້ອມ​ກັບ​ການ​ແນະນຳພິທີ​ບູຊາ​ເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟ​ແລ້ວ, ​ໃນ​ໂອກາດ​ນິ້, ຫໍພິພິທະ​ພັນ​ຊົນ​ເຜົ່າ​ວິທະຍາ​ ຍັງ​ຈັດຕັ້ງພິທີ​ຕັ້ງອູ່​ແກວ່ງ, ການ​ຂຽນ​ໜັງສື​ສິລະ​ປະ, ພິມຮູບພາບ​ດົງ​ໂຮ່, ສະ​ແດງ​ຕຸກກະຕາ​ນ້ຳ…ດ້ວຍ​ບັນດາການ​ເຄື່ອນ​ໄຫວ​ວັດທະນະທຳນີ້, ຊາວ​ຫວຽດນາມ​ ລຸ້ນໜຸ່ມ ​ແລະ ​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຈະ​ມີ​ໂອກາດ​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບປະ​ເພນີ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ